ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 21 ທັນ­ວາ 2011 ຜ່ານ​ມາ​ນີ້ ທ່ານ ບຸນ​ທະ­ວີ ແກ​ທະ­ລົງ ຫົວ­ໜ້າ​ສູນ​ບໍ­ລິ­ການ​ເກັບ​ຊື້​ໜີ້

ແລະ ຮັບ​ຝາກ​ໜີ້ ທະ­ນາ­ຄານ ແຫ່ງ ສປປ ລາວ ໄດ້​ອອກ​ມາ​ຊີ້​ແຈງ​ເຖິງ​ກໍ­ລະ­ນີ​ການ​ເກັບ​ຄ່າ​ຜ່ານ​ຂົວ​ທ່າ​ງ່ອນ

ໄປ​ຍັງ​ບັນ­ດາ​ທ່ານ​ຜູ້​ໃຊ້​ລົດ-ໃຊ້​ຖະ­ໜົນ​ດັ່ງ­ກ່າວ ໂດຍ​ທ່ານ​ໄດ້​ກ່າວ​ເຖິງ​ບັນ­ຫາ​ທີ່​ລັດ­ຖະ­ບານ ໄດ້​ຢຸດ­ຕິ​ການ​ເກັບ

​ຄ່າ​ຜ່ານ​ຂົວ ຢາກ​ຊີ້​ແຈງ​ໃຫ້​ສັງ­ຄົມ​ຮັບ​ຮູ້​ວ່າ: ຂົວ​ທ່າ​ງ່ອນ ກໍ​ເປັນ​ໂຄງ­ການ​ໜຶ່ງ​ທີ່​ສູນ​ບໍ­ລິ­ການ​ເກັບ​ຊື້​ໜີ້​ເປັນ​ຜູ້​ຮັບ­ຜິດ­ຊອບ

​ເກັບ​ຄ່າ​ຜ່ານ​ຂົວ ແລະ ສັງ­ຄົມ​ກໍ​ຄົງ​ຈະ​ມີ​ຄວາມ​ສົນ­ໃຈ​ຕັ້ງ​ບັນ­ຫາ​ຖາມ​ວ່າ ແຕ່​ກ່ອນ​ທົ່ວ​ປະ­ເທດ​ລາວ ໄດ້​ມີ​ການ​ເກັບ​ເງິນ​

ຄ່າ​ຜ່ານ​ຂົວ​ມີ​ທັງ​ໝົດ 36 ຂົວ ແຕ່​ຕົກ​ມາ​ເຖິງ​ປັດ­ຈຸ­ບັນ​ນີ້ ແມ່ນ​ຍັງ​ແຕ່​ຂົວ​ແຫ່ງ​ດຽວ­ນີ້ ເຫດ­ຜົນ​ທີ່​ຍັງ​ເກັບ​ກໍ​ຍ້ອນ​ວ່າ

ການ​ສ້າງ​ຂົວ​ນີ້​ໄດ້​ໃຊ້​ທຶນ​ຢ່າງ​ຫຼວງ­ຫຼາຍ ແລະ ກໍ​ແມ່ນ​ທະ­ນາ­ຄານ​ເປັນ​ຜູ້​ລົງ­ທຶນ ແຕ່​ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃນ

​ໄລ­ຍະ​ຜ່ານ​ມາ​ຖື​ວ່າ ທະ­ນາ­ຄານ​ທຸ­ລະ​ກິດ ບໍ່​ສາ­ມາດ​ເກັບ​ເງິນ​ຄືນ​ໄດ້ ສະ­ນັ້ນ ສູນ​ບໍ­ລິ­ການ​ເກັບ​ຊື້​ໜີ້ ກໍ​ໄດ້​ມາ​ເກັບ​

ໂດຍ​ກົງ ແລະ ໃນ​ເບື້ອງ​ຕົ້ນ​ຄາດ​ຄະ­ເນ​ວ່າ ການ​ເກັບ​ຄ່າ​ຜ່ານ​ຂົວ​ອາດ​ຈະ​ໃຊ້​ເວ­ລາ​ຍາວ​ນານ​ເຖິງ 18 ປີ ຈຶ່ງ​ຈະ​ຄົບ

​ຖ້ວນ ແຕ່​ມາ​ເຖິງ​ປັດ­ຈຸ­ບັນ​ນີ້ ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ໄດ້ 3 ປີ​ແລ້ວ ກໍ​ສັງ​ເຫດ​ເຫັນ​ວ່າ ສາ­ມາດ​ເກັບ​ໄດ້​ດີ​ພໍ​ສົມ

­ຄວນ ແລະ ຄາດ​ວ່າ​ຈະ​ໃຊ້​ເວ­ລາ​ອີກ​ບໍ່​ເກີນ 4 ປີ ກໍ​ຈະ​ຄົບ​ຖ້ວນ​ຕາມ​ຕົ້ນ​ທຶນ​ທີ່​ທະ­ນາ­ຄານ​ໄດ້​ປ່ອຍ​ໃຫ້ ແລະ

ເມື່ອ​ເກັບ​ທຶນ​ໄດ້​ໝົດ​ແລ້ວ ທາງ​ສູນ​ເກັບ​ຊື້​ໜີ້ ກໍ​ຈະ​ໄດ້​ມອບ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເປັນ​ຜູ້​ຄຸ້ມ​ຄອງ ເປັນ­ຕົ້ນ​ແມ່ນ

​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ເພິ່ນ​ກໍ​ຈະ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ຕໍ່​ໄປ.


ຕາມທັດສະນະຂອງເຈົ້າຄິດວ່າແນວໃດ?

Delicious Digg Fark Twitter