ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ຮູ້ຫລືບໍ່ວ່າ ວັນເກີດກໍສາມາດບອກຄວາມເຈົ້າເລ່ຫຼາຍຮັກໄດ້ເຊັ່ນກັນ ຖ້າບໍ່ຢາກດວງຕົກກໍຮີບໄປເຮັດບຸນວັນເກີດກັນນະ

 

ວັນອາທິດ

ຄົນເກີດວັນອາທິດ ມີດວງຊະຕາໃນເລື່ອງຮັກທີ່ຄ່ອນຂ້າງດີພໍສົມຄວນ ບໍ່ຄ່ອຍຈະມີບັນຫາປວດຫົວປວດໃຈ ຈົນເດືອດຮ້ອນເພາະເລື່ອງຄວາມຮັກຢ່າງຄົນເກີດມື້ອື່ນ ໆ ເນື່ອງຈາກພື້ນຖານນິໄສທີ່ເປັນຄົນເດັດດ່ຽວ ໜັກແໜ້ນ ເຈົ້າຈຶ່ງຄົບໃຜກໍຄົບຢູ່ຄົນດຽວ ພໍເລີກກັນເມື່ອໃດຈຶ່ງຄ່ອຍມີຮັກໃໝ່ ແຕ່ຄົນວັນອາທິດຈະບໍ່ອອກໄປ​ແລ່ນໄຂວ່ຄວ້າຫາຮັກມາໃສ່​ໂຕ​ພໍ​ປານ​ໃດ. ນອກຈາກຖ້າໃຫ້ກາມະເທບແຜງສອນເອງຕາມທຳມະຊາດດີກວ່າ ແມ່ນຈະເບິ່ງສຸຂຸມ ມີລະບົບລະບຽບ ເປັນຄົນກົງ ຫົວແຂງບໍ່ໜ້ອຍ ແຕ່ໃນໃຈຄົນວັນອາທິດກໍອ່ອນໄຫວບໍ່ຢອກກັບເລື່ອງຮັກ ເຫັນໃຜຖືກໃຈກໍມັກ ແຕ່ກໍຮູ້ຈັກຍັບຍັ້ງໃຈ ບໍ່​ແລ່ນເຂົ້າປະກົບທັນທີເດັດຂາດ ຖ້າຈະມີຄວາມເຈົ້າຊູ້ ກໍເຈົ້າຊູ້ງຽບ ແຕ່ບໍ່ແມ່ນງຽບແບບແອບເອົາຈິງຢ່າງຄົນວັນຈັນ ເພາະຄົນວັນອາທິດຈະພຽງ​ແຕ່​ເບິ່ງ ຮູ້ສຶກມັກ ສົ່ງຍິ້ມໄປນຳ ແຕ່ກໍບໍ່ຄິດຫຍັງຫລາຍກວ່ານັ້ນ.

ດວງຄວາມຮັກຂອງເຈົ້າ ເປັນລັກສະນະທີ່ມີຄວາມສຳພັນມີຄວາມຜູກພັນ ເຕັມໄປດ້ວຍຄວາມເລິກລັບ ບໍ່ແມ່ນຮັກແບບຕື່ນເຕັ້ນເລົ້າໃຈສັ້ນ ໆ ແລ້ວຈົບລົງເໝືອນພຽງຈູດ​ພຸ ດອກ​ໄມ້ໄຟ ຄົນວັນອາທິດເຮັດໃຫ້ຄົນອື່ນປະທັບໃຈໄດ້ສະເໝີ ກັບຄວາມສຸຂຸມ ທໍລະ​ນົງ ອົດທົນ ມຸ້ງໝັ້ນ ໃສ່ໃຈຄົນຮັກຢ່າງສະເໝີຕົ້ນສະເໝີປາຍ ແຕ່ຖ້າໃຜຄົນນັ້ນຟູ່ຟ່າຫລູຫລາໃຊ້ເງີນກະໜ່ຳເກີນໄປເຈົ້າກໍບໍ່​ບໍ່​ຖືກ​ໃຈຄືກັນ

