ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

   ເດືອນ​ຫນ້າ​ນີ້​ລົດ­ເມ​ຮຸ່ນໃຫມ່​ຈຳ­ນວນ 42 ຄັນ​ຈາກ​ປະເທດ​ຍີ່­ປຸ່ນ ຈະ​ມາ​ເຖິງ​ນະ­ຄອນຫລວງ​ວຽງ​ຈັນ,

ລັດ​ວິ​ສາ​ຫະ​ກິດລົດ­ເມ​ເຜີຍ​ຈະ​ລອງ​ເປີດ​ຊຳ­ລະດ້ວຍ​ບັດໄອ​ຊີ​ທີ (ICT) ຜ່ານລະ­ບົບເ​ອ​ເລັກ​ໂຕຣ​ນິກ​

ກ້າວ​ຕາມສາ­ກົນ.

   ທ່ານ ບົວ​ພາ ເພັດ​ວິ​ໄຊ ຮອງອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດລົດ­ເມ​ນະ­ຄອນ­ຫລວງ​ໃຫ້​ຮູ້​ວ່າ: ເພື່ອ​ປັບ​ປ່ຽນ

​ການ​ບໍ­ລິ­ການ​ລົດເມ​ໃນ​ນະ­ຄອນ­ຫລວງ​ວຽງ​ຈັນ ໃຫ້​ມີ​ຄວາມ​ທັນ​ສະ­ໄຫມ​ຄຽງ​ຄູ່ ກັບ​ການ​ພັດ­ທະ­ນາ​ເສດ

­ຖະ­ກິດຂອງ​ໂລກ​ກໍ່​ຄື​ຂອງ​ປະ­ເທດ​ລາວ ທີ່​ກຳ­ລັງ​ຂະ­ຫຍາຍ­ຕົວ, ດັ່ງ­ນັ້ນ ລັດ​ວິ​ສາ​ຫະ​ກິດ​ລົດ­ເມ​ນະ­ຄອນ

ຫລວງ​ຈິ່ງ​ວາງ​ແຜນ​ຫລັງ​ລົດເມ​ຮຸ່ນ​ໃຫມ່ ຈຳ­ນວນ 42 ຄັນ ທີ່​ລັດ​ຖະບານ​ຍີ່­ປຸ່ນ​ຊ່ວຍ­ເຫລືອ​ມາ​ເຖິງ ພ້ອມ

​ຈະ​ປ່ຽນ​ການ​ຊຳ­ລະ​ຄ່າ ໂດຍສານ​ຈາກ​ແບບ​ເກົ່າ​ທີ່​ຈ່າຍ​ດ້ວຍເງິນ­ສົດ​ມາ​ຈ່າຍ​ຊຳ­ລະ​ດ້ວຍ​ບັດໄອ​ຊີ​ ທີ

ຜ່ານ​ລະ­ບົບເ​ອເລັກ​ໂຕຣນິກ ເຊິ່ງ​ຈະ​ເລີ່ມ​ຕົ້ນ​ຈາກ​ລົດ​ຕະຫລາດ​ເຊົ້າŒດົງ​ໂດກ​ເປັນ​ສາຍທາງ​ທຳ​ອິດ,

ເປົ້າ​ຫມາຍ​ເພື່ອອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່ບັນ­ດາ​ນັກ​ສຶກ​ສາ ຖ້າ​ຫາກ​ແຜນການ​ດັ່ງ­ກ່າວ​ໄດ້​ຮັບ

​ປະ­ສິດທິ​ຜົນ ແລະ ໄດ້​ສຽງ​ຕອບ​ຮັບ​ດີຈະ​ຂະ­ຫຍາຍ​ສູ່​ຜູ້­ໂດຍ­ສານ​ກຸ່ມອື່ນໆ ​ຕາມ​ສາຍ​ທາງ​ໂພນ

​ຕ້ອງ, ຫນອງ​ແຕ່ງ, ທົ່ງ​ປົ່ງ, ດົງ​ຄຳ ຊ້າງ, ທ່າ​ເດື່ອ, ທ່າ​ງ່ອນ ແລະ ດອນ​ປ່າ​ໃຫມ່​ເປັນ​ໄລ­ຍະໆ.

   ລົດ­ເມ​ຈຳ­ນວນ 42 ຄັນ​ດັ່ງກ່າວ​ນີ້​ ຈະ​ມາ​ເຖິງ​ນະ­ຄອນຫລວງ​ວຽງ​ຈັນ​ໃນ​ທ້າຍ​ເດືອນເມ­ສາ ແລະ

ຕົ້ນ​ເດືອນ​ພຶດ­ສະ­ພາຕາມ​ລຳ­ດັບ, ທ່ານ ບົວ​ພາ ໃຫ້​ຮູ້ ຕື່ມ​ວ່າ: ສຳ­ລັບ​ການ​ຈ່າຍ​ດ້ວຍ ບັດ​ໄອ​ຊີ​ທີ

ເບື້ອງ​ຕົ້ນ​ຜູ້­ໂດຍ­ສານ​ຈະ​ຕ້ອງ​ແລກ​ຊື້​ບັດ​ຈາກ​ຄິວ​ລົດເມ​ດ້ວຍ​ມູນ​ຄ່າ​ ເງິນ​ທີ່​ໃຊ້​ສະເພາະ​ຊຳ­ລະ

​ຄ່າ​ລົດ­ເມ​ໂດຍ​ລະບົບ​ຈະ​ຫັກ​ເງິນ​ແບບ​ ອັດ­ຕະ­ໂນ­ມັດ​ຕາມ​ຄວາມ​ໃກ້-ໄກ​ຂອງ​ໄລຍະ​ ທາງ, ສ່ວນ​

ທີ່​ຜູ້­ໂດຍ­ສານ​ຈະສາ­ມາດຂຶ້ນ-ລົງ​ໄດ້​ສະ­ເພາະບ່ອນ​ລໍ­ຖ້າ​ລົດ­ເມ​ ເທົ່າ​ນັ້ນ.

   ນັບ​ຕັ້ງ­ແຕ່​ປີ 1997 ເປັນ­ຕົ້ນມາ ລັດ­ຖະ­ບານ​ຍີ່­ປຸ່ນ​ໄດ້​ໃຫ້­ການ ຊ່ວຍ­ເຫລືອ​ແກ່ ສປປ

ລາວ​ ແລ້ວເປັນ​ລົດ­ເມ​ຈຳ­ນວນ 135 ຄັນ ແລະ ຄັ້ງ​ນີ້​ຈະ​ໃຫ້­ການ​ຊ່ວຍເຫລືອ​ອີກ​ເປັນ​ລົດ­

ເມ​ລຸ້ນ​ໃຫມ່ ຈຳ­ນວນ 42 ຄັນ​ພ້ອມ​ດ້ວຍ​ອຸປະ­ກອນ​ບຳ­ລຸງ​ຮັກ­ສາ​ຄິດ​ເປັນມູນ​ຄ່າ​ປະ­ມານ

6 ລ້ານ​ໂດ​ລາສະ­ຫະ­ລັດ.

Delicious Digg Fark Twitter