ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລິກ​ງາມ​ຍາມ​ດີ​ປະຈຳ​ເດືອນ​ຕຸລາ 2010

 
 
ວັນທີ່ 1ຕຸລາ 2010ກົງ​ກັບ​ວັນສຸກ​ແຮມ8ຄ່ຳ ເດືອນ 10ປີ​ຂານ
          ມື້​ນີ້​ຖື​ເປັນ​ມື້​ເລິກ​ງາມ​ຍາມ​ມຸງຄຸນ ສາມາດ​ກໍ່ການ​ມຸງຄຸນ​ໄດ້​ດີ ພະ​ຈັນ​ໂຄຈອນ​ຢູ່ໃນ​ໝວດ​ເທ​ວີ​ເລິກ​ເໝາະ​ກັບ​ການ​ຄ້າ​ການ​ຂາຍ​ທີ່​ກ່ຽວ​ຂ້ອງ​ກັບ​ສະຕີ ເປີດ​ຮ້າ​ຂາຍ​ເຄື່ອງ​ປະ​ດັບ ຂອງ​ສວຍງາມ ເຂົ້າ​ຂອງ​ເຄື່ອງ​ໃຊ້​ທີ່​ກ່ຽວ​ຂ້ອງ​ກັບ​ສະຕີ​ທຸກ​ປະ​ເພດ ຮັບຮອງ​ວ່າ​ຈະ​ນຳ​ໄປ​ສູ່​ຄວາມ​ລ້ຳລວຍ...
 
ວັນທີ່ 3ຕຸລາ 2010ກົງ​ກັບ​ວັນອາທິດ ແ10ຄ່ຳ ເດືອນ 10ປີ​ຂານ
           ພະ ຈັນ​ໂຄຈອນ​ຢູ່ໃນ​ໝວດ​ລາ​ຊາ​ເລິກ​ຖື​ເປັນ​ເລິກມຸງຄຸນ ສາມາດ​ປະກອບ​ການ​ອັນ​ເປັນມຸງຄຸນ​ໄດ້​ດີ ເໝາະ​ກັບ​ການ​ເປີດ​ກິດຈະການ​ຫ້າງ​ຮ້ານ ການເຮັດ​ທຸລະກິດ​ທີ່​ກ່ຽວກັບ​ການ​ຄ້າ ການ​ຕິດ​ຕໍ່ ການ​ປະ​ສານ​ງານ ການ​ຕ່າງ​ປະເທດ ຈະ​ເປັນ​ຜົນດີຜູ້ໃຫຍ່​ເມດຕາ​ໃຫ້​ການ​ຊ່ວຍເຫລືອ​ທຸກ​ປະ​ການ ມື້​ນີ້​ກໍ່ການ​ໃດ​ຈະ​ມີ​ຄົນ​ຊ່ວຍເຫລືອ ຈະ​ໄດ້ຮັບ​ການ​ຍອມ​ຮັບ​ເປັນ​ຢ່າງ​ດີ
 
ວັນທີ່ 5ຕຸລາ 2010ກົງ​ກັບ​ວັນອັງ​ຄານ ແ​ຮ12ຄ່ຳ ເດືອນ 10ປີ​ຂານ
           ມື້​ນີ້​ເປັນ​ເລິກ​ມະຫາ​ເສດ​ຖີ​ທີ່​ຈະ​ປະ​ສົບ​ຜົນດີໂດຍ​ສະເພາະ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ບໍລິສັດ​ທົວ ທຸລະກິດ​ຂ້າມ​ຊາດ ນຳ​ໄປ​ສູ່​ຄວາມ​ສຳ​ເລັດ​ດັ່ງ​ທີ່​ປາຖະຫນາ ກໍ່ ໃຫ້​ເກີດ​ຄວາມ​ລ້ຳລວຍ ທຸລະກິດ​ທີ່​ກ່ຽວກັບ​ການ​ຊື້​ມາ​ຂາຍ​ໄປ ແລະ​ປະ​ການ​ສຳຄັນ​ມີ​ລຸ້ນ​ກັບ​ການ​ຊື້​ຂາຍ​ຊັບ​ສິນ ເປັນ​ນາຍ​ໜ້າ​ຮັບຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ...
 
ວັນທີ່ 7ຕຸລາ 2010ກົງ​ກັບ​ວັນ​ພະຫັດ ​ແຮມ14ຄ່ຳ ເດືອນ 10ປີ​ຂານ
          ມື້​ນີ້​ພະ​ຈັນ​ຢູ່​ພູ​ມປາ​ໂລ​ເລິກ ເປັນ​ເລິກ​ຫມັ້ນຄົງ ເລິກ​ເປັນ​ໃຫຍ່​ໃນ​ແຜ່ນດິນ ການ​ກະທຳ​ອັນ​ໃດ​ທີ່​ມຸ້ງ​ຫວັງ​ຄວາມຫມັ້ນຄົງ​ຫລື​ຄວາມ​ສຳ​ເລັດ​ທີ່​ຖືກ​ຕາມ​ຂໍ້​ກົດຫມາຍ​ທີ່ ປະຕິບັດ​ແລະ​ເຮັດໄດ້​ບໍ່​ວ່າ​ຈະ​ເປັນ​ການສ້າງ​ເຮືອນ ເປີດ​ດຳ​ເນີນ​ທຸລະກິດ ເປີດານ ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ເຫລັກ​ໂລ​ຫະ ໄປ​ໄດ້​ດີ​ຈະ​ຫມັ້ນຄົງ​ແລະ​ປະ​ສົບ​ຄວາມ​ສຳ​ເລັດ
 
ວັນທີ່ 8ຕຸລາ 2010ກົງ​ກັບ​ວັນ​ສຸກສຸກ ແ15ຄ່ຳ ເດືອນ 10ປີ​ຂານ
          ພະ​ຈັນ​ສະເຫວີຍ​ເທ​ສາ​ຕີ​ເລິກ ເປັນ​ເລິກ​ບໍລິການ ເລິກ​ຕິດ​ຕໍ່ ເລິກ​ສວຍງາມ ຂອງ​ກິນ​ຂອງ​ໃຊ້ ເລິກ​ທີ່​ກໍ່​ໃຫ້​ເກີດ​ການ​ໝຸນ​ວຽນ​ໃນ​ການ​ບໍລິການ ໄປ​ໄດ້​ງາມ​ໄປ​ໄດ້​ດີ ແລະ​ມື້​ນີ້​ເປັນ​ມື້​ຂໍ​ເງິນ​ຈາກ​ພະ​ຈັນ ເວລາ ປະ​ມານ 01.48ນ. ບວກ​ລົບ 12ຊມ. ມື້​ນີ້​ຄວນ​ເອົາ​ເງິນ​ໃສ່​ກະ​ເປົາ ໃນ​ຊ່ວງ​ເວລາ​ນັ້ນ​ຢ່າ​ໃຊ້​​ເງິນ​ໃນ​ກະ​ເປົາ ໃຫ້​ອະທິຖານ​ໃຫ້​ດີ ແລ້ວ​ຈະ​ໂຊ​ກດີ​ໄປ 1ເດືອນ ມື້​ນີ້​ເປັນ​ມື້​ດີ ອຳ​ນວຍ​ອວຍ​ຜົນ​ໃຫ້​ທ່ານ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ເຮັດ​ທຸກ​ປະ​ການ
 
ວັນທີ່ 14ຕຸລາ 2010ກົງ​ກັບພະຫັດ ຂຶ້ນ 6ຄ່ຳ ເດືອນ 11ປີ​ຂານ
          ມື້​ນີ້ ຈະ​ກໍ່ການ​ໃດ​ກໍ​ຕາມ​ທີ​ມີ​ຄວາມ​ມຸ້ງ​ມັ່ນ ມີ​ຄວາມ​ຕັ້ງ​ໃຈ​ໃສ່​ໃຈ ຮັບຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຕາມ​ທີ່​ປາຖະຫນາ ຟ້າ​ປະ​ທານ​ໃຫ້​ບັງ​ເກີດ​ຄວາມ​ສຸກ​ແລະ​ຄວາມ​ສຳ​ເລັດ ໂດຍ​ສະເພາະ​ໃນ​ມື້​ນີ້​ນັ້ນ​ເຮັດ​ສິ່ງ​ໃດ​ການ​ໃດ​ຕ້ອງ​ຮີບ​ດຳ​ເນີນ​ການ​ໂດຍ​ໄວ ຢ່າ​ຊັກ​ຊ້າ ໜຶ່ງ​ສະຫມອງ​ສອງ​ມື ວິ​ລິ​ຍະ​ອຸດ​ສາ​ຫະ​ນຳ​ພາ ຈະ​ປະ​ສົບ​ໂຊກ​ໄຊ
 
ວັນທີ່ 20ຕຸລາ 2010ກົງ​ກັບ​ວັນ​ພຸດ ຂຶ້ນ 12ຄ່ຳ ເດືອນ 11ປີ​ຂານ
          ພະ​ຈັນ​ຢູ່ໃນ​ໝວດ​ລາ​ຊາ​ເລິກ ເປັນ​ເລິກ​ທີ່​ເໝາະ​ຈະ​ປະກອບ​ການ​ງານ​ອັນ​ເປັນ​ມຸງ​ຄຸນ ໃຊ້​ເພື່ອ​ໃຫ້​ເກີດ​ຄວາມ​ໂອ່​ອ່າ​ມີ​ລາ​ສີ ມີ​ມຸງ​ຄຸນ​ຍິ່ງ​ໃຫຍ່ ຜູ້​ຄົນ​ຍົກ​ຍ້ອງ​ສັນ​ເສີນ ເໝາະ​ສົມ​ສຳລັບ​ເປີດ​ກິດຈະການ ບໍລິສັດ ຫ້າງ​ຮ້ານ ຮັບຮອງ​ວ່າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ...
 
ວັນທີ່ 24ຕຸລາ 2010ກົງ​ກັບ​ວັນອາທິດ ແຮມ 1ຄ່ຳ ເດືອນ 11ປີ​ຂານ
          ມື້​ນີ້ ເປັນ​ເລິກ​ດີ ເປັນ​ເລິກ​ການ​ຄ້າ​ການ​ຂາຍ ເໝາະ​ໃນ​ການ​ດຳ​ເນີນ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຊື້​ມາ​ຂາຍ​ໄປ ທຸລະກິດ​ຂອງ​ສວຍ​ຂອງ​ງາມ ຂອງ​ປະດັບ ຂອງ​ກິນ​ຂອງ​ໃຊ້ ຮັບຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ເປັນ​ເລິກ​ທີ່​ເໝາະ​ກັບ​ການ​ຂຶ້ນ​ເຮືອນ​ໃໝ່ ເປີດ​ຮ້ານ ເຮັດ​ທຸລະກິດຫລື​ເຮັດ​ບຸນ​ລ້ຽງ​ພະ ກໍ​ເປັນ​ມະຫາ​ມຸງຄຸນ​ໜຸນ​ນຳ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ເປັນ​ຢ່າງ​ດີ
 
ວັນທີ່ 26ຕຸລາ 2010ກົງ​ກັບ​ວັນ​ເສົາ ​ແຮມ 3ຄ່ຳ ເດືອນ 11ປີ​ຂານ
          ພະ​ຈັນ​ຢູ່ໃນ​ໝວດ​ພູ​ມປາ​ໂລ​ເລິກ​ ການ​ກະທຳ​ອັນ​ໃດ​ທີ່​ມຸ້ງ​ຫວັງ​ຄວາມຫມັ້ນຄົງ​ຫລື ຄວາມ​ສຳ​ເລັດ ທີ່​ຖືກ​ຕາມ​ຂໍ້​ກົດຫມາຍ​ທີ່​ປະຕິບັດ​ແລະ​ເຮັດ​ໄດ້​ບໍ່​ວ່າ​ຈະ​ເປັນ​ການສ້າງ​ເຮືອນ ຍົກ​ເສົາຂວັນ ເຊົ່າ​ຊື້​ທີ່​ດິນ ເປີດ​ດຳ​ເນີນ​ທຸລະກິດ ເປີດ​ຫ້າງ​ຮ້ານ ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ເຫລັກ​ໂລ​ຫະ ໄປ​ໄດ້​ດີ ຈະ​ຫມັ້ນຄົງ​ແລະ​ປະ​ສົບ​ຄວາມ​ສຳ​ເລັດ​
 
