ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງບາງເລື່ອງທີ່ບໍ່ຄວນເວົ້າ....ກໍຢ່າເວົ້າ

ເລື່ອງທີ່ບໍ່ສົມຄວນເຮັດ...ກໍຢ່າເຮັດ

ມັນຈະນຳຄວາມເດືອດຮ້ອນສູ່ຊີວິດຂອງຕົນເອງແລະຄົນອື່ນໄດ້

ສິ່ງທີ່ທົນຄື: ໜ້າ ສິ່ງທີ່ກ້າຄື: ໃຈ ສິ່ງທີ່ໄວຄື: ປາກ ສິ່ງທີ່ຢາກຄື: ຕັນຫາ

ສິ່ງທີ່ບ້າຄື: ອາລົມ ສິ່ງທີ່ຄົມຄື: ຄຳເວົ້າ

(ຄິດທຸກຄຳທີ່ເວົ້າ...ບໍ່ຈຳເປັນຕ້ອງ...ເວົ້າທຸກຄຳທີ່ຄິດ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຈະຮັກໃຜສັກຄົນມາເປັນແຟນ ຫຼືທ່ານກຳລັງມີຄວາມຮົກກັບໃຜຢູ່

ຄວນຮູ້ຈັກປ້ອງກັນ....ອົກຮັກ...ຫັກອົກ....

ເພື່ອທຳໃຈໄດ້ບໍ່ໃຫ້ເສຍໃຈຫລາຍ ໃຫ້ທ່ອງຈຳໄວ້ໃນໃຈຢູ່ຕະຫລອດ

ຄາຖາດີມີ 6 ຄຳ ຈື່ງ່າຍໆ ບໍ່ຕ້ອງຈົດ ຈື່ເອົາ ຄາຖາວ່າດັ່ງນີ້:

”ສັກ ວັນ ມັນ ຕ້ອງ ຖິ້ມ ເຮົາ”

”ສັກ ວັນ ມັນ ຕ້ອງ ຖິ້ມ ເຮົາ”

”ສັກ ວັນ ມັນ ຕ້ອງ ຖິ້ມ ເຮົາ”........................ພາວະນາຢູ່ໃນໃຈ............ໄປເລື້ອຍໆໆໆໆໆ

            ແລະແລ້ວ ວັນນັ້ນກໍ່ມາເຖິງ.........1 ປີ ຜ່ານໄປ ບັງເອີນ  ແຟນທີ່ເຮົາຮັກ ທີ່ຮັກເຮົາຖິ້ມເຮົາໄປມີແຟນແທ້ໆ

ເຮົາກໍ່ຫົວເລາະ 555555......ຢ່າງແຮງໆ ໄດ້ເລີຍ ພ້ອມດ້ວຍອຸທານອອກມາວ່າ....”ກູວ່າແລ້ວ”......

  ມັນຕ້ອງມີວັນນີ້         

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຜຮັກ  ໃຜຊັງ    ຊ່າງເຖິດ

ໃຜເຊີດ  ໃຜຊູ     ຊ່າງເຂົາ

ໃຜດ່າ   ໃຜຈົ່ມ   ທົນເອົາ

ໃຈເຮົາ   ຮົ່ມເຢັນ  ເປັນພໍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກັບມາຝາກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

     ຍິງຊາຍໃດເກີດ ວັນອາທິດ ທ່ານກ່າວວ່າ ເປັນຄົນທີ່ມີຈິດໃຈສັດທາ ທ່ານຜູ້ ໃຫຍ່ ເມດຕາ ເປັນຄົນຊື່ສັດ ເປັນຄົນໃຈແຂງ ຄຽດງ່າຍຫາຍໄວ ເປັນຄົນ ມັກເກງໃຈຄູ່ຄອງຂອງຕົນສະເໝີ ອາຊີບຄ້າຂາຍບໍ່ສູ້ຈະດີປານໃດ ທໍາຄຸນກັບຄົນອື່ນ ບໍ່ຂື້ນ  ໃຫ້ໝັ່ນທໍາບຸນ ສ້າງກຸສົນຕະຫລອດສຸດທ້າຍຈະດີ ພະຄາຖານີ້ ສໍາຫລັບ ໃຫ້ພາວະນາ ເປັນປະຈໍາທຸກວັນ ກ່ອນນອນ ເພື່ອຄວາມເປັນ ສິຣິມຸງຄຸນ ດັ່ງນີ້: ອະ ວິດ ສຸ ນຸດ ສາ ນຸດ ຕິ  (ວ່າ 6 ເທື່ອ)

