ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

   ເພື່ອ​ເປັນ​ການ​ສະ­ຫນອງຂໍ້​ມູນ-ຂ່າວ­ສານ​ແກ່​ກອງ​ປະ­ຊຸມສຸດ​ຍອດ​ອາ​ເຊັມ​ ຄັ້ງ​ທີ 9 ເຊິ່ງ​ຈະຈັດ​ຂຶ້ນ​ທີ່

ສປປ ລາວ ທ້າຍ​ປີ 2012. ຫລ້າ​ສຸດ ມື້­ວານ​ນີ້​ທີ່​ກະຊວງ​ການ​ຕ່າງ­ປະ­ເທດ​ໄດ້​ເປີດ ພິ­ທີ​ນຳ​ໃຊ້​ເວັບ​ໄຊ​ຢ່າງ

​ເປັນ​ທາງ ການ​ໃຫ້​ກຽດ​ເປັນ​ປະ­ທານ​ໂດຍທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­

ມົນ­ຕີວ່າ­ການ​ກະ­ຊວງ​ການ​ຕ່າງ​ປະເທດ, ມີ​ຄະ­ນະ​ນຳ​ກະ­ຊວງ​ການຕ່າງ­ປະ­ເທດ, ກະ­ຊວງ​ຖະ­ແຫລງ

ຂ່າວ-ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ, ກະ­ຊວງ​ໄປ­ສະ­ນີ, ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່­ສານ​ເຂົ້າຮ່ວມ.

   ການ​ສ້າງ​ເວັບ​ໄຊ​ອາ​ເຊັມ ຄັ້ງ​ທີ 9 (Asem9) ຂອງ​ກອງ ປະ­ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9 ໃຊ້​ສື່​ໃນ​ໂລກ​ອອນ​ໄລນ໌​ແມ່ນ

  www.asem9.la ໂດຍ​ບໍ­ລິ­ສັດບລູ​ກາ​ສ ດີ​ຊາຍ ກຣຸບ (Blue grass design Group co.Ltd) ເປັນ​ຜູ້​ອອກ​ແບບ ແລະ

ສ້າງ​ເວັບໄຊ​ນີ້ ຫນ້າ​ຕ່າງ​ຂອງ​ເວັບ​ໄຊ​ແມ່ນມີ​ສັນ­ຍະ­ລັກ​ເປັນ​ເສັ້ນ​ໄຫມ​ສີ ແດງ, ສີ­ເຫລືອງ ແລະ ຟ້າ, ເສັ້ນໄຫມ​ແມ່ນ​ສື່​ເຖິງ

​ຮີດ­ຄອງ​ປະ­ເພ­ນີລາວ​ມາ ແຕ່​ຍາວ​ນານ, ສ່ວນ 3 ສີ​ທີ່​ມີ​ການ​ສອດ​ແຊກ​ຢ່າງ​ປານີດ​ແມ່ນ​ສື່​ເຖິງ​ການ​ປະ­ສົມ​ປະສານ​ກັນ​ລະ­

ຫວ່າງ​ອາ­ຊີ ແລະ ເອີ​ຣົບ, ສ່ວນ​ດອກ​ຈຳ­ປາ ແລະ ໂບ​ສີ­ຂຽວ​ສະ­ທ້ອນ​ເຖິງ​ຄວາມເປັນ​ເອ­ກະ­ລັກ ແລະ ຄວາມ​ອຸດົມ​ສົມ­ບູນ

​ທາງ​ທຳ​ມະ​ຊາດŒປ່າໄມ້​ໃນ​ລາວ.

   ເວັບ​ໄຊອາ​ເຊັມ ຄັ້ງ​ທີ 9 ຈຸດປະ­ສົງ​ສ້າງ​ຂຶ້ນ​ເພື່ອ​ອຳ­ນວຍຄວາມ​ສະ­ດວກ​ແກ່​ບັນ­ດາ​ຄະ­ນະ ຜູ້​ແທນ​ຈາກ 46 ປະ­ເທດ,

ພ້ອມດ້ວຍ​ກອງ​ເລ­ຂາ​ອາ​ຊຽນ ແລະ ຄະ­ນະ​ກຳ­ມາ​ທິ​ການ​ສະ­ຫະ ­ພາບເອີ​ຣົບ​ທີ່​ເປັນ​ສະ­ມາ­ຊິກ​ອາ​ເຊັມ ເພື່ອ​ກຽມ​ເຂົ້າ​ຮ່ວມ​

ກອງ​ປະ­ຊຸມສຸດ​ຍອດ​ຄັ້ງ​ທີ 9 ໂດຍ​ເນື້ອ​ໃນສຳ­ຄັນ​ທີ່​ຈະ​ລົງ​ໃນເວັບ​ໄຊ​ນີ້​ຈະເລືອກ​ເອົາ​ແຕ່​ສະ­ເພາະ​ຂໍ້ ​ມູນທີ່​ຈຳ­ເປັນ​ເຊັ່ນ:

ການ​ສະ­ເຫນີ ​ຂໍ້ມູນ​ຂອງ​ກອງ​ປະ­ຊຸມ​ອາ​ເຊັມ​ຄັ້ງ ທີ 9 ໂດຍ​ຫຍໍ້, ບັນ­ດາ​ເອ­ກະ­ສານບົດ​ຖະ­ແຫລງ­ການ​ຂອງ​ປະ­ທານກອງ​ປະ

­ຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ ​ຜ່ານໆ​ມາ. ຈາກ​ນັ້ນ ກໍ່​ຈະເປັນ​ຫນັງ­ສື​ຍິນ​ດີ​ຕ້ອນ­ຮັບ​ພະ­ນະທ່ານ ທອງ​ສິງ ທຳ​ມະ​ວົງ ກຳມະ​ການ​ກົມ​

ການ­ເມືອງ​ສູນ​ກາງພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ, ສັນ­ຍະ­ລັກ​ໂລ​ໂກ​ອາເຊັມ​ຄັ້ງ​ທີ 9 ຂໍ້​ມູນ​ໂຮງ­ແຮມ, ສະຖານ​ທີ່​ຈັດ

​ກອງ​ປະ­ຊຸມ ແລະ ອື່ນໆ ເພື່ອ​ໃຫ້​ບັນ­ດາ​ຜູ້​ທີ່​ສົນ­ໃຈເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ຕ່າງໆ​ໄດ້.

Delicious Digg Fark Twitter