ວັນທີ່ 27ຕຸລາ 2010ກົງ​ກັບ​ວັນພຸດ ແຮມ 4ຄ່ຳ ເດືອນ 11ປີ​ຂານ
          ພະຈັນ​ຢູ່ໃນ​ໝວດ​ເທ​ສາ​ຕີ​ເລິກ​ ເປັນ​ເລິກ​ບໍລິການ ເລິກ​ຕິດ​ຕໍ່ ເປັນ​ເລິກ​ທີ່​ກໍ່​ໃຫ້​ເກີດ​ການ​ໝຸນ​ວຽນ​ໃນ​ການ​ບໍລິການ ຫລື​ຈະ​ເປີດ​ທຸລະກິດ​ບໍລິການ ຂອງ​ກິນ​ຂອງ​ໃຊ້ ຂອງ​ສວຍງາມ ເໝາະ​ສຳລັບ​ເປີດ​ຫ້ອງ​ອາຫານ ພັດ​ຕາ​ຄານ ໂຮງ​ແຮມ ​ໂຮງ​ໜັງ ​ດິສ​ໂກ​ເທັກ ຄາ​ລາ​ໂອ​ເກະ ສະ​ປາ ອິນ​ເຕີເນັດ ກໍ​ໄປ​ໄດ້​ດີ ..
ເລິກ​ງາມ​ຍາມ​ດີ​ປະຈຳ​ເດືອນ​ຕຸລາ 2010

 
 
ວັນທີ່ 1ຕຸລາ 2010ກົງ​ກັບ​ວັນສຸກ​ແຮມ8ຄ່ຳ ເດືອນ 10ປີ​ຂານ
          ມື້​ນີ້​ຖື​ເປັນ​ມື້​ເລິກ​ງາມ​ຍາມ​ມຸງຄຸນ ສາມາດ​ກໍ່ການ​ມຸງຄຸນ​ໄດ້​ດີ ພະ​ຈັນ​ໂຄຈອນ​ຢູ່ໃນ​ໝວດ​ເທ​ວີ​ເລິກ​ເໝາະ​ກັບ​ການ​ຄ້າ​ການ​ຂາຍ​ທີ່​ກ່ຽວ​ຂ້ອງ​ກັບ​ສະຕີ ເປີດ​ຮ້າ​ຂາຍ​ເຄື່ອງ​ປະ​ດັບ ຂອງ​ສວຍງາມ ເຂົ້າ​ຂອງ​ເຄື່ອງ​ໃຊ້​ທີ່​ກ່ຽວ​ຂ້ອງ​ກັບ​ສະຕີ​ທຸກ​ປະ​ເພດ ຮັບຮອງ​ວ່າ​ຈະ​ນຳ​ໄປ​ສູ່​ຄວາມ​ລ້ຳລວຍ...
 
ວັນທີ່ 3ຕຸລາ 2010ກົງ​ກັບ​ວັນອາທິດ ແ10ຄ່ຳ ເດືອນ 10ປີ​ຂານ
           ພະ ຈັນ​ໂຄຈອນ​ຢູ່ໃນ​ໝວດ​ລາ​ຊາ​ເລິກ​ຖື​ເປັນ​ເລິກມຸງຄຸນ ສາມາດ​ປະກອບ​ການ​ອັນ​ເປັນມຸງຄຸນ​ໄດ້​ດີ ເໝາະ​ກັບ​ການ​ເປີດ​ກິດຈະການ​ຫ້າງ​ຮ້ານ ການເຮັດ​ທຸລະກິດ​ທີ່​ກ່ຽວກັບ​ການ​ຄ້າ ການ​ຕິດ​ຕໍ່ ການ​ປະ​ສານ​ງານ ການ​ຕ່າງ​ປະເທດ ຈະ​ເປັນ​ຜົນດີຜູ້ໃຫຍ່​ເມດຕາ​ໃຫ້​ການ​ຊ່ວຍເຫລືອ​ທຸກ​ປະ​ການ ມື້​ນີ້​ກໍ່ການ​ໃດ​ຈະ​ມີ​ຄົນ​ຊ່ວຍເຫລືອ ຈະ​ໄດ້ຮັບ​ການ​ຍອມ​ຮັບ​ເປັນ​ຢ່າງ​ດີ
 
ວັນທີ່ 5ຕຸລາ 2010ກົງ​ກັບ​ວັນອັງ​ຄານ ແ​ຮ12ຄ່ຳ ເດືອນ 10ປີ​ຂານ
           ມື້​ນີ້​ເປັນ​ເລິກ​ມະຫາ​ເສດ​ຖີ​ທີ່​ຈະ​ປະ​ສົບ​ຜົນດີໂດຍ​ສະເພາະ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ບໍລິສັດ​ທົວ ທຸລະກິດ​ຂ້າມ​ຊາດ ນຳ​ໄປ​ສູ່​ຄວາມ​ສຳ​ເລັດ​ດັ່ງ​ທີ່​ປາຖະຫນາ ກໍ່ ໃຫ້​ເກີດ​ຄວາມ​ລ້ຳລວຍ ທຸລະກິດ​ທີ່​ກ່ຽວກັບ​ການ​ຊື້​ມາ​ຂາຍ​ໄປ ແລະ​ປະ​ການ​ສຳຄັນ​ມີ​ລຸ້ນ​ກັບ​ການ​ຊື້​ຂາຍ​ຊັບ​ສິນ ເປັນ​ນາຍ​ໜ້າ​ຮັບຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ...
 
ວັນທີ່ 7ຕຸລາ 2010ກົງ​ກັບ​ວັນ​ພະຫັດ ​ແຮມ14ຄ່ຳ ເດືອນ 10ປີ​ຂານ
          ມື້​ນີ້​ພະ​ຈັນ​ຢູ່​ພູ​ມປາ​ໂລ​ເລິກ ເປັນ​ເລິກ​ຫມັ້ນຄົງ ເລິກ​ເປັນ​ໃຫຍ່​ໃນ​ແຜ່ນດິນ ການ​ກະທຳ​ອັນ​ໃດ​ທີ່​ມຸ້ງ​ຫວັງ​ຄວາມຫມັ້ນຄົງ​ຫລື​ຄວາມ​ສຳ​ເລັດ​ທີ່​ຖືກ​ຕາມ​ຂໍ້​ກົດຫມາຍ​ທີ່ ປະຕິບັດ​ແລະ​ເຮັດໄດ້​ບໍ່​ວ່າ​ຈະ​ເປັນ​ການສ້າງ​ເຮືອນ ເປີດ​ດຳ​ເນີນ​ທຸລະກິດ ເປີດານ ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ເຫລັກ​ໂລ​ຫະ ໄປ​ໄດ້​ດີ​ຈະ​ຫມັ້ນຄົງ​ແລະ​ປະ​ສົບ​ຄວາມ​ສຳ​ເລັດ
 
ວັນທີ່ 8ຕຸລາ 2010ກົງ​ກັບ​ວັນ​ສຸກສຸກ ແ15ຄ່ຳ ເດືອນ 10ປີ​ຂານ
          ພະ​ຈັນ​ສະເຫວີຍ​ເທ​ສາ​ຕີ​ເລິກ ເປັນ​ເລິກ​ບໍລິການ ເລິກ​ຕິດ​ຕໍ່ ເລິກ​ສວຍງາມ ຂອງ​ກິນ​ຂອງ​ໃຊ້ ເລິກ​ທີ່​ກໍ່​ໃຫ້​ເກີດ​ການ​ໝຸນ​ວຽນ​ໃນ​ການ​ບໍລິການ ໄປ​ໄດ້​ງາມ​ໄປ​ໄດ້​ດີ ແລະ​ມື້​ນີ້​ເປັນ​ມື້​ຂໍ​ເງິນ​ຈາກ​ພະ​ຈັນ ເວລາ ປະ​ມານ 01.48ນ. ບວກ​ລົບ 12ຊມ. ມື້​ນີ້​ຄວນ​ເອົາ​ເງິນ​ໃສ່​ກະ​ເປົາ ໃນ​ຊ່ວງ​ເວລາ​ນັ້ນ​ຢ່າ​ໃຊ້​​ເງິນ​ໃນ​ກະ​ເປົາ ໃຫ້​ອະທິຖານ​ໃຫ້​ດີ ແລ້ວ​ຈະ​ໂຊ​ກດີ​ໄປ 1ເດືອນ ມື້​ນີ້​ເປັນ​ມື້​ດີ ອຳ​ນວຍ​ອວຍ​ຜົນ​ໃຫ້​ທ່ານ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ເຮັດ​ທຸກ​ປະ​ການ
 
ວັນທີ່ 14ຕຸລາ 2010ກົງ​ກັບພະຫັດ ຂຶ້ນ 6ຄ່ຳ ເດືອນ 11ປີ​ຂານ
          ມື້​ນີ້ ຈະ​ກໍ່ການ​ໃດ​ກໍ​ຕາມ​ທີ​ມີ​ຄວາມ​ມຸ້ງ​ມັ່ນ ມີ​ຄວາມ​ຕັ້ງ​ໃຈ​ໃສ່​ໃຈ ຮັບຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຕາມ​ທີ່​ປາຖະຫນາ ຟ້າ​ປະ​ທານ​ໃຫ້​ບັງ​ເກີດ​ຄວາມ​ສຸກ​ແລະ​ຄວາມ​ສຳ​ເລັດ ໂດຍ​ສະເພາະ​ໃນ​ມື້​ນີ້​ນັ້ນ​ເຮັດ​ສິ່ງ​ໃດ​ການ​ໃດ​ຕ້ອງ​ຮີບ​ດຳ​ເນີນ​ການ​ໂດຍ​ໄວ ຢ່າ​ຊັກ​ຊ້າ ໜຶ່ງ​ສະຫມອງ​ສອງ​ມື ວິ​ລິ​ຍະ​ອຸດ​ສາ​ຫະ​ນຳ​ພາ ຈະ​ປະ​ສົບ​ໂຊກ​ໄຊ
 
ວັນທີ່ 20ຕຸລາ 2010ກົງ​ກັບ​ວັນ​ພຸດ ຂຶ້ນ 12ຄ່ຳ ເດືອນ 11ປີ​ຂານ
          ພະ​ຈັນ​ຢູ່ໃນ​ໝວດ​ລາ​ຊາ​ເລິກ ເປັນ​ເລິກ​ທີ່​ເໝາະ​ຈະ​ປະກອບ​ການ​ງານ​ອັນ​ເປັນ​ມຸງ​ຄຸນ ໃຊ້​ເພື່ອ​ໃຫ້​ເກີດ​ຄວາມ​ໂອ່​ອ່າ​ມີ​ລາ​ສີ ມີ​ມຸງ​ຄຸນ​ຍິ່ງ​ໃຫຍ່ ຜູ້​ຄົນ​ຍົກ​ຍ້ອງ​ສັນ​ເສີນ ເໝາະ​ສົມ​ສຳລັບ​ເປີດ​ກິດຈະການ ບໍລິສັດ ຫ້າງ​ຮ້ານ ຮັບຮອງ​ວ່າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ...
 
ວັນທີ່ 24ຕຸລາ 2010ກົງ​ກັບ​ວັນອາທິດ ແຮມ 1ຄ່ຳ ເດືອນ 11ປີ​ຂານ
          ມື້​ນີ້ ເປັນ​ເລິກ​ດີ ເປັນ​ເລິກ​ການ​ຄ້າ​ການ​ຂາຍ ເໝາະ​ໃນ​ການ​ດຳ​ເນີນ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຊື້​ມາ​ຂາຍ​ໄປ ທຸລະກິດ​ຂອງ​ສວຍ​ຂອງ​ງາມ ຂອງ​ປະດັບ ຂອງ​ກິນ​ຂອງ​ໃຊ້ ຮັບຮອງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ເປັນ​ເລິກ​ທີ່​ເໝາະ​ກັບ​ການ​ຂຶ້ນ​ເຮືອນ​ໃໝ່ ເປີດ​ຮ້ານ ເຮັດ​ທຸລະກິດຫລື​ເຮັດ​ບຸນ​ລ້ຽງ​ພະ ກໍ​ເປັນ​ມະຫາ​ມຸງຄຸນ​ໜຸນ​ນຳ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ເປັນ​ຢ່າງ​ດີ
 
ວັນທີ່ 26ຕຸລາ 2010ກົງ​ກັບ​ວັນ​ເສົາ ​ແຮມ 3ຄ່ຳ ເດືອນ 11ປີ​ຂານ
          ພະ​ຈັນ​ຢູ່ໃນ​ໝວດ​ພູ​ມປາ​ໂລ​ເລິກ​ ການ​ກະທຳ​ອັນ​ໃດ​ທີ່​ມຸ້ງ​ຫວັງ​ຄວາມຫມັ້ນຄົງ​ຫລື ຄວາມ​ສຳ​ເລັດ ທີ່​ຖືກ​ຕາມ​ຂໍ້​ກົດຫມາຍ​ທີ່​ປະຕິບັດ​ແລະ​ເຮັດ​ໄດ້​ບໍ່​ວ່າ​ຈະ​ເປັນ​ການສ້າງ​ເຮືອນ ຍົກ​ເສົາຂວັນ ເຊົ່າ​ຊື້​ທີ່​ດິນ ເປີດ​ດຳ​ເນີນ​ທຸລະກິດ ເປີດ​ຫ້າງ​ຮ້ານ ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ເຫລັກ​ໂລ​ຫະ ໄປ​ໄດ້​ດີ ຈະ​ຫມັ້ນຄົງ​ແລະ​ປະ​ສົບ​ຄວາມ​ສຳ​ເລັດ​
 
ວັນທີ່ 27ຕຸລາ 2010ກົງ​ກັບ​ວັນພຸດ ແຮມ 4ຄ່ຳ ເດືອນ 11ປີ​ຂານ
          ພະຈັນ​ຢູ່ໃນ​ໝວດ​ເທ​ສາ​ຕີ​ເລິກ​ ເປັນ​ເລິກ​ບໍລິການ ເລິກ​ຕິດ​ຕໍ່ ເປັນ​ເລິກ​ທີ່​ກໍ່​ໃຫ້​ເກີດ​ການ​ໝຸນ​ວຽນ​ໃນ​ການ​ບໍລິການ ຫລື​ຈະ​ເປີດ​ທຸລະກິດ​ບໍລິການ ຂອງ​ກິນ​ຂອງ​ໃຊ້ ຂອງ​ສວຍງາມ ເໝາະ​ສຳລັບ​ເປີດ​ຫ້ອງ​ອາຫານ ພັດ​ຕາ​ຄານ ໂຮງ​ແຮມ ​ໂຮງ​ໜັງ ​ດິສ​ໂກ​ເທັກ ຄາ​ລາ​ໂອ​ເກະ ສະ​ປາ ອິນ​ເຕີເນັດ ກໍ​ໄປ​ໄດ້​ດີ ..

