ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ຈະຮັກໃຜສັກຄົນມາເປັນແຟນ ຫຼືທ່ານກຳລັງມີຄວາມຮົກກັບໃຜຢູ່

ຄວນຮູ້ຈັກປ້ອງກັນ....ອົກຮັກ...ຫັກອົກ....

ເພື່ອທຳໃຈໄດ້ບໍ່ໃຫ້ເສຍໃຈຫລາຍ ໃຫ້ທ່ອງຈຳໄວ້ໃນໃຈຢູ່ຕະຫລອດ

ຄາຖາດີມີ 6 ຄຳ ຈື່ງ່າຍໆ ບໍ່ຕ້ອງຈົດ ຈື່ເອົາ ຄາຖາວ່າດັ່ງນີ້:

”ສັກ ວັນ ມັນ ຕ້ອງ ຖິ້ມ ເຮົາ”

”ສັກ ວັນ ມັນ ຕ້ອງ ຖິ້ມ ເຮົາ”

”ສັກ ວັນ ມັນ ຕ້ອງ ຖິ້ມ ເຮົາ”........................ພາວະນາຢູ່ໃນໃຈ............ໄປເລື້ອຍໆໆໆໆໆ

            ແລະແລ້ວ ວັນນັ້ນກໍ່ມາເຖິງ.........1 ປີ ຜ່ານໄປ ບັງເອີນ  ແຟນທີ່ເຮົາຮັກ ທີ່ຮັກເຮົາຖິ້ມເຮົາໄປມີແຟນແທ້ໆ

ເຮົາກໍ່ຫົວເລາະ 555555......ຢ່າງແຮງໆ ໄດ້ເລີຍ ພ້ອມດ້ວຍອຸທານອອກມາວ່າ....”ກູວ່າແລ້ວ”......

  ມັນຕ້ອງມີວັນນີ້         

 

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເມື່ອຊີວິດ  ຜິດຫວັງ  ຢ່ານັ່ງທໍ້

ຈົ່ງຮີບ ຕໍ່ສູ້ເຖີດ  ຈະເກີດຜົນ

ຜິດເປັນຄູ ຮູ້ແກ້ໄຂ  ໃຫ້ແກ່ຕົນ

ເກີດເປັນຄົນ ຄິດຕໍ່ສູ້ ຈະຢູ່ດີ.....

(ຝາກໄວ້ໃຫ້ຄິດ)

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

 

 

 

 

 

 

 

 

 

 

 

 

 

 

                    ດີແຕ່ຢ່າເດັ່ນຈະເປັນໄພ

ອັນຄວາມຈິງ          ຄົນເຂົາ               ຢາກໃຫ້ເຮົາທຳດີ

ແຕ່ຖ້າເດັ່ນ            ຂຶ້ນທຸກທີ             ເຂົ້າມັນໃສ້

ຈົ່ງທຳດີ               ແຕ່ຢ່າເດັ່ນ            ຈະເປັນໄພ

ບໍ່ມີໃຜ                 ເຂົາຢາກເຫັນ        ເຮົາເດັ່ນເກີນ

                                                                  (ຝາກໄວ້ໃຫ້ຄິດ)

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ຄວາມຮັກ ຄື ນ້ຳ ເຮັດໃຫ້ເຮືອລອຍໄດ້ ແລະ ເຮັດໃຫ້ເຮືອຈົມໄດ້

ຄວາມຮັກ ຄື ຢາທິບ ຝັນຫວານ(ສະວີດດຣີມ)

ຄວາມຮັກ ຄື ສະຖາປະນິກ ເປັນນັກວາງແຜນ

ຄວາມຮັກ ຄື ສີ ແຕ້ມລະບາຍສີໃຫ້ໂລກສວຍງາມ

ຄວາມຮັກ ຄື ຕະຫລາດ ແຂ່ງຂັນມີໄດ້ມີເສຍ ຂາດທຶນ-ກຳໄລ

ຄວາມຮັກ ຄື ຫ່ວງ ເພາະຫວງ ຫ່ວງ ເລີຍຕົກຫ້ວງ.....