ຄວາມທີ່ເປັນຄົນຊ່າງເລືອກຄົນວັນອາທິດ ຈຶ່ງບໍ່ແມ່ນຄົນປະເພດທີ່ມີໃຜ ໆ ຄຽງຂ້າງຢູ່ຕະຫລອດເວລາ ບາງປີຖ້າບໍ່ມີໃຜຫລາຍ ໆ ກໍຍອມປ່ຽວໃຈຕະຫລອດປີບໍ່ຊີລຽດ ຖ້າຄົນວັນອາທິດຖືກໃຈໃຜ ຈະໃຊ້ເວລາເບິ່ງໃຈ ເບິ່ງນິໄສ ກ່ອນຈະດຳເນີນຄວາມສຳພັນຕໍ່ໄປໃຫ້ເລິກ​ເຊິ່ງ ດ້ວຍຄວາມຂີ້ລະແວງບໍ່ໄວ້ໃຈໃຜງ່າຍ ໆ ຕ້ອງເບິ່ງແລ້ວເບິ່ງອີກກວ່າຈະຕັດສິນໃຈເລື່ອງຄວາມເໝາະສົມກັນ ແລະເຈົ້າກໍຄິດຫລາຍກວ່າຄົນເກີດມື້ອື່ນ ໆ ບໍ່ວ່າຈະເປັນເລື່ອງອາຍຸຫລືຖານະ ເຊັ່ນ ອີກຝ່າຍລວຍກວ່າຫລາຍ ຫລືຈົນກວ່າຫລາຍ ໆ ເຈົ້າກໍຈະຄິດຫລາຍ ແມ່ນຈະຮັກແລ້ວແຕ່ກໍລັງເລ ຫລືຖ້າອາຍຸນ້ອຍກວ່າຫລາຍ ໆ ຫລືແກ່ກວ່າຫລາຍ ໆ ກໍຢ້ານວ່າຄົນອື່ນຈະຄິດຈັ່ງ ຊ່ອງວ່າງລະຫວ່າງໄວຈະມີຫລືບໍ່ ນີ້ແຫລະຄືສະຕາຍຄວາມຄິດຂອງຄົນວັນອາທິດ ບັນຫາຮັກໃນເລື່ອງອື່ນ ໆ ບໍ່ຄ່ອຍມີ ນອກຈາກຈະສັບສົນກັບຕົວເອງ

 

ວັນຈັນ

ຄົນເກີດວັນຈັນມັກມີດວງກ່ຽວກັບຄວາມຮັກໃນແບບທີ່ເລິກລັບ ບໍ່ຮັກພຽງຫວືຫວາໃຫ້ຕື່ນເຕັ້ນເລົ້າໃຈເທົ່ານັ້ນ ດ້ວຍທຳມະຊາດແລະພື້ນດວງທີ່ເປັນຄົນຊ່າງຄິດຊ່າງຕອງ​ຮອບຄອບກັບທຸກເລື່ອງລາວສະເໝີ ດັ່ງນັ້ນກັບໃນເລື່ອງຮັກ ເຈົ້າຈຶ່ງຕ້ອງໝັ້ນໃຈກ່ອນທີ່ຈະເອື້ອມມືໄປຄວ້າມາແນບໃຈ ສະ​ເໜ່ທີ່ໂດດເດັ່ນຂອງຄົນວັນຈັນຢູ່ທີ່ສິລະປະໃນການເວົ້າຈາເຮັດໃຫ້ໃຜ ໆ ຫລົງເຄີ້ມໄດ້ສະເໝີ ແລະຍັງເປັນຄົນສະຫລາດມີສະຕິບັນຍາທີ່ດີອີກດ້ວຍ ນັ້ນເປັນຈຸດເດັ່ນທີ່ເຮັດໃຫ້ຄົນຮອບຂ້າງຊື່ນຊົມເປັນພິເສດ ແຕ່ເຖິງວ່າຈະມີໃຈມັກໃຜ ຄົນວັນຈັນຈະບໍ່ເປີດເຜີຍທຸກຢ່າງແກ່ຄົນຮັກ ເນື່ອງຈາກເປັນຄົນມີໂລກສ່ວນຕົວ ມັກເກັບບາງເລື່ອງລາວໄວ້ກັບຕົວເອງເໝືອນກັບທີ່ເປັນຄົນມັກອິດສະຫລະ ແລະຮັກສະໜຸກບໍ່ໜ້ອຍເລີຍ

