ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2010 | ມີ 29 ຄຳເຫັນ ແລະ 0 trackback(s)

      ເຄີຍຢາກຮູ້ບໍ່ວ່າ ເປັນຫຍັງຜູ້ຊາຍບາງຄົນຈຶ່ງໂຊກດີເລື່ອງຄວາມຮັກໄປໃສມາໃສມີແຕ່ສາວໆສົນໃຈ ແລະ ມັກ ​ນີ້​ແມ່ນ​ຜູ້​ຊາຍ 7 ​ແບບ​ທີ່​ຜູ້ຍິງ​ສ່ວນ​ຫຼາຍ​ມັກ ​ແລ​ະ ບໍ່​ສາມາດ​ຫ້າມ​ໃຈບໍ່​ໃຫ້​ມັກ​ໄດ້.

 

1. ຜູ້ຊາຍ Romantic : ສ່ວນ​ຫຼາຍ​ສາວໆ​ຈະ​ມັກຄວາມ Romantic ສິ່ງທີ່ເຮັດເປັນປະຈຳຄື: ​ໃຫ້ດອກໄມ້,  ​ໃຫ້ຊ໋ອກໂກແລັດ ຫຼື ກິນ​ເຂົ້າໃຕ້ແສງທຽນນຳກັນ, ໂທຫາຕະຫຼອດເພື່ອບອກວ່າຄິດຮອດ ແລະ ມັກຈະເບິ່ງ ຕາ​ແບບຊຶ້ງໆ ຄື​ກັບ​ຈະບອກຄວາມໃນໃຈ.

ເຫດຜົນທີ່ຫ້າມໃຈບໍ່ໄດ້:  ສາວໆ​ຈະ​ມັກ​ໃຫ້​ໂຕ​ເອງ​ເປັນ​ທີ່​ໜ້າ​ຫຼົງ​ໄຫຼ ​ແລະ ຜູ້ຊາຍ Romantic ຈະສາມາດ​ເຮັດ​ໃຫ້​ສາວໆຮູ້ສຶກ​​ແນວ​ນັ້ນ​ໄດ້ ​ເພາະ​ຜູ້​ຊາຍ​ Romantic ​ຈະ​ໃຫ້​ສິ່ງ​ຂອງ​ບອກ​ເຖິງ​ຄວາມ​ໃນ​ໃຈ​ວ່າ​ຄິດ​ຫຍັງ​ຢູ່​ກັບ​ສາວໆ ​ແລະ ສາວໆ​ກໍ່​ຈະຮູ້ສຶກອິດ​ສະລະ​ທີ່​ຈະ​ສະ​ແດງ​ເຖິງ​ຄວາມ​ອອ່ນ​ໂຍນ​ທີ່​ Romantic ໃນ​ແບບ​ຂອງ​ເຂົາ​.

 

2. ຜູ້ຊາຍໝັ້ນໃຈໃນ​ໂຕເອງ:  ຜູ້ຊາຍທີ່ໝັ້ນໃຈໃນ​ໂຕເອງສຸດໆ ຈະສະ​ແດງ​ອອກຈາກການທີ່​ເຂົາ​ເຈົ້າສ່ອງ ແສງຂອງຄວາມມີອຳນາດເວລາຢູ່ໃນທີ່ສາທາລະນະ ສຳລັບເລື່ອງຂອງຄວາມສຳພັນ​ແລ້ວ​ຈະບໍ່ມີ​ຄວາມຮູ້ສຶກຫຶງ​ແຟນ​ກ່ຽວ​ກັບຜູ້ຊາຍຄົນໃດ ​ເຂົາ​ເຈົ້າ​ຈະບໍ່ຮູ້ສຶກຫວັ່ນໄຫວເພື່ອນຮ່ວມງານ​ເພດ​ດຽວ​ກັນ ຫຼື ໝູ່​ຜູ້ຊາຍຂອງແຟນເລີຍ.

ເຫດຜົນທີ່ຫ້າມໃຈບໍ່ໄດ້: ຜູ້ຊາຍແບບນີ້ຈະດຶງດູດສາວໆ​ໄດ້​ເປັນ​ຢ່າງ​ດີ ​ເພາະຖ້າລາວມີ​ຄວາມໝັ້ນໃຈ​​ໃນ ໂຕເອງສູງ ສາວໆກໍຈະຮູ້ສຶກຄ້ອຍຕາມໄປນຳ ຜູ້ຊາຍໝັ້ນໃຈໃນຕົວເອງບໍ່​ເຄີຍ​ທີ່​ຈະ​ມາ​ນັ່ງລໍຖ້າຄຳ ອະນຸ ຍາດຈາກຜູ້ຍິງ ນີ້ແຫຼະທີ່ເຮັດໃຫ້ເຂົາເປັນທີ່ໝາຍປອງຍິ່ງກວ່າເກົ່າ.

