ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ອາດຈະມີຫລາຍຄວາມຄິດສຳລັບການກິນ  ຫມາກໄມ້ ແຕ່ກໍ່ຍັງບໍທັນມີການ

ວິໄຈທີ່ສາມາດສະ ຫນັບສະຫນູນແນວຄິດກ່ຽວກັບເວລາທີ່ເຫມາະສົມ

ແກ່ການກິນຫມາກໄມ້ ແຕ່ຖ້າຈະວິເຄາະຕາມລະບົບ ການຍ່ອຍອາຫານ

ຂອງຮ່າງກາຍແລ້ວການກິນຫມາກໄມ້ສາມາດກິນໄດ້ທັງຕອນຢາກເຂົ້າ ແລະ

ຫລັງຈາກ ອີ່ມເຂົ້າເນື່ອງຈາກວ່າຫມາກໄມ້ມີນ້ຳຕານ ແລະ  ວິຕາມິນສູງດັ່ງນັ້ນ

ເມື່ອເຮົາຢາກກິນເຂົ້າກໍ່ສະແດງ ວ່າຮ່າງກາຍຕ້ອງການນ້ຳຕານເມື່ອເຮົາໄດ້ນ້ຳຕານ

ຈາກຫມາກໄມ້ກໍ່ຈະເຮັດໃຫ້ຮ່າງກາຍສົດຊື່ນຂຶ້ນ ແລະ ເຊົາຢາກເຂ້ົາພ້ອມກັບເຮັດ

ໃຫ້ຄວາມຕ້ອງການ ກິນອາຫານປະເພດອື່ນຫລຸດລົງເຊັ່ນກັນ.
ສ່ວນການກິນຫມາກໄມ້ຫລັງ ກິນເຂ້ົາອີ່ມກໍມີຂໍ້ດີ ຄື: ຫມາກໄມ້ປະກອບດ້ວຍ

ວິຕາມິນຫລາຍຊະນິດ, ວິຕາມິນບາງຊະນິດຕ້ອງການໄຂມັນໃນການຊ່ວຍ

ດູດຊຶມໄດ້ແກ່ວິຕາມິນອາ, ວິຕາມິນເດ, ວິຕາມິນອີ ແລະ ວິຕາມິນກາ

ດັ່ງນັ້ນເມື່ອເຮົາກິນຫມາກໄມ້ຫລັງ ຈາກອີ່ມເຂົ້າຈະຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ

ເຫລົ່ານີ້ໄດ້ດີກ່ວາການກິນຫມາກໄມ້ຢ່າງດຽວໃນ ເວລາທ້ອງວ່າງ.

Delicious Digg Fark Twitter