ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕໍ່ຈາກຕອນເດີມທີ່ແລ້ວ

ວັນພຸດ

ຄົນທີ່ເກີດວັນພຸດ ເປັນຄົນທີ່ຕ້ອງພົວພັນກັບເລື່ອງຮັກ ໆ ​​ໄຄ່ໆ ສະເໝີ ເພາະດາວພຸດເປັນສັນຍະລັກຂອງດວງດາວປະຈຳເທພີແຫ່ງຄວາມຮັກ ເຈົ້າຜູ້ຍິງ ວັນພຸດຈຶ່ງເປັນຄົນຮັກສວຍຮັກງາມເປັນພິເສດ ເຈົ້າຜູ້ຊາຍກໍສຳອາງບໍ່ເບົາ ຖ້າຜູ້ຊາຍຄົນໃດທີ່ບຳລຸງຜິວໜ້າດ້ວຍໂລຊັ່ນຫລືພົມນ້ຳຫອມສະເໝີກ່ອນອອກຈາກເຮືອນ ຈົນໃຜ ໆ ເກືອບຈະຄິດວ່າເປັນເກ ທີ່ແທ້ພວກເຂົາຄົນນັ້ນເປັນຄົນວັນພຸດນັ້ນເອງ ເມື່ອຮັກໃຜມັກໃຜ ຄົນວັນພຸດຈະ​ເອົາໃຈໄດ້ລະມຽດລະໄມທີ່ສຸດ ຍິ່ງກວ່າຄົນເກີດມື້ອື່ນ ໆ ແຕ່ດ້ວຍຄວາມທີ່ຮັກຕົວເອງຫລາຍ ຫລົງຕົວເອງພໍສົມຄວນ ດັ່ງນັ້ນເຈົ້າຈຶ່ງຕ້ອງການໃຫ້ຄົນພິເສດຂອງເຈົ້າ ທຸ່ມເທຮັກໃຫ້ເຈົ້າສຸດຫົວໃຈ ຖ້າຮູ້ສຶກວ່າຍັງໄດ້ຄວາມຮັກຈາກພວກເຂົາຫລືນາງບໍ່ຫລາຍພໍ ເຈົ້າຈະຮ້າຍໃສ່ທັນທີ.

ແມ່ນສະ​ເໜ່ ຂອງຄົນວັນພຸດຈະຢູ່ທີ່ຄວາມອ່ອນຫວານກໍຕາມ​ທ້ອນ ຍາມຫຶງຫວງຫລືຄຽດແລ້ວຈະປາກຮ້າຍຫລາຍ ແຕ່ໃນຈິດໃຈບໍ່ມີພິດຮ້າຍໃດ ໆ ເປັນຄົນໃຈກວ້າງແລະເປັນຄົນຊື່ກົງຊື່ສັດຫລາຍດ້ວຍຊ້ຳ ພຽງແຕ່ຄິດຫລາຍແລະຂີ້ລະແວງເທົ່ານັ້ນເອງ ດວງຄວາມຮັກຂອງວັນພຸດຂ້ອນຂ້າງອາພັບ ທັງ ໆ ທີ່ມີຄົນມາຮັກຈິງແບບຫວັງແຕ່ງ ແຕ່ກໍມັກຈົບລົງເພາະຄວາມບໍ່ມີເຫດຜົນຢ່າງສຸດ ໆ ຂອງເຈົ້າເອງ ເລື່ອງທີ່ຈະຜິດຫວັງເພາະໄປຮັກພວກເຂົາຂ້າງດຽວນັ້ນກໍມີ ແຕ່ເກີດຂຶ້ນບໍ່ເລື້ອຍປານ​ໃດ ຖ້າຈະຜິດຫວັງຈົນເສຍໜ້າ ກໍເປັນເພາະໄປຫລົງເຊື່ອຄົນທີ່ມາຫວັງຜົນປະໂຫຍດຈາກເຈົ້າໂດຍບໍ່ໄດ້ຮັກເຈົ້າຈິງ