ຂອບໃຈທີ່ທ່ານເຂົ້າມາອ່ານ

ຂໍ້ມູນແມ່ນໄດ້ມາຈາກເວັພແສນສຸກດອດຄອມ( ຄວນໃຊ້ວິຈາລະນະຍານໃນການອ່ານ )

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ຮີດສິບສອງ ຄອງສິບສີ່

ຮີດສິບສອງ ຄອງສິບສີ່

 

 
     “ຮີດ” ​ແລະ“ຄອງ” ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ. ຄຳ​ວ່າ “ຮີດ” ​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄຳ​ວ່າ “ຄອງ” ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ. ​ເມື່ອ​ເຮົາ​ເອົາ “ຮີດ” ​ແລະ “ຄອງ” ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​ “ຮີດຄອງ” ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.

    “ຮີດ​ສິບ​ສອງ​ຄອງ​ສິບ​ສີ່” ​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​ ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະ ​ພາບ. ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດ ຄື ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.

ຮີດ​ສິບ​ສອງ

​     ໃນ​ແຕ່ລະ​ເດືອນ​ຂອງ​ປີ​ໜຶ່ງ ຈະ​ມີ​ການ​ເຮັດບຸນ​ປະ​ເພນີ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ທີ່​ແຕກ​ຕ່າງ​ກັນ​ໄປ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ສິ່ງ​ສັກສິດ ທີ່​ຊ່ວຍ​ໃຫ້​ຕົນ​ເອງ​ມີ​ຊີວິດການ​ເປັນ​ຢູ່​ທີ່​ດີ. ຮີດ​ສິບ​ສອງ​ປະກອບ​ມີ:

1. ​ເດືອນ​ຈຽງ (​ເດືອນ​ໜຶ່ງ) ບຸນ​ນິມົນ​ພະສົງ​ເຂົ້າກຳ

2. ​ເດືອນ​ຍີ່ (​ເດືອ​ນສອງ) ​ເຮັດບຸນ​ລານ​ເຂົ້າ ຫຼືບຸນຄຸນ​ເຂົ້າ, ບາງ​ທ້ອງ​ຖິ່ນ​ຍັງ​ເອີ້ນ​ວ່າ ບຸນ​ກອງ​ເຂົ້າກໍ​ມີ.

3. ​ເດືອນ​ສາມ ​ເຮັດບຸນ​ເຂົ້າຈີ່

4. ​ເດືອນ​ສີ່ ​ເຮັດບຸນ​ພະ​ເວດ

5. ​ເດືອນ​ຫ້າ ​ເຮັດບຸນ​ສົງ​ພະ ຫຼືບຸນປີ​ໃໝ່​ລາວ

6. ​ເດືອນ​ຫົກ ​ເຮັດບຸນ​ບັ້ງ​ໄຟ

7. ​ເດືອນ​ເຈັດ ​ເຮັດບຸນ​ບ້ານ ຫຼືບຸນ​ລ້ຽງ​ຜີ​ມະ​ເຫ​ສັກ​ຫຼັກ​ເມືອງ

8. ​ເດ​ືອນ​ແປ​ດ ບຸນ​ເຂົ້າພັນ​ສາ

9. ​ເດືອນ​ເກົ້າ ບຸນ​ຫໍ່​ເຂົ້າປະດັບ​ດິນ

10. ​ເດືອນສິບ ບຸນ​ຫໍ່​ເຂົ້າສະຫຼາກ

11. ​ເດືອນ​ສິບ​ເອັດ ບຸນ​ອອກ​ພັນ​ສາ

12. ​ເດືອນ​ສິບ​ສອງ ບຸນ​ທອດ​ກະຖິນ
 

ຄອງ​ສິບ​ສີ່

      ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:

1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼືຜູ້​ມີ​ສິນ​ບໍລິສຸດ

2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື​ເງື່ອນ ​ໄປ​ໃຫ້​ພະສົງ​ສັນ

3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.

4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.

5. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ​ແລະ​​ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.

6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ

7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.

8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ​ຜົວ​ຂອງຕົນ

9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.

10. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ​ປະຕູ​ເຮືອນ.(ປັດຈຸບັນ ຢູ່​ຊົນນະບົດ​ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).

11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.

12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.

13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ​ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ​້ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ.(ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).

14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ແລະ​ກັນ.
 
ນຳສະເໜີໂດຍ: ສ.ສັກ
 
ຂໍ້ມູນນີ້ໄດ້ມາຈາກ ເວັພແສນສຸກດອດຄອມ

ເລື່ອງນີ້ ແມ່ນໄດ້ມາຂາກ ເວັບ ແສນສຸກດອດຄອມ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເທັກ​ນິກການຈັດ ​ຫ້ອງ​ນອນ​ໃນຫໍ​ພັກ

 
 
ບໍ່​ວ່າ​ທ່ານ​ຈະ​ຢູ່​ເຮືອນ ຫຼືຢູ່​ຫ້ອງ​ເຊົ່າ ຫ້ອງ​ທີ່​ມີ​ຄວາມສຳຄັນ​ເປັນອັນ​ໜຶ່ງ ໜີ​ບໍ່ພົ້ນ “ຫ້ອງ​ນອນ” ນັ້ນກໍ​ເພາະ 1 ​ໃນ 3 ຂອງ​ເວລາ​ໃນ​ແຕ່​ລະ​ວັນ​ຄື ​ເວລາ​ທີ່​ໃຊ້​ໄປ​ໃນ​ຫ້ອງ​ນອນ​ນັ້ນ​ເອງ.

   ຕຳແໜ່​ງຫ້ອງ​ນອນ: ຄວນ​ຫຼີກ​ລ່ຽງ​ແສງ​ແດດ​ໃນ​ຕອນ​ບ່າຍ​ທີ​່ຈະ​ເຮັດ​ໃຫ້​ຫ້ອງ​ນອນ​ຮ້ອນ​ໃນ​ເວລາ​ ກາງຄືນ ​ແຕ່​ແນວ​ໃດ​ຫ້ອງ​ນອນ​ກໍ​ຍັງ​ຕ້ອງການ​​ແສງ​ແດດ​ຢູ່​ຄື​ກັນ ລວມທັງ​ຕ້ອງ​ມີ​ການ​ລະບາຍ​ອາກາດ​ທີ່​ດີ ຖ້າ​ເປັນ​ໄປ​ໄດ້​ຄວນ​ມີປ່ອງຢ້ຽມ​ຢ່າງ​ໜ້ອຍ 2 ດ້ານ ​ໃຫ້​ລົມລ່ວງ ​ແຕ່​ຢ່າ​ໃຫ້ຫຼາຍ​ເກີນ​ໄປ ​ເພາະ​ນອກຈາກ​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດຈາກ​ວິວພາຍ​ນອກ​ແລ້ວ(ສະ​ເພາະ​ທີ່​ມີ​ຕຶກ​ ຫຼືກຳ​ແພງ​ບັງ) ຫ້ອງ​ນອນ​ທີ່​ຕິດ​ກັບ​ອາຄານ​ຂ້າງຄຽງ​ຍັງ​ຂາດ​ຄວາມ​ເປັນ​ສ່ວນ​ຕົວ ​ແຖມ​ຈັດ​ວາງ​ເຟີ​ນິ​ເຈີ​ແລະ​ຕຽງ​ຍາກ.

   ຫ້ອງ​ນອນ​ບາງ​ຫ້ອງ​ອາດ​ຈະ​ມີ​ລະບຽງ​ໄວ້​ອອກ​ໄປ​ສູບອາກາດ ​ເປັນ​ທີ່​ຈັດ​ສວນ ຫຼືຕາກ​ຜ້າ​ຫົ່ມ ​ເຄື່ອງ​ນອນ ​ແລະ​ອື່ນໆ ​ແຕ່​ລະບຽງ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ອະພິລົມ​ສະ​ເໝີ​ໄປ ຍິ່ງ​ຖ້າ​ລະບຽງ​ໄປ​ຕິດ​ກັບ​ອາຄານ​ຂ້າງຄຽງ​ຫຼືຕິດ​ຖະໜົນຫຼາຍ​ເກີນ​ໄປ ຄວາມ​ເປັນ​ສ່ວນ​ຕົວ​ກໍ​ຍັງ​ຈະ​ຂາດ​ຫາຍ ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ບໍ່​ໝັ່ນ​ເຮັດ​ຄວາມ​ສະອາດ ລະບຽງ​ກໍ​ຈະ​ກາຍ​ເປັນພື້ນ​ທີ່​ເກັບ​ຝຸ່ນ​ໃນ​ທີ່​ສຸດ.

   ພື້ນ​ທີ່​ໃຊ້​ສອຍ​ໃນ​ຫ້ອງ​ນອນ: ປະກອບ​ດ້ວຍ 2 ສ່ວນ ຄື ສ່ວນ​ນອນ ອັນ​ໄດ້​ແກ່ ຊຸດ​ຕຽງ​ນອນ ອາດ​ຈະ​ມີ​ທັງ​ໂຕະ​ຫົວ​ຕຽງ ​ໂຄມ​ໄຟ​ອ່ານໜັງສື ​ເປັນຕົ້ນ. ​ໃນ​ສ່ວນ​ນີ້ “ຕຽງ​ນອນ” ​ເປັນ​ເຟີ​ນິ​ເຈີ​ທີ່​ສຳຄັນ​ທີ່​ສຸດ ຄວນ​ວາງ​ໄວ້​ໃນ​ສຸດ​ຂອງ​ຫ້ອງ, ປິ່ນ​ຫົວ​ຕຽງ​ເຂົ້າຫາ​ຝາ​ຕັນ ບໍ່​ຄວນ​ວາງ​ຫົວ​ຕຽງ​ຊື່​ກັບ​ປ່ອງ​ຢ້ຽມ​ຫຼືປ່ອງ​ເປີດ ​ເພາະ​ຈະ​ເປີດ​ປິດ​ບໍ່​ສະດວກ, ຜ້າ​ມ່ານ​ປ່ອງຢ້ຽມ​ຫ້ອຍ​ລົງ​ມາ​ເກ​ະກະ, ​ເຮັດ​ຄວາມ​ສະອາດ​ຍາກ, ຄວນ​ວາງ​​ໃຫ້​ສາມາດ​ຍ່າງ​ອ້ອມຕຽງໄດ້ທັງສາມດ້ານ.

   ບ່ອນແຕ່ງໂຕ: ເປັນບໍລິເວັນທີ່ໃຊ້ເກັບເຄື່ອງນຸ່ງ ແລະແຕ່ງໂຕ ມັກຢູ່ສ່ວນທຳອິດຂອງ​ຫ້ອງ(ນັບ​ຈາກ​ປະຕູ​ເຂົ້າຫ້ອງ) ຫຼືຕໍ່​ເນື່ອງ​ມາ​ຈາກ​ຫ້ອງ​ນ້ຳ ປະກອບ​ໄປ​ດ້ວຍ​ຕູ້​​ເຄື່ອງນຸ່ງ​ແລະ​ໂຕ​ະ​ເຄື່ອງ​ແປ້ງ.

