ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ສະຖານະ
ພຸດທະຈັກ ຢູ່ປີ 5 ແລ້ວເດີ້ ;) ກຳລັງຂຽນບົດຈົບຊັ້ນ ເສດຖະສາດ ..ຕື່ນເຕັ້ນຫຼາຍໆ ຮະຮະຮະຮະ
ອັບເດດ: 13 ປີກ່ອນ
ສະຖິຕິ
ປະເພດ:ສະມາຊິກທົ່ວໄປ
ເຄືອຂ່າຍ:ຄົນວຽງຈັນ
ຄົນຜູ້ນີ້ຄື:ພົນລະເມືອງພັນລາວ
ຄົນອ່ານ:9490 ຄັ້ງທີ່ມີຄົນອ່ານ
ໝູ່:204 ຄົນ
ອັບເດດ:12 ປີກ່ອນ
ເຂົ້າຮ່ວມເມື່ອ:ມ.ນ.. 15, 2008
ກຸ່ມ (13)
BOxEr , ເລົ່າເລື່ອງຜີ , \\..VeSpA../ , ★dExXxXzAaaaazAePp★ , EX**LOCKER**BAND** , J-Rock....!!~ , Lao MeTal \m/ , Sality.aa , XxxxSEXpHONExxxX , ຂີ້ເກມ , ນັ່ງນິນທາຄົນອື່ນ , ສາວລາວດີ່ວ້າ , ຮັກເພງລາວ
ຊັບສົມບັດ
ອັນດັບ: 1250
ຖານະຂອງຂ້ອຍ: ຊົນຊັ້ນສູງ
ເງິນທີ່ຫາມາໄດ້: 5444 ພັນລາວ.
ໂປຣໄຟລ໌
ໝູ່
ຄຳເຫັນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
 
ຂໍ້ມູນສ່ວນຕົວ
ຊື່:
ນາມສະກຸນ:
ຊື່ຫຼິ້ນ:
ອ໋ອດ
ວັນເດືອນປີເກີດ: (36 ປີ)
ເພດ:
ອີເມວ:
moontoy@live.com
ເບີໂທ:
021560235 ລະບອກວ່າ..ຂໍສາຍທ້າວອ໊ອດແດ່..ວ່າຊີ້ເດີ້
ບ້ານ:
ໜອງທາເໜືອ
ເມືອງ:
ແຂວງ:
ປະເທດ:
ສ່ວນສູງ:
ນ້ຳໜັກ:
ກຣຸບເລືອດ:
ແນະນຳຕົວເອງ:
ສະບາຍດີເພື່ອນມິດໝູ່ສະຫາຍທັງທ່ານຊາຍ ແລະ ທ່ານຍິງເດີ້ (ທັງທ່ານທີ່ຢາກເປັນຜູ້ຊາຍ ແລະ ຢາກເປັນຜູ້ຍິງ) ຂ້າພະເຈົ້າເອງ ມີຊື່ແທ້ ທີ່ພໍ່ແມ່ຕັ້ງໃຫ້ມາແຕ່ກຳເນີດ (ເກີດໄດ້ປະມານ ໒ ຫຼື ໓ ມື້ນິລະ) ວ່າ....(ຢ່າຂ້າງເທິງເດີ້).. ກະຈັ່ງໃດຕໍ່ລະ ກໍ່ບໍ່ຄ່ອຍຈະມີຫຍັງຫຼາຍກ່ຽວກັບຊີວິດຂອງຂ້ອຍເອງ, ຕັ້ງແຕ່ນ້ອຍ ຈົນເຖິງເມື່ອບໍ່ດົນມານີ້ ຕົນເອງກະເປັນຄົນທີ່ມີແຕ່ຄວາມເພີ້ຝັນ ຢາກໄດ້ນັ້ນ ຢາກໄດ້ນີ້..ແຫຼະກະໄດ້ແຕ່ຄິດເອົາເອງຕະຫຼອດແຫຼະ..ວ່າຢາກເສດນັ້ນເສດນີີ້ໄດ້..ຢາກມີເງິນຫຼາຍຯເດ້..ຢາກເຮາະໄດ້ເດ໊ ຈຶຶ່ງສິໄດ້ບິນໄປອາເມຮິກາ..ຢາກມີຕາທິບເດ໊ ຈຶ່ງສິໄດ້ບໍ່ຕ້ອງຈອບເບິ່ງກະເຈົ້າອາບນ້ຳຄືທຸກມື້ທີ່ເຮັດຕະຫຼອດ.. ເຮີ່ຍ..ອັນນັ້ນກະຍັງນ້ອຍ.. ກະບໍ່ວ່າຫຍັງກັນແຫຼະເນາະ..