ເນື່ອງຈາກຄົນວັນພຸດສະຫລາດໃນເລື່ອງອື່ນ ແຕ່ບໍ່ຄ່ອຍ​ຈະທັນຄົນ ທີ່ວ່າດວງຄວາມຮັກຂອງຄົນວັນພຸດອາພັບກໍເພາະວ່າ ແມ່ນບາງຈັງຫວະຊີວິດຈະມີຮັກແສນລຶກພຽງໃດກໍກັບຕ້ອງເລີກລ້າງກັນ ທັງ ໆ ທີ່ຍັງຮັກ ບາງຄົນກໍອາພັບແບບມີແຕ່ຮັກທຽມ ໆ ສັ້ນ ໆ ບໍ່ດື່ມດ່ຳ ບໍ່ດົນ​ນານ​ໃຫ້ໃຫ້ອິ່ມໃຈ​ເທົ່າ​ໃດ ຄົນເກີດວັນພຸດບາງຄົນກໍມີຄວາມສຳພັນຮັກທີ່ຍັ່ງຍືນອົບອຸ່ນ ແຕ່ມັກບໍ່ແມ່ນເປັນຄົນທີ່ເຈົ້າຫລົງຮັກ ຢ່າງປັກຈິດປັກໃຈມາກ່ອນ ນັບເປັນດວງແຫ່ງຄວາມຮັກທີ່ບໍ່ທຳມະດາເລີຍ.

ວັນ​ພະຫັດ

ຖ້າເຈົ້າເກີດວັນ​ພະຫັດ ເຈົ້າກໍບໍ່ຕ້ອງເປັນຫ່ວງເລື່ອງຄວາມຮັກຂອງເຈົ້າດອກ ເພາະດວງໃນເລື່ອງຄວາມຮັກຂ້ອນຂ້າງດີ ໝາຍເຖິງດວງຄູ່ແທ້ ໆ ທີ່ເປັນຄວາມຮັກແທ້ ໆ ໃນຊີວິດດ້ວຍເຊັ່ນກັນ ພື້ນຖານນິໄສຂອງເຈົ້າແມ່ນຈະຫ້າວຫານວູ່ວາມ ແລະກົງໄປກົງມາຈົນໜ້າຖອຍຫ່າງ ແຕ່ສະ​ເໜ່ຂອງເຈົ້າມີສະເໝີກັບເພດກົງກັນຂ້າມ ເຮັດໃຫ້ບໍ່ມີຊ່ວງໃດທີ່ຂາດຄູ່ດົນ​ນານ​ເທົ່າ​ໃດ ນອກຈາກບາງຊ່ວງເຈົ້າຈະຍັງບໍ່ຄິດໃນເລື່ອງນີ້ຈິງຈັງເທົ່ານັ້ນ ຄົນວັນ​ພະຫັດເຈົ້າຊູ້ແຕ່ອາລົມເທົ່ານັ້ນ ບໍ່ໄດ້ເຈົ້າຊູ້ເປັນນິໄສ ຖ້າພົບ​ພໍ້ຄົນຫລໍ່ຫລືຄົນງາມໃນແບບທີ່​ເພິ່ງພໍໃຈ ກໍຈະສົ່ງສາຍຕາໄປກ່ອນອື່ນ ແຕ່ບໍ່ແມ່ນຄົນທີ່ຈະຕ້ອງປາດເຂົ້າໄປຂໍທຳຄວາມຮູ້ຈັກທັນທີ​ທັນໃດ ແມ່ນຈະເປັນຄົນກ້າແກ່ນປານໃດກໍຕາມ ເວັ້ນແຕ່ວ່າຖ້າໄດ້ຮູ້ຈັກກັນແລ້ວ ແລະຫລົງຮັກເຂົ້າແລ້ວເທົ່ານັ້ນທີ່ຄົນວັນ​ພະຫັດຈະຕິດຕາມຜົນງານຢ່າງຕັ້ງໃຈ ຈົນກວ່າຈະໄດ້ໃຈຂອງໃຜຄົນນັ້ນບໍ່ມີວັນທີ່ເຈົ້າຈະຈີບຫລິ້ນໆ ແບບນິນຈາບຶດ​ມາ​ບຶດ​ຫາຍແນ່ນອນ.

