ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

ຂ່າວ​ງູ​ພູ​ເບ້ຍ ບໍ່​ເປັນຄວາມ​ຈິງ

     ຕະຫຼອດ​ໄລຍະ​ປະມານ 3 ​ເດືອນມາ​ນີ້, ຂ່າວ​ລື​ກ່ຽວ​ກັບ​ການ​ພົບ​ງູ​ໃຫຍ່​ຢູ່​ເຂດ​ຂຸດ​ຄົ້ນຄຳ​ພູ​ເບ້ຍ ​ແຂວງ​ຊຽງ​ຂວາງ ​ໄດ້​ແພ່​ກະຈາຍ​ໄປ​ທົ່ວ​ທຸກ​ຂົງ​ເຂດ​ໃນ​ທົ່ວ​ປະ​ເທດ​ຂອງ​ລາວ ​ເຊິ່ງມາ​ຮອດ​ປັດຈຸບັນ​ນີ້​ບາງ​ທ້ອງ​ຖິ່ນ​ກໍ​ຍັງ​ພາກັນ​ສົນທະນາ​ຖົກ​ຖຽງ​ກັນ ​ກ່ຽວ​ກັບ​ເລື່ອງ​ນີ້​ຢູ່.

     ຮູບ​ການ​ແພ່ກະຈາຍ​ຂອງ​ຂ່າວ​ແມ່ນ​ເລິ່ມຈາກ​ການ​ເອົາ​ຮູບ​ງູ​ໃຫຍ່​ທີ່​ຖືກ​​ ໂພສຂຶ້ນ​ເວັບ​ໄຊ໊ຂອງ​ຕ່າງປະ​ເທດ​ມາ​ສົ່ງ​ຕໍ່​ກັນ​ດ້ວຍລະບົບ ອີ​ເມລ, ດ້ວຍ​ໂທລະສັບ, ດ້ວຍການ​ໂຫຼດ​ໃສ່​​ເຄື່ອງ​ເອ​ເລັກ​ໂຕ​ນິກ ​ແລະ​ພິມອອກ​ເປັນ​​ໃບ ພ້ອມ​ທັງ​ຂຽນ​​ໃສ່​ວ່າ​ “ພົບ​ງູ​ໃຫຍ່​ຢູ່​ພໍ​ເບ້ຍ” ບ່ອນ​ຂຸດ​ຄົ້ນບໍ່​ແຮ່​ແຫ່ງ​ໜຶ່ງ​ຢູ່​ແຂວງ​ຊຽງ​ຂວາງ.

       ​ເມື່ອ​ຂ່າວ​ຄາວ​ແພ່​ກະຈາຍ​ອອກ​ໄປ​ເຮັດ​ໃຫ້​ຜູ້​ຄົນ​ທີ່​ຮັບ​ຂ່າວ​ແລະ​ບໍ່​ ມີ​ການ​ພິຈາລະນາ ​ເກີດ​ຄວາມ​ເຊື່ອ​ແລະ​ເລົ່າ​ຕໍ່ໆ​ກັນ​ໄປ​ຢ່າງ​ກວ້າງຂວາງ. ບາງ​ເທື່ອ​ການ​ເລົ່າ​ມີ​ການ​ຕື່ມ​ເຫດການ​ຕ່າງໆ​ໃສ່​ພ້ອມ ​ເຊັ່ນ​ ມີ​ຄົນ​ກິນ​ງູ​ດັ່ງກ່າວ ຫຼືມີ​ຄົນ​ກິນ​ໄຂ່​ຂອງ​ງູ​ດັ່ງກ່າວ ຫຼືບຸກຄົນ​ທີ່​ຂຸດ​ພົບ​ງູ​ດັ່ງກ່າວ ນັ້ນ​​ໄດ້​ເສຍ​ຊີວິດ​ໄປ​ຫຼາຍຄົນ… ​ເຊິ່ງລ້ວນ​ແຕ່​ເປັນ​ຂ່າວ​ລື​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​.

        ຂ່າວ​ກ່ຽວ​ກັບ​ງູ​ໂຕ​ດັ່ງກ່າວ​ນີ້ ນັກ​ຂ່າວ ​ເວັ​ບ​ໄຊ໊ ​​ແສນ​ສຸກ ດັອດຄອມ ​ໄດ້​ເຫັນ​ມາ​ແລ້ວ​ແຕ່​​ເດືອນ​ພະຈິກ 2009. ​ເຊິ່ງ​ເປັນ​ຂ່າວ​ຈາກ​ຕ່າງປະ​ເທດ​ທີ່​ລາຍ​ງານ​ວ່າ “ວັນທີ 12 ພະຈິກ 2007 ພົບ​ງູ​ຄົນຍັກ ກາງ​ປ່າ​ເມືອງ​ກູ​ຜິງ ມົນ​ທົນ​ຈຽງ​ຊີ ສ້າງ​ຄວາມ​ຮື​ຮາ​ສຳລັບ​ວົງ​ການ​ນັກ​ຄົ້ນ​ຫາ​ຄວາມ​ຈິງ​ເທິງ​ອິນ​ເຕີເນັດ​ ເມືອງ​ຈີນ​ເປັນ​ຈຳນວນຫລາຍ.