ຄວາມຮັກ ຄື ຢາພິດ ຜິດຫວັງ....ຄິດຂ້າຕົວຕາຍ,,,,

ຄວາມຮັກ ຄື ຈາລະຈອນ ບາງຄັ້ງປອດໂປ່ງ ບາງຄັ້ງຕິດຂັດ

ຄວາມຮັກ ຄື ຍາມ ຕ້ອງຄອຍເຝົ້າ ຫ່ວງໃຍ ອາທອນ ເປັນຫ່ວງ

ຮັກ ທຳໃຫ້ໃຈ ຈົດຈ້ອງ....ຈ້ອງຈະເອົາຫລື ຈ້ອງຈະໃຫ້,,,,ສຸດແຕ່ເປັນຮັກຊະນິດໃດ

ຮັກ ທຳໃຫ້ໃຈ ເປັນນັກເລງ....ກ້າໄດ້ ກ້າເສຍ

ຮັກ ທຳໃຫ້ໃຈ ອົບອຸ່ນ ຂາດຮັກແລ້ວໃຈ ວຸ້ນວາຍ ຫວ້າເຫວ່

ຮັກ ທຳໃຫ້ໃຈ ງອກງາມ ດັ່ງຕົ້ນໄມ້ສົມບູນດ້ວຍນ້ຳແລະປຸ໋ຍ

ຮັກ ທຳໃຫ້ໃຈ ເສຍສະລະ  ບໍ່ຫ່ວງ ບໍ່ເສຍດາຍ......

ຮັກ ທຳໃຫ້ໃຈ ເປັນສຸກ ມີແຕ່ໃຫ້ .......

ຮັກ ທຳໃຫ້ໃຈ ມານະ ອົດທົນ ບໍ່ຫຍໍ້ທໍ້ ເພື່ອຜົນຄືຄວາມສຳເລັດ ສົມຫວັງ ດັ່ງໃຈປອງ


ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຜຮັກ  ໃຜຊັງ    ຊ່າງເຖິດ

ໃຜເຊີດ  ໃຜຊູ     ຊ່າງເຂົາ

ໃຜດ່າ   ໃຜຈົ່ມ   ທົນເອົາ

ໃຈເຮົາ   ຮົ່ມເຢັນ  ເປັນພໍ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກັບມາຝາກ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

     ຍິງຊາຍໃດເກີດ ວັນອາທິດ ທ່ານກ່າວວ່າ ເປັນຄົນທີ່ມີຈິດໃຈສັດທາ ທ່ານຜູ້ ໃຫຍ່ ເມດຕາ ເປັນຄົນຊື່ສັດ ເປັນຄົນໃຈແຂງ ຄຽດງ່າຍຫາຍໄວ ເປັນຄົນ ມັກເກງໃຈຄູ່ຄອງຂອງຕົນສະເໝີ ອາຊີບຄ້າຂາຍບໍ່ສູ້ຈະດີປານໃດ ທໍາຄຸນກັບຄົນອື່ນ ບໍ່ຂື້ນ  ໃຫ້ໝັ່ນທໍາບຸນ ສ້າງກຸສົນຕະຫລອດສຸດທ້າຍຈະດີ ພະຄາຖານີ້ ສໍາຫລັບ ໃຫ້ພາວະນາ ເປັນປະຈໍາທຸກວັນ ກ່ອນນອນ ເພື່ອຄວາມເປັນ ສິຣິມຸງຄຸນ ດັ່ງນີ້: ອະ ວິດ ສຸ ນຸດ ສາ ນຸດ ຕິ  (ວ່າ 6 ເທື່ອ)

   ຍິງຊາຍໃດເກີດ ວັນຈັນ ທ່ານກ່າວວ່າ ເປັນຄົນທີ່ມີຮູບຮ່າງມີສະເຫນ່ ຄົນທັງ ຫຼາຍ ໃຫ້ຄວາມເມດຕາເກື້ອໜູນ ມີນິດໄສໂກດງ່າຍຫາຍໄວ ຢູ່ກັບທີ່ມັກ ຈະບໍ່ໄດ້ນານ ມີໃຈກ້າແກ່ນ ມັກອາສາເຈົ້ານາຍ ພຣະຄາຖາ ສໍາຫລັບພາວະນາ ທຸກວັນ  ກ່ອນນອນເພື່ອຄວາມເປັນສິຣິມຸງຄຸນ ແກ່ຊີວິດ ຂອງທ່ານ ດັ່ງນີ້:   ອິ ລະ ຊາ ຄະ ຕະ ລະ ສາ  (ວ່າ 15 ເທື່ອ)