ສຳລັບຕອນນີ້..ຮູ້ສຶກວ່າຊີວິດນີ້ມີຫຍັງຫຼາຍຢ່າງທີ່ຂ້ອຍເອງຢາກຈະເຮັດໃຫ້ໄດ້, ຫຼາຍຯຢ່າງທີ່ຕັ້ງຄວາມຝັນໄວ້ ກະຄື:..ຢາກໄປຮຽນອາເມຮິກາບໍ່..ຢາກມີລົດໃຫຍ່ຄັນງາມຯຂີ່ໄປຮ້ານເຕົາຮູ້ ເທື່ອສິໄດ້(ຮະຮະຮະ ນັ້ນມັນກະຄວາມຝັນ) ແຕ່ມັນກໍ່ເກີດມີແຮງບັນດານໃຈຢ່າງໜຶ່ງເຮັດໃຫ້ຂ້ອຍຢາກຕັ້ງໃຈເຮັດໃຫ້ຄວາມຝັນທີ່ຂ້ອຍ ຝັນແລະຫວັງມາຕະຫຼອດ ທີ່ຢາກຈະເຮັດໃຫ້ມັນເປັນຄວາມຈິງຂື້ນມາ..ເລື້່ອງມັນກະເກີດຈຂື້ນ ເມື່ອຂ້ອຍເອງໄປມັກຜູ້ຍິງຄົນໜຶ່ງເຂົ້າ. ຮະຮະ..ຫຼາຍຯຢ່າງ ເມືາອຂ້ອຍໄດ້ຮູ້ຈັກກັບລາວ..ໂອ໊ຍ..ອັນຄວາມຄິດບ້າຯທີ່ຢາກຈະມີຄູ່ຊີວິດກັບລາວ ມັນກະເກີດຂື້ນມາຈາກຫົວຂອງຂ້ອຍຈົນໄດ້, ໜິ໊..ຈະເວົ້າເລື່ອງຂອງຂ້ອຍໃຫ້ຟັງໜ້ອຍໜຶ່ງ..ທີ່ຈິງແລ້ວຂ້ອຍເປັນຄົນຮຽນເກັ່ງໃດ໊, ຮຽນເກັ່ງຫຼາຍອີກ..ຕັ້ງແຕ່ນ້ອຍຈົນໃຫຍ່..ເສັງບໍ່ເຄີຍໄດ້ທີ່ໂຫຼ້ຍຂອງຫ້ອງຈັກເທື່ອ.., ແຕ່ຄັນຖາມຫາທີ ໑ ຫວາ? ຮະຮະຮະ ບໍ່ໃຫ້ເວົ້າເລີຍອັນນັ້ນ (ຝັນເອົາ ອ໊ອດເອີ້ຍ) ເອີ້...ຊື່ຫຼີ້ນຂ້ອຍຊື່ ອ໋ອດເດີ້... ນະແຫຼະ..ຮອດໃສລະນໍບາດນິ... ເອີ..ຕໍ່ເດີ໊... ເມື່ອຂ້ອຍເລີ່ມຫຼີ້ນດົນຕີ ມັນກະເຮັດໃຫ້ຂ້ອຍເລີ່ມບໍ່ຄ່ອຍຈະເອົາຈິງເອົາຈັງກັບການຮຽນພໍປານໃດແດ່ລະ..ຮື້່..ເວົ້າແບບນີ້ກະຢ່າພາກັນເຂົ້າໃຈວ່າການຫຼີ້ນດົນຕີເປັນສິ່ງທີ່ບໍ່ດີໃດລະເດີ້.. ທີ່ຈິງທີ່ຂ້ອຍຮຽນບໍ່ໄດ້ມັນກະຍ້ອນຂ້ອຍແບ່ງເວລາໃຫ້ດົນຕີ ແລະ ການຮຽນບໍ່ເປັນຫຼາບກວ່າ.. ອື່.. ຈາກນັ້ນຂ້ອຍກະບໍ່ຄ່ອຍຈະມີໜ໊!