ຄົນເກີດວັນຈັນແທ້ ໆ ແລ້ວມີ 2 ແບບຄື ແບບທີ່ຄວັກເງິນທຸ່ມໃຫ້ຄົນຮັກແບບສຸດ ໆ ກັບອີກປະເພດຄື ໜຽວສຸດ ໆ ກັບຄົນຮັກ ເຈົ້າເປັນແບບໃດກໍຄົງຕ້ອງກວດກາເບິ່ງຕົວເອງ ແຕ່ທີ່ມີຢູ່ໃນຕົວຄົນວັນຈັນທັງ 2 ແບບ ກໍຄືມັກຈະເປັນຄົນທີ່ອ່ອນໄຫວກວ່າ ເພາະຍາກທີ່ຈະເບິ່ງແຍງຄົນຮັກຂອງຕົນ ແບບແສນຫ່ວງຫວງ ແລະເຈົ້າກໍມັກມີຮັກແບບທີ່ຄ່ອຍ ໆ ໃກ້ຊິດຕິດໃຈກັນໄປເທື່ອລະໜ້ອຍ ເຈົ້າພ່າຍແພ້ຄົນທີ່ເຂົ້າໃຈເຈົ້າຖ່ອງແທ້ ດວງຂອງເຈົ້າຈຶ່ງມີແນວໂນ້ມທີ່ຈະພົບຮັກທີ່ຊາບ​ ເລິກຕຶງໃຈແລະມີຄວາມຜູກພັນກັນຫລາຍ ເພາະເປັນຄວາມຮັກທີ່ມີພັດທະນາການເຕັມໄປດ້ວຍຄວາມເຂົ້າໃຈໃນກັນແລະກັນ ພະຍາຍາມທີ່ຈະຮູ້ຈັກຕົວຕົນແທ້ ໆ ຂອງກັນແລະກັນນັ້ນເອງ

ຄົນວັນຈັນໂຊກດີທີ່ໄດ້ຄົບກັບຄົນຄ້າຍ ໆ ກັນ ລົດນິຍົມບໍ່ຕ່າງກັນປານຟ້າກັບດິນ ລົມກັນຮູ້ເລື່ອງ ຖ້າໃຜທີ່ເບິ່ງດີຢ່າງດຽວ ແຕ່ລົມກັນບໍ່ຮູ້ເລື່ອງ ທັດສະ​ນະ​ຄະຕິຕ່າງກັນຫລາຍ ໆ ຄົນວັນຈັນຈະລະຄວາມສົນໃຈທັນທີ ຫາກເມື່ອໃດທີ່ອົກຫັກ ຄົນວັນຈັນກໍຈະບໍ່ຟູມຟາຍເທົ່າໃດແມ່ນຈະປວດໃຈພຽງໃດ ຄົນທີ່ເປັນຄູ່ຮັກຂອງຄົນວັນຈັນໄດ້ດີຕ້ອງມີລັກສະນະຂອງຄວາມເປັນເພື່ອນ ​ໄປ​ໃສນຳກັນກໍໄດ້ ຖ້າເຮັດສະຫວີດເປັນເຈົ້າຂອງເກີນໄປ ມັກຢູ່ກັບຄົນວັນຈັນໄດ້ສັ້ນກວ່າທີ່ຫວັງ

 

ວັນອັງຄານ

ຄົນເກີດມື້ນີ້ ມີຫົວໃຈກ້າໄດ້ກ້າເສຍ ໃນເລື່ອງຄວາມຮັກນັ້ນຖືຄະຕິວ່າສ່ຽງເປັນສ່ຽງກັນຕາມປະສາຄົນມັກສະໜຸກ ເຈົ້າສຳລານພໍສົມຄວນ ຄົນວັນອັງຄານເຈົ້າຊູ້ ຈຶ່ງມີດວງໃນເລື່ອງຄວາມຮັກທີ່ໂດດເດັ່ນ ຄືໄດ້ພົບຮັກສະເໝີ ໆ ມັກຄົບຄົນເດັ່ນ ໆ ທີ່ເບິ່ງດີກວ່າໃຜໃນກຸ່ມຄົນທີ່ມີທ່າທາງລຽບງ່າຍຈົນເກີນໄປ ຄ່ອນຂ້າງເຊີຍ ໆ ບໍ່ແມ່ນຄົນແບບທີ່ເຈົ້າຈະສະດຸດຕາສະດຸດໃຈແນ່ນອນ ໃຜກໍຕາມທີ່ຫ້າວເກີນເຫດ ຄົນວັນອັງຄານກໍຍາກຈະຕັດໃຈ ຄິດມັກພໍຄວາມສົດໃສ ໝັ່ນໃຈໃນຕົວເອງ ຄືສະ​ເໜ່ທີ່ເຮັດໃຫ້ໃຜ ໆ ຫລົງຮັກຄົນເກີດວັນອັງຄານ ແລະນິໄສທີ່ແຂງເກີນໄປຂອງເຈົ້າກໍຄືຕົວການສຳຄັນທີ່ຈະທຳລາຍຄວາມຮັກໃຫ້ພັງທະລາຍໄປຢ່າງໜ້າເສຍດາຍ