ຄົນວັນ​ພະຫັດເປັນຄົນແຂງນອກອ່ອນໃນ ແລະມີດວງແບບຕົກຂຸມຮັກ ເມື່ອແຮກສົບຕາໄດ້ຫລາຍກວ່າຄົນເກີດມື້ໃດ ໆ ຫນ້ອຍເຫລືອເກີນທີ່ຈະເຫັນຄົນວັນ​ພະຫັດມີຄວາມຮັກກັບເພື່ອນທີ່ຄົບກັນຊົ່ວ​ນາ​ ຕາປີແລ້ວ ຄ່ອຍ ໆ ພັດທະນາເປັນຄວາມຮັກ ແລະໃນກໍລະນີທີ່ເປັນຄູ່ຮັກກັນແລ້ວຫາກມີເລື່ອງປະທະອາລົມໃສ່ກັນ ເຈົ້າກໍຈະປິດປາກງຽບບໍ່ຍອມຂໍໂທດວ່າຕົນຜິດເອງ ທັງ ໆ ທີ່ໃນໃຈເຈົ້າຢາກງໍ້ໃຈຈະຂາດ ນອກຈາກວ່າທະເລາະກັບຄູ່ຮັກເລື້ອຍໆ ບາງເທື່ອຈົນຮູ້ສຶກຊິນແລ້ວນັ້ນແຫລະເຈົ້າເຖິງຈະງໍ້ເປັນ ກ້າທີ່ຈະເອີ່ຍຄຳວ່າເສຍໃຈອອກໄປໄດ້ ໃນທ່ວງທ່າທີ່ເບິ່ງເປັນຄົນມຸທະລຸວູ່ວາມບໍ່ຈິງໃຈກັບໃຜ

ແທ້ຈິງແລ້ວ ຄົນວັນ​ພະຫັດ​ເປັນ​ຄົນທີ່ຮັກຫມັ້ນຄົງຫລາຍ ຕາມດວງຊະຕາບົ່ງບອກວ່າເປັນຄົນຮັກຈິງຫວັງແຕ່ງ ມັກໄດ້ຄູ່ດີ ເວັ້ນແຕ່ບາງຊ່ວງຈະໄປຮັກຄົນຜິດຈົນເດືອດຮ້ອນບໍ່ຫນ້ອຍ ດວງຄວາມຮັກຂອງເຈົ້າ ຫາກຈະມີບັນຫາກໍຢູ່ທີ່ອາລົມເທົ່ານັ້ນ ຖ້າພົບຮ້ອນກໍຈົບໄວແນ່ ຖ້າເຈົ້າຫລຸດຜ່ອນໄຟໃນອາລົມຕົວເອງໄດ້ ຫລືເລືອກຄົນໃຈເຢັນເປັນນ້ຳ ກໍຮັກກັນຍັ່ງຍືນຍາກຈະແຕກລ້າວໄດ້

ວັນ​ສຸກ

ຄົນວັນສຸກບໍ່ສະແດງອອກເຖິງຄວາມ​ເຈົ້າ​ເລ່ຈະ​ແຈ້ງຢ່າງຄົນວັນອາທິດ ແຕ່ແທ້ໆ ແລ້ວເປັນຄົນເຈົ້າຊູ້ງຽບ ແອບຫວ່ານ​ສະ​ເໜ່ຢູ່​ເລື້ອຍໆ ຄືກັນ ຊຶ່ງກໍມີຄົນຫລົງປື້ມຢູ່ສະເໝີໄປ ດ້ວຍຄວາມທີ່ເປັນຄົນອ່ອນໂຍນ ສະຫລາດ ຮອບຮູ້ ມີມະນຸດ​ສຳພັນດີພໍຄວນ ຄົນວັນ​ສຸກ​ທຳຕົວໜ້າຮັກ ແຕ່ຖ້າເລີ່ມຄົບຫາຈິງຈັງກັບຫວານໃຈແລ້ວ ຈະສະແດງຄວາມດື້ດຶງອອກມາທັນທີ ເພາະເປັນຄົນເອົາແຕ່ໃຈຕົວເອງບໍ່ຫນ້ອຍ ດວງຄວາມຮັກຂອງເຈົ້າຈຶ່ງແສນ​ເລິກ​ໃນ​ໄລຍະຕົ້ນ ໆ ເພາະພື້ນດວງເປັນຄົນສຸພາບ ຫນ້ອຍຄົນທີ່​ສຸດທີ່ຈະຫ້າວຫລາຍ ໆ