    ຍິງຊາຍໃດເກີດ ວັນອັງຄານ ທ່ານກ່າວວ່າເປັນທີ່ຈິດໃຈກ້າຫານ ມີປັນຍາໄວ ເຈົ້ານາຍເມດຕາ ໃຫ້ການຕໍ່ສູ້ເບື້ອງຕົ້ນຈະລໍາບາກ ແຕ່ຈະດີ ຕອນພາຍຫຼັງ ພະຄາຖາ ສໍາລັບພາວະນາທຸກວັນ  ກ່ອນນອນເພື່ອຄວາມ ເປັນສິຣິມຸງຄຸນແກ່ຊີວິດ ຂອງທ່ານ ດັ່ງນີ້:ຕິ ຫັງ ຈະ ໂຕ ໂລ ຖິ ນັງ  (ວ່າ 8 ເທື່ອ)

   ຍິງຊາຍໃດເກີດ ວັນພຸດ (ກາງເວັນ) ທ່ານກ່າວວ່າ ເປັນຄົນທີ່ມີສະຕິ ປັນຍາດີ ທ່ານຜູ້ໃຫຍ່ເມດຕາປານີ ເລື່ອງເງີນທອງໄດ້ຍາກ ມັກຈະບໍລິວານ ບຽດບຽນ ໃຫ້ໝັ່ນ ທໍາບຸນ ແລະ ແຜ່ເມດຕາສະເໝີ ຈະດີແລ  ພະຄາຖາ  ສໍາຫລັບພາວະນາທຸກວັນ ກ່ອນນອນເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້:  ປິ ສັມ ລະ ໂລ ປຸ ສັດ ພຸດ  (ວ່າ 17 ເທື່ອ)

  ຍິງຊາຍໃດເກີດ ວັນພຸດ(ກາງຄືນ) ທ່ານກ່າວວ່າ(ເຊ່ນດຽວກັບກາງເວັນ)ພະຄາຖາ ສໍາຫລັບພາວະນາທຸກວັນ ກ່ອນນອນເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້:  ຄະ ພຸດ ປັນ ທຸ ທັມ ວະ (ວ່າ 12 ເທື່ອ)

  ຍິງຊາຍໃດເກີດ ວັນພະຫັດ ທ່ານກ່າວວ່າ ເປັນຄົນທີ່ມີສະເນ່ໜ້າຮັກ ເປັນຜູ້ໃຈບຸນ ສູນທານປັນຍາດີ ສະຫຼຽວສະຫຼາດທໍາການຄ້າຂາຍໄດ້ດີ ແຕ່ຈະເພີ່ງພີ່ນ້ອງບໍ່ໄດ້ ພະຄາຖາສໍາລັບພາວະນາທຸກວັນກ່ອນນອນ ເພື່ອຄວາມ ເປັນສິຣິມຸງຄຸນ ດັ່ງນີ້: ພະ ສັມ ສັມ ວິ ສະ ເທ (ວ່າ 19 ເທື່ອ)

     ຍິງຊາຍໃດເກີດ ວັນສຸກ ທ່ານກ່າວວ່າ ເປັນຄົນທີ່ມີນິດສັຍລ່າເລີງ ມັກມ່ວນ ປາກຫວານ ຍາດມິດໃຫ້ຄວາມເຊື່ອຖື ແລະ ໃຫ້ຄວາມ ເອື້ອເຟື້ອເກື້ອໜູນ ແຕ່ມັກຈະ ມີບໍລິວານຄອຍບຽດບຽນ ພຣະຄາຖາ ສໍາຫລັບພາວະນາທຸກວັນກ່ອນນອນ ເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້:  ວາ ໂທ ໂນ ອະ ມະ ມະ (ວ່າ 21 ເທື່ອ)

    ຍິງຊາຍໃດເກີດ ວັນເສົາ ທ່ານກ່າວວ່າ ເປັນຄົນທີ່ມີຄວາມອົດທົນ ພາກພຽນໃຈດີ ມີເມດຕາ ແຕ່ມັກຈະມີອາລົມໂມໂຫ ຖ້າມີຄູ່ຄອງບໍ່ມັກຈະ ໃຫ້ຄວາມຮ່ວມມືປານໃດ ພຣະຄາຖາສໍາຫລັບພາວະນາທຸກວັນ ກ່ອນນອນ ເພື່ອຄວາມເປັນສິຣິມຸງຄຸນ ດັ່ງນີ້: ໂສ ມາ ນະ ກະ ລິ ຖາ ໂຖ (ວ່າ 10 ເທື່ອ)