   ​ເຮົາ​ສາມາດ​ຕື່ມ​ບໍລິ​ເວນ​ໃຊ້​ສອຍ​ອື່ນໆ ຕາມ​ກິດຈະກຳ​ຂອງ​ເຈົ້າຂອງ​ຫ້ອງ ​ເຊັ່ນ ບ່ອນ​ເຮັດ​ວຽກ (ອາດ​ຈະປ່ຽນ​ຈາກ​ໂຕະ​ແຕ່ງ​ໂຕ​​ເປັນ​ໂຕະ​ເຮັດ​ວຽກ), ບ່ອນ​ພັກຜ່ອນ​ທີ່​ເພິ່ມຄອນ​​ໂຊນ(ຕູ​້ຕ່ຳ​ວາງ​ເຄື່ອງ) ສຳລັບ​ວາງ​ໂທລະທັດ, ​ເຄື່ອງ​ສຽງ ຖ້າ​ມີ​ເນື້ອທີ່​ຫຼາຍພໍ​ກໍ​ອາດ​ຈະ​ມີ​ຊຸດ​ໂຊ​ຟາ, ຕັ່ງພັກຜ່ອນ ຫຼື​ເຄື່ອງ​ອອກກຳລັງ​ກາຍ​ກໍ​ໄດ້.

   ຫ້ອງ​ນອນຈະ​ແຕ່ງ​ແນວ​ໃດ​ກໍ​ແລ້ວ​ແຕ່​ໃຈ​​ເຈົ້າຂອງ​ຫ້ອງ ​ແຕ່​ສິ່ງ​ບໍ່​ຄວນ​ລືມ​ໃນ​ການ​ແຕ່ງ​ຫ້ອງ​ນອນ ນັ້ນຄື ການ​ເຮັດ​ໃຫ້​ຮ່າງກາຍ​ນອນ​ຫຼັບ​ໄດ້​ຢ່າງ​ສະໜິດ, ຢ່າງ​ໜ້ອຍ 7-8 ຊົ່ວ​ໂມງ ​ໃນ​ຫ້ອງ​ທີ່​ງຽບ​ສະຫງົບ ອຸນຫະພູມ​ພໍດີ ​ແລະ​ອາກາດ​ຖ່າຍ​ເທ​ໄດ້​ດີ.

 

ຂອບໃຈທີ່ເຂົ້າອ່ານ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສາມເມົານີ້ມີແຕ່ເສຍ

ສາມເມົານີ້ມີແຕ່ເສຍ

      ເມື່ອເວົ້າເຖິງເມົາເຮົາຈະເຫັນໄດ້ວ່າຄົນເຮົາເມົາຫຼາຍສິ່ງຫຼາຍຢ່າງ. ແຕ່ຜູ້ຂຽນຈະຂໍຍົກມາເວົ້າສູ່ທ່ານຜູ້ອ່ານຟັງພຽງແຕ່ “ສາມເມົາ” ຄື ສຸລາ, ນາລີ ແລະ ການພະນັນ ທີ່ຄິດວ່າມັນເປັນເມົາທີ່ສາມາດເຮັດໃຫ້ຜູ້ຄົນເສຍວັດຖຸເງິນຄຳ, ເສຍສຸຂະພາບ, ເສຍອະນາຄົດ, ເສຍຊີວິດ ແລະ ເສຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້.

     ສຸລາ ຖ້າເປັນເຫຼົ້າ ເບຍ ມັນກໍເປັນສຸລາທີ່ຄົນສ່ວນຫຼາຍໃນສັງຄົມຍອມຮັບ ແລະ ນິຍົມດື່ມເພື່ອພົບປະສັງສັນລະຫວ່າງໝູ່ເພື່ອນ, ຍາດພີ່ນ້ອງ ແລະ ແຂກຄົນເຊິ່ງຖືວ່າແມ່ນເຄື່ອງດື່ມທີ່ສາມາດສ້າງຄວາມມ່ວນຊື່ນສາມັກຄີໄດ້ເປັນຢ່າງດີ, ແຕ່ກົງກັນຂ້າມຖ້າດື່ມບໍ່ມີສະຕິ ຫຼື ບໍ່ຖືກກາລະ-ເທສະ ມັນກໍສາມາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ຜູ້ດື່ມໄດ້ເຊັ່ນກັນ ເຊັ່ນ: ດື່ມທຸກມື້ຈົນເປັນນິດໄສ, ດ່ມຈົນເມົາແລ້ວຂັບຂີ່ລົດພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ຫຼື ອາລະວາດຕີກັນ... ການດື່ມແບບນີ້ ນອກຈາກຈະເສຍສຸຂະພາບ, ເສຍເງິນຄຳແລ້ວ ຍັງເສຍກຽດສັກສີ, ເສຍອະນາຄົດ ແລະ ອາດຈະເສຍຊີວິດກໍເປັນໄດ້. ຮ້າຍແຮງກວ່າເຫຼົ້າເບຍແລ້ວກໍຍັງມີ ຢາເສບຕິດ ເປັນຕົ້ນແມ່ນຢາບ້າທີ່ສາມາດເຮັດໃຫ້ຜູ້ເສບກ້າຂ້າແມ່ນແຕ່ພໍ່ແມ່ຂອງຕົນເອງ...

      ນາລີ ຖ້າຜູ້ຊາຍທ່ານໃດບໍ່ສາມາດຢັບຢັ້ງຈິດໃຈຂອງຕົນເອງກໍມັກຈະຕົກຢູ່ໃນວຽນວົນແຫ່ງການເມົານາລີ ເຊິ່ງກໍເປັນເມົາໜຶ່ງທີ່ສາມາດສ້າງຄວາມເສື່ອມເສຍ ທາງດ້ານວັດຖຸເງິນຄຳ, ກຽດຍົດສັກສີ, ວັດທະນະທຳ ແລະ ເຮັດໃຫ້ສະຖາບັນຄອບຄົວອ່ອນແອ ຈົນບາງເທື່ອກໍເຖິງຂັ້ນແຕກຫັກກໍມີ.

      ການພະນັນ ເຄີຍໄດ້ຍິນຄຳຄະຕິພົດບົດໜຶ່ງບໍວ່າ “ໂຈນປຸ້ນສິບເທື່ອ ກໍບໍ່ທໍ່ໄຟໄໝ້ເຮືອນເທື່ອດຽວ, ໄຟໄໝ້ເຮືອນສິບເທື່ອ ກໍບໍ່ທໍ່ເສຍການພະນັນເທື່ອດຽວ” ຄະຕິພົດດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຖືກໂຈນປຸ້ນກໍເສຍແຕ່ເງິນຄຳ ຍັງເຫຼືອເຮືອນໃຫ້ອາໄສຢູ່, ໄຟໄໝ້ເຮືອນກໍຍັງເຫຼືອດິນໃຫ້ອາໄສຢູ່ ແຕ່ເສຍການພະນັນບາງເທື່ອແມ່ນແຕ່ດິນກໍບໍ່ເຫຼືອໃຫ້ຢູ່ ຍ້ອນຖືກຢຶດ ຫຼື ຂາຍມາແທນໜີ້.

       ມີບາງຄົນຖາມວ່າ ການຊື້ເລກເປັນການພະນັນບໍ? ຄຳຕອບກໍຄືເຂົ້າຂ່າຍການພະນັນແນ່ນອນ, ແຕ່ມັນພັດຖືກກົດໝາຍຍ້ອນວ່າແມ່ນການທ້ອນໂຮມທຶນຮອນໄປພັດທະນາປະເທດຊາດ (ຖ້າເລກທີ່ທ່ານຊື້ນັ້ນບໍ່ແມ່ນເລກເຖື່ອນ). ແນວໃດກໍຕາມທ່ານກໍຄວນຄຳນຶງເຖິງລາຍໄດ້-ລາຍຈ່າຍຂອງທ່ານ​ໄປ​ພ້ອມ ແລະ ຢ່າໄປຈົມຢູ່ກັບການສ່ຽງໂຊກຈົນມືນຫູມືນຕາບໍ່ຂຶ້ນກໍແລ້ວກັນ ບໍ່ແມ່ນເຫັນຕົ້ນກ້ວຍເໜັງຕິງຍ້ອນລົມພັດກໍໄປຂໍເລກ ຫຼື ຝັນເຫັນໜອນຢູ່ໃນຖົງປາແດກກໍຕີວ່າແມ່ນເລກເດັດກໍບໍ່ສົມຄວນເດີ້ !

      ສະຫຼຸບແລ້ວທ່ານຈະເຮັດອັນໃດກໍໄດ້, ຈະກິນອັນໃດກໍກິນ ຖ້າການເຮັດການກິນຂອງທ່ານບໍ່ຜິດກົດໝາຍ ຫຼື ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ຕົວຂອງທ່ານ ແລະ ຄົນຮອບຂ້າງ ຈົນເຂົາເວົ້າວ່າທ່ານກຳລັງເມົາ.

ເບີ່ງແລ້ວບໍ່ຄວນເຮັດຕາມເພາະມັນເປັນສິ່ງບໍ່ດີ                     ຂອບໃຈທີ່ອ່ານຈົບ

ຊໍ້ມູນນີ້ໄດ້ມາຈາກເວັບແສນສຸກ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕໍ່ຈາກຕອນເດີມທີ່ແລ້ວ

ວັນພຸດ

ຄົນທີ່ເກີດວັນພຸດ ເປັນຄົນທີ່ຕ້ອງພົວພັນກັບເລື່ອງຮັກ ໆ ​​ໄຄ່ໆ ສະເໝີ ເພາະດາວພຸດເປັນສັນຍະລັກຂອງດວງດາວປະຈຳເທພີແຫ່ງຄວາມຮັກ ເຈົ້າຜູ້ຍິງ ວັນພຸດຈຶ່ງເປັນຄົນຮັກສວຍຮັກງາມເປັນພິເສດ ເຈົ້າຜູ້ຊາຍກໍສຳອາງບໍ່ເບົາ ຖ້າຜູ້ຊາຍຄົນໃດທີ່ບຳລຸງຜິວໜ້າດ້ວຍໂລຊັ່ນຫລືພົມນ້ຳຫອມສະເໝີກ່ອນອອກຈາກເຮືອນ ຈົນໃຜ ໆ ເກືອບຈະຄິດວ່າເປັນເກ ທີ່ແທ້ພວກເຂົາຄົນນັ້ນເປັນຄົນວັນພຸດນັ້ນເອງ ເມື່ອຮັກໃຜມັກໃຜ ຄົນວັນພຸດຈະ​ເອົາໃຈໄດ້ລະມຽດລະໄມທີ່ສຸດ ຍິ່ງກວ່າຄົນເກີດມື້ອື່ນ ໆ ແຕ່ດ້ວຍຄວາມທີ່ຮັກຕົວເອງຫລາຍ ຫລົງຕົວເອງພໍສົມຄວນ ດັ່ງນັ້ນເຈົ້າຈຶ່ງຕ້ອງການໃຫ້ຄົນພິເສດຂອງເຈົ້າ ທຸ່ມເທຮັກໃຫ້ເຈົ້າສຸດຫົວໃຈ ຖ້າຮູ້ສຶກວ່າຍັງໄດ້ຄວາມຮັກຈາກພວກເຂົາຫລືນາງບໍ່ຫລາຍພໍ ເຈົ້າຈະຮ້າຍໃສ່ທັນທີ.

ແມ່ນສະ​ເໜ່ ຂອງຄົນວັນພຸດຈະຢູ່ທີ່ຄວາມອ່ອນຫວານກໍຕາມ​ທ້ອນ ຍາມຫຶງຫວງຫລືຄຽດແລ້ວຈະປາກຮ້າຍຫລາຍ ແຕ່ໃນຈິດໃຈບໍ່ມີພິດຮ້າຍໃດ ໆ ເປັນຄົນໃຈກວ້າງແລະເປັນຄົນຊື່ກົງຊື່ສັດຫລາຍດ້ວຍຊ້ຳ ພຽງແຕ່ຄິດຫລາຍແລະຂີ້ລະແວງເທົ່ານັ້ນເອງ ດວງຄວາມຮັກຂອງວັນພຸດຂ້ອນຂ້າງອາພັບ ທັງ ໆ ທີ່ມີຄົນມາຮັກຈິງແບບຫວັງແຕ່ງ ແຕ່ກໍມັກຈົບລົງເພາະຄວາມບໍ່ມີເຫດຜົນຢ່າງສຸດ ໆ ຂອງເຈົ້າເອງ ເລື່ອງທີ່ຈະຜິດຫວັງເພາະໄປຮັກພວກເຂົາຂ້າງດຽວນັ້ນກໍມີ ແຕ່ເກີດຂຶ້ນບໍ່ເລື້ອຍປານ​ໃດ ຖ້າຈະຜິດຫວັງຈົນເສຍໜ້າ ກໍເປັນເພາະໄປຫລົງເຊື່ອຄົນທີ່ມາຫວັງຜົນປະໂຫຍດຈາກເຈົ້າໂດຍບໍ່ໄດ້ຮັກເຈົ້າຈິງ

ເນື່ອງຈາກຄົນວັນພຸດສະຫລາດໃນເລື່ອງອື່ນ ແຕ່ບໍ່ຄ່ອຍ​ຈະທັນຄົນ ທີ່ວ່າດວງຄວາມຮັກຂອງຄົນວັນພຸດອາພັບກໍເພາະວ່າ ແມ່ນບາງຈັງຫວະຊີວິດຈະມີຮັກແສນລຶກພຽງໃດກໍກັບຕ້ອງເລີກລ້າງກັນ ທັງ ໆ ທີ່ຍັງຮັກ ບາງຄົນກໍອາພັບແບບມີແຕ່ຮັກທຽມ ໆ ສັ້ນ ໆ ບໍ່ດື່ມດ່ຳ ບໍ່ດົນ​ນານ​ໃຫ້ໃຫ້ອິ່ມໃຈ​ເທົ່າ​ໃດ ຄົນເກີດວັນພຸດບາງຄົນກໍມີຄວາມສຳພັນຮັກທີ່ຍັ່ງຍືນອົບອຸ່ນ ແຕ່ມັກບໍ່ແມ່ນເປັນຄົນທີ່ເຈົ້າຫລົງຮັກ ຢ່າງປັກຈິດປັກໃຈມາກ່ອນ ນັບເປັນດວງແຫ່ງຄວາມຮັກທີ່ບໍ່ທຳມະດາເລີຍ.