ຄົນທີ່ເກີດໃນວັນ​ສຸກ ເລື່ອງຄວາມຮັກຈະມີບັນຫາກໍມັກເປັນເພາະຕົວເຈົ້າເອງ ເນື່ອງຈາກເປັນຄົນຊ່າງຄິດຢູ່ແລ້ວ ຈຶ່ງຄິດຫລາຍຄິດໄກເກີນໄປສະເໝີ ແລະເປັນເຫດລ້າວສານໃນຄວາມສຳພັນໄດ້ບໍ່ຍາກ ດວງຄວາມຮັກຂອງເຈົ້າຂ້ອນຂ້າງບໍ່ທຳມະດາ ຄວາມຮັກແທ້ມັກເກີດຂຶ້ນກັບຄົນທີ່ຮອບຂ້າງແອບ​ແກ​ວ່ງຫົວ ວ່າບໍ່ເໝາະສົມກັນ ຖ້າບໍ່ແກ່ຫລືອ່ອນໄວກວ່າຫລາຍ ໆ ກໍອາດແຕກຕ່າງກັນທີ່ຖານະ ຫລືການສຶກສາ ດ້ອຍກວ່າໃນເລື່ອງໃດເລື່ອງໜຶ່ງແນ່ນອນ ແລະມັກຈະໄດ້ສະແດງເຖິງຄວາມຮັກແທ້ເໝືອນໃນໜັງ ຄືການຜ່າ​ຟັນກັບກະແສການກີດກັນຂອງຄອບຄົວ ເປີ​ເຊັນສ່ວນໃຫຍ່ຈະເປັນໃນຮູບນີ້

ຖ້າໃຜໄດ້ຄູ່ທີ່ສົມກັນດີບໍ່ມີໃຜຫ້າມປາມກໍຕ້ອງນັບວ່າໂຊກດີ ຄົງມີດວງໃນລາສີເກີດຫລືອິດທິພົນອື່ນ ໆ ທີ່ເສີມໃຫ້ດວງຄວາມຮັກໄປໄດ້ດີກວ່າພື້ນດວງທີ່ໜ້າຈະເປັນເຊັ່ນນັ້ນ ແຕ່ສຸດທ້າຍແລ້ວ ຄົນວັນສຸກຈະແຮບປີ້ສົມຫວັງສະເໝີ ບໍ່ຄ່ອຍຜິດຫວັງໃນເລື່ອງຮັກ ນອກຈາກຈະມີທຸກໃນຫົວໃຈທີ່ຕົວເອງຄິດເອງ ຮູ້ສຶກເອງ ບໍ່ແມ່ນຄົນທີ່ເຈົ້າຮັກກໍ່ຂຶ້ນດອກ ຫລືບາງກໍລະນີກໍເປັນເພາະເຈົ້າແອບຫວັ່ນໄຫວໄປປື້ມຄົນອື່ນແລ້ວຜິດຫວັງ ຖ້າເບິ່ງແຍງຫົວໃຈຕົວເອງໃຫ້ດີ ໆ ບໍ່ວອກແວກໄປໃສເຈົ້າກໍມັກມີຄູ່ຮັກທີ່ຄົບກັນດົນ​ນານຈົນເພື່ອນ ໆ ອິດສາສະເໝີແນ່ນອນ.

ວັນ​ເສົາ

ຖ້າເຈົ້າເກີດວັນ​ເສົາ ໝັ້ນໃຈໄດ້ເລີຍວ່າເຈົ້າຈະເປັນຄົນຮັກທີ່ດີໃຫ້ໃຜຄົນນັ້ນໄດ້ພາກພູມໃຈແນ່ນອນ ເພາະເຈົ້າມີທັງຄວາມເອື້ອອາລີ ມີນ້ຳໃຈ ເປັນຄົນສະຕິປັນຍາດີ ມີຄວາມຍຸດຕິທຳ ເປັນຄົນທີ່ໃຜກໍຍອມຮັບແລະຊື່ນຊົມເຈົ້າ ເປັນຄົນຮັກຈິງກຽດຊັງຈິງ ຖ້າກຽດຊັງໃຜກໍບໍ່ທຳທ່າຄົບຫາຕໍ່ໄປໃຫ້ຕ້ອງຝືນຕາມວິໄສຂອງເຈົ້າວັນ​ ເສົາທີ່ກົງໆພໍສົມຄວນ.

