ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ລະດັບການສຶກສາ ຂອງຜູ້ບໍລິຫານລະດັບໂລກ
ສ້າງເມື່ອ ຕ.ລ.. 8, 2010 15 ຄົນໂຫວດ, 18 ຄຳເຫັນ, ອ່ານ 931 ເທື່ອ
ທ່ານຄິດວ່າເລື່ອງນີ້ເປັນແນວ?
ມີຫຼາຍຄົນທີ່​ເວົ້າ​ວ່າ​ຖ້າ​ຍາກ​ມີ​ຊີວິດ​ທີ່​ດີ​ໃນ​ອະນາຄົດ,ຍາກ​ມີໜ້າທີ່​ການ​ງານ​ທີ່​ດີ ​ຕ້ອງ​ຮຽນ​ໃຫ້​ສູງໆນັ້ນ​ເປັນ​ສິ່ງ​ ຖືກຕ້ອງ​ແຕ່​ສຸດ​ແຕ່...​ສຳລັບ​ຄົນທີ່​ບໍ່​ໄດ້ຮຽນ​ເດ​? ຜູ້ ​ທີ່ຮຽນບໍ່ຈົບ​ຮອດ​ວິທະຍາ​ໄລ​ເດ​ຈະ​ມີ​ໂອກາດ​ໄດ້​ມີ​ຊີວິດ​ທີ່​ດີ​ມີໜ້າທີ່​ການງານ​ແລະໜ້າຕາ​ໃນ​ສັງຄົ​ມບໍ?ຄຳ​ຕອບ​ອາດ​ຈະ​ ບໍ່ຖືກຕ້ອງ​ສະ​ເໝີ​ໄປສະນັ້ນ​ເຮົາ​ລອງ​ມາ​ເບິ່ງ​ຜູ້​ທີ່​ເປັນ​ມະຫາ​ເສດ​ຖີ​ໃນ​ປະຈຸ​ບັນ​ນີ້​ວ່າ​ເຂົາ​ມີ​ລະດັບ​ ການ​ສຶກສາລະ​ດັບ​ໃດ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈິ່ງ​ສາມາດ​ກາຍ​ມາ​ເປັນ​ມະຫາ​ເສ​ ດຖີອັນ​ດັບ​ໂລກ​ໄດ້​​ເຊິ່ງມີ​ບາງ​ຄົນຮຽນບໍ່ຈົບ​ວິທະຍາ​ໄລ​ແລະ​ບາງ​ຄົນ​ບໍ່​ ເຄີຍ​ເຂົ້າຮຽນ​ໃນ​ວິທະຍາ​ໄລ​ດ້ວຍ​ຊ້ຳ,ສະ ນັ້ນ ຂ້າພະ​ເຈົ້າຈິ່ງ​ຂຽນບົດ​ຄວາມ​ນີ້​ ຂຶ້ນມາເພື່ອ​ເປັນ​ແຮງບັນດານ​ໃຈ​ໃຫ້​ກັບ​ຜູ້​ທີ່​ນ້ອຍ​ໃຈ​ໃນ​ລະດັບ​ການ​ສຶກສາ​ຂອງ​ຕົນ​ເອງ​ :

<!--[if !supportLists]-->- <!--[endif]-->Paul Allen ພອລ ​ແອ​ລ​ເລນ ຜູ້​ກໍ່ຕັ້ງ​ແລະ​ປັນ​ຜູ້​ບໍລິ​ຫານ​ຝ່າຍ​ເຕັກນິກ ຂອງ​ບໍລິສັດ ​ໄມ​ໂຄ​ຊັອບ,ລະດັບ​ການ​ສຶກສາ: ຮຽນບໍ່ຈົບ​ມະຫາວິທະຍາ​ໄລ ລາ​ອອກ​ຫຼັງຈາກ​ຮຽນ​ໄດ້​ພຽງ ສອງ​ປີ​ໂດຍ​ຕໍ່ມາ​ໄດ້​ຮ່ວມ​ກັບ ​ບິ​ວ​ເກດ​ Bill Gates ໃນ​ການກໍ່ຕັ້ງ ບໍລິສັດ ​ໄມ​ໂຄ​ຊັອບ,

<!--[if !supportLists]-->- <!--[endif]-->Richard Branson ຣິກຊາດ ​ແບຣນສັນ ​ເປັນ​ປະທານ​ບໍລິຫານ​ບໍລິສັດ Virgin Group ​ເຊິ່ງ​ເຮັດ​ທຸລະ​ກິດ​ກ່ຽວກັບ ການ​ລົງທຶນ,ສື່​ໂຄສະນາ​ວິທະຍຸ​ໂທລະທັດ ​ແລະ​ການ ທ່ອງ ທ່ຽວ ລະດັບ​ການ​ສຶກສາ ອຸດົມ Highs chool

<!--[if !supportLists]-->- <!--[endif]-->Maverick Carter ​ແມ​ເວີຣິກ ຊາດ​ເຕີ ​ເປັນ​ປະ​ທານ​ບໍລິຫານ ບໍລິສັດ LRMR Innovative Marketing & Branding ​ເຊິ່ງ​ເຮັດ​ທຸ​ລະ​ກິດ​ກ່ຽວກັບ​ການ​ຕະຫຼາດ​ແລະ​ການ​ໂຄສະນາ ລະດັບ​ການ​ສຶກສາ ຮຽນບໍ່ຈົບ​ມະຫາວິທະຍາ​ໄລ, ລາ​ອອກ​ຫຼັງຈາກ​ຮຽນ​ໄດ້​ພຽງ ສາມ​ປີ​ເຄິ່ງ