ວັນ​ພະຫັດ

ຖ້າເຈົ້າເກີດວັນ​ພະຫັດ ເຈົ້າກໍບໍ່ຕ້ອງເປັນຫ່ວງເລື່ອງຄວາມຮັກຂອງເຈົ້າດອກ ເພາະດວງໃນເລື່ອງຄວາມຮັກຂ້ອນຂ້າງດີ ໝາຍເຖິງດວງຄູ່ແທ້ ໆ ທີ່ເປັນຄວາມຮັກແທ້ ໆ ໃນຊີວິດດ້ວຍເຊັ່ນກັນ ພື້ນຖານນິໄສຂອງເຈົ້າແມ່ນຈະຫ້າວຫານວູ່ວາມ ແລະກົງໄປກົງມາຈົນໜ້າຖອຍຫ່າງ ແຕ່ສະ​ເໜ່ຂອງເຈົ້າມີສະເໝີກັບເພດກົງກັນຂ້າມ ເຮັດໃຫ້ບໍ່ມີຊ່ວງໃດທີ່ຂາດຄູ່ດົນ​ນານ​ເທົ່າ​ໃດ ນອກຈາກບາງຊ່ວງເຈົ້າຈະຍັງບໍ່ຄິດໃນເລື່ອງນີ້ຈິງຈັງເທົ່ານັ້ນ ຄົນວັນ​ພະຫັດເຈົ້າຊູ້ແຕ່ອາລົມເທົ່ານັ້ນ ບໍ່ໄດ້ເຈົ້າຊູ້ເປັນນິໄສ ຖ້າພົບ​ພໍ້ຄົນຫລໍ່ຫລືຄົນງາມໃນແບບທີ່​ເພິ່ງພໍໃຈ ກໍຈະສົ່ງສາຍຕາໄປກ່ອນອື່ນ ແຕ່ບໍ່ແມ່ນຄົນທີ່ຈະຕ້ອງປາດເຂົ້າໄປຂໍທຳຄວາມຮູ້ຈັກທັນທີ​ທັນໃດ ແມ່ນຈະເປັນຄົນກ້າແກ່ນປານໃດກໍຕາມ ເວັ້ນແຕ່ວ່າຖ້າໄດ້ຮູ້ຈັກກັນແລ້ວ ແລະຫລົງຮັກເຂົ້າແລ້ວເທົ່ານັ້ນທີ່ຄົນວັນ​ພະຫັດຈະຕິດຕາມຜົນງານຢ່າງຕັ້ງໃຈ ຈົນກວ່າຈະໄດ້ໃຈຂອງໃຜຄົນນັ້ນບໍ່ມີວັນທີ່ເຈົ້າຈະຈີບຫລິ້ນໆ ແບບນິນຈາບຶດ​ມາ​ບຶດ​ຫາຍແນ່ນອນ.

ຄົນວັນ​ພະຫັດເປັນຄົນແຂງນອກອ່ອນໃນ ແລະມີດວງແບບຕົກຂຸມຮັກ ເມື່ອແຮກສົບຕາໄດ້ຫລາຍກວ່າຄົນເກີດມື້ໃດ ໆ ຫນ້ອຍເຫລືອເກີນທີ່ຈະເຫັນຄົນວັນ​ພະຫັດມີຄວາມຮັກກັບເພື່ອນທີ່ຄົບກັນຊົ່ວ​ນາ​ ຕາປີແລ້ວ ຄ່ອຍ ໆ ພັດທະນາເປັນຄວາມຮັກ ແລະໃນກໍລະນີທີ່ເປັນຄູ່ຮັກກັນແລ້ວຫາກມີເລື່ອງປະທະອາລົມໃສ່ກັນ ເຈົ້າກໍຈະປິດປາກງຽບບໍ່ຍອມຂໍໂທດວ່າຕົນຜິດເອງ ທັງ ໆ ທີ່ໃນໃຈເຈົ້າຢາກງໍ້ໃຈຈະຂາດ ນອກຈາກວ່າທະເລາະກັບຄູ່ຮັກເລື້ອຍໆ ບາງເທື່ອຈົນຮູ້ສຶກຊິນແລ້ວນັ້ນແຫລະເຈົ້າເຖິງຈະງໍ້ເປັນ ກ້າທີ່ຈະເອີ່ຍຄຳວ່າເສຍໃຈອອກໄປໄດ້ ໃນທ່ວງທ່າທີ່ເບິ່ງເປັນຄົນມຸທະລຸວູ່ວາມບໍ່ຈິງໃຈກັບໃຜ

ແທ້ຈິງແລ້ວ ຄົນວັນ​ພະຫັດ​ເປັນ​ຄົນທີ່ຮັກຫມັ້ນຄົງຫລາຍ ຕາມດວງຊະຕາບົ່ງບອກວ່າເປັນຄົນຮັກຈິງຫວັງແຕ່ງ ມັກໄດ້ຄູ່ດີ ເວັ້ນແຕ່ບາງຊ່ວງຈະໄປຮັກຄົນຜິດຈົນເດືອດຮ້ອນບໍ່ຫນ້ອຍ ດວງຄວາມຮັກຂອງເຈົ້າ ຫາກຈະມີບັນຫາກໍຢູ່ທີ່ອາລົມເທົ່ານັ້ນ ຖ້າພົບຮ້ອນກໍຈົບໄວແນ່ ຖ້າເຈົ້າຫລຸດຜ່ອນໄຟໃນອາລົມຕົວເອງໄດ້ ຫລືເລືອກຄົນໃຈເຢັນເປັນນ້ຳ ກໍຮັກກັນຍັ່ງຍືນຍາກຈະແຕກລ້າວໄດ້

ວັນ​ສຸກ

ຄົນວັນສຸກບໍ່ສະແດງອອກເຖິງຄວາມ​ເຈົ້າ​ເລ່ຈະ​ແຈ້ງຢ່າງຄົນວັນອາທິດ ແຕ່ແທ້ໆ ແລ້ວເປັນຄົນເຈົ້າຊູ້ງຽບ ແອບຫວ່ານ​ສະ​ເໜ່ຢູ່​ເລື້ອຍໆ ຄືກັນ ຊຶ່ງກໍມີຄົນຫລົງປື້ມຢູ່ສະເໝີໄປ ດ້ວຍຄວາມທີ່ເປັນຄົນອ່ອນໂຍນ ສະຫລາດ ຮອບຮູ້ ມີມະນຸດ​ສຳພັນດີພໍຄວນ ຄົນວັນ​ສຸກ​ທຳຕົວໜ້າຮັກ ແຕ່ຖ້າເລີ່ມຄົບຫາຈິງຈັງກັບຫວານໃຈແລ້ວ ຈະສະແດງຄວາມດື້ດຶງອອກມາທັນທີ ເພາະເປັນຄົນເອົາແຕ່ໃຈຕົວເອງບໍ່ຫນ້ອຍ ດວງຄວາມຮັກຂອງເຈົ້າຈຶ່ງແສນ​ເລິກ​ໃນ​ໄລຍະຕົ້ນ ໆ ເພາະພື້ນດວງເປັນຄົນສຸພາບ ຫນ້ອຍຄົນທີ່​ສຸດທີ່ຈະຫ້າວຫລາຍ ໆ

ຄົນທີ່ເກີດໃນວັນ​ສຸກ ເລື່ອງຄວາມຮັກຈະມີບັນຫາກໍມັກເປັນເພາະຕົວເຈົ້າເອງ ເນື່ອງຈາກເປັນຄົນຊ່າງຄິດຢູ່ແລ້ວ ຈຶ່ງຄິດຫລາຍຄິດໄກເກີນໄປສະເໝີ ແລະເປັນເຫດລ້າວສານໃນຄວາມສຳພັນໄດ້ບໍ່ຍາກ ດວງຄວາມຮັກຂອງເຈົ້າຂ້ອນຂ້າງບໍ່ທຳມະດາ ຄວາມຮັກແທ້ມັກເກີດຂຶ້ນກັບຄົນທີ່ຮອບຂ້າງແອບ​ແກ​ວ່ງຫົວ ວ່າບໍ່ເໝາະສົມກັນ ຖ້າບໍ່ແກ່ຫລືອ່ອນໄວກວ່າຫລາຍ ໆ ກໍອາດແຕກຕ່າງກັນທີ່ຖານະ ຫລືການສຶກສາ ດ້ອຍກວ່າໃນເລື່ອງໃດເລື່ອງໜຶ່ງແນ່ນອນ ແລະມັກຈະໄດ້ສະແດງເຖິງຄວາມຮັກແທ້ເໝືອນໃນໜັງ ຄືການຜ່າ​ຟັນກັບກະແສການກີດກັນຂອງຄອບຄົວ ເປີ​ເຊັນສ່ວນໃຫຍ່ຈະເປັນໃນຮູບນີ້

ຖ້າໃຜໄດ້ຄູ່ທີ່ສົມກັນດີບໍ່ມີໃຜຫ້າມປາມກໍຕ້ອງນັບວ່າໂຊກດີ ຄົງມີດວງໃນລາສີເກີດຫລືອິດທິພົນອື່ນ ໆ ທີ່ເສີມໃຫ້ດວງຄວາມຮັກໄປໄດ້ດີກວ່າພື້ນດວງທີ່ໜ້າຈະເປັນເຊັ່ນນັ້ນ ແຕ່ສຸດທ້າຍແລ້ວ ຄົນວັນສຸກຈະແຮບປີ້ສົມຫວັງສະເໝີ ບໍ່ຄ່ອຍຜິດຫວັງໃນເລື່ອງຮັກ ນອກຈາກຈະມີທຸກໃນຫົວໃຈທີ່ຕົວເອງຄິດເອງ ຮູ້ສຶກເອງ ບໍ່ແມ່ນຄົນທີ່ເຈົ້າຮັກກໍ່ຂຶ້ນດອກ ຫລືບາງກໍລະນີກໍເປັນເພາະເຈົ້າແອບຫວັ່ນໄຫວໄປປື້ມຄົນອື່ນແລ້ວຜິດຫວັງ ຖ້າເບິ່ງແຍງຫົວໃຈຕົວເອງໃຫ້ດີ ໆ ບໍ່ວອກແວກໄປໃສເຈົ້າກໍມັກມີຄູ່ຮັກທີ່ຄົບກັນດົນ​ນານຈົນເພື່ອນ ໆ ອິດສາສະເໝີແນ່ນອນ.

ວັນ​ເສົາ

ຖ້າເຈົ້າເກີດວັນ​ເສົາ ໝັ້ນໃຈໄດ້ເລີຍວ່າເຈົ້າຈະເປັນຄົນຮັກທີ່ດີໃຫ້ໃຜຄົນນັ້ນໄດ້ພາກພູມໃຈແນ່ນອນ ເພາະເຈົ້າມີທັງຄວາມເອື້ອອາລີ ມີນ້ຳໃຈ ເປັນຄົນສະຕິປັນຍາດີ ມີຄວາມຍຸດຕິທຳ ເປັນຄົນທີ່ໃຜກໍຍອມຮັບແລະຊື່ນຊົມເຈົ້າ ເປັນຄົນຮັກຈິງກຽດຊັງຈິງ ຖ້າກຽດຊັງໃຜກໍບໍ່ທຳທ່າຄົບຫາຕໍ່ໄປໃຫ້ຕ້ອງຝືນຕາມວິໄສຂອງເຈົ້າວັນ​ ເສົາທີ່ກົງໆພໍສົມຄວນ.

ດວງໃນເລື່ອງຄວາມຮັກຂອງຄົນມື້ວັນ​ເສົາ ບໍ່ຄ່ອຍໂລດໂຜນພິດສະດານເທົ່າໃດ ຄວາມຮັກຄ່ອຍເປັນຄ່ອຍໄປຢ່າງລຽບງ່າຍ ຫາກຈະມີເລື່ອງປວດຫົວໃຈນຳກໍເປັນເພາະຄວາມ​ເບິ່ງໂລກໃນແງ່ດີເກີນໄປ ບາງເທື່ອຈຶ່ງຫລົງຄາລົມຄົນບໍ່ຈິງໃຈຫລືບາງເທື່ອກໍຄິດໄປເອງວ່າໃຜຄົນນັ້ນມີໃຈດ້ວຍ ທັງ ໆ ທີ່ບໍ່ໄດ້ເປັນດັ່ງທີ່ແອບຄິດແອບຫວັ່ນໄຫວ.