 

3. ຜູ້ຊາຍທີ່ມີສິນລະປະ:  ຜູ້ຊາຍທີ່ມີສິລະປະ (Artist) ເປັນໜຸ່ມທີ່ເຮົາຄາດເດົາຫຍັງບໍ່ໄດ້ ແລະ ໃຊ້ຊີວິດຢູ່ກັບ ປັດຈຸບັນເທົ່ານັ້ນ ຫຼາຍ​ເທື່ອ​ທີ່​ເຂົາ​ເຈົ້າ​ສາມາດ​ໃຊ້​ຄວາມ​ຄິດ​ທີ່​ສ້າງສັນ​ເອົາ​​ຊະນະ​ໃຈຜູ້ຍິງ​ໄດ້ເຊັ່ນ: ເພງທີ່ແຕ່ງຂຶ້ນມາເພື່ອເຈົ້າ ຫຼື ຮູບພາບທີ່ຕັ້ງໃຈແຕ້ມໃຫ້ເຈົ້າ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ຜູ້ຍິງທຸກຄົນຕ້ອງການມີ​ຄວາມຮູ້ສຶກວ່າ​ໂຕເອງເປັນຄົນພິເສດກວ່າ​ໃຜໆ

​ແລະ ບໍ່​ມີ​ຫຍັງ​ທີ່​ດີ​ໄປ​ກວ່າ​ການ​ທີ່​ໄດ້​ເປັນ​ບຸກຄົນ​ໃດ​ໜຶ່ງ​ທີ່​ສາມາດ​ເປັນ​ແຮງ​ບັນດານ​ໃຈ​​ໃນ​ການ​ແຕ່ງ​ເພງ ຫຼື ​ແຕ້ມຣູບພາບ​ງາມໆ​ອອກ​ມາ​ໄດ້.

 

4. ຜູ້ຊາຍຕ່າງຊາດ : ເຂົາ​ເຈົ້າມາໄກຈາກປະເທດທີ່ຕື່ນຕາຕື່ນໃຈ ເຂົາອາດມີສຳນຽງໜ້າຮັກ ແລະ ມີວິທີ ເບິ່ງໂລກ ທີ່ບໍ່ຄືໃຜ ທຳນຽມປະຕິບັດ ຫຼື ນິໃສສ່ວນຕົວຂອງເຂົາອາດພິລຶກໜ້ອຍໜຶ່ງ ແຕ່ເຂົາກໍສາມາດຈັດ ການໃຫ້ກາຍເປັນ ສະເໜ່ສະເພາະຕົວໄດ້ ຈົ່ງ​ເຮັດຄວາມເຂົ້າໃຈ​ໃຫ້​ດີວ່າຜູ້ຍິງບໍ່ຈຳເປັນຕ້ອງເຮັດໂຕເປັນ ສາວຕ່າງຊາດເພື່ອໃຫ້ເຂົ້າກັນກັບເຂົາໄດ້ ແຕ່ຖ້າເປັນຜູ້ຍິງປະ​ເພດທີ່ມັກ​ອອກເດີນທາງທ່ອງທ່ຽວຕະລອດ ຫຼື ເວົ້າໄດ້ຫຼາຍພາສາ ກໍຖືເປັນຄຸນສົມບັດທີ່ເຂົ້າຕາໜຸ່ມປະເທດນີ້.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ບໍ່ມີເຫດຜົນຫຍັງນອກຈາກສະເໜ່ຄວາມລຶກລັບທີ່ເຢົ້າຢວນໃຈຊວນຄົ້ນຫາ ເຫດຜົນທີ່ຜູ້ຍິງເລືອກຜູ້ຊາຍປະເພດນີ້ເພາະຄວາມສົງໃສ ຢາກ​ຮູ້​ຢາກ​ເຫັນ ແຕ່ຄວາມດຶງດູດໃນອັນດັບ ໜຶ່ງແມ່ນຄວາມເພິ່ງພໍໃຈທີ່ໄດ້ຈາກການເດດກັບຄົນຈາກຕ່າງຊາດ ຕ່າງວັດທະນະທຳ.

 

5. ຜູ້ຊາຍອິດສະຫຼະ :

ຜູ້ຊາຍມັກອິດສະຫຼະມັກປ່ອຍຕົວເອງໄປຕາມກະແສລົມແຫ່ງການຜະຈົນໄພ ເຂົາອາດຂີ່ລົດຈັກ ຫຼື ໜີວຽກເພື່ອພາເຈົ້າໄປຂັບລົດຫຼິ້ນທາງນອກເມືອງແບບປຸບປັບ ແຖມຍັງບໍ່ເຄີຍກັງວົນເຖິງຜົນທີ່ຈະຕາມ ມາພາຍຫຼັງ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ຜູ້ຍິງທຸກຄົນມີອາລົມຢູ່ໃນ​ໂຕ​ເອງ​ທັ້ງນັ້ນ ຜູ້ຍິງມັກຄວາມຮັກອິດສະຫຼະຂອງເຂົາ​ເຈົ້າ ແລະ ຫວັງວ່າເຊື້ອນີ້ອາດຈະແພຂະຫຍາຍມາຮອດເຈົ້ານຳ  ສ່ວນຫຼາຍຜູ້ຊາຍປະເພດນີ້ມັກອາຍຸຍັງ ນ້ອຍເຮັດໃຫ້ຜູ້ຍິງຮັກ ​ແລະ ຕ້ອງພະຍາຍາມເຮັດໃຫ້ເຂົາເຊື່ອຟັງ​ທຸກ​ຢ່າງ ທັງທີ່ຮູ້ຢູ່ວ່າເປີເຊັນຄວາມສຳ ເລັດນັ້ນມີນ້ອຍ.