<!--[if !supportLists]-->- <!--[endif]-->John Paul DeJoria ຈອນ ພອລ ​ເດີ​ໂຈ​ເຣຍ ​ເປັນ​ປະທານ​ບໍລິຫານ​ບໍລິສັດ John Paul Mitchell Systems ​ເຊິ່ງ​ເປັນ​ທຸລະ​ກິດ​ກ່ຽວກັບ​ຜະລິດ​ຕະພັນ​ເບິ່ງ​ແຍງ​ເສັ້ນຜົມ

<!--[if !supportLists]-->- <!--[endif]-->Michael Dell ປະທານ​ບໍລິຫານ ບໍລິສັດ​ຍັກ​ໃຫຍ່​ຄອມ​ພິວ​ເຕີ DELL ລະດັບ​ການ​ສຶກສາ ບໍ່ຈົບ​ມະຫາວິທະຍາ​ໄລ

<!--[if !supportLists]-->- <!--[endif]-->Felix Dennis ​ເຟລິກ ​ເດນ​ນິດ ຜູ້ກໍ່ຕັ້ງ​ແລະ​​ເປັນ​ຜູ້ບໍລິຫານ​ກຸ່ມ​ບໍລິສັດ Alpha Media Group ​ເປັນ​ທຸລະ​ກິດ​ກ່ຽວກັບ​ສື່​ສິ່ງ​ພິມ ລະດັບ​ການ​ສຶກສາ ອຸດົມ Highs chool

<!--[if !supportLists]-->- <!--[endif]-->Barry Diller ​ແບ​ຣີ ດິວ​ເລີ ປະທານ​ຜູ້​ບໍລິຫານ ບໍລິສັດ InterActiveCorp (IACI)
​ເປັນ​ທຸລະ​ກິດ​ກ່ຽວກັບ​ການໂຄສະນາ ລະດັບ​ການ​ສຶກສາ ບໍ່ຈົບ​ມະຫາວິທະຍາ​ໄລລາອອກ​ຫຼັງຈາກ​ເຂົ້າຮຽນ​ໄດ້​ພຽງສາມ​ອາທິດ

<!--[if !supportLists]-->- <!--[endif]-->​ແລະ​ບຸກຄົນ​ຜູ້​ທີ່​ປະສົບ​ຜົນສຳ​ເລັດ​ສູງ​ສຸດ​ໃນ​ໂລກ​ກໍ​ວ່າ​ໄດ້​ເຊິ່ງ​ເປັນ​ເສດຖີ​ອັນ​ດັບ​ທີ 1 ຂອງ​ໂລກ​ໃນ​ປັດຈຸບັນ​ນີ້ ນັ້ນກໍ​ຄື Bill Gates ບິ​ວ​ເກດ​ນັ້ນ​​ເອງ ປັດຈຸບັນ​ເປັນ​ທີ່​ປຶກສາ​ຂອງ​ບໍລິສັດ​ຊັອບ​ແວ​ຄອມ​ພິວ​ເຕີ​ທີ່​ໃຫຍ່​ທີ່​ສຸດ ​ຂອງ​ໂລກ ໄມໂຄຣຊັອບຄອບ​ເປີ​ເຣຊັ່ນ ​ເຊິ່ງລະດັບ​ການ​ສຶກສາບໍ່ຈົບ​ຮອດ​ ມະຫາວິທະຍາ​ໄລ ​ແຕ່​ເປັນ​ຜູ້​ທີ່​ປະສົບ​ຜົນສຳ​ເລັດ​ສູງ​ສຸດ​ໃນ​ໂລກ​ທຸລະ​ກິດ​ໃນ​ປັດຈຸບັນ​ນີ້

​ສະນັ້ນສຳລັບ​ທ່ານ​ໃດ​ທີ່​ກຳລັງ​ຮູ້ສຶກ​ນ້ອຍ​ອົກ​ນ້ອຍ​ໃຈ​ກັບ​ການ​ສຶກສາ​ຂອງ​ຕົນ​ເອງ​ລອງ​ມາ​ຄິດ ​ໃໝ່​ເບິ່ງ​ວ່າການ​ສຶກສາ​ອາດ​ຈະ​ບໍ່​ແມ່ນ​ໄມ້​ວັດ​ແທກ​ດຽວທີ່​ສຳຄັນທີ່​ສຸດ​ ແຕ່​ສິ່ງ​ຄວາມ​ອົດທົນ​,ຄວາມຕັ້ງ​ໃຈ​ ຢ່າງ​ຈິງ​ຈັງແລະ​ຄວາມ​ມີ​ຫົວ​ຄິດ​ປະດິດ​ສ້າງນັ້ນຈະ​ເປັນ​ສິ່ງ​ທີ່​ຈະ​ນຳພາ​ທ່ານ​ໄປ​ສູ່​ຄວາມ​ສຳ​ເລັ​ດ​ໃນ​ອະນາຄົດ