(ເອົາມາຈາກຕຳລາ)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                                              Øí×ÜíÀãÓŠ

ÖïÀØðàÇÂíÌ            ãÓŠËíÌÖ‹Þà             Í¡ËîÀÙèÀ

â˳àÖïÀÝèÀ             ÎßÑëÈÉíÌ               âÎèÌÂíÌƳ×

ÖïÀØðàÇÂíÌ            ãÓŠËíÌÖ‹Þà             Í¡ÚÜÃÓí×

Í¡âÅ¿àäÅÀ              â˳àÖïÀÉí×             Ƴ×ÖßÇá

ÝèÀãË‹

ÝèÀåÈÌç                 ÝèÀãÌŠ                   â˳àãÓŠÝèÀ

ÏïÀÅßÓèÀ              ÝèÀÚ´Ì                  Í¡ØרÌæØ×

ØŠ×ÃåÈÌç               â˳àØŠ×à               ȨÃÈ×ÃåÄ

˯ãÓŠåØ‹                 ÀèÍÖïÀ                   ÔïŠËîÀâÓ²Ü...†

Â×àÓØ×èÃÁÜÃãÓŠ

ÇàÓÓê×ÞÀ             Ø×èÃåØ‹âÄ¿à            âпàÝèÍåÆò

ÇàÓΊ×ÇæÁ‹          Ø×èÃåØ‹âÄ¿à            âпàÝèÀÅà

ÇàÓâÊéÃÂà×          ÖŠ×ÃÖèÍ                 ÈèÍÆê×à

Ø×èÃåØ‹âÄ¿à            ÆŠ×ÇÎéÈÉà             ÇàÓŵÌåÄ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ວັນຜູ້ໃຫ້ກໍາເນີດ

     ງານວັນເກີດ ຍິ່ງໃຫຍ່ ໃຜຄົນນັ້ນ

ສະຫລອງກັນ ໃນກຸ່ມ ຜູ້ລືມຫລົງ

ຫລົງລາບຍົດ ສັນລະເສີນ ເພີນທະນົງ

ວັນເກີດສົ່ງ ຊີບສັ້ນ ເລັ່ງວັນຕາຍ

     ໃນມູມໜຶ່ງ ເຊິ່ງເຫງົາ ໜ້າເສົ້າ

ຍິງແກ່ແກ່ ນັ່ງຫງອຍ ແລະ ຄອຍຫາ

ໂອ້ວັນນັ້ນ ເປັນວັນ ອັນຕະລາຍ

ແມ່ຄອດສາຍໂລຫິດ ເກືອບສິ້ນໃຈ

     ວັນເກີດລູກ ເກືອບຄ້າຍ ວັນຕາຍແມ່

ເຈັບທອງແທ້ ເທົ່າໃດ ບໍ່ໄດ້ຈົ່ມ

ກວ່າອູ້ມທ້ອງ ກວ່າຄອດ ລອດເປັນຄົນ

ເຕີບໂຕຈົນ ບັດນີ້ ນີ່ເພາະໃຜ

     ແມ່ເຈັບຈຽນ ຂາດໃຈ ໃນວັນນັ້ນ

ກັບເປັນວັນ ລູກສະຫລອງ ຢ່າງຜ່ອງໃສ

ໄດ້ຊີວິດແລ້ວ ທະເລິງ ເບີກບານໃຈ

ລືມຜູ້ໃຫ້ ຊີວິດ ອະນິດຈາ

     ເຫດໃດ ເຮົາຈຶ່ງຮຽກວ່າ ວັນເກີດ

ວັນຜູ້ໃຫ້ ກໍາເນີດ ຈະຖືກກວ່າ

ຄໍາອວຍພອນ ທີ່ຂຽນ ຄວນປ່ຽນມາ

ໃຫ້ມານດາ ຂອງເຮົາ ເປັນສຸກ ຈຶ່ງຖືກແທ້

     ເລີກຈັດງານ ວັນເກີດທີ່ໃຫຍ່ໂຕ ກັນເຖີດນະ

ຄວນນົບນ້ອມ ແລະ ຄຸເຂົ່າ ຂາບໄຫວ້ແມ່

ລະລຶກເຖິງ ພຣະຄຸນ ຂອງພໍ່ແມ່

ຢ່າມົວ ແຕ່ຈັດງານ ປະຈານຕົວ

(ຄັດຈາກປື້ມ ຊີວິດງາມ)