ມີຕາກັບເລື່ອງຮຽນປານ ໃດ໊ (ໝົດລະເດີ້ສຳລັບເລື່ອງຫຍໍ້ຂອງຂ້ອຍ) ..ນະແຫຼະ.... ມາຕໍ່ເລື່ອງນີ້ຕໍ່ເດີ້.. ເມື່ອຂ້ອຍມັກຍິ່ງຄົນໜຶ່ງເຂົ້າຫຼາຍຯ..ຂ້ອຍກະເລີ່ມຄິດແຫຼະບາດນິ.. ເຮັດແນວໃດດີເດ້..ເຮົາຈຶ່ງສິໄດ້ເອົາ (ແຕ່ງດອງ)ກັບຜູ້ນິນະ.. (ຕອນທີ່ຂ້ອຍກຳລັງຄິດນິນະ... ທຸກຯຢ່າງມັນກະເລີ່ມຈະມືດມິດໄປໝົດ..ຮູ້ສຶກວ່າຄວາມຝັນຂອງຄ້ອຍຄັ້ງນີ້ ມັນຄືຈະເປັນຫຍັງທີ່ຍາກເກີນໄປລະຕີ້...... ກະເບິ່ງດຸ.. ພໍ່ລາວ ກະປະລິນຍາເອກພຸ້ນນ່າ...ແມ່ກະຮຽນສູງທໍ່ທໍ່ກັນ.. ຄອບຄົວກະເຈົ້າເປັນຄອບຄົວທີ່ມີຕະກຸນລຸນຊັ້ນ.... ເວົ້າສິກະບໍ່ໄດ້ວ່າເອົາມາປຽບທຽບວ່າຄອບຄົວຂອງໂຕເອງເປັນຊັ້ນເປັນຊີ້ດອກເດີ້... ແຕ່ເມື່ອຂ້ອຍຫຼຽວ ເບິ່ງໂຕຂ້ອຍເອງ..ເບິ່ງດຸ..ນັກດົນຕີເດ້ເນາະ.. ເຈາະຫູ.. ຜົມຍາວ..ໄປໃສ ຄອນເສີດຫຼືອີ່ຫຍັງກະໄປຕອນຄ່ຳ..ເຮີຍ..ອັນທີ່ແຮງຯໄປກວ່ານັ້ນກະ..ຮຽນປຶກອີກ..ໂງ່ຯ....,) ** ຊັ້ນແຫຼະ..ລະຂ້ອຍສິເຮັດຈັ່ງໃດລະ..ພໍ່ແມ່ກະເຈົ້າຈຶ່ງຈະຍອມຮັບຄົນແບບນີ້ເປັນລູກເຂີຍ... ອ້າວ ກະເລີ່ມກຸ້ມໃຈຂື້ນເທື່ອລະນ້ອຍລະເດີ້ຕອນນິ.. . ອ້າວ..ກະມີແຕ່ນັ່ງເຈັບຫົວ ຂ້ອຍກະຄິດວ່າຄືສິໄປບໍ່ຮອດດວງດາວກັບຜູ້ອື່ນຈັກເທື່ອດອກນໍ... ຂ້ອຍກະສຳນຶກ..ວ່າຕົນເອງກໍ່ເປັນຄົນທີ່ຫົວດີ..(ບໍ່ແມ່ນແຕ່ຂ້ອຍເດີ້..ທຸກຄົນທີ່ຕັ້ງໃຈ..ທຸກຄົນຕ້ອງເຮັດໄດ້ໝົດ ເພາະທຸກຄົນກະຫົວດີຄືກັນໝົດ) ນະ ລະ..