ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນ​ປີ 2011 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເກີດ​ມີ​ປະ­ກົດ​ການ​ຫຍໍ້­ທໍ້​ຕ່າງໆ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ເຊິ່ງ​ໄດ້​ສາງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີ­ວິດ ແລະ ຊັບ​ສິນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ໃນ​ນີ້​ມີ​ບາງ​ເຫດ

­ການ​ແມ່ນ​ມີ​ຄວາມ​ອັນ­ຕະ­ລາຍ ແລະ ຮຸນ​ແຮງ​ປ່າ​ເຖື່ອນ ໂດຍ​ສະ­ເພາະ​ເຫດ­ການ​ຄາດ​ຕະ​ກຳ ຊຶ່ງ​ເຮັດ

​ໃຫ້​ສັງ­ຄົມ​ບໍ່​ມີ​ຄວາມ​ສະ­ຫງົບ ສະ­ແດງ​ອອກ​ໃຫ້​ເຫັນ​ໃນ 10 ອັນ​ດັບ​ເຫດ​ຕໍ່​ໄປ​ນີ້.

ອັນ​ດັບ 10: ລົດ​ບັນ­ທຸກ​ນ້ຳ­ມັນ​ລະ­ເບີດ ຢູ່​ທີ່​ປ້ຳ­ນ້ຳ­ມັນ​ວັງ​ຊາຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ 3 ຄົນ ເຫດ­ການ​

ນີ້​ເກີດ​ຂຶ້ນ​ເວ­ລາ 14:00 ໂມງ​ຂອງ​ວັນ​ທີ 12 ກໍ­ລະ­ກົດ 2011.

ອັນ​ດັບ 9: ເປົ້າ​ໝາຍ​ຄະ­ດີ​ປຸ້ນ​ຈີ້-ຊີງ​ຊັບ ລັກ​ຊັບ ແລະ ມີ​ອາ­ວຸດ​ເສິກ​ໄວ້​ໃນ​ຄອບ​ຄອງ ຍິງ​ປືນ​ປະ​ທະ​ກັບ​

ເຈົ້າ​ໜ້າ­ທີ່ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ເຮັດ​ໃຫ້​ເຈົ້າ​ໜ້າ­ທີ່​ໄດ້​ຮັບ​ບາດ­ເຈັບ 1 ຄົນ ແລະ ຄົນ​ຮ້າຍ​ເສຍ​ຊີ­ວິດ

ເຫດ­ການ​ດັ່ງ­ກ່າວ ເກີດ​ຂຶ້ນ​ໃນ​ວັນ​ທີ 20 ກໍ­ລະ­ກົດ 2011 ຢູ່​ທີ່​ບ້ານ​ໜອງ​ໜ້ຽວ ເມືອງ​ສີ​ໂຄດ​ຕະ­ບອງ.

ອັນ​ດັບ 8: ເຫດ​ໄວ​ລຸ້ນ​ຕີ​ກັນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ 1 ຄົນ ເຫດ­ການ​ປ່າ​ເຖື່ອນ​ນີ້ ເກີດ​ຂຶ້ນ​ເວ­ລາ​ທ່ຽງ​ຄືນ​

ຂອງ​ວັນ​ທີ 5 ມັງ­ກອນ 2011 ຢູ່​ທີ່​ທາງ​ໂຄ້ງ​ຖະ­ໜົນ​ຄູ​ວຽງ ຕໍ່​ໃສ່​ຖະ­ໜົນ​ທ່າ​ເດື່ອ.

ອັນ​ດັບ 7: ເຫດ­ການ​ຄາດ​ຕະ​ກຳ​ເອົາ​ຊັບ​ຢູ່​ຫ້ອງ​ເຊົ່າ ທີ່​ບ້ານ​ທົ່ງ​ພານ​ທອງ ເມືອງ​ສີ​ສັດ​ນະ​ຕາກ ເຫດ​ເກີດ

​ຂຶ້ນ​ເວ­ລາ​ທ່ຽງ​ຄືນ​ຂອງ​ວັນ​ທີ 8 ມີ­ນາ 2011 ຄາດ​ຕະ​ກອນ​ໃຈ​ໂຫດ​ລາຍ​ນີ້ ຊື່​ທ້າວ ຄຳ​ສະ­ເຫວີຍ ອາ­ຍຸ 21

ປີ ບ້ານ​ໝໍ້ ເມືອງ​ຄຳ ແຂວງ​ຊຽງ​ຂວາງ ມາ​ພັກ​ເຊົາ​ຢູ່​ບ້ານ​ໂພນ​ປ່າ​ເປົ້າ ເມືອງ​ສີ​ສັດ­ຕະ​ນາກ.

ອັນ​ດັບ 6: ເຫດ​ລະ­ເບີດ​ແຕກ​ຂ້າ​ໂຕ​ຕາຍ ຍ້ອນ​ຄວາມ​ຮັກ​ລະ­ຫວ່າງ​ຊູ້​ສາວ ເຫດ­ການ​ນີ້​ເກີດ​ຂຶ້ນ​ເວ­ລາ​ປະ­ມານ

5 ໂມງ​ຂອງ​ວັນ​ທີ 23 ສິງ­ຫາ 2011 ຢູ່​ທີ່​ເຮືອນ​ພັກ​ທີ່​ບ້ານ​ທົ່ງ​ພານ​ທອງ ເມືອງ​ສີ​ສັດ­ຕະ​ນາກ ເຫດ​ດັ່ງ­ກ່າວ​ມີ​ຜູ້​ເສຍ​ຊີ­ວິດ 2 ຄົນ.