ດວງໃນເລື່ອງຄວາມຮັກຂອງຄົນມື້ວັນ​ເສົາ ບໍ່ຄ່ອຍໂລດໂຜນພິດສະດານເທົ່າໃດ ຄວາມຮັກຄ່ອຍເປັນຄ່ອຍໄປຢ່າງລຽບງ່າຍ ຫາກຈະມີເລື່ອງປວດຫົວໃຈນຳກໍເປັນເພາະຄວາມ​ເບິ່ງໂລກໃນແງ່ດີເກີນໄປ ບາງເທື່ອຈຶ່ງຫລົງຄາລົມຄົນບໍ່ຈິງໃຈຫລືບາງເທື່ອກໍຄິດໄປເອງວ່າໃຜຄົນນັ້ນມີໃຈດ້ວຍ ທັງ ໆ ທີ່ບໍ່ໄດ້ເປັນດັ່ງທີ່ແອບຄິດແອບຫວັ່ນໄຫວ.

ຄົນເກີດວັນ​ເສົາ ເປັນຄົນໃຝ່ຮູ້ ຖ້າ​ໄລຍະ​ໃດເຈັບຫົວໃຈ ກໍຈະທຳໃຈດ້ວຍການທຸ້ມເທໃນເລື່ອງທີ່ມີສາລະ ມີປະໂຫຍດກັບຊີວິດ ຄວາມໜ້າຮັກຂອງຄົນວັນ​ເສົາ ດີຢູ່ທີ່ຄວາມສົດໃສ ເປີດເຜີຍ ມີຄວາມມຸ້ງໝັ້ນສະເໝີ ບໍ່ແມ່ນຄົນທີ່ເລື່ອນລອຍຂາດສາລະ ບໍ່ຄ່ອຍທີ່ຈະເຫັນຄົນວັນ​ເສົາອີກລັກສະນະໜຶ່ງຄື ບໍ່ຄ່ອຍຮຽບຮ້ອຍແລະຂາດຄວາມສຸຂຸມຮອບຄອບ ຄົນວັນ​ເສົາບໍ່ຄ່ອຍເຈົ້າຊູ້ ແມ່ນຈະເບິ່ງມີທ່າທີເຂົ້າກັບຄົນງ່າຍສົດໃສເປັນກັນເອງແຕ່ບໍ່ໄດ້ມັກໃຜງ່າຍ ໆ ສະເໝີໄປ ຖ້າຮັກໃຜກໍຈະຮັກຢ່າງຊື່ສັດ ຫາກຈະຜິດຫວັງກໍດັ່ງທີ່ກ່າວມາແລ້ວ ຄືການໄປຮັກຄົນຜິດ ຄິດວ່າດີທີ່ແທ້ບໍ່ແມ່ນ ດວງຄວາມຮັກຂອງຄົນວັນ​ເສົານັ້ນຈະມີຮັກຈິງຈັງກໍຕໍ່ເມື່ອພົບພໍ້ທີ່ລຽບງ່າຍຄ້າຍ ໆ ກັນ ບໍ່ແມ່ນຟູ່ຟ່າຫລູຫລາເກີນໄປ ຄິດແຕ່ເລື່ອງສ້າງສັນຫລາຍກວ່າເລື່ອງເຮຮາປາຕີ້ ບັນຫາໃນຮັກມັກບໍ່​ແມ່ນຢູ່ທີ່ຕົວເຈົ້າເອງ ເພາະເຈົ້າອົດທົນໄດ້ສະເໝີ ແຕ່ຄົນທີ່ເຈົ້າຮັກຕ່າງຫາກທີ່ຈະນຳເລື່ອງປວດຫົວມາໃຫ້ເຈົ້າ.

 

ຄວາມໃຊ້ວິຈາລະນະຍານໃນການຮັບຊົມ

ບໍ່ຕວນໄປຍຶດຕິດກັບມັນ