ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

 

 

 

 

 

 

* ນັກ​ໂພ​ຊະນາ​ການ​ຢືນຢັນ​ວ່າ ຫມາກເຜັດ ​ເປັນ​ພືດ​ທີ່​ມີ​ປະ​ໂຫຍ​ດຈິງ​ແທ້

ເພາະວ່າ ຄວາມ​ເຜັດ​ຂອງມັນ ​​ມາ​ຈາກ​ສານ ແຄັບ​ໄຊ​ຊິນ ​ແລະ ​ແກ່ນ​ຂອງ

ມັນກໍ່ມີ​ ວິຕາມີນ ​ເອ, ຊີ, ແຄວຊຽມ ​ແລະ ທາດ​ເຫລັກ​ອີກ​ດ້ວຍ. ຫມາກເຜັດ

ຊຶ່ງ​ມີ​ຖິ່ນ​ກຳ​ເນີ​ດ​ ໃນ​ ທະ ວີບ ອາ​ເມ​ລິ​ກາ​ໃຕ້ ຊຶ່ງ ​ມີ​ຄົນ​ຕ່າງປະ​ເທດ​ນຳ​ເຂົ້າ

ມາ​ໃນ​ຂົງ​ເຂດ​ອາຊີ ມາ​ແຕ່​ດົນ​ນານ ​ແລ້ວ.

ຫມາກເຜັດ​ ນັບ​ທັງ​ຫມາກເຜັດຂີ້ຫນູ, ເມື່ອ​ກິນ​ແລ້ວ​ເຜັດ​ຫລາຍ​ນັ້ນ

ພວກມັນ​ມີ​ປະ​ໂຫຍ​ດ ຫລາຍ​ທີ່​ ສຸດ ຊຶ່ງ​ບໍ່ພຽງ​ແຕ່​ໃຫ້​ຄວາມ​ເຜັດ​ແຕ່​ຢ່າງ​ດຽວ, ​

ແຕ່​ຍັງ​​ ເພີ່ມ​ສານ ​ແຫ່ງ​ຄວາມສຸກ “ເອັນ​ໂດຣຟີ​ນ”​ ໃຫ້ ແກ່ ຜູ້​ທີ່​ມັກ​ກິນ​ເຜັດ.

ນອກ​ນັ້ນຍັງ ບັນ​ເທົາ​ອາການ​ເຈັບ​ປວດ, ​ໄຂ້ ຫວັດ, ຫລຸດຜ່ອນ​ການ​ມີນ້ຳມູກ.

ຂະນະ​ດຽວກັນຍັງ​ສາມາດ​ລະລາຍ​ຂີ້ກະ​ເທີ່​ ນຳອີກ. ສຳ ລັບ​ຄົນທີ່​ ​ມີ​ອາການ

​ຫອບ​ຫືດ, ກິນ​ຫມາກເຜັດ​ແລ້ວ​ຈະ​ດີ​ຫລາຍ ​ເພາະ​ຈະ​ເຮັດ​ໃຫ້​ຫ ລອດ ລົມ​ຂະ

ຫຍາຍຕົວ​ໄດ້​ດີ ແລະ ບໍ່ຫົດ-​ເຄັ່ງ. ດັ່ງນັ້ນ, ຜູ້​ໃດ​ເປັນ​ພະຍາດ​ຫອບ​ຫື​ດ,

ມີ​ອາການ ​ພູມ ​ແພ້ ຕ້ອງ​ ກິນ​ຫມາກເຜັດເປັນ​ປະຈຳ​ຈະ​ດີ​ຂຶ້ນ.

ຫມາກເຜັດ ຍັງ​ສາມາດ​ຫລຸດຜ່ອນ​ປະລິມານ ​ຄໍ​ເຣດສະເຕີຣອນ ໄດ້​ອີກ ຊຶ່ງຈາກ​ການ​

ວິ​ໄຈ​ ຂອງ​ນັກ ວິ​ທະຍາ​ສາດ​ເຫັນ​ວ່າ ຫມາກເຜັດ ສາມາດ​ເພີ່ມ​ອຸນຫະພູມ​ໃນ​ຮ່າງ

ກາຍ​ຂອງ​ຄົນ​ເຮົາ​, ມີ​ປະ​ໂຫຍ​ດ​ໃນ ​ການ​ຄວບ​ຄຸມ​ນ້ຳຫນັກ. ເມື່ອ​ກິນ​ຫມາກ ເຜັດ

ຈະ​ບໍ່​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ ​ຢາກ​ເຄື່ອງ​ຫວານ, ຂະນະ​ດຽວກັນ​ກໍ​ຍັງ​ສາມາດ​

ຫລຸດຜ່ອນ​ຄວາມ​ ສ່ຽງ​ໃນ​ການ ​ເກີດ ​ພະຍາດ​ມະ​ເຮັງ​ອີກ​ດ້ວຍ./.

Delicious Digg Fark Twitter