ຍາມຫລົງຮັກໃຜ ເຈົ້າຈະຕາມຕິດຫວັງພິຊິດໃຫ້ໄດ້ ເມື່ອສົມໃຈແລ້ວ ເຈົ້າກັບບໍ່ຍອມໃຫ້ຄູ່ຮັກມາປ່ຽນແປງຄວາມເປັນຕົວຕົນທີ່ແທ້ຂອງເຈົ້າ ຖ້າໃຜຍອມເຈົ້າໄດ້ກໍຮັກກັນໄດ້ດົນແນ່ນອນ ໂດຍທົ່ວໄປດວງໃນເລື່ອງຄວາມຮັກຂອງຄົນວັນອັງຄານ ບໍ່ຄ່ອຍມີອຸປະສັກຫຍັງຫຼາຍ ຈີບໃຜຫລືທອດສະພານໃຫ້ໃຜກໍມັກສຳເລັດສະເໝີ ຢູ່ທີ່ວ່າຕົວເຈົ້າເອງນັ້ນແຫລະຈະເປັນຝ່າຍຈືດຈາງຫ່າງເຫີນອີກຝ່າຍເສຍກ່ອນ ຕາມປະສາຄົນເຈົ້າຊູ້ທີ່ຫົວໃຈອ່ອນໄຫວ ແລະຢາກຄົບຄົນໃໝ່ ໆ ເພາະຮູ້ສຶກວ່າເປັນເລື່ອງທ້າທາຍດີ

ມັກຫາຄວາມຫມັ້ນໃຈໃຫ້ຕົວເອງດ້ວຍເລື່ອງຮັກໆ ​​ໄຄ່ໆ ບາງເທື່ອທັງ 4 ຫ້ອງຫົວໃຈເຕັມໝົດ ຫ້ອງໃດທົນບໍ່ໄຫວແກວ່ງມືລາໄປເຈົ້າກໍບໍ່ເສຍໃຈ ມີໃຜຄົນໃໝ່ມາແທນໄດ້ໄວສະເໝີ ດວງຄວາມຮັກຄ່ອນຂ້າງດີ ຕົວເອງບໍ່ມີບັນຫາ ແມ່ນຈະມັກຕາມໃຈຕົວເອງ ແຕ່ກໍບໍ່ຄ່ອຍເອະອະເອົາເລື່ອງກັບຄວາມຮັກຈິງຈັງປານ​ໃດ ບັນຫາມັກເກີດຂຶ້ນເພາະຄົນຮັກຂອງເຈົ້າ ຊຶ່ງຄິດຈະເອົາເລື່ອງກັບເຈົ້າໃຫ້ໄດ້ ຫລືອາດເປັນເພາະຄວາມໃຈຮ້ອນຂອງເຈົ້ານຳ ໂດຍທີ່ເຈົ້າບໍ່ໄດ້ຕັ້ງໃຈຈະໃຫ້ເກີດການແຕກຫັກຫລອກ ດັ່ງນັ້ນຖ້າໃຜເຂົ້າໃຈເຈົ້າກໍສາມາດຄວງກັບເຈົ້າໄດ້ດົນເປັນພິເສດ.

ເອົາໄປສາມມື້ກ່ອນ   ອືກສີ່ມື້ຕິດຕາມຊົມຕອນຕໍ່ໄປ

ຄວນໃຊ້ວິຈາລະນະຍານໃນການອ່ານ

ບໍ່ຄວນໄປຊີລຽດກັບມັນ

Delicious Digg Fark Twitter