ຄົນເກີດວັນ​ເສົາ ເປັນຄົນໃຝ່ຮູ້ ຖ້າ​ໄລຍະ​ໃດເຈັບຫົວໃຈ ກໍຈະທຳໃຈດ້ວຍການທຸ້ມເທໃນເລື່ອງທີ່ມີສາລະ ມີປະໂຫຍດກັບຊີວິດ ຄວາມໜ້າຮັກຂອງຄົນວັນ​ເສົາ ດີຢູ່ທີ່ຄວາມສົດໃສ ເປີດເຜີຍ ມີຄວາມມຸ້ງໝັ້ນສະເໝີ ບໍ່ແມ່ນຄົນທີ່ເລື່ອນລອຍຂາດສາລະ ບໍ່ຄ່ອຍທີ່ຈະເຫັນຄົນວັນ​ເສົາອີກລັກສະນະໜຶ່ງຄື ບໍ່ຄ່ອຍຮຽບຮ້ອຍແລະຂາດຄວາມສຸຂຸມຮອບຄອບ ຄົນວັນ​ເສົາບໍ່ຄ່ອຍເຈົ້າຊູ້ ແມ່ນຈະເບິ່ງມີທ່າທີເຂົ້າກັບຄົນງ່າຍສົດໃສເປັນກັນເອງແຕ່ບໍ່ໄດ້ມັກໃຜງ່າຍ ໆ ສະເໝີໄປ ຖ້າຮັກໃຜກໍຈະຮັກຢ່າງຊື່ສັດ ຫາກຈະຜິດຫວັງກໍດັ່ງທີ່ກ່າວມາແລ້ວ ຄືການໄປຮັກຄົນຜິດ ຄິດວ່າດີທີ່ແທ້ບໍ່ແມ່ນ ດວງຄວາມຮັກຂອງຄົນວັນ​ເສົານັ້ນຈະມີຮັກຈິງຈັງກໍຕໍ່ເມື່ອພົບພໍ້ທີ່ລຽບງ່າຍຄ້າຍ ໆ ກັນ ບໍ່ແມ່ນຟູ່ຟ່າຫລູຫລາເກີນໄປ ຄິດແຕ່ເລື່ອງສ້າງສັນຫລາຍກວ່າເລື່ອງເຮຮາປາຕີ້ ບັນຫາໃນຮັກມັກບໍ່​ແມ່ນຢູ່ທີ່ຕົວເຈົ້າເອງ ເພາະເຈົ້າອົດທົນໄດ້ສະເໝີ ແຕ່ຄົນທີ່ເຈົ້າຮັກຕ່າງຫາກທີ່ຈະນຳເລື່ອງປວດຫົວມາໃຫ້ເຈົ້າ.

 

ຄວາມໃຊ້ວິຈາລະນະຍານໃນການຮັບຊົມ

ບໍ່ຕວນໄປຍຶດຕິດກັບມັນ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ຮູ້ຫລືບໍ່ວ່າ ວັນເກີດກໍສາມາດບອກຄວາມເຈົ້າເລ່ຫຼາຍຮັກໄດ້ເຊັ່ນກັນ ຖ້າບໍ່ຢາກດວງຕົກກໍຮີບໄປເຮັດບຸນວັນເກີດກັນນະ

 

ວັນອາທິດ

ຄົນເກີດວັນອາທິດ ມີດວງຊະຕາໃນເລື່ອງຮັກທີ່ຄ່ອນຂ້າງດີພໍສົມຄວນ ບໍ່ຄ່ອຍຈະມີບັນຫາປວດຫົວປວດໃຈ ຈົນເດືອດຮ້ອນເພາະເລື່ອງຄວາມຮັກຢ່າງຄົນເກີດມື້ອື່ນ ໆ ເນື່ອງຈາກພື້ນຖານນິໄສທີ່ເປັນຄົນເດັດດ່ຽວ ໜັກແໜ້ນ ເຈົ້າຈຶ່ງຄົບໃຜກໍຄົບຢູ່ຄົນດຽວ ພໍເລີກກັນເມື່ອໃດຈຶ່ງຄ່ອຍມີຮັກໃໝ່ ແຕ່ຄົນວັນອາທິດຈະບໍ່ອອກໄປ​ແລ່ນໄຂວ່ຄວ້າຫາຮັກມາໃສ່​ໂຕ​ພໍ​ປານ​ໃດ. ນອກຈາກຖ້າໃຫ້ກາມະເທບແຜງສອນເອງຕາມທຳມະຊາດດີກວ່າ ແມ່ນຈະເບິ່ງສຸຂຸມ ມີລະບົບລະບຽບ ເປັນຄົນກົງ ຫົວແຂງບໍ່ໜ້ອຍ ແຕ່ໃນໃຈຄົນວັນອາທິດກໍອ່ອນໄຫວບໍ່ຢອກກັບເລື່ອງຮັກ ເຫັນໃຜຖືກໃຈກໍມັກ ແຕ່ກໍຮູ້ຈັກຍັບຍັ້ງໃຈ ບໍ່​ແລ່ນເຂົ້າປະກົບທັນທີເດັດຂາດ ຖ້າຈະມີຄວາມເຈົ້າຊູ້ ກໍເຈົ້າຊູ້ງຽບ ແຕ່ບໍ່ແມ່ນງຽບແບບແອບເອົາຈິງຢ່າງຄົນວັນຈັນ ເພາະຄົນວັນອາທິດຈະພຽງ​ແຕ່​ເບິ່ງ ຮູ້ສຶກມັກ ສົ່ງຍິ້ມໄປນຳ ແຕ່ກໍບໍ່ຄິດຫຍັງຫລາຍກວ່ານັ້ນ.

ດວງຄວາມຮັກຂອງເຈົ້າ ເປັນລັກສະນະທີ່ມີຄວາມສຳພັນມີຄວາມຜູກພັນ ເຕັມໄປດ້ວຍຄວາມເລິກລັບ ບໍ່ແມ່ນຮັກແບບຕື່ນເຕັ້ນເລົ້າໃຈສັ້ນ ໆ ແລ້ວຈົບລົງເໝືອນພຽງຈູດ​ພຸ ດອກ​ໄມ້ໄຟ ຄົນວັນອາທິດເຮັດໃຫ້ຄົນອື່ນປະທັບໃຈໄດ້ສະເໝີ ກັບຄວາມສຸຂຸມ ທໍລະ​ນົງ ອົດທົນ ມຸ້ງໝັ້ນ ໃສ່ໃຈຄົນຮັກຢ່າງສະເໝີຕົ້ນສະເໝີປາຍ ແຕ່ຖ້າໃຜຄົນນັ້ນຟູ່ຟ່າຫລູຫລາໃຊ້ເງີນກະໜ່ຳເກີນໄປເຈົ້າກໍບໍ່​ບໍ່​ຖືກ​ໃຈຄືກັນ

ຄວາມທີ່ເປັນຄົນຊ່າງເລືອກຄົນວັນອາທິດ ຈຶ່ງບໍ່ແມ່ນຄົນປະເພດທີ່ມີໃຜ ໆ ຄຽງຂ້າງຢູ່ຕະຫລອດເວລາ ບາງປີຖ້າບໍ່ມີໃຜຫລາຍ ໆ ກໍຍອມປ່ຽວໃຈຕະຫລອດປີບໍ່ຊີລຽດ ຖ້າຄົນວັນອາທິດຖືກໃຈໃຜ ຈະໃຊ້ເວລາເບິ່ງໃຈ ເບິ່ງນິໄສ ກ່ອນຈະດຳເນີນຄວາມສຳພັນຕໍ່ໄປໃຫ້ເລິກ​ເຊິ່ງ ດ້ວຍຄວາມຂີ້ລະແວງບໍ່ໄວ້ໃຈໃຜງ່າຍ ໆ ຕ້ອງເບິ່ງແລ້ວເບິ່ງອີກກວ່າຈະຕັດສິນໃຈເລື່ອງຄວາມເໝາະສົມກັນ ແລະເຈົ້າກໍຄິດຫລາຍກວ່າຄົນເກີດມື້ອື່ນ ໆ ບໍ່ວ່າຈະເປັນເລື່ອງອາຍຸຫລືຖານະ ເຊັ່ນ ອີກຝ່າຍລວຍກວ່າຫລາຍ ຫລືຈົນກວ່າຫລາຍ ໆ ເຈົ້າກໍຈະຄິດຫລາຍ ແມ່ນຈະຮັກແລ້ວແຕ່ກໍລັງເລ ຫລືຖ້າອາຍຸນ້ອຍກວ່າຫລາຍ ໆ ຫລືແກ່ກວ່າຫລາຍ ໆ ກໍຢ້ານວ່າຄົນອື່ນຈະຄິດຈັ່ງ ຊ່ອງວ່າງລະຫວ່າງໄວຈະມີຫລືບໍ່ ນີ້ແຫລະຄືສະຕາຍຄວາມຄິດຂອງຄົນວັນອາທິດ ບັນຫາຮັກໃນເລື່ອງອື່ນ ໆ ບໍ່ຄ່ອຍມີ ນອກຈາກຈະສັບສົນກັບຕົວເອງ

 

ວັນຈັນ

ຄົນເກີດວັນຈັນມັກມີດວງກ່ຽວກັບຄວາມຮັກໃນແບບທີ່ເລິກລັບ ບໍ່ຮັກພຽງຫວືຫວາໃຫ້ຕື່ນເຕັ້ນເລົ້າໃຈເທົ່ານັ້ນ ດ້ວຍທຳມະຊາດແລະພື້ນດວງທີ່ເປັນຄົນຊ່າງຄິດຊ່າງຕອງ​ຮອບຄອບກັບທຸກເລື່ອງລາວສະເໝີ ດັ່ງນັ້ນກັບໃນເລື່ອງຮັກ ເຈົ້າຈຶ່ງຕ້ອງໝັ້ນໃຈກ່ອນທີ່ຈະເອື້ອມມືໄປຄວ້າມາແນບໃຈ ສະ​ເໜ່ທີ່ໂດດເດັ່ນຂອງຄົນວັນຈັນຢູ່ທີ່ສິລະປະໃນການເວົ້າຈາເຮັດໃຫ້ໃຜ ໆ ຫລົງເຄີ້ມໄດ້ສະເໝີ ແລະຍັງເປັນຄົນສະຫລາດມີສະຕິບັນຍາທີ່ດີອີກດ້ວຍ ນັ້ນເປັນຈຸດເດັ່ນທີ່ເຮັດໃຫ້ຄົນຮອບຂ້າງຊື່ນຊົມເປັນພິເສດ ແຕ່ເຖິງວ່າຈະມີໃຈມັກໃຜ ຄົນວັນຈັນຈະບໍ່ເປີດເຜີຍທຸກຢ່າງແກ່ຄົນຮັກ ເນື່ອງຈາກເປັນຄົນມີໂລກສ່ວນຕົວ ມັກເກັບບາງເລື່ອງລາວໄວ້ກັບຕົວເອງເໝືອນກັບທີ່ເປັນຄົນມັກອິດສະຫລະ ແລະຮັກສະໜຸກບໍ່ໜ້ອຍເລີຍ

ຄົນເກີດວັນຈັນແທ້ ໆ ແລ້ວມີ 2 ແບບຄື ແບບທີ່ຄວັກເງິນທຸ່ມໃຫ້ຄົນຮັກແບບສຸດ ໆ ກັບອີກປະເພດຄື ໜຽວສຸດ ໆ ກັບຄົນຮັກ ເຈົ້າເປັນແບບໃດກໍຄົງຕ້ອງກວດກາເບິ່ງຕົວເອງ ແຕ່ທີ່ມີຢູ່ໃນຕົວຄົນວັນຈັນທັງ 2 ແບບ ກໍຄືມັກຈະເປັນຄົນທີ່ອ່ອນໄຫວກວ່າ ເພາະຍາກທີ່ຈະເບິ່ງແຍງຄົນຮັກຂອງຕົນ ແບບແສນຫ່ວງຫວງ ແລະເຈົ້າກໍມັກມີຮັກແບບທີ່ຄ່ອຍ ໆ ໃກ້ຊິດຕິດໃຈກັນໄປເທື່ອລະໜ້ອຍ ເຈົ້າພ່າຍແພ້ຄົນທີ່ເຂົ້າໃຈເຈົ້າຖ່ອງແທ້ ດວງຂອງເຈົ້າຈຶ່ງມີແນວໂນ້ມທີ່ຈະພົບຮັກທີ່ຊາບ​ ເລິກຕຶງໃຈແລະມີຄວາມຜູກພັນກັນຫລາຍ ເພາະເປັນຄວາມຮັກທີ່ມີພັດທະນາການເຕັມໄປດ້ວຍຄວາມເຂົ້າໃຈໃນກັນແລະກັນ ພະຍາຍາມທີ່ຈະຮູ້ຈັກຕົວຕົນແທ້ ໆ ຂອງກັນແລະກັນນັ້ນເອງ