       ງູຍັກ ຂະໜາດ 55 ຟຸດ (16.7 ແມັດ) ນ້ຳ​ໜັກ 300 ກິ​ໂລ​ກຣາມ ຄາດ​ວ່າ​ອາ​ຍຸ​ປະ​ມານ 140 ປີ ຖືກ​ເປີດ​ເຜີຍ​ໂດຍ ກະ​ທູ້​ໃນ​ເວັບ​ໄຊ໊ People’s Daily ໂດຍ​ເນື້ອ​ຫາ​ຂອງ​ກະ​ທູ້​ລະ​ບຸ​ມີ​ງູ​ຍັກ​ທີ່​ຖືກ​ພົບ 2 ຕົວ ໂດຍ​ເກີດ​ຈາກ​ການ​ເປີດ​ພື້ນ​ທີ່​ເພື່ອ​ສ້າງ​ຖະໜົນ​ສາຍ​ໃໝ່​ໃນ ມົນ​ທົນ​ຈຽງ​ຊີ ຊຶ່ງ​ໃນ​ການ​ເປີດ​ໜ້າ​ດິນ​ເທື່ອ​ທີ່​ສາມ​ລົດ​ຈົກ​ຂຸດ​ພົບ​ຮອຍ​ເລືອດ​ບໍລິເວນ ​ໜ້າ​ດິນ ແຕ່​ຍັງຂຸດ​ຕໍ່ໄປ​ຈົນ​ພົບ​ງູ​ຍັກ​ດັ່ງ​ກ່າວ ໂດຍ​ມີ​ງູ​ອີກ​ໂຕໜຶ່ງ​ຢູ່​ບໍລິເວນ​ໃກ້​ໆ​ ກັນ ຊຶ່ງ​ເຮັດໃຫ້​ຄົນ​ງານ​ທີ່​ຂຸດ​​ແລ່ນ​ໜີ​ເອົາ​ຊີວິດ​ລອດ ແຕ່​ຫລັງ​ຈາກ​ຕັ້ງສະຕິ​ໄດ້​ບວກ​ກັບ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ຈຶ່ງ​ຍ້ອນ​ກັບ​ ມາຍັງ​ສະຖານ​ທີ່​ເກີດ​ເຫດ​ອີກ​ ພົບ​ວ່າ​ງູ​​ໂຕ​ທີ່​ຂຸດ​ຖືກ​ໄດ້​ຕາຍ​​ແລ້ວ ​ສ່ວນ​ອີກ​​ໂຕ​ໜຶ່ງ​ຫາຍ​ໄປ​ຂາດ​ຮ່ອງ​ຮອຍ.

       ເຈົ້າ​ຫນ້າທີ່​ເມືອງ​ກູ​ຜິງ ​ເປີດເຜີຍ​ຕໍ່​ຫນັງສື​ພິມ​ພີ​ເພີນສ໌​ເດ​ລີ່​ຂອງ​ຈີນ ວ່າ​ຮູບ​ງູ​ຍັກ​ແລະ​ເລື່ອງ​ທີ່​ນັກ​ໂພສລະ​ບຸ​ໃນ​ເວັບ​ໄຊ໊ People’s Daily ລ້ວນ​ເປັນ​ເລື່ອງ​ຫລອກລວງ ທີ່​ເມືອງ​ກູ​ຜິງ​ບໍ່ແມ່ນ​ຖິ່ນ​ທີ່​ມີ​ງູ​ອາໄສ​ຢູ່.”

​       ເພື່ອ​ຢືນຢັນ​ວ່າ​​ເຫດການທີ່​ພູ​ເບ້ຍ​ດັ່ງກ່າວ​ມີ​ຄວາມ​ຈິງ​ຫຼືບໍ່?, ນັກ​ຂ່າວ​ ​ແສນ​ສຸກ ​ໄດ້​ໂທ​ສອບ​ຖາມ​ໄປ​ຍັງ​ບໍລິສັດ ​ພູ​ເບ້ຍ​ມາຍ​ຈິງ ຈຳກັດ ​ແລະ​​ໄດ້​ຮັບ​ການ​ຢືນຢັນ​ວ່າ​ບໍ່ມີ​ການ​ຂຸດ​ຄົ້ນພົບ​ງູ​ໃຫຍ່​ດັ່ງກ່າວ​ແຕ່​ ຢ່າງ​ໃດ. ຂ່າ​ວລື​ດັ່ງກ່າວ​ລ້ວນ​ແຕ່​ແມ່ນ​ການຫຼອກລວງ…

Delicious Digg Fark Twitter