ຂ້ອຍກະເລີຍເອົາເວລາທີ່ໃຊ້ຫາຍໃຈຖີ້ມ..ເອົາມາຮຽນເບິ່ງດຸ.. ກະຄິດວ່າ ເຮົາໄປກ່າຍບົດຮຽນໝູ່ຕອນເສັງນະ..ຜູ້ທີ່ກະເຈົ້າບໍ່ຮູ້ຫຍັງ ກະເຈົ້າກະກ່າຍຄົນອື່ນມາ ເຮົາກະຍັງໄປກ່າຍກະເຈົ້າຕໍ່ຢູ່..ເຮີ່ ຄິດໄປລະແຫ່ງເຈັບໃຈກັບຄວາມໂງ່ຂອງໂຕເອງຢູ່.. ເອີ່..ຕໍ່ມາກະຕັ້ງໃຈຮຽນແຫຼະ.. ມີໃຈເດ໊.. ຢາກເປັນລູກເຂີຍເສດຖີ.. ເຮົາກະຕ້ອງຮຽນເກັ່ງ..ເພາະ ເຮົາມາແຕ່ໂຕ..ສິເອົາຖານະໃດຯໄປປຽບທຽບໃຫ້ກະເຈົ້າຍອມຮັບກະຄົງຈະບໍ່ໄດ້ ແລະ ບໍ່ມີຫຍັງເປັນຕາພູມໃຈໄປກວ່າຄວາມຮູ້ຄວາມສາມາດທີ່ຕິດໂຕ ໄປກັບເຮົາແຕ່ແບບນີ້ດອກ.. ນັບຈາກມື້ນັ້ນແຫຼະ.. ຂ້ອຍກະເລີຍກາຍເປັນຄົນທີຮຽນຮຽນຮຽນຮຽນຮຽນຮຽນ....ແຫຼະສິ່ງທີ່ໄດ້ຮັບ..ມັນກະບໍ່ຖືວ່າຈະສົມບູນນແບບໄປທຸກແນວດອກ.. ແຕ່ມັນກະເຮັດໃຫ້ຂ້ອຍປ່ຽນໄປຫຼາຍ.. .ກະມີຢ່າງໜຶ່ງທີ່ຢາກເວົ້າເອົາໄວ້... ຮຽນໂລດເດີ້...ຜົນທີ່ໄດ້ຮັບຈາກການຮຽນ ແມ່ນສິ່ງທີດີແນ່ນອນ..ເຖິງຈະບໍ່ໄດ້ຫຼາຍກະຕ້ອງໄດ້ໜ້ອຍໜຶ່ງ.. ມັນດີແນ່ນອນນະ.. ແນວໃດກະດີກວ່າບໍ່ຮຽນເດີ້..ດຽວໂງ່ໃດ໊.. ດຽວສິບໍ່ໄດ້ລູກສາວເສດຖີຄືຂ້ອຍໄດ໊^^'.. (ລະເລື່ອງຫຍໍ້ຂອງຂ້ອຍກະໝົດເທົ່ານີ້..ສ່ວນວ່າຂ້ອຍຈະໄດ້ແຕ່ງດອງກັບຍິງຄົນນັ້ນຫຼືບໍ່ກະ...ຮະຮະ...ບໍ່ຮູ້ຄືກັນ.. ຮູ້ແຕ່ມັນກະບໍ່ໄດ້ເປັນຄວາມຝັນທີ່ຂ້ອຍຖີ້ມມັນໄວ້ແຕ່ຂ້າງໝອນອີກແລ້ວ.. ແລະ ເຖິງມັນສິໄກ..ຂ້ອຍກະຈະດຶງມັນມາໃຫ້ໄກ້ຯ ມືຂອງຂ້ອຍທຸກຯມື້ນະແຫຼະ...)