ຄົນວັນຈັນໂຊກດີທີ່ໄດ້ຄົບກັບຄົນຄ້າຍ ໆ ກັນ ລົດນິຍົມບໍ່ຕ່າງກັນປານຟ້າກັບດິນ ລົມກັນຮູ້ເລື່ອງ ຖ້າໃຜທີ່ເບິ່ງດີຢ່າງດຽວ ແຕ່ລົມກັນບໍ່ຮູ້ເລື່ອງ ທັດສະ​ນະ​ຄະຕິຕ່າງກັນຫລາຍ ໆ ຄົນວັນຈັນຈະລະຄວາມສົນໃຈທັນທີ ຫາກເມື່ອໃດທີ່ອົກຫັກ ຄົນວັນຈັນກໍຈະບໍ່ຟູມຟາຍເທົ່າໃດແມ່ນຈະປວດໃຈພຽງໃດ ຄົນທີ່ເປັນຄູ່ຮັກຂອງຄົນວັນຈັນໄດ້ດີຕ້ອງມີລັກສະນະຂອງຄວາມເປັນເພື່ອນ ​ໄປ​ໃສນຳກັນກໍໄດ້ ຖ້າເຮັດສະຫວີດເປັນເຈົ້າຂອງເກີນໄປ ມັກຢູ່ກັບຄົນວັນຈັນໄດ້ສັ້ນກວ່າທີ່ຫວັງ

 

ວັນອັງຄານ

ຄົນເກີດມື້ນີ້ ມີຫົວໃຈກ້າໄດ້ກ້າເສຍ ໃນເລື່ອງຄວາມຮັກນັ້ນຖືຄະຕິວ່າສ່ຽງເປັນສ່ຽງກັນຕາມປະສາຄົນມັກສະໜຸກ ເຈົ້າສຳລານພໍສົມຄວນ ຄົນວັນອັງຄານເຈົ້າຊູ້ ຈຶ່ງມີດວງໃນເລື່ອງຄວາມຮັກທີ່ໂດດເດັ່ນ ຄືໄດ້ພົບຮັກສະເໝີ ໆ ມັກຄົບຄົນເດັ່ນ ໆ ທີ່ເບິ່ງດີກວ່າໃຜໃນກຸ່ມຄົນທີ່ມີທ່າທາງລຽບງ່າຍຈົນເກີນໄປ ຄ່ອນຂ້າງເຊີຍ ໆ ບໍ່ແມ່ນຄົນແບບທີ່ເຈົ້າຈະສະດຸດຕາສະດຸດໃຈແນ່ນອນ ໃຜກໍຕາມທີ່ຫ້າວເກີນເຫດ ຄົນວັນອັງຄານກໍຍາກຈະຕັດໃຈ ຄິດມັກພໍຄວາມສົດໃສ ໝັ່ນໃຈໃນຕົວເອງ ຄືສະ​ເໜ່ທີ່ເຮັດໃຫ້ໃຜ ໆ ຫລົງຮັກຄົນເກີດວັນອັງຄານ ແລະນິໄສທີ່ແຂງເກີນໄປຂອງເຈົ້າກໍຄືຕົວການສຳຄັນທີ່ຈະທຳລາຍຄວາມຮັກໃຫ້ພັງທະລາຍໄປຢ່າງໜ້າເສຍດາຍ

ຍາມຫລົງຮັກໃຜ ເຈົ້າຈະຕາມຕິດຫວັງພິຊິດໃຫ້ໄດ້ ເມື່ອສົມໃຈແລ້ວ ເຈົ້າກັບບໍ່ຍອມໃຫ້ຄູ່ຮັກມາປ່ຽນແປງຄວາມເປັນຕົວຕົນທີ່ແທ້ຂອງເຈົ້າ ຖ້າໃຜຍອມເຈົ້າໄດ້ກໍຮັກກັນໄດ້ດົນແນ່ນອນ ໂດຍທົ່ວໄປດວງໃນເລື່ອງຄວາມຮັກຂອງຄົນວັນອັງຄານ ບໍ່ຄ່ອຍມີອຸປະສັກຫຍັງຫຼາຍ ຈີບໃຜຫລືທອດສະພານໃຫ້ໃຜກໍມັກສຳເລັດສະເໝີ ຢູ່ທີ່ວ່າຕົວເຈົ້າເອງນັ້ນແຫລະຈະເປັນຝ່າຍຈືດຈາງຫ່າງເຫີນອີກຝ່າຍເສຍກ່ອນ ຕາມປະສາຄົນເຈົ້າຊູ້ທີ່ຫົວໃຈອ່ອນໄຫວ ແລະຢາກຄົບຄົນໃໝ່ ໆ ເພາະຮູ້ສຶກວ່າເປັນເລື່ອງທ້າທາຍດີ

ມັກຫາຄວາມຫມັ້ນໃຈໃຫ້ຕົວເອງດ້ວຍເລື່ອງຮັກໆ ​​ໄຄ່ໆ ບາງເທື່ອທັງ 4 ຫ້ອງຫົວໃຈເຕັມໝົດ ຫ້ອງໃດທົນບໍ່ໄຫວແກວ່ງມືລາໄປເຈົ້າກໍບໍ່ເສຍໃຈ ມີໃຜຄົນໃໝ່ມາແທນໄດ້ໄວສະເໝີ ດວງຄວາມຮັກຄ່ອນຂ້າງດີ ຕົວເອງບໍ່ມີບັນຫາ ແມ່ນຈະມັກຕາມໃຈຕົວເອງ ແຕ່ກໍບໍ່ຄ່ອຍເອະອະເອົາເລື່ອງກັບຄວາມຮັກຈິງຈັງປານ​ໃດ ບັນຫາມັກເກີດຂຶ້ນເພາະຄົນຮັກຂອງເຈົ້າ ຊຶ່ງຄິດຈະເອົາເລື່ອງກັບເຈົ້າໃຫ້ໄດ້ ຫລືອາດເປັນເພາະຄວາມໃຈຮ້ອນຂອງເຈົ້ານຳ ໂດຍທີ່ເຈົ້າບໍ່ໄດ້ຕັ້ງໃຈຈະໃຫ້ເກີດການແຕກຫັກຫລອກ ດັ່ງນັ້ນຖ້າໃຜເຂົ້າໃຈເຈົ້າກໍສາມາດຄວງກັບເຈົ້າໄດ້ດົນເປັນພິເສດ.

ເອົາໄປສາມມື້ກ່ອນ   ອືກສີ່ມື້ຕິດຕາມຊົມຕອນຕໍ່ໄປ

ຄວນໃຊ້ວິຈາລະນະຍານໃນການອ່ານ

ບໍ່ຄວນໄປຊີລຽດກັບມັນ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຄວາມໝັ້ນ​ໃຈ​ຖື​ເປັນ​ປັດ​ໃຈ​ທີ່​ສຳຄັນ​ບໍ່ວ່າ​ໃນ​ການ​ ປະຕິບັດ​ວຽກງານ​ກໍ​ຄື​ການ​ດຳລົງ​ຊີວິດ​ໃນ​ສັງ ຄົມ​ທົ່ວ​ໄປ​ເພາະວ່າຄວາມໝັ້ນ​ໃຈ​ຈະ​ຊ່ວຍ​ໃຫ້​ຄົນ​ເຮົາ​ມີ​ຄວາມ​ເປັນ​ທຳ​ມະ​ ຊາດ​ແລະ​ເຊື່ອໝັ້ນ​ໃນ​ຕົນ​ເອງ​ແລະ​ປະຕິບັດ​ວຽກງານ​ໄດ້​ຍ່າງ​ຄ່ອງ​ແຄ້ວ​ແລະ​ ຂ້ອນ​ຂ້າງ​ຈະ​ມີ​ໂອກາດ​ປະສົບ​ຜົນສຳ​ເລັດ​ສູງ.

  ຄົນທີ່​ມີ​ຄວາມໝັ້​ໃຈ​ໃນ​ຕົນ​ເອງ​ຈະ​ສັງ​ເກດ​ໄດ້​ຍ່າງ​ງ່າຍໆຕັ້ງ​ແຕ່ ​ການ​ຍ່າງ,ການ​ເວົ້າ​ຈາ​ແລະ​ກິລິຍາ​ ທ່າ​ທາງ​ຈະ​ມີ​ຄວາມ​ສະຫງ່າ​ຫຼືທີ່​ເອີ້ນ​ວ່າ​ມີ​ບຸກຄະ​ລິກກະພາບ​ດີ​ນັ້ນ​ເອງ ດັ່ງນັ້ນຄົນທີ່​ມີ​ຄວາມໝັ້ນ​ໃຈ​ຈະ​ມີ​ລັກ​ຊະນະ​ທີ່​ໂດດ​ເດັ່ນ​ຢູ່​​ໃນ​ໂຕ​ ເອງກວ່າ​ບຸກຄົນ​ອື່ນ​ທີ່ຢູ່​ອອ້ມຂ້າງ,ພ້ອມ ​ດຽວ ກັນ​ນີ້​ຄົນທີ່​ມີ​ຄວາມໝັ້ນ​ໃຈ​ໃນ​ຕົນ​ເອງ​ມັກ​ຈະ​ແກ້​ໄຂ​ບັນຫາ​ສະ​ເພາະ​ໜ້າ ​ໄດ້​ດີ,ບໍ່ມີ​ຄວາມ​ເຂີນ​ອາຍ​ເມື່ອ​ ພົບ​ກັບ​ສະຖານະ​ການ​ຄັບຂັນ​ຈະ​ສາມາດ​ເອົາ​ຕົວ​ລອດ​ໄດ້,​ເຖິງ​ແນວ​ໃດ​ກໍ​ດີ​ຄວາມໝັ້ນ​ໃຈ​ອາດ​ຈະ​ບໍ່​ໄດ້​ເກີດ​ມາ​ກັບ​ ເຮົາ​ໂດຍ​ກຳ​​ເນີ​ດ​ແຕ່​ສາມາດ​ເຮົາ​ສາມາດ​ຝຶກ​ຝົນ​ແລະ​ກາຍ​ມາ​ເປັນ​ຄົນທີ່​ ມີ​ຄວາມໝັ້ນ​ໃຈ​ໄດ້:

    ຕ້ອງ​ເປັນ​ ຄົນ​ມັກ​ເວົ້າ​ຈາ​ສົນທະນາ​ພາ​ທີ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​​ໂດຍ​ອາດ​ຈະ​ ເລີ່​ມຈາກ​ຄົນ​ໃນ​ຄອບຄົວ​ພໍ່​ແມ່​ອ້າຍ​ເອື້ອຍນ້ອງ​ເພື່ອ​ສ້າງ​ນິ​ໃສ​ໃຫ້​ຕົນ ​ເອງ​ເປັນ​ຄົນ​ກ້າ​ເວົ້າ​ກ້າ​ສະ​ແດງ​ອອກ

  ການ​ແຕ່ງ​ໂຕ​ກໍ ​ໃຫ້​ຖືກ​ຕາມ​ກາລະ​ເທ​ຊະ​ເຮັດ​ໃຫ້​ຕົນ​ເອງ​ມີ​ຄວາມ​ດູ​ດີ​ຈະ​ເຮັດ​ໃຫ້​ມີ​ ຄວາມ ໝັ້ນ​ໃຈ​ມາ​ຈາກພາຍ​ໃນ​ເຊິ່ງນີ້ກໍ​ຖື​ວ່າ​ເປັນ​ເລື່ອງ​ທີ່​ສຳຄັນ​ເພາະ​ວ່າ​ ຄົນ​ເຮົາ​ສ່ວນ​ຫຼາຍ​ແລ້ວ​ຫາກ​ເຊື່ອ​ວ່າ​ຕົນ​ເອງ​ມີ​ຄວາມ​ດູ​ດີ​ຄວາມໝັ້ນ​ໃຈ​ ກໍ​ຈະ​ທະວີຄູນ​ຂຶ້ນ​ເປັນ​ສອງ​ເທົ່າ.