   ຍິງຊາຍໃດເກີດ ວັນຈັນ ທ່ານກ່າວວ່າ ເປັນຄົນທີ່ມີຮູບຮ່າງມີສະເຫນ່ ຄົນທັງ ຫຼາຍ ໃຫ້ຄວາມເມດຕາເກື້ອໜູນ ມີນິດໄສໂກດງ່າຍຫາຍໄວ ຢູ່ກັບທີ່ມັກ ຈະບໍ່ໄດ້ນານ ມີໃຈກ້າແກ່ນ ມັກອາສາເຈົ້ານາຍ ພຣະຄາຖາ ສໍາຫລັບພາວະນາ ທຸກວັນ  ກ່ອນນອນເພື່ອຄວາມເປັນສິຣິມຸງຄຸນ ແກ່ຊີວິດ ຂອງທ່ານ ດັ່ງນີ້:   ອິ ລະ ຊາ ຄະ ຕະ ລະ ສາ  (ວ່າ 15 ເທື່ອ)

    ຍິງຊາຍໃດເກີດ ວັນອັງຄານ ທ່ານກ່າວວ່າເປັນທີ່ຈິດໃຈກ້າຫານ ມີປັນຍາໄວ ເຈົ້ານາຍເມດຕາ ໃຫ້ການຕໍ່ສູ້ເບື້ອງຕົ້ນຈະລໍາບາກ ແຕ່ຈະດີ ຕອນພາຍຫຼັງ ພະຄາຖາ ສໍາລັບພາວະນາທຸກວັນ  ກ່ອນນອນເພື່ອຄວາມ ເປັນສິຣິມຸງຄຸນແກ່ຊີວິດ ຂອງທ່ານ ດັ່ງນີ້:ຕິ ຫັງ ຈະ ໂຕ ໂລ ຖິ ນັງ  (ວ່າ 8 ເທື່ອ)

   ຍິງຊາຍໃດເກີດ ວັນພຸດ (ກາງເວັນ) ທ່ານກ່າວວ່າ ເປັນຄົນທີ່ມີສະຕິ ປັນຍາດີ ທ່ານຜູ້ໃຫຍ່ເມດຕາປານີ ເລື່ອງເງີນທອງໄດ້ຍາກ ມັກຈະບໍລິວານ ບຽດບຽນ ໃຫ້ໝັ່ນ ທໍາບຸນ ແລະ ແຜ່ເມດຕາສະເໝີ ຈະດີແລ  ພະຄາຖາ  ສໍາຫລັບພາວະນາທຸກວັນ ກ່ອນນອນເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້:  ປິ ສັມ ລະ ໂລ ປຸ ສັດ ພຸດ  (ວ່າ 17 ເທື່ອ)

  ຍິງຊາຍໃດເກີດ ວັນພຸດ(ກາງຄືນ) ທ່ານກ່າວວ່າ(ເຊ່ນດຽວກັບກາງເວັນ)ພະຄາຖາ ສໍາຫລັບພາວະນາທຸກວັນ ກ່ອນນອນເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້:  ຄະ ພຸດ ປັນ ທຸ ທັມ ວະ (ວ່າ 12 ເທື່ອ)

  ຍິງຊາຍໃດເກີດ ວັນພະຫັດ ທ່ານກ່າວວ່າ ເປັນຄົນທີ່ມີສະເນ່ໜ້າຮັກ ເປັນຜູ້ໃຈບຸນ ສູນທານປັນຍາດີ ສະຫຼຽວສະຫຼາດທໍາການຄ້າຂາຍໄດ້ດີ ແຕ່ຈະເພີ່ງພີ່ນ້ອງບໍ່ໄດ້ ພະຄາຖາສໍາລັບພາວະນາທຸກວັນກ່ອນນອນ ເພື່ອຄວາມ ເປັນສິຣິມຸງຄຸນ ດັ່ງນີ້: ພະ ສັມ ສັມ ວິ ສະ ເທ (ວ່າ 19 ເທື່ອ)

     ຍິງຊາຍໃດເກີດ ວັນສຸກ ທ່ານກ່າວວ່າ ເປັນຄົນທີ່ມີນິດສັຍລ່າເລີງ ມັກມ່ວນ ປາກຫວານ ຍາດມິດໃຫ້ຄວາມເຊື່ອຖື ແລະ ໃຫ້ຄວາມ ເອື້ອເຟື້ອເກື້ອໜູນ ແຕ່ມັກຈະ ມີບໍລິວານຄອຍບຽດບຽນ ພຣະຄາຖາ ສໍາຫລັບພາວະນາທຸກວັນກ່ອນນອນ ເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້:  ວາ ໂທ ໂນ ອະ ມະ ມະ (ວ່າ 21 ເທື່ອ)

    ຍິງຊາຍໃດເກີດ ວັນເສົາ ທ່ານກ່າວວ່າ ເປັນຄົນທີ່ມີຄວາມອົດທົນ ພາກພຽນໃຈດີ ມີເມດຕາ ແຕ່ມັກຈະມີອາລົມໂມໂຫ ຖ້າມີຄູ່ຄອງບໍ່ມັກຈະ ໃຫ້ຄວາມຮ່ວມມືປານໃດ ພຣະຄາຖາສໍາຫລັບພາວະນາທຸກວັນ ກ່ອນນອນ ເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້: ໂສ ມາ ນະ ກະ ລິ ຖາ ໂຖ (ວ່າ 10 ເທື່ອ)

(ເອົາມາຈາກຕຳລາ)