ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

 

ຜູ້ຍິງ​ປຽບ​ເໝືອນ…

ໃນ​ວົງ​ເຫລົ້າ​ແຫ່ງ​ໜຶ່ງ

ຂີ້​ເມົາ1 : ​ເຮ້ຍ..​ສ່ຽວ​ໂຕ​ຄິດ​ວ່າ​ຜູ໊ຍິງ​ປຽບຄື​ຫຍັງດີ​ທີ​ສຸດວະ.

ຂີ້​ເມົາ2 : ຜູ້ຍິງ​ກະ​ຕ້ອງປຽບ​ເປັນ​ກິລາ​ ນິລະ ​ເໝາະສຸດ​ເລີຍ.

ຂີ້​ເມົາ1 : ​ເປັນ​ກິລາ ! ລະ​ມັນ​ເໝາະ​ແນວ​ໃດ​ຜູ້​ຍິງ​ກັບ​ກິລາ

ຂີ້​ເມົາ2 : ສິບໍ່​ເໝາະ​ໄດ້​ແນວ​ໃດ​ໂຕ​ຄິດ​ເບິ່ງ ຕອນ​ຜູ້ຍິງ​ອາຍຸ 16​ ປີ​ຕອນ​ນີ້​ເປັນ​ໄວ​ທີ​ໜ້າ​ຮັກສົດ​ໃສກຳລັງ​ເອາະໆ ກໍ່​ປຽບ​ດັ່ງ​ກິລາ​ເຕະບານ​ມີ​ຜູ້​ຫຼິ້ນ​ຂ້າງ​ລະ 11​ ຄົນ​ພາກັນ​ຍາດກັນ​ເອົາ​​ແທ້​ເອົາ​ວ່າບໍ່​ມີ​ໃຜ​ຍອມ​ໃຜ ພໍອາຍຸ 30 ກໍ່​ຄື​ກິລາ​ບາສ​ເກສບອນ​​ເຫຼືອ​ຜູ້​ຫຼິ້ນໜ້ອຍ​ກ່ວາ​ເກົ່າ​ຂ້າງ​ລະ 5​ ຄົນ ກາ​ຍັງ​ມີ​ຄົນ​ຍາດ​ຢູ່​ຊ່ວງ​ນິ. ພໍ​ອາຍຸ 40-50 ກໍ່​ຄື​ກັບ​ກິລາ​ປິງປ່ອງ​ມີ​ເຫຼືອ​ຜູ້ຫຼິ້ນ​ຂ້າງ​ລະ​ຄົນ​ແຕ່​ບໍ່​ມີ​ໃຜ​ຍາດ​ມີ​ແຕ່​ຕີ​ໃຫ້​ຝ່າຍ​ກົງກັນຂ້າມ ມຶງ​ເອົາ​ແມະ ກູ​ບໍ່​ເອົາ ມຶງ​ເອົາ​ແມະ ອຶກູ​ບໍ່​ເອົາ. ອາຍຸ 60 ປີກະ​ຄື​ກິລາກ໋ອຟມີ​ຄົນ​ຫຼິ້ນ​ຄົນ​ດຽວ​ບໍ່​ມີ​ໃຜ​ຍາດ​ມີ​ແຕ່​ສິຕີ​ໃຫ້​​ໄກ​ເທົ່າ​ໃດ​ຍິ່ງ​ດີ.

ຂີ້​ເມົາ2 : ​ເອີ້ ​ແມ່ນ​ແຫຼະ

 

 

Delicious Digg Fark Twitter