 

6. ຜູ້ຊາຍສະໜອງດີ : ຜູ້ຊາຍປະເພດນີ້ມັກມີບົດສົນທະນາທີ່ຊານສະຫຼາດ ແລະ ຈະຄອຍຟັງຄຳຕອບ ຂອງຜູ້ຍິງ ເຂົາ​ເຈົ້າ​ສາມາດ​ເຮັດໃຫ້ຜູ້ຍິງຫົວຂວັນກັບຄວາມສະຫຼາດ ແລະ ອາລົມຂັນຂອງເຂົາ​ເຈົ້າ​ໄດ້ ແຖມຍັງເຮັດໃຫ້ ການລົມເລື່ອງການເມືອງກາຍເປັນເລື່ອງໜ້າສົນໃຈຂຶ້ນມາໄດ້ເຂົາ​ເຈົ້າເຮັດໃຫ້ເຈົ້າສົດ ຊື່ນໄດ້ເປັນຊົ່ວໂມງໂດຍບໍ່ເບື່ອເລີຍ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ເມື່ອວັນເວລາຜ່ານໄປ ຫົວກໍເລີ່ມລ້ານ ພຸງກໍເລີ່ມໃຫຍ່ ແຕ່ຖ້າຜູ້ຊາຍຍັງສາມາດ ເຮັດໃຫ້ຜູ້ຍິງຍັງສົນໃຈຢູ່ໄດ້ ກໍຖືວ່າແມ່ນ​ໄຊຊະນະໄປ​ແລ້ວ  ການເຊື່ອມຕໍ່ທີ່ເຕັມໄປດ້ວຍປັນຍາຄືສ່ວນ ສຳຄັນທີ່ເຮັດໃຫ້ຄວາມສຳພັນຢູ່ໄດ້ດົນ​ນານ ແລະ ຖ້າໜຸ່ມໃດສະແດງໃຫ້ສາວເຫັນຄຸນສົມບັດຂໍ້ນີ້ໄດ້ ຮັບຮອງວ່າຈີບຕິດແນ່ນອນ.

 

7. ຜູ້ຊາຍມັກເອົາໃຈ : ເຂົາຊ່າງເອົາອົກເອົາ​ໃຈ ເບິ່ງແຍງເອົາໃຈສາລະພັດ  ດຶງຕັ່ງໃຫ້ນັ່ງ ຈ່າຍຄ່າອາ ຫານໃຫ້ທຸກຄັ້ັ້ງ ແຖມຍັງບໍ່ລືມສະເໜີຂອງຫວານໃຫ້ກິນ​ນຳ​ອີກ  ນອກຈາກນັ້ນຍັງເອີຍປາກຊວນອອກໄປ ທ່ຽວຢ່າງສົມເຫດສົມຜົນ ແລະ ຂັບລົດມາຮັບຮອດປະຕູບ້ານທຸກຄັ້ງ ທີ່ສຳຄັນຍັງລະອຽດອ່ອນກັບຄວາມ ຮູ້ສຶກຂອງຜູ້ຍິງຫຼາຍ.

ເຫດຜົນທີ່ຫ້າມໃຈບໍ່ໄຫວ: ຕາມປົກກະຕິຜູ້ຊາຍທີ່ອອ່ນ​ໄຫວ​ງ່າຍ​ກັບຄວາມຮູ້ສຶກຂອງຜູ້ຍິງແບບນັ້ນ ສ່ວນ​ຫຼາຍມັກຈະຈີບບໍ່ຕິດ ມັນ​ແປກ​ແຕ່​ແມ່ນ​​ເລື່ອງ​ແທ້ ແລະ ສ່ວນຫຼາຍຜູ້ຍິງມັກໄປຕິດ​ໃຈ ​ແລະ ເພິ່ງພໍໃຈກັບ ຜູ້ຊາຍປະເພດ bad boy ຜູ້ຊາຍທີ່ບໍ່ເຄີຍໂທກັບ​ເລີຍ ເມື່ອອົດ​ທີ່​ຈະທຸກທໍລະມານບໍ່​ໄດ້​ອີກ​ແລ້ວ  ໄດ້ຈັກ​ໄລຍະ​ໜຶ່ງກ່ໍຈະຮູ້ສຶກສຳນຶກ ແລະ ຫັນມາເບິ່ງຜູ້ຊາຍທີ່ຮັກເຈົ້າ ແລະ ປະຕິບັດກັບເຈົ້າຢ່າງດີຄື​ຜູ້​ຊາຍ​ຊ່າງ​ເອົາ​ໃຈໃນທີ່ສຸດ.