ອັນ​ດັບ 5: ແມ່ນ​ເຫດ​ຄາດ​ຕະ​ກຳ​ເອົາ​ຊັບ ເຫດ​ດັ່ງ­ກ່າວ​ເກີດ​ຂຶ້ນ​ໃນ​ວັນ​ທີ 19 ມັງ­ກອນ 2011 ຢູ່​ທີ່​

ບ້ານ​ຈອມ​ເພັດ​ໃຕ້ ເມືອງ​ສີ​ສັດ­ຕະ​ນາກ ຜູ້​ຕ້ອງ​ຫາ​ມີ 2 ຄົນ ຄື: ທ້າວ ສຸ­ລະ​ສິດ ຫຼື ອື່ງ ອາ­ຍຸ 28 ປີ

ບ້ານ​ໜອງ​ແວງ ເມືອງ​ຫາດ​ຊາຍ​ຟອງ ແລະ ທ້າວ ສົມ​ສະ​ນິດ ຫຼື ອ້າຍ ອາ­ຍຸ 30 ປີ ບ້ານ​ຖິ່ນ​ຍຸງ

ເມືອງ​ວຽງ​ຄຳ ແຂວງ​ວຽງ​ຈັນ.

ອັນ​ດັບ 4: ເຫດ­ການ​ຄາດ​ຕະ​ກຳ​ເມຍ ຍ້ອນ​ຄວາມ​ຫຶງ​ຫວງ ເລື່ອງ​ຊູ້​ສາວ ເກີດ​ຂຶ້ນ​ໃນ​ວັນ​ທີ 28 ມິ­ຖຸ­ນາ 2011

ຢູ່​ທີ່​ບ້ານ​ທາງ​ໂຄ້ງ ເມືອງ​ປາກ​ງື່ມ ຜູ້​ຕ້ອງ​ຫາ​ຄື​ທ້າວ ໂອ​ບີ ອາ­ຍຸ 40 ປີ.

ອັນ​ດັບ 3: ເຫດ­ການ​ຄາດ​ຕະ​ກຳ​ເອົາ​ລົດ­ຈັກ ຄາດ​ຕະ​ກອນ​ລາຍ​ນີ້​ຊື່​ທ້າວ ນ້າຍ​ລີ່ ອາ­ຍຸ 19 ປີ ບ້ານ​ສົບ​ນາ

ເມືອງ​ວຽງ​ທອງ ແຂວງ​ບໍ​ລິ​ຄຳ​ໄຊ ເຫດ­ການ​ເກີດ​ຂຶ້ນ​ເວ­ລາ​ປະ­ມານ 22 ໂມງ​ຂອງ ວັນ​ທີ 9 ກັນ­ຍາ 2011

ຢູ່​ທີ່​ທາງ​ຮ່ອມ​ຂອບ​ເຂດ​ບ້ານ​ນາ­ສາ​ລາ ເມືອງ​ໄຊ​ທາ­ນີ.

ອັນ​ດັບ 2: ເຫດ­ການ​ຍິງ​ກັນ​ຕາຍ 2 ສົບ ຢູ່​ຖະ­ໜົນ 13 ເໜືອ ທາງ​ຮ່ອມ​ເຂົ້າ​ວັດ​ສີ​ເກີດ ເມືອງ​ນາ​ຊາຍ​ທອງ

ເຫດ​ເກີດ​ເວ­ລາ 6 ໂມງ​ເຊົ້າ​ຂອງ​ວັນ​ທີ 22 ສິງ­ຫາ 2011 ສາ­ເຫດ​ຍ້ອນ​ຂັດ​ແຍ່ງ​ຜົນ​ປະ­ໂຫຍດ.

ອັນ​ດັບ 1: ເຫດ­ການ​ຍິງ​ເມຍ-ພີ່­ນ້ອງ ກາງ​ງານ​ບາ­ສີ­ສູ່­ຂວັນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ 4 ຄົນ ເຫດ­ການ​ເກີດ

​ຂຶ້ນ​ເວ­ລາ​ປະ­ມານ 18:00 ໂມງ​ຂອງ​ວັນ​ທີ 26 ສິງ­ຫາ 2011 ຢູ່​ບ້ານ​ຫ້ວຍ​ຫາງ ເມືອງ​ສັງ​ທອງ ຜູ້​ຕ້ອງ​ຫາ​ລາຍ​ນີ້ ຄື: ທ້າວ ສີ​ເມືອງ ອາ­ຍຸ 31 ປີ.

ເຫດ­ການ​ທັງ​ໝົດ​ນີ້ ເປັນ​ຄະ­ດີ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ສັງ­ຄົມ ເຊິ່ງ​ເຈົ້າ​ໜ້າ­ທີ່​ໄດ້​ຈັບ​ກຸມ ແລະ ສັ່ງ​ຟ້ອງ ເພື່ອ​ປະ­ຕິ­ບັດ​ໂທດ​ຕໍ່​ຜູ້­ກ່ຽວ.

Delicious Digg Fark Twitter