ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

   ກົມ​ມໍ­ລະ­ດົກ ກະ­ຊວງ​ຖະແຫລງ​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ມີ​ແຜນ​ກຽມ​ສະ­ເຫນີ

ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ ເຂົ້າ​ເປັນ​ມໍ­ລະ­ດົກ​ໂລກ​ແຫ່ງ​ທີ 3 ຂອງ​ລາວ ຂະ­ນະ​ທີ່​ຕ້ອງ­ການ

​ງົບປະ­ມານ​ມາ​ພັດ­ທະ­ນາ​ແຜນ​ແມ່ ບົດ​ບໍ່​ຕ່ຳ​ກວ່າ 1 ແສນ​ໂດ​ລາ​ສະຫະ​ລັດ ທ່ານ​ວ່າ­ການ​ຫົວ

­ຫນ້າກອງ​ບູ­ຮານ​ວິ­ທະ­ຍາ​ກົມ​ມໍ­ລະ­ດົກເຜີຍ​ສຳ­ເລັດ​ແລ້ວ 70%.

   ທ່ານ ສຳ­ລານ ຫລວງ​ອາ​ໄພ ວ່າ­ການ​ກອງ​ບູ­ຮານ​ວິ­ທະ­ຍາ​ກົມ ມໍ­ລະ­ດົກ​ກະ­ຊວງ​ຖະ­ແຫລງ​ຂ່າວ-ວັດ­ທະ­ນະ­ທຳ

ແລະ ທ່ອງ​ທ່ຽວ ກ່າວ​ຕໍ່​ສື່​ເສດ­ຖະ­ກິດŒສັງ­ຄົມ​ໃນມື້­ວານ​ນີ້​ວ່າ: ປະ­ຈຸ​ບັນ ສປປ ລາວ​ ກໍ່​ຄືກົມ​ມໍ­ລະ­ດົກ​ກະ­ຊວງຖະ­ແຫລງ

​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ກຳ­ລັງ​ມີ​ແຜນ​ກະກຽມ​ສະ­ເຫນີ​ທົ່ງ​ໄຫ​ຫີນ​ແຂວງຊຽງ​ຂວາງ ​ເຂົ້າ​ເປັນ​ມໍ­ລະ­ດົກ

ໂລກ​ແຫ່ງ​ທີ 3 ຂອງ​ລາວ​ຕໍ່​ອົງການ​ຢູ​ເນັດ​ສະ​ໂກຂະ­ນະ​ທີ່​ຄວາມພ້ອມ​ຂອງ​ແຜນ­ການ​ຄຸ້ມ​ຄອງ ມໍ­ລະ­ດົກ​ພູ­ມິ​ທັດ​ສະ­

ຖານ​ບູ­ຮານວິ­ທະ­ຍາ​ທົ່ງ​ໄຫ​ຫີນ​ໄດ້ 70% ແລ້ວ ໂດຍ​ສະ­ເພາະ​ທີ່​ຕັ້ງ​ພູມ​ສັນ­ຖານ, ໂຄງ­ການ​ປົກ​ປັກ​ຮັກ­ສາ​ທົ່ງ​ໄຫ ຫີນ,

ໂຄງ­ການ​ຄຸ້ມ​ຄອງ​ການ​ມີສ່ວນ​ຮ່ວມ​ຂອງ​ຊຸມ​ຊົນ, ການ​ຄຸ້ມຄອງ​ມໍ­ລະ­ດົກ​ແບບ​ຍືນ​ຍົງ, ແຜນການ​ບົວ­ລະ­ບັດ​ປົກ​ປັກ

​ຮັກ­ສາ ແລະ ແຜນ­ການ​ຄຸ້ມ​ຄອງ​ມໍ­ລະ­ດົກພູ­ມິ​ທັດ​ສະ­ ຖານ​ບູ­ຮານ​ວິ­ທະ­ຍາທົ່ງ​ໄຫ​ຫີນ.