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

      ​ຄົນ​ເຮົາມີຫລາກຫລາຍ​, ອາດ​ຄ້າຍຄື​ກັນ​ ຫລື ​ແຕກ​ຕ່າງ​ກັນ, ກຸນ​ແຈ​ດອກ​ໜຶ່ງ​ທີ່​ຈະ​​ໄຂ​ຊີວິດ​ຮັກ​ເພື່ອ​ເປີດ​ປະຕູ​ແຫ່ງ​ຄວາມສຸກ, ຖ້າ​ເຮົາ​ຮູ້ຈັກ​ວ່າ​ຕົວ​ເອງ​ເປັນ​ຄົນຮັກປະ​ເພດ​ໃດ, ​ແນ່ນອນ​ວ່າ​ຫົນທາງ​ຄວາມສຸກ​ຢູ່​ບໍ່​ໄກ, ຫາກ​ເຂົ້າ​ໃຈ​ໃນ​ຕົວ​ເອງ​ກ່ອນ ແລະ ຕ້ອງ​ແຜ່​ເຂົ້າ​ໃຈ​ຄົນຮັກນຳ.

1. ເວລາ​​ໄປ​ຮ່ວມ​ງານ​ລ້ຽງ ຫລື ງານ​ສັງ​ສັນ​ນຳ​ກັນ​ເຈົ້າ ​ແລະ ຄົນ​ຮັກ​ຂອງ​ເຈົ້າ​ມັກ​ເປັນ​ແນວ​ໃດ?

ກ. ບໍ່​ສູ້​ໄດ້ໄປນຳ​ກັນ​ດຸ, ​ເພາະ​​ແຕ່ລະຄົນ​ມີ​ຄວາມ​ມັກ​ບໍ່​ຄື​ກັນ?

ຂ. ບໍ່​ກະ​ຕ້ອງ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ເປັນ​ຄົນ​ວາງ​ແຜນ​ແມ່ນ​ຫຍັງ? ແນວ​ໃດ? ຢູ່​ໃສ.

2. ໃນ​ກໍລະນີ​ໃຊ້​ລົດ​ຄັນ​ດຽວ​ກັນ, ຕຳ​ແໜ່​ງຄົນ​ຂັບ​ມັກ​ເປັນ​ຄົນ​ດຽວ​ຄົນ​ເກົ່າ​ເລື້ອຍໆ ຫລື ບໍ່?

ກ. ບໍ່​ແມ່ນ​

ຂ. ແມ່ນ​ແລ້ວ

3. ໃນ​ຄວາມ​ສຳພັນ​ທັງ​ຄູ່​ແບ່ງບົດ​ບາດ​ກັນ​ຊັດ​ເຈນ ຫລື ບໍ່?

ກ. ບໍ່ຊັດ​ເຈນ

ຂ. ແມ່ນ​ແລ້ວ

4. ໃຜ​ເປັນ​ຄົນ​ຈ່າຍ​ເງິນ​​ເວລາ​​ໄປ​ກິນ​ເຂົ້າ​ນຳ​ກັນ!

ກ. ແລ້ວ​ແຕ່​ໂອກາດ, ຖ້າ​ໃຜມີ​ກໍ່​ຈ່າຍ​ຕອນ​ນັ້ນ​ເລີຍ.

ຂ. ລະ​ບຸ​ຊັດ​ເຈນ​ເລີຍ​ວ່າ​ໜ້າ​ທີ່​ໃຜ​ເປັນ​ຄົນ​ຈ່າຍ.

5. ຖ້າ​ມີ​ມື້ພັກ​ນຳ​ກັນ ສອງ​ຄົນ​ຈະ...

ກ. ຕ່າງ​ຝ່າຍ​ຕ່າງ​ຢູ່ (​ເຖິງ​ຈະ​ຮັກ​ກັນ​ສະ​ເໝີ)

ຂ. ສ່ວນ​ໃຫຍ່​ນັດ​ພົບ​ກັນ, ມີ​ຫຍັງ​ເລັກໆ​ນ້ອຍໆ​ໃຫ້​ກັນ, ​ໃຊ້​ເວລາ​ຢູ່​ນຳ​ກັນ.

6. ທັງສອງ​ຄົນ​ຮັບຜິດຊອບ​ພາລະ​ຮ່ວມ​ກັນ ຫລື ບໍ່?

ກ. ບໍ່​ !

ຂ. ຮັບ

7. ນິຍາມ​ຄວາມຮັກຂອງ​ພວກ​ເຈົ້າ​ເປັນ​ແນວ​ໃດ?

ກ. ​ໝູ່​ຮຽນ​ນຳ​ກັນ ແລ້ວກາຍ​ມາ​ເປັນ​ຄົນຮູ້​ໃຈ​ກັນ

ຂ. ຜູ້​ໜຶ່ງ​ນຳ​ໜ້າ ​ແລະ ອີກ​ຜູ້​ໜຶ່ງ​ຕາມຫລັງ

- ຄຳ​ຕອບ ​ແລະ ບົດ​ທົດ​ສອບ​ອາດ​ເປັນ​ສ່ວນນ້ອຍໆ​ຂອງ​ຊີວິດ​ຮັກ​ແຕ່​ບາງ​ເທື່ອ​ຄຳ​ຖາມ​ຈາກ 7 ຂໍ້​ອາດ​ຈະ​ຈຸດ​ປະກາຍ​ໃຫ້​ພິຈາລະນາ​ຄວາມ​ສຳຄັນ​ຂອງ​ຄົນ​ທັງ​ສອງ​ໃຫ້​ດີ​ຂຶ້ນ.

+ ​ເລືອກ​ຂໍ້ ກ ຫລາຍ​ທີ່​ສຸດ

   ​ເຈົ້າ​ເປັນ​ຄົນ​ຮັກ​ແບບ​ຮັກ​ເປັນ, ​ເປັນຄວາມ​ຮັກ​ທີ່​ບໍ່​ຄ່ອຍ​ສະ​ແດງ​ອອກ​ທາງ​ການ​ກະທຳ, ທີ່​ຄົນ​ຮັກ​ໄດ້​ຫວັງ​ໄວ້, ​ແຕ່​ຄົນ​ຮັກ​ຂອງ​ເຈົ້າ​ກໍ່​ຮັບ​ຮູ້​ວ່າ​ເຮົາ​ຮັກ​ກັນ​ດີ​ພຽງ​ແຕ່​ຮູບ​ແບບ​ຄວາມ​ສຳພັນ​ອາດ​ແຕກ​ຕ່າງ​ຈາກ​ຄູ່​ອື່ນ, ​ເພາະ​ເຈົ້າ​ຖືກ​ຫລໍ່​ຫລອມ​ມາ​ແບບ​ນີ້, ​ແລະ ພົມລິຂິດ​ກໍ່​ຂີດ​ໃຫ້​ທັງ​ສອງ​ຄົນ​ມາ​ພົບ​ຄົນໆ​ນັ້ນທີ່​ຍອມຮັບ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ໂຕ​ເອງ​ໄດ້, ​ເປັນຄວາມ​ຮັກ​ທີ່​ອິດ​ສະລະ, ຜູກ​ມັດ​ທາງ​ຈິດ​ໃຈ​ບໍ່​ແມ່ນ​ທາງ​ຮ່າງກາຍ, ຂໍ້​ເສຍ​ຄື​ຂາດ​ລະບຽບ​ໄປ​ແດ່, ​ແຕ່​ກໍ່​ຮູ້ຈັກ​ຈັດການ​ເລື່ອງ​ທີ່​ຄວນ​ເຮັດ, ຮັກນີ້ຍືນ​ຍາວ​ແນ່ນອນ.

+​ເລືອກ​ຂໍ້ ຂ ຫລາຍ​ທີ່​ສຸດ

ຈະ​ເວົ້າ​ວ່າ​ເປັນ​ຄົນທີ່​ຮັ້ກບໍ່​ເປັນ​ກໍ່​ບໍ່​ແມ່ນ, ພຽງ​ແຕ່​ຄິດ​ວ່າການ​ປະຄອງ​ຊີວິດ​ຮັກ​ຄື​ພາລະ​ໜ້າ​ທີ່​ສຳຄັນ​ທີ່​ສຸດ, ຈຶ່ງ​ທຸ່ມ​ເທ​ຫົວ​ໃຈ ​ແລະ ​ແຍກ​ບົດບາດ​ກັນ​ຊັດ​ເຈນ, ​ເປັນ​ແງ່​ດີ​ຂອງ​ຄວາມ​ກະຈາ​ງ​ແຈ້ງ ​ແລະ ຈະ​ຮູ້​ໂຕ​ຖ້າ​ຝ່າຍ​ໃດ​ເຮັດ​ບົກ​ຜ່ອງ, ມີ​ລະບຽບ​ທີ່​ເຄັ່ງ​ຄັດ​ກັບ​ຄວາມ​ຮັກ, ​ແຕ່​ເຈົ້າ​ອາດ​ລືມ​ໄປ​ວ່າຄວາມ​ຮັກ​ຕ້ອງ​ມີ​ການ​ຫົດ​ຢືດບໍ່​ແມ່ນ​ຄື​ເສັ້ນລວດ​ທີ່​ເຄັ່ງ​ຕືງ​ເປັນຕາ​ຢ້ານ.

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2010 | ມີ 31 ຄຳເຫັນ ແລະ 0 trackback(s)

1. ນ້ຳຫອມ : ບໍ່ເຊື່ອຢ່າລົບຫຼູ່ເພາະມີຫຼາຍຄົນທີ່ເຂົາ​ເຈົ້າເຊື່ອວ່າ ຫ້າມໃຫ້ແຟນຊື້ນ້ຳຫອມໃຫ້ເດັດຂາດ ເພາະຄວາມຮັກຂອງເຈົ້າອາດຈະຈືດຈາງ ກັບກິ່ນຂອງນ້ຳຫອມທີ່ຈາງຫາຍໄປຕາມການເວລາ.

 

2. ເກີບ : ຂໍ້ນີ້​ແຮ່ງຄັກ ເພາະມີປະສົບການແທ້ອ້າງອີງ ໂດຍສະເພາະໃຜມີແຟນຮີບອ່ານເລີຍ ເຂົາວ່າ ກັນວ່າຖ້າແຟນຊື້ເກີບໃຫ້ຈະເຮັດໃຫ້ເລີກກັນເພາະເກີບມັນຕ້ອງຢູ່ເປັນຄູ່ ​ເພາະຄົນທີ່ເປັນແຟນກັນຍັງບໍ່ໄດ້ ຢູ່​ເປັນ​ຄູ່​ຜົວ​ເມີຍກັນ​ເທື່ອ ເກີບຈຶ່ງເປັນສິ່ງທີ່ອາດຈະເຮັດໃຫ້ເລີກກັນໄດ້ ເລື່ອງນີ້ຂໍບອກວ່າເຄີ​ຍເກີດຂຶ້ນ ກັບຫຼາຍຄົນມາ​​ແລ້ວ.

 

3. ເຄື່ອງນຸ່ງຊຸດດຳ : ອັນນີ້ເປັນຕາຢ້ານຫຼາຍ ເຂົາ​ເຈົ້າຫ້າມໃຫ້ຊື້ເຄື່ອງນຸ່ງທີ່ມີສີດຳເປັນຂອງຂວັນ​ໃຫ້​ກັນໂດຍ ເດັດຂາດເພາະຄົນບູຮານເຂົາ​ເຈົ້າຖືກັນ ບໍ່ວ່າຈະເປັນເສື້ອ, ສົ້ງ, ກະໂປ່ງ, ຜ້າຕຸ້ມ, ຜູ້​ເຖົ້າຜູ້ແກ່່ຈະສອນ ໃຫ້ສະເໝີວ່າ ຖ້າເຮົາໃຫ້ຊຸດດຳໃຜ ເຮົາຈະຕ້ອງໄດ້ໄປງານສົບຂອງຄົນນັ້ນ.

 

4. ໂມງ : ອັນນີ້ມາແນວຖືເຄັດຫຼາຍກວ່າເພາະຫຼາຍຄົນເຊື່ອວ່າ ຖ້າແຟນຊື້ໂມງໃຫ້ຈະເຮັດໃຫ້ໄລຍະເວ ລາທີ່ຄົບກັນອາດຈະຕ້ອງຢຸດລົງເມື່ອໂມງໜ່ວຍນັ້ນຢຸດເດີນ ບໍ່ວ່າຈະເປັນສາເຫດໃດກໍຕາມ.

 

5. ຮູບ : ອີກສິ່ງໜຶ່ງທີ່ຫ້າມໃຫ້ກັນເດັດຂາດນັ້ນກໍຄື ຮູບຖ່າຍດ່ຽວຂອງ​ໂຕເອງ ເພາະມັນປຽບ ເໜືອນການໃຫ້ຮູບທີ່ລະລຶກໄວ້ເບິ່ງຕາງໜ້າເວລາຈາກກັນ ເພາະຫຼາຍຄົນພົບມາແລ້ວ.

 

6. ຜ້າເຊັດໜ້າ : ຜ້າ​ເຊັດ​ໜ້າ​ມີ​ໄວ້​ໃຊ້​ເຊັດ​ນ້ຳຕາ ຖ້າ​ບໍ່​ຢາກ​ໃຫ້​ຄົນທີ່​ເຈົ້າ​ຮັກ​ມີ​ນ້ຳ​ຕາ​ກໍ່​ຢາ​ໃຫ້​ເປັນ​ຂອງຂວັນ​ແກ່​ກັນ.

 

7. ຂອງມີຄົມ : ເຊື່ອໄວ້ກໍ່ບໍ່ເສຍຫາຍຫຍັງເດີ້ ຈຳພວກຂອງມີຄົມ, ອາວຸດ, ດາບ ຂອງຫຼິ້ນອອກ​ແບບຕ່າງໆ ທີ່ມີຄົມຢ່ານຳມາເປັນຂອງຂວັນ ເພາະຈະເຮັດໃຫ້ຜູ້ຮັບໄດ້ຮັບອັນຕະລາຍ, ມີໄພ, ໂຊກຮ້າຍໄປອີກນຳ.

 

8. ຫວ: ​ເພື່ອນໆທັງຫຼາຍຟັງທາງນີ້ ຖ້າເຮົາມອບຫວີໃຫ້ກັບແຟນ ຫຼື ເພື່ອນຄົນໃດຄົນໜຶ່ງຈະເຮັດໃຫ້ ຄວາມສຳພັນຂອງເຮົາ ແລະ ເຂົາຕ້ອງຫ່າງກັນຄືແຂ້ວຂອງຫວີນັ້ນເອງ.

 

9. ສາຍແອວ : ພາຍນອກອາດຈະເບິ່ງສວຍງາມ ແຕ່ພາຍໃນແຝງໄປດ້ວຍຄວາມເຈັບປວດ ເພາະເຊື່ອວ່າ ຖ້າໃຫ້ເອົາໃຫ້ໃຜ ຈະເປັນການສຽບແທງໃຈ ສ້າງຄວາມເຈັບປວດ ແລະ ຂໍ້ຂັດແຍ່ງໃຫ້ກັບຜູ້ຮັບຄົນນັ້ນ.

 

10. ເຄື່ອງໃຊ້ທີ່ເຮັດດ້ວຍແກ້ວ :    ເພາະຕາມຄວາມເຊື່ອວ່າຖ້າເກີດມີແກ້ວແຕກຂຶ້ນມາ ນັ້ນກໍໝາຍເຖິງຄວາມ ສຳພັນຂອງທັງ ສອງຄົນເປັນອັນແຕກຫັກ ແຕກສະຫຼາຍຕາມວັດຖຸ​ສິ່ງ​ຂອງ​

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

      ທ່ານທີ່ມັກລ້ຽງນົກ : ເປັນຊີວິດຈິດໃຈແລ້ວ ຈະເປັນຄົນທີ່ມັກອິດສະຫຼະ ແລະ ບໍ່ມັກຜູກມັດກັບໃຜ ທ່ານເປັນຄົນທີ່ຂອນຂ້າງເອົາແຕ່ໃຈຕົນເອງ ເປັນຄົນທີ່ວ່ອງໄວຄ່ອງແຄ້ວ ບໍ່ມັກຢູ່ບ່ອນເກົ່າດົນໆ ຫຼື ເຮັດຫຍັງແບບເກົ່າ ເອີ້ນວ່າເປັນຄົນທີ່ເບື່ອງ່າຍ ແລະ ຍັງມີນິໃສຂີ້ອວດ, ຮັກຄອບຄົວ ເປັນຄົນທີ່ອາລົມເສຍງ່າຍ ແຕ່ເລື່ອງຄວາມສວຍຄວາມງາມຕ້ອງມາກ່ອນ ເວລາທີ່ບໍ່ມັກໃຜຈະເປີດເຜີຍອາລົມໃຫ້ຮູ້ທັນທີ ເປັນຄົນກົງໄປກົງມາ.

      ທ່ານທີ່ມັກລ້ຽງແມວ : ບອກໄດ້ເລີຍວ່າເປັນຄົນມັກອ້ອນ, ຮັກອິດສະຫຼະ,  ບໍ່ມັກຢູ່ໃຕ້ອຳນາດໃຜ ເປັນຄົນທີ່ພິຖີພິຖັນ, ລະອຽດອ່ອນ,  ເປັນຄົນທີ່ມີສີມືໃນການເຮັດວຽກປະດິດຄິດແຕ່ງ ລົດສະນິຍົມດີ ມັກໃຊ້ຂອງດີມີລາຄາ, ເປັນຄົນທີ່ຄິດຫາແຕ່ເລື່ອງຂອງຕົນເອງ, ບໍ່ສົນໃຈເລື່ອງຂອງຄົນອື່ນ ແລະ ບໍ່ຍອມຫຍັງງ່າຍໆ,  ເປັນຄົນຈູ້ຈີ້ຈຸກຈິກ. ຖ້າຢາກໄດ້ຜົນປະໂຫຍດຈາກໃຜແລ້ວ ທ່ານຈະຮູ້ຈັກເອົາໃຈເຂົາ ແຕ່ພໍໄດ້ດັ່ງໃຈແລ້ວ ກໍ່ຫາຍແວບໄປກັບຕາເລີຍ ທີ່ຈິງແລ້ວຄົນທີ່ມັກລ້ຽງແມວ ມັກຈະມີຄວາມຄິດເປັນຂອງໂຕເອງສູງ ເບິ່ງແລ້ວຄືເປັນຄົນບໍ່ຈິງໃຈ.

      ທ່ານທີ່ມັກລ້ຽງໝາ : ເຫັນໝາແລ້ວຕ້ອງເຂົ້າໄປຢອກໂລດ ບອກໄດ້ເລີຍວ່າທ່ານເປັນ ຄົນທີ່ມີຄວາມຈິງໃຈຫຼາຍ ແລະ ຂອນຂ້າງຈະຮັກໝູ່ ມີຄວາມເອື້ອເຝື້ອເພື່ອແພ່ ມີຈິດໃຈດີ ມັກຊ່ວຍເຫຼືອຄົນອື່ນຢູ່ສະເໝີ ທ່ານເປັນຄົນທີ່ມັກປົກປ້ອງເບິ່ງແຍ່ງຄົນອື່ນ ມີຄວາມຊື່ສັດ ກົງໄປກົງມາ ມີຈິດໃຈທີ່ກ້າຫານ ບໍ່ຢ້ານບັນຫາ ຕໍ່ສູ້ຜ່ານຜ່າອຸປະສັກ ຈິດໃຈໝັ້ນຄົງ ບໍ່ອ່ອນແອ ຈຸດອ່ອນຂອງທ່ານແມ່ນ ທ່ານຂາດຄວາມຄິດສ້າງສັນ ເວລາອາລົມເສຍແລ້ວ ຈະກາຍເປັນຄົນທີ່ເຢັນຊາ, ເກັບກົດອາລົມແປປວນ ແລະ ອາລົມເສຍງ່າຍ.

      ທ່ານທີ່ມັກລ້ຽງກະຕ່າຍ :ເຊິ່ງເປັນສັດທີ່ມັກຕົກໃຈບອກເຖິງນິໃສຂອງທ່ານທີ່ມີໄຫວພິບດີ ຮູ້ຈັກເອົາໂຕລອດເກັ່ງ ທ່ານເປັນຄົນທີ່ປ້ອງກັນໂຕເອງໄດ້ດີ  ລັກສະນະພາຍນອກເບິ່ງທ່ານແລ້ວ ຄືຄົນອ່ອນແອ ແຕ່ພາຍໃນແລ້ວທ່ານເປັນຄົນທີ່ເຂັ້ມແຂງຫຼັກແຫຼມ ມີເລ່ກົນຢູ່ຕົວທ່ານ ເປັນຄົນທີ່ລະອຽດຮອບຂອບ   ມີຄວາມລະມັດລະວັງ, ບຸກຂະລິກຂອງທ່ານເປັນຄົນທີ່ມີພິບໄຫວຄ່ອງແຄ້ວ, ສຸພາບ, ມີລະຍາດ ທ່ານເປັນຄົນທີ່ມີມະນຸດສຳພັນດີ ບໍ່ມັກການຜິດຖຽງກັນເຊິ່ງໜ້າ, ໃຈກວ້າງ,  ຮັກສວຍຮັກງາມ, ມີພອນສະຫວັນທາງດ້ານສີລະປະ, ເປັນຄົນມັກ Romantic  ແລະ ເລື່ອງຂອງຄວາມຮູ້ສຶກທ່ານຈະເປັນຄົນທີ່ເຂົ້າໃຈຄົນອື່ນໄດ້ງ່າຍ ເຖິງວ່າກະຕ່າຍຈະເປັນສັດທີ່ຂວັນອ່ອນ ແຕ່ຄົນທີ່ມັກກະຕ່າຍ ກັບເປັນຄົນທີ່ເຂັ້ມແຂງ, ໝັ້ນໃຈໂດຍທ່ີຄົນອື່ນນຶກບໍ່ເຖິງເລີຍ.

      ທ່ານທີ່ມັກລ້ຽງໜູ : ທ່ານເປັນຄົນທີ່ສະຫຼາດຫຼັກແຫຼມ,  ມີຄວາມດຸໝັ້ນ, ແຈ່ມໃສ, ເບິ່ງໂລກໃນແງ່ດີ ມັກສະສົມສິ່ງຂອງ, ມີຄວາມກະຕືລືລົ້ນ, ຮັກຄວາມກ້າວໜ້າ ຂອນຂ້າງປັບໂຕໄດ້ເກັ່ງ ມີຄວາມລະມັດລະວັງເປັນສັນຊາດຕະຍານ, ບຸກຂະລິກທ່າທາງເປັນຄົນທີ່ງຽບຄືມ ບໍ່ມັກເວົ້າຫຼາຍ ມີມະນຸດສຳພັນດີ.

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 10, 2010 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

      ການເວລາປ່ຽນໄປ ຄົນເຮົາກໍ່ປ່ຽນແປງ  ແລະ ການອົກຫັກຈາກຄວາມຮັກນັ້ນປະຕິເສດບໍ່ໄດ້

ເພື່ອຮັກສາແຜໃຈທຸກເທື່ອ. ຖ້າຕອນນີ້ເຈົ້າຮູ້ສຶກຢາກຊອກໃຜຈັກຄົນທີ່ຮັກເຈົ້າແທ້. ບຶດຮັກບຶດເຊົາບໍ່ຢາກມີແລ້ວ ພວກເຮົາມີຂໍ້ແນະນຳ ຈາກຜູ້ຊ່ຽວຊານທີ່ຍັງບໍ່ຜ່ານການຮັບຮອງ ຊຶ່ງວິເຄາະວິໃຈ ແລະ ພິສູດແລ້ວວ່າ ວິທີຈີບສາວ

ທຳມະດາທົ່ວໄປ ບໍ່ອາດວັດແທກໄດ້ວ່າ ເຂົາຮັກເຈົ້າແທ້ບໍ່? ດັ່ງນັ້ນປີໃໝ່ນີ້ໃຫ້ລືມຄວາມເສົ້າເອົາໄວ້ ແລະ

ຖີ້ມຄວາມໂສກເສົ້າໄວ້ແລ້ວ ຊອກຫາຄົນທີ່ເຈົ້າມັກຈັກຄົນ ລອງໃຊ້ວິທີຈີບສາວຂ້າງລຸ່ມນີ້ເບິ່ງ ແລ້ວຈະຮູ້ວ່າ ມັນແຕກຕ່າງກັນກັບທີ່ເຈົ້າເຄີຍຈີບສາວມາກ່ອນ ຫຼື ບໍ່ 555

1. ສ້າງຄວາມປະທັບໃຈ.

ເຕັກນິກໃນການສ້າງຄວາມປະທັບໃຈ ເມື່ອຄັ້ງທຳອິດທີ່ພົບເຫັນບໍ່ແມ່ນເລື່ອງຍາກ. ກ່ອນອື່ນເຮົາຕ້ອງ

ເປັນໂຕຂອງໂຕເອງ ບໍ່ຕ້ອງໃສ່ໜ້າກາກ ເພາະບໍ່ຈຳເປັນຕ້ອງເຮັດຄືໃຜ ຈະຮັກກັນຕ້ອງຮັກຢູ່ທີ່ໃຈ.

      2.  ໃຫ້ກຽດຜູ້ຍິງ.

      ເຖິງວ່າຍິງ-ຊາຍ ສະໄໝນີ້ ຈະເທົ່າທຽມກັນໝົດ ແຕ