  ອອກກຳລັງ​ກາຍ​ ການ​ເຮັດ​ໃຫ້​ຕົນ​ເອງ​ມີ​ຄວາມສົດ​ຊື່ນ​ຜ່ອນຄາຍຢູ່​ສະ​ເໝີ,ຈິດ​ໃຈ​ຖື​ເປັນ​ເລື່ອງ​ທີ່​ສຳຄັນ​ບໍ່ຄິດ​ວ່າ​ຕົນ​ເອງ​ມີ​ປົມ​ ດ້ອຍ​ດ້ານ​ໃດ​ດ້ານໜຶ່ງ​ເພາະ​ມັນ​ຈະ​ເປັນ​ການ​ບັນ​ທອນ​ກຳລັງ​ໃຈ​ຕົນ​ເອງ​ແຕ່​ ຕ້ອງ​ຄິດ​ວ່າ​ທຸກ​ຄົນ​ຍ່ອມ​ມີ​ປົມ​ດ້ອຍ​ແລະ​ເຮົາ​ບໍ່ຕ້ອງ​ໄປ​ໃສ່​ໃຈ​ກັບ​ຈຸດ ​ນັ້ນອີກ

 ຖ້າ​ພົບ​ກັບ​ບັນຫາ​ຫຼືອຸປະສັກ​ໃດໜຶ່ງບໍ່ຕ້ອງ​ກົດ​ ດັນຕົນ​ເອງ​ແຕ່​ຕ້ອງ​ຄິດ​ວ່າ​ເຮົາ​ຕ້ອງ​ເຮັດ​ໄດ້​​ແລະ​ລົງມື​ເຮັດ

  ເປີດ​ໃຈ​ໃຫ້​ ກັບ​ບັນຫາ​ແລະ​ເຊື່ອ​ວ່າ​ທຸກ​ຢ່າງ​ເປັນ​ໄປ​ໄດ້​ພຽງ​ເຮົາ​ລົງມື​ເຮັດ.

  ສະນັ້ນຕ້ອງໝັ່ນຝຶກ​ຝົນ​ຕົນ​ເອງ​ໃຫ້​ມີ​ຄວາມໝັ້ນ​ໃຈ​ໃນ​ຕົນ​ເອງ​ເພາະ​ຖື​ ເປັນບັນຫາ​ທີ່​ສຳຄັນ​ທີ່​ຈະ ຊ່ວຍ​ໃຫ້ການ​ປະຕິບັດ​ວຽກງານ,​ການ​ ຮ່ຳຮຽນກໍ​ຄື​ການ​ດຳລົງ​ຊີວິດ​ໃຫ້​ມີ​ຄວາມ​ກ້າວໜ້າ​​ໂດຍ​ສະ​ເພາະ​ແມ່ນ​ອ້າຍ​ ບ່າວໜຸ່ມທັງຫຼາຍທີ່​ໄປ​ແອບ​ຮັກຜູ້ສາ​ວຄົນ​ໃດ​ຕ້ອງ​ມີ​ຄວາມໝັ້ນ​ໃຈ​ແລະ​ກ້າບ​ ອກກັບ​ເຂົາ​ເຈົ້າ​ຖ້າ​ບໍ່ດັ່ງນັ້ນອາດ​ຈະ​ເສຍ​ໃຈ​ໄປ​ຕະຫຼອດ​ເພາະວ່າ​ຈາກ​ ຜົນສຳ​ຫຼວດຜ່າ​ນມາສະ​ແດງ​ໃຫ້​ເຫັນ​ວ່າກວ່າ 98% ຂອງ​ຜູ້ຍິ​ງແມ່ນມັກ​ຜູ້​ຊາຍ​ທີ່​ ມີ​ຄວາມໝັ້ນ​ໃຈ​ໃນ​ຕົນ​ເອງ​ເພາະ​ພວກ​ເຂົາ​ເຊື່ອ​ວ່າ​ຈະ​ສາມາດ​ດູ​ແລ​ໃຫ້​ມີ​ ຄວາມ ສຸກ​ໄດ້.

(ຂໍ້ມູນເລົ່ານີ້ໄດ້ມາຈາກ  www.sansouk.com) ເດີຄະເດີ   

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ຂ່າວ​ງູ​ພູ​ເບ້ຍ ບໍ່​ເປັນຄວາມ​ຈິງ

     ຕະຫຼອດ​ໄລຍະ​ປະມານ 3 ​ເດືອນມາ​ນີ້, ຂ່າວ​ລື​ກ່ຽວ​ກັບ​ການ​ພົບ​ງູ​ໃຫຍ່​ຢູ່​ເຂດ​ຂຸດ​ຄົ້ນຄຳ​ພູ​ເບ້ຍ ​ແຂວງ​ຊຽງ​ຂວາງ ​ໄດ້​ແພ່​ກະຈາຍ​ໄປ​ທົ່ວ​ທຸກ​ຂົງ​ເຂດ​ໃນ​ທົ່ວ​ປະ​ເທດ​ຂອງ​ລາວ ​ເຊິ່ງມາ​ຮອດ​ປັດຈຸບັນ​ນີ້​ບາງ​ທ້ອງ​ຖິ່ນ​ກໍ​ຍັງ​ພາກັນ​ສົນທະນາ​ຖົກ​ຖຽງ​ກັນ ​ກ່ຽວ​ກັບ​ເລື່ອງ​ນີ້​ຢູ່.

     ຮູບ​ການ​ແພ່ກະຈາຍ​ຂອງ​ຂ່າວ​ແມ່ນ​ເລິ່ມຈາກ​ການ​ເອົາ​ຮູບ​ງູ​ໃຫຍ່​ທີ່​ຖືກ​​ ໂພສຂຶ້ນ​ເວັບ​ໄຊ໊ຂອງ​ຕ່າງປະ​ເທດ​ມາ​ສົ່ງ​ຕໍ່​ກັນ​ດ້ວຍລະບົບ ອີ​ເມລ, ດ້ວຍ​ໂທລະສັບ, ດ້ວຍການ​ໂຫຼດ​ໃສ່​​ເຄື່ອງ​ເອ​ເລັກ​ໂຕ​ນິກ ​ແລະ​ພິມອອກ​ເປັນ​​ໃບ ພ້ອມ​ທັງ​ຂຽນ​​ໃສ່​ວ່າ​ “ພົບ​ງູ​ໃຫຍ່​ຢູ່​ພໍ​ເບ້ຍ” ບ່ອນ​ຂຸດ​ຄົ້ນບໍ່​ແຮ່​ແຫ່ງ​ໜຶ່ງ​ຢູ່​ແຂວງ​ຊຽງ​ຂວາງ.

       ​ເມື່ອ​ຂ່າວ​ຄາວ​ແພ່​ກະຈາຍ​ອອກ​ໄປ​ເຮັດ​ໃຫ້​ຜູ້​ຄົນ​ທີ່​ຮັບ​ຂ່າວ​ແລະ​ບໍ່​ ມີ​ການ​ພິຈາລະນາ ​ເກີດ​ຄວາມ​ເຊື່ອ​ແລະ​ເລົ່າ​ຕໍ່ໆ​ກັນ​ໄປ​ຢ່າງ​ກວ້າງຂວາງ. ບາງ​ເທື່ອ​ການ​ເລົ່າ​ມີ​ການ​ຕື່ມ​ເຫດການ​ຕ່າງໆ​ໃສ່​ພ້ອມ ​ເຊັ່ນ​ ມີ​ຄົນ​ກິນ​ງູ​ດັ່ງກ່າວ ຫຼືມີ​ຄົນ​ກິນ​ໄຂ່​ຂອງ​ງູ​ດັ່ງກ່າວ ຫຼືບຸກຄົນ​ທີ່​ຂຸດ​ພົບ​ງູ​ດັ່ງກ່າວ ນັ້ນ​​ໄດ້​ເສຍ​ຊີວິດ​ໄປ​ຫຼາຍຄົນ… ​ເຊິ່ງລ້ວນ​ແຕ່​ເປັນ​ຂ່າວ​ລື​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​.

        ຂ່າວ​ກ່ຽວ​ກັບ​ງູ​ໂຕ​ດັ່ງກ່າວ​ນີ້ ນັກ​ຂ່າວ ​ເວັ​ບ​ໄຊ໊ ​​ແສນ​ສຸກ ດັອດຄອມ ​ໄດ້​ເຫັນ​ມາ​ແລ້ວ​ແຕ່​​ເດືອນ​ພະຈິກ 2009. ​ເຊິ່ງ​ເປັນ​ຂ່າວ​ຈາກ​ຕ່າງປະ​ເທດ​ທີ່​ລາຍ​ງານ​ວ່າ “ວັນທີ 12 ພະຈິກ 2007 ພົບ​ງູ​ຄົນຍັກ ກາງ​ປ່າ​ເມືອງ​ກູ​ຜິງ ມົນ​ທົນ​ຈຽງ​ຊີ ສ້າງ​ຄວາມ​ຮື​ຮາ​ສຳລັບ​ວົງ​ການ​ນັກ​ຄົ້ນ​ຫາ​ຄວາມ​ຈິງ​ເທິງ​ອິນ​ເຕີເນັດ​ ເມືອງ​ຈີນ​ເປັນ​ຈຳນວນຫລາຍ.

       ງູຍັກ ຂະໜາດ 55 ຟຸດ (16.7 ແມັດ) ນ້ຳ​ໜັກ 300 ກິ​ໂລ​ກຣາມ ຄາດ​ວ່າ​ອາ​ຍຸ​ປະ​ມານ 140 ປີ ຖືກ​ເປີດ​ເຜີຍ​ໂດຍ ກະ​ທູ້​ໃນ​ເວັບ​ໄຊ໊ People’s Daily ໂດຍ​ເນື້ອ​ຫາ​ຂອງ​ກະ​ທູ້​ລະ​ບຸ​ມີ​ງູ​ຍັກ​ທີ່​ຖືກ​ພົບ 2 ຕົວ ໂດຍ​ເກີດ​ຈາກ​ການ​ເປີດ​ພື້ນ​ທີ່​ເພື່ອ​ສ້າງ​ຖະໜົນ​ສາຍ​ໃໝ່​ໃນ ມົນ​ທົນ​ຈຽງ​ຊີ ຊຶ່ງ​ໃນ​ການ​ເປີດ​ໜ້າ​ດິນ​ເທື່ອ​ທີ່​ສາມ​ລົດ​ຈົກ​ຂຸດ​ພົບ​ຮອຍ​ເລືອດ​ບໍລິເວນ ​ໜ້າ​ດິນ ແຕ່​ຍັງຂຸດ​ຕໍ່ໄປ​ຈົນ​ພົບ​ງູ​ຍັກ​ດັ່ງ​ກ່າວ ໂດຍ​ມີ​ງູ​ອີກ​ໂຕໜຶ່ງ​ຢູ່​ບໍລິເວນ​ໃກ້​ໆ​ ກັນ ຊຶ່ງ​ເຮັດໃຫ້​ຄົນ​ງານ​ທີ່​ຂຸດ​​ແລ່ນ​ໜີ​ເອົາ​ຊີວິດ​ລອດ ແຕ່​ຫລັງ​ຈາກ​ຕັ້ງສະຕິ​ໄດ້​ບວກ​ກັບ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຈຶ່ງ​ຍ້ອນ​ກັບ​ ມາຍັງ​ສະຖານ​ທີ່​ເກີດ​ເຫດ​ອີກ​ ພົບ​ວ່າ​ງູ​​ໂຕ​ທີ່​ຂຸດ​ຖືກ​ໄດ້​ຕາຍ​​ແລ້ວ ​ສ່ວນ​ອີກ​​ໂຕ​ໜຶ່ງ​ຫາຍ​ໄປ​ຂາດ​ຮ່ອງ​ຮອຍ.

       ເຈົ້າ​ຫນ້າທີ່​ເມືອງ​ກູ​ຜິງ ​ເປີດເຜີຍ​ຕໍ່​ຫນັງສື​ພິມ​ພີ​ເພີນສ໌​ເດ​ລີ່​ຂອງ​ຈີນ ວ່າ​ຮູບ​ງູ​ຍັກ​ແລະ​ເລື່ອງ​ທີ່​ນັກ​ໂພສລະ​ບຸ​ໃນ​ເວັບ​ໄຊ໊ People’s Daily ລ້ວນ​ເປັນ​ເລື່ອງ​ຫລອກລວງ ທີ່​ເມືອງ​ກູ​ຜິງ​ບໍ່ແມ່ນ​ຖິ່ນ​ທີ່​ມີ​ງູ​ອາໄສ​ຢູ່.”

​       ເພື່ອ​ຢືນຢັນ​ວ່າ​​ເຫດການທີ່​ພູ​ເບ້ຍ​ດັ່ງກ່າວ​ມີ​ຄວາມ​ຈິງ​ຫຼືບໍ່?, ນັກ​ຂ່າວ​ ​ແສນ​ສຸກ ​ໄດ້​ໂທ​ສອບ​ຖາມ​ໄປ​ຍັງ​ບໍລິສັດ ​ພູ​ເບ້ຍ​ມາຍ​ຈິງ ຈຳກັດ ​ແລະ​​ໄດ້​ຮັບ​ການ​ຢືນຢັນ​ວ່າ​ບໍ່ມີ​ການ​ຂຸດ​ຄົ້ນພົບ​ງູ​ໃຫຍ່​ດັ່ງກ່າວ​ແຕ່​ ຢ່າງ​ໃດ. ຂ່າ​ວລື​ດັ່ງກ່າວ​ລ້ວນ​ແຕ່​ແມ່ນ​ການຫຼອກລວງ…