ອຸປະນິໃສສ່ວນຕົວຂອງຂ້ອຍຫວາ?...ເອີ່.. ສິວ່າລະມັນກະບໍ່ແມ່ນແນວ ສິມາເວົ້າໃຫ້ໃຜຟັງໄດ໊ເນາະ..ຮະຮະ ແຕ່ກະຢ່າແຫຼະ,, ສິເວົ້າ (ເພາະຄັນບໍ່ເວົ້າ ກະແຮ່ງບໍ່ມີໃຜຖາມ) ຂ້ອຍເອງ ເປັນຄົນທີ່ຮັກປະເທດລາວເດີ້.. ຮັກທຸກສິ່ງທີ່ເປັນລາວ.. ແລະເປັນຄົນທີ່ສົ່ງເສີມຜະລິດຕະພັນຂອງລາວທຸກຢ່າງ ບໍ່ວ່າຈະເປັນສິ່ງຂອງທຸກຢ່າງເລີຍນະທີ່ ມັນໄດ້ອອກມາຈາກຫົວຄິດປະດິດສ້າງຂອງຄົນລາວ.. ມັນເປັນສິ່ງທີ່ຂ້ອຍເອງພູມໃຈທີ່ສຸດ (ແຕ່ມັນກະຕ້ອງມີຄຸນນະພາບແດ່ໃດລະ...ບໍ່ແມ່ນວ່າຕັ່ງເນາະ...ເອົາມານັ່ງບາດດຽວລະຫັ໊ກຈັ່ງຊິກະບໍ່ເປັນຕາເອົາໃດ໋ເດີ້ ..) ແຕ່ກະບໍ່ໄດ້ແມ່ນຄົນທີ່ປິດກັ້ນໂຕເອງໃຫ້ຢູ່ໃນກົດເກນໃດຯ ເພາະມັນຈະເຮັດໃຫ້ເຮົາເປັນຄົນທີ່ຄັບແຄບ(ໃນຄວາມຄິດຂອງຂ້ອຍເດີ້ອັນນີ້) .. ເຮົາເອງກະຕ້ອງເບິ່ງຫຍັງ ແລະ ຮຽນຮູ້ຈາກຕ່າງປະເທດນຳ.. ກະເພື່ອເອົາມານຳໃຊ້ ໃຫ້ມັນເກີດເປັນປະໂຫຍດກັບເຮົາຂື້ນກວ່າເກົ່າ (ແຕ່ບໍ່ໄດ້ ແປວ່າຕ້ອງ ກ໊ອບປີ້ເອົາຂອງເພິ່ນໃດ໊) ເບິ່ງໄວ້ພໍໃຫ້ມີແນວທາງຂອງຕົນເອງຊື່ຯ..ຮະຮະ (ຍ້ອນຈັ່ງຊີ້ແຫຼະ..ຂ້ອຍຈຶ່ງເລືອກທີ່ຈະໄປຮຽນເສດຖະສາດ) ^^ ** ລະອີກຢ່າງໜຶ່ງ ຂ້ອຍເອງເປັນຄົນທີ່ໃຝ່ສູງ..(ລະກະສູງຫຼາຍຯອີກ)ກະຄືຕອນນີ້ແຫຼະ..ຖ້າຫາກເຮົາຄິດວ່າ..ໃຫຍ່ຂື້ນມາເປັນພຽງແຕ່ໄປປະກອບກິດຈະການໃດໜຶ່ງທີ່ມັນງ່າຍໆກັບຊີວິດ.. ບໍ່ຕ້ອງຫຍຸ້ງຍາກ..