ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: Nov. 7, 2008 | ມີ 9 ຄຳເຫັນ ແລະ 0 trackback(s)

ມີຫຼາຍຄົນສັບສົນກັບຄຳສອງຄຳນີ້
ຄວາມຮັກ ກັບ ຄວາມຜູກພັນ ມັນແມ່ນຫຍັງ...?? ແລະຕ່າງກັນແນວໃດ
ຄວາມຮັກ ກັບ ຄວາມຜູກພັນ ຄືກັນບໍ່
ຖ້າບ່ມີຄວາມຜູກພັນກໍເກີດຄວາມຮັກໄດ້
ແຕ່ຖ້າເກີດຄວາມຮັກແລ້ວບໍ່ມີຄວາມຜູກພັນ
ຈະເປັນໄປໄດ້ບ່

ຂ້ອຍຄິດວ່າ ຄວາມຮັກກັບຄວາມຜູກພັນບໍ່ຄືກັນມັນ ແຕກຕ່າງກັນ
ຄວາມຮັກເກີດຂື້ນໄດ້ວະເໝີ ທຸກທີ່ ທຸກເວລາ ບໍ່ວ່າຕອນໃດ ຢູ່ໃສ ກັບໃຜ ກໍຕາມ
ບາງຄັ້ງເກີດຂື້ນໂດຍທີ່ເຮົາບໍ່ຮູ້ໂຕ ແລະ ບໍ່ສາມາດຕອບໄດ້
ຄວາມຮັກ ຄືການໃຫ້ ການທຸ່ມເທ ການໃຫ້ຄວາມຮູ້ສືກດີໆ ໃຫ້ສິ່ງທີ່ເກີນພໍ
ສຳຫຼັບໃຜຈັກຄົນທີ່ເຮົາຮັກ ການເຮັດໃນສິ່ງທີ່ເຮັດໃຫ້ ຄົນທີ່ເຮົາຮັກມີຄວາມສຸກ
ຈົນຄືກັບວ່າຄົນໆນັ້ນ ເປັນຄົນທີ່ພິເສດກວ່າຄົນອື່ນ
(ເຊີ່ງຄວາມຈິງແລ້ວມັນກໍເປັນຈັ່ງຊັ້ນແທ້)
ຄວາມຮັກຈິ່ງເປັນການເຮັດ ເພື່ອຄົນໆໜື່ງ ເຊີ່ງບໍ່ວ່າເມື່ອໃດ ເວລາໃດ
ສຳລັບຄົນທີ່ເຮົາຮັກ ຄວາມເປັນຫ່ວງຈະເກີດຂື້ນຕະຫຼອດເວລາ
ເຮົາຈະຫ່ວງວ່າເຂົາໄປໃສ ໄປກັບໃຜ 
ຄວາມຮັກເກີດຂື້ນໄດ້ ພຽງພົບກັນບໍ່ຮອດນາທີ
ພຽງເຫັນໜ້າຄັ້ງທຳອິດ ຄັ້ງດຽວ 
ຄວາມຮັກບໍ່ຈຳເປັນຕ້ອງໃຊ້ເວລາ
ແຕ່ການຈະເຮັດໃຫ້ຄວາມຮັກຄົງຢູ່ ຫຼື ເກີດຂື້ນ
ບ່ອນນັ້ນຕ່າງຫາກ ເປັນສິ່ງທີ່ຕ້ອງໃຊ້ເວລາ ແລະ ນຳຄວານຜູກພັນໃສ່ລົງໄປ
ເພາະຄວາມຜູກພັນເປັນສິ່ງທີ່ເຮັດໃຫ້ຄົນສອງຄົນໄດ້ຮູ້ຈັກກັນຫຼາຍຂື້ນ

ເປັນຊ່ວງເວລາທີ່ເຮັດໃຫ້ຄົນສອງຄົນປສບຕົວເຂົ້າຫາກັນ
ຄວາມຮັກຈະຄົງຢູ່ໄດ້ ຫາກຄວາມຜູກພັນເກີດຂື້ນ