   ຢ່າງ­ໃດ​ກໍ່​ດີ ຕາມ​ແຜນ­ການຂອງ​ກົມ​ມໍ­ລະ­ດົກ​ກະ­ຊວງ​ຖະແຫລງ​ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ​ຄາດ​ວ່າຊ້າ

​ສຸດ​ທົ່ງ​ໄຫຫີນ​ແຂວງ​ຊຽງ​ຂວາງ​ຈະ​ເຂົ້າ ເປັນ​ມໍ­ລະ­ດົກ​ໂລກ​ແຫ່ງ​ທີ 3 ຂອງລາວ​ຖັດ​ຈາກ​ແຂວງ​ຫລວງ​ພະບາງ,

ແຂວງ​ຈຳ­ປາ​ສັກ ບໍ່​ເກີນ ປີ 2015 ແນ່­ນອນ.

   ທ່ານ ສຳ­ລານ ຫລວງ​ອາ​ໄພ ວ່າ­ການ​ຫົວ­ຫນ້າ​ກອງ​ບູ­ຮານ​ວິທະ​ຍາ​ກົມ​ມໍ­ລະ­ດົກ​ກ່າວ​ຕື່ມ​ອີກວ່າ: ຄວາມ​ຄືບ

​ຫນ້າ​ຂອງ​ແຜນການ​ຄຸ້ມ​ຄອງ​ມໍ­ລະ­ດົກ​ພູ­ມິ​ທັດ​ສະຖານ​ບູ­ຮານ​ ວິ­ທະ­ຍາ​ທົ່ງ​ໄຫ​ຫີນ ສະ­ບັບ​ທີ 2 ສຳເລັດ​ແລ້ວ 70%

ເຫລືອ​ພຽງ​ແຕ່ ແຜນ­ການ​ພັດ​ທະນາ​ການ​ຄຸ້ມ​ຄອງ​ຕໍ່​ໄປ ຈິ່ງ​ສະເຫນີ​ໄປ​ຍັງ​ລັດ­ຖະ­ບານ​ຫລັງຈາກ​ນັ້ນ ​ຈິ່ງ​ສະ­ເຫນີ​

ຕໍ່​ອົງ­ການ​ຢູເນັດ​ສະ​ໂກ ເພື່ອ​ຮັບ­ ຮອງ​ເອົາ​ທົ່ງໄຫ​ຫີນ ແຂວງ​ຊຽງ​ຂວາງ​ເຂົ້າເປັນ​ມໍ­ລະ­ດົກ​ໂລກ​ແຫ່ງ​ທີ 3 ຂອງ​ລາວ

ແຕ່​ຂະ­ນະ​ດຽວ​ກັນ​ນີ້ ຄວາມ​ຕ້ອງ­ການ​ດ້ານ​ງົບ​ປະມານ​ທີ່​ຈະ​ມາ​ພັດ­ທະ­ນາ​ແຜນ​ແມ່ບົດ​ຕໍ່​ໄປ​ນັ້ນ ມີ​ສູງ​ເຖິງ

1 ແສນກວ່າ​ໂດ​ລາ​ສະ­ຫະ­ລັດ.

   ຢ່າງ­ໃດ​ກໍ່​ຕາມ ເຊື່ອ​ວ່າ ຖ້າທົ່ງ​ໄຫ​ຫີນ​ຖືກ​ຮ້ອງ​ຮັບ​ເປັນ​ມໍ​ລະດົກ​ໂລກ​ແຫ່ງ​ທີ 3 ຂອງ​ລາວ​ນັກທ່ອງ​ທ່ຽວ​ຈະ

​ເດີນ­ທາງ​ເຂົ້າ​ໄປທ່ຽວ​ຊົມ​ທົ່ງ​ໄຫ​ຫີນ​ນັບ​ມື້​ ນັບ​ເພີ່ມຂຶ້ນ​ແນ່­ນອນ.

Delicious Digg Fark Twitter