ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ແລະແລ້ວກໍ່ໄດ້ເວລາຂອງຜະລິດຕະພັນອະໂດບີ(Adobe ) ກໍ່ຄືPhotoshop 

ເຊິ່ງເວີເຊິນໃຫມ່ຫລ້າສຸດທີ່ຫລາຍຄົນກຳລັງໃຫ້ຄວາມສົນໃຈຕິດຕາມມາໂດຍ

ຕະຫລອດຢູ່ໃນຂະນະນີ້ ກໍ່ຄືCS6  ໂດຍຕົວແທນບໍລິສັດໄດ້ເຜີຍຟີເຈີໃຫມ່ໃນ

ເວີເຊິນນີ້ທີ່ຮັບຮອງວ່າທ່ານຜູ້ອ່ານຈຕ້ອງຕົກຕະລຶງຈົນຕາຄ້າງເພາະດ້ວຍ

PhotoshopCS6 ທ່ານຈະສາມາດຍ້າຍວັດຖຸປຮອບໆ ພາບໄດ້ຢ່າງອິດສະ

ຫລະແລະງ່າຍດາຍປານກັບ ໃຊ້ເວດມົນຄາຖາ.

 

  ລາຍງານທີ່ວ່ານີ້ໄດ້ປາກົດໃນຄລິບວິດິໂອສາທິດການໃຊ້Content-Aware ຄຸນລັກສະນະໃຫມ່ໃນ

Photoshop CS6 ເຊິ່ງໃນໄລຍະທຳອິດຈະເປັນການໃຊ້ເຄື່ອງມືClone-stamp ທີ່ຜູ້ ໃຊ້ສາມາດກຳ

ນົດບໍລິເວນທີ່ຕ້ອງການແກ້ໄຂກ່ອນທີ່ຈະເລື່ອນໄປຍັງບໍລິເວນທີ່ຕ້ອງການ(ກ໋ອບປີ້ບໍລິເວນຟົ່ມຫຍ້າ

ຂ້າງລົດກະບະມາເຕັງບໍລິເວນດ້ານຫນ້າ)ໂດຍໃຊ້ເວລາຫນ້ອຍທີ່ ສຸດແຕ່ທີ່ ຄັກສຸດໆຍິ່ງກວ່າກໍ່ຄືການ

ຍ້າຍວັດຖຸທີ່ຢູ່ໃນຮູບໄປໄວ້ບ່ອນຕ່າງໆໃນຮູບພາບໄດ້ຕາມທີ່ຕ້ອງການປານກັບໃຊ້ເວດມົນເລີຍ

(ໃນຄລິບມີການສາທິດການຍ້າຍພາບແມ່ນຍິງໄດ້ດ້ວຍການໃຊ້ ເມົ້າສຈັບວາງ)  ປະເດັນກໍ່ຄື 

ການແກ້ໄຂຍັງວັດຖຸທີ່ຢູ່ໃນພາບຄືທີ່ເຫັນໃນຄລິບນີ້ຫາກໃຊ້ Photoshop ເວີເຊິນປະຈຸບັນທ່ານ

ອາດຈະຕ້ອງໃຊ້ເວລາເປັນຊົ່ວໂມງແຕ່ໃນ Photoshop CS6  

ທ່ານສາມາດເຮັດໃນສິ່ງນີ້ໄດ້ພາຍໃນບໍ່ເທົ່າໃດວິນາທີເທົ່ານັ້ນ.

Delicious Digg Fark Twitter