ບໍ່ຕ້ອງໃຊ້ສະໝອງຫຼາຍ... ຊີວິດແຕ່ລະມື້ຈຶ່ງຈະສະບາຍ.. (ຈະບໍ່ໄດ້ຍົກຕົວຢ່າງຂອງອາຊີບເດີ້..ເພາະຍ້ອນມັນຟັງແລ້ວຄືເຮົາເວົ້າໃຫ້ກັບອາຊີບນັ້ນຯ) ນະແຫຼະ..ຖ້າມັກງ່າຍ..ຝັນບໍ່ໄກ ເມື່ອດົນໄປ ຊີວິດຈະລຳບາກ... ເຮົາຕ້ອງຕັ້ງຄວາມຝັນຂອງໂຕເອງໃຫ້ຢູ່ຈຸດທີ່ສູງຯໄວ້ໂລດເດີ້..ແລະກະພະຍາຍາມເຮັດໃຫ້ມັນເປັນຄວາມຈິງ ເພາະເຖິງ ຈະໄປບໍ່ລອດຮອດຝັ່ງ ແຕ່ກະຄົງຈະ ບໍ່ໄກຈາກເປົ້າໝາຍທີ່ຫວັງໄວ້ຫຼາບພໍປານໃດດ໋ອກນໍ... ຄືຂ້ອຍເອງເດີ້ ກະຄິດໄວ້ວ່າ..ຢາກເປັນດາລາ..ທີ່ມີຊື່ສຽງໂດ່ງດັງທົ່ວໂລກ (ໂທ່ໂທ້!!..ຟັງລະຢາກຝັນໄກອີ່ຫຼີເນາະຜູ້ກ່ຽວນິ) ..ນະແຫຼະ ຂ້ອຍກະສິພະຍາຍາມອແຕ່ງເພັງໃຫ້ມັນມ່ວນຯ..ເຮັດໃຫ້ດີທີ່ສຸດນະແຫຼະໄປ..ເພາະມັນກະແມ່ນຄວາມຝັນຂອງຂ້ອຍອີ່ຫຼີ... ແຕ່ທ້າຍທີ່ສຸດ ມັນອາດຈະບໍ່ໄດ້ ໄປຫຼີ້ນຄອນເສີດທົ່ວໂລກກະຢ່າເຖີດ... ຂໍໃຫ້ໄປໄດ້ເຖິງລະດັບໜຶ່ງ... ເອົາສ່ຳ ທ້າວ ເຮນ ດາລາເກົາຫຼີ ນະກະພໍລະແຫຼະ (ນໍ...ວ່າບໍ່) ຮະຮະຮະ

ຂໍ້ມູນອື່ນ ໆ
ເວັບໄຊ:
MSN:
moontoy@live.com
Yahoo!:
ຮັກດຽວໃຈດຽວ..ໃຊ້ເມວເຄືອຄ່າຍດຽວ
Skype:
ໃຊ້ບໍ່ເປັນ
ສະຖານະ:
ຄວາມສາມາດພິເສດ:
ເຕັ້ນແບບບໍ່ເປັນທ່າ (no-style Dancing), ຫຼີ້ນດົນຕີເປັນ (ບາງຊະນິດ)
ທັກສະຄອມຯ:
ອາຊີບ:
ຮູ້ຈັກພັນລາວຈາກ?:
ຂ້ອຍແມ່ນແຟນພັນແທ້ ຜະລິຕະພັນລາວ (ໄດ້ຍິນໝູ່ເວົ້າ;D)
ຄວາມສົນໃຈ
ເປົ້າຫມາຍຂອງຊີວິດ:
ຢາກຮຽນຈົບໄວຯ..
ຫາເງິນມາລ້ຽງລູກລ້ຽງເມຍ..