ຄວາມຜູກພັນນັ້ນຕ່າງກັບຄວາມຮັກ ເພາະການຜູກພັກັບໃຜຈັກຄົນໜື່ງ
ບໍ່ຈຳເປັນທີ່ເຮົາຈະຕ້ອງຮັກ
ສຳຫຼັບຄວາມຜູກພັນ ມັນຄືຄວາມຮູ້ສືກຄິດຮອດຄິດເຖີງ
ຊ່ວງເວລາໜື່ງທີ່ເຄີຍເກີດຂື້ນ
ການທີ່ເຮົາຄິດຮອດຄົນໆໜື່ງ ເວລາທີ່ເຮົາຈາກກັນ
ເວລາທີ່ບໍ່ໄດ້ພົບ ບໍ່ໄດ້ເວົ້າຈາ ນັ້ນບໍ່ແມ່ນຄວາມຮັກ
ເຮົາບໍ່ໄດ້ເຮັດສິ່ງໃດເພື່ອເຂົາ
ເຮົາບໍ່ໄດ້ຕ້ອງການໃຫ້ສິ່ງໃດກັບເຂົາ
ບໍ່ໄດ້ຫວງວ່າເຂົາຈະໄປກັບໃຜ ເວລາໃດ ຫຼື ຢູ່ໃສ
ແຕ່ເຮົາພຽງຄິດຮອດຄວາມຊົງຈຳທີ່ດີ ເວລາທີ່ເຄີຍຢູ່ນຳກັນ
ດັ່ງນັ້ນ ຄວວອຳຜູກພັນຈິ່ງເປັນພຽງຄວາມຮູ້ສືກທີ່ຕ້ອງໃຊ້ເວລາ
ມັນເປັນຄວາມສົງຈຳ ເປັນຄວາມຮູ້ສືກ ແລະ ບໍ່ແມ່ນຄວາມຮັກ
ເພາະເກີດໄດ້ກັບທຸກຄົນ ກັບໝູ່ ພີ່ນ້ອງ 
ຫຼືອາດຈະເປັນໃຜກໍ່ຕາມ ທີ່ຄັ້ງໜື່ງເຄີຍໃຊ້ເວລາຢູ່ຮ່ວມກັນ
ມັນເປັນສ່ວນໜື່ງທິ່ເຮັດໃຫ້ເກີດຄວາມຄິດຮອດ
ແລະເປັນສ່ວນໜື່ງຂອງການເຮັດໃຫເກີດຄວາມຮັກນັ້ນເອງ
ທັງຄວາມຮັກແລະຄວາມຜູກພັນ ເປັນສິງທີ່ເຮົາຄວນມີຢູ່ລວມກັນ
ເຖີງແມ້ວ່າມັນຈະແຕກຕ່າງກັນກໍ່ຕາມ ສິ່ງສຳຄັນມັນຢູ່ທີ່ວ່າ
ເຮົາຈະແຢກມັນອອກຈາກກັນໄດ້ຫຼືບໍ່ເທົ່ານັ້ນເອງ
ວ່າອັນໃດຄືຄວາມຮັກ ອັນໃດຄືຄວາມຜູກພັນ
ຄວາມຈິງແລ້ວມັນບໍ່ຕ່າງກັນເລີຍ ເພາະວ່າສອງສິ່ງນີ້ຄວນມີຢູ່ນຳກັນ

ປັນຫາຂອງຄວາມຮັກຄວາມຜູກພັນຢູ່ບ່ອນທີ່
ບາງຄົນບໍ່ສາມາດແຢກໄດ້ວ່າ
ຄວາມຮັກກັບຄວາມຜູກພັນຕ່າງກັນບ່ອນໃດ
ຄວາມສັບສົນ ຄວາມລັງເລຈະເກີດຂື້ນ ຫາກວັນໜື່ງ
 ເຈົ້າຮັກໃຜຈັກຄົນ ແລະ ມີຄວາມຜູກພັນກັບໃຜຈັກຄົນເຈົ້າຈະຕອບໂຕເອງໄດ້ຫຼືບໍ່ວ່າ
ເຈົາຈະເລືອກໃຜ ຫາກເຈົ້າຄິດວ່າ
ຄົນທີ່ເຈົ້າຜູກພັນຄືຄົນທີ່ເຈົ້າບໍ່ສະມາດລືມເຂົາໄດ້
ແລະຄົນທີ່ເຈົ້າຮັກເຈົ້າກໍ່ບໍ່ສາມາດເລີກຮັກເຂົາໄດ້ເຊັ່ນກັນ
ຈື່ໄວ້ວ່າ................ຈົ່ງເລືອກຄົນທີ່ຫົວໃຈເຈົ້າຕ່ອງການ ແຕ່ຢ່າໃຊ້ຄຳວ່າຖືກຫຼືຜິດ
ເພາະມັນໃຊ້ກັບຄວາມຮັກບໍ່ໄດ້ ແຕ່ຈົ່ງໃຊ້ຫົວໃຈຂອງເຈົ້າເອງ
ຫາກເຈົ້າຕ້ອງການຄົ້ນຫາໃຜຈັກຄົນ ທີ່ເຈົ້າຕ້ອງການຈະຢູ່ນຳໄປຕະລອດຊີວິດ
 
 
 

Delicious Digg Fark


LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com