ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເມື່ອຊີວິດ  ຜິດຫວັງ  ຢ່ານັ່ງທໍ້

ຈົ່ງຮີບ ຕໍ່ສູ້ເຖີດ  ຈະເກີດຜົນ

ຜິດເປັນຄູ ຮູ້ແກ້ໄຂ  ໃຫ້ແກ່ຕົນ

ເກີດເປັນຄົນ ຄິດຕໍ່ສູ້ ຈະຢູ່ດີ.....

(ຝາກໄວ້ໃຫ້ຄິດ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

 

 

 

 

 

 

 

 

 

 

 

 

 

 

                    ດີແຕ່ຢ່າເດັ່ນຈະເປັນໄພ

ອັນຄວາມຈິງ          ຄົນເຂົາ               ຢາກໃຫ້ເຮົາທຳດີ

ແຕ່ຖ້າເດັ່ນ            ຂຶ້ນທຸກທີ             ເຂົ້າມັນໃສ້

ຈົ່ງທຳດີ               ແຕ່ຢ່າເດັ່ນ            ຈະເປັນໄພ

ບໍ່ມີໃຜ                 ເຂົາຢາກເຫັນ        ເຮົາເດັ່ນເກີນ

                                                                  (ຝາກໄວ້ໃຫ້ຄິດ)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                                              Øí×ÜíÀãÓŠ

ÖïÀØðàÇÂíÌ            ãÓŠËíÌÖ‹Þà             Í¡ËîÀÙèÀ

â˳àÖïÀÝèÀ             ÎßÑëÈÉíÌ               âÎèÌÂíÌƳ×

ÖïÀØðàÇÂíÌ            ãÓŠËíÌÖ‹Þà             Í¡ÚÜÃÓí×

Í¡âÅ¿àäÅÀ              â˳àÖïÀÉí×             Ƴ×ÖßÇá

ÝèÀãË‹

ÝèÀåÈÌç                 ÝèÀãÌŠ                   â˳àãÓŠÝèÀ

ÏïÀÅßÓèÀ              ÝèÀÚ´Ì                  Í¡ØרÌæØ×

ØŠ×ÃåÈÌç               â˳àØŠ×à               ȨÃÈ×ÃåÄ

˯ãÓŠåØ‹                 ÀèÍÖïÀ                   ÔïŠËîÀâÓ²Ü...†

Â×àÓØ×èÃÁÜÃãÓŠ

ÇàÓÓê×ÞÀ             Ø×èÃåØ‹âÄ¿à            âпàÝèÍåÆò

ÇàÓΊ×ÇæÁ‹          Ø×èÃåØ‹âÄ¿à            âпàÝèÀÅà

ÇàÓâÊéÃÂà×          ÖŠ×ÃÖèÍ                 ÈèÍÆê×à

Ø×èÃåØ‹âÄ¿à            ÆŠ×ÇÎéÈÉà             ÇàÓŵÌåÄ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນຜູ້ໃຫ້ກໍາເນີດ

     ງານວັນເກີດ ຍິ່ງໃຫຍ່ ໃຜຄົນນັ້ນ

ສະຫລອງກັນ ໃນກຸ່ມ ຜູ້ລືມຫລົງ

ຫລົງລາບຍົດ ສັນລະເສີນ ເພີນທະນົງ

ວັນເກີດສົ່ງ ຊີບສັ້ນ ເລັ່ງວັນຕາຍ

     ໃນມູມໜຶ່ງ ເຊິ່ງເຫງົາ ໜ້າເສົ້າ

ຍິງແກ່ແກ່ ນັ່ງຫງອຍ ແລະ ຄອຍຫາ

ໂອ້ວັນນັ້ນ ເປັນວັນ ອັນຕະລາຍ

ແມ່ຄອດສາຍໂລຫິດ ເກືອບສິ້ນໃຈ

     ວັນເກີດລູກ ເກືອບຄ້າຍ ວັນຕາຍແມ່

ເຈັບທອງແທ້ ເທົ່າໃດ ບໍ່ໄດ້ຈົ່ມ

ກວ່າອູ້ມທ້ອງ ກວ່າຄອດ ລອດເປັນຄົນ

ເຕີບໂຕຈົນ ບັດນີ້ ນີ່ເພາະໃຜ

     ແມ່ເຈັບຈຽນ ຂາດໃຈ ໃນວັນນັ້ນ

ກັບເປັນວັນ ລູກສະຫລອງ ຢ່າງຜ່ອງໃສ

ໄດ້ຊີວິດແລ້ວ ທະເລິງ ເບີກບານໃຈ

ລືມຜູ້ໃຫ້ ຊີວິດ ອະນິດຈາ

     ເຫດໃດ ເຮົາຈຶ່ງຮຽກວ່າ ວັນເກີດ

ວັນຜູ້ໃຫ້ ກໍາເນີດ ຈະຖືກກວ່າ

ຄໍາອວຍພອນ ທີ່ຂຽນ ຄວນປ່ຽນມາ

ໃຫ້ມານດາ ຂອງເຮົາ ເປັນສຸກ ຈຶ່ງຖືກແທ້

     ເລີກຈັດງານ ວັນເກີດທີ່ໃຫຍ່ໂຕ ກັນເຖີດນະ

ຄວນນົບນ້ອມ ແລະ ຄຸເຂົ່າ ຂາບໄຫວ້ແມ່

ລະລຶກເຖິງ ພຣະຄຸນ ຂອງພໍ່ແມ່

ຢ່າມົວ ແຕ່ຈັດງານ ປະຈານຕົວ

(ຄັດຈາກປື້ມ ຊີວິດງາມ)