ລະກະຢາກເຮັດຄວາມຝັນໃນຊີວິດນີ້ ໃຫ້ມັນເປັນຄວາມຈິງໃຫ້ໝົດທຸກຢ່າງທີ່ຝັນໄວ້..(ຄືສິເຮັດໄດ້ບໍ່ບຸ)
ຮະຮະ ເອົາແບບຜູ້ໃຫຍ່ເວົ້າດີກວ່າເນາະ..ເອົາເດີ້ສິເວົ້າແບບຜູ້ໃຫຍ່ ໃຫ້ຟັງ
**ຢາກສຳເລັດການສຶກສາໃນລະດັບທີ່ສູງສຸດເທົ່າທີ່ຈະເຮັດໄດ້
**ຢາກສ້າງໜັງລາວ ອອກສາຍທີ່ລາວໄອເຕັກ
**ຢາກເປັນພໍ່ຄົນ (ຢາກມີລູກມີເມຍຫັ້ນນະ ຢາກມີເງິນມີຄຳລ້ຽງລູກ ລ້ຽງເຕົ້ານິເດ້)
ມີຫຼາຍອັນຢູ່...ເຫຼືອນັ້ນ ບໍ່ບອກເດີ້...
ຄະຕິປະຈຳໃຈ:
ເງິນຄຳມັນຫາຍາກ..ຕ້ອງໃຊ້ຈ່າຍຢ່າງປະຫຍັດ
(ແຕ່ມັນກະເປັນພຽງສິ່ງນອກກາຍ..ບໍ່ຕາມກະຫາໄດ້)
ຂໍແຕ່ໃຫ້ສຶກສາຫາຄວາມຮູ້..ຢ່າສຸພາກັນຢູ່ຊື່ຯ
ສ້າງມິດໃຫ້ໝູ່ຮັກໝູ່ແພງ..ນັ້ນແຫຼະດີ?ຸດແລ້ວໝູ່ເອີ້ຍ
.....ສາທຸ.........ອານຸໂມທາມິ....
ສີທີ່ມັກ:
Hobby:
ຂ້ອຍເປັນຄົນທີ່ບໍ່ມີເວລາຫວ່າງເລີຍ..ມື້ໜຶ່ງຈັກເຮັດຫຍັງຕໍ່ຫຍັງ 24 ຊົ່ວໂມງກະໝົດໄປໄວປານຫຍັງລ
ດາລາໃນດວງໃຈ:
ຢູ່ໃນແວ່ນ (ທຸກຯເທື່ອທີ່ໄດ້ແຍງ..ອື້ມຫຼໍ່ອີ່ຫຼີ..ຫຼໍ່ແບບໃຫ້ອະໄພບໍ່ໄດ້ເລີຍ) :)
ນັກຮ້ອງ:
ອ້າຍເຈ້ຍ (ໂອ່ລ້ຽງ) ຊ້ອຍມັກກິນໂອ່ລ້ຽງແລະຫມ້ຽງຖົງສອງພັນ..ຮະຮະຮະ
ເພງທີ່ມັກ:
ເພງຈັງວະຄຶກຄື້ນ.. ແບບສິນ່າ... ຕຶກ ຕະ ຕຶກ ຕຶກ! ຕະ ຕຶກ ຕຶກ!
ນັກກິລາ:
ບໍ່ຄ່ອຍຮູ້ເລື່ອງກະລີປານໃດ...
ອາຫານທີ່ມັກ:
ກະຕ້ອງອາຫານລາວແຫຼະນໍ້..ກິນສຸມື້ບໍ່ເຄີຍເບື່ອນະ..ຊິບອກເມນູເດັດເດີ້:
ຂົ້ວໝາກແຕງ, ແກງໜໍ່, ຢໍ່ຈືນ, ປົ່ນໝາກເຂື່ອຄື່ນ, ຟັນຟືນປາ, ລາກູ້, ໝູປີ້ນ, ຊີ້ນຂົ້ວ, ຕຳໝາກຖົ່ວ, ອົ່ວແມວ, ຈ່ອຍອື່ງ, ໜຶ້ງຫອຍ, ກ້ອຍລີງ, ຕົ້ມຂີງ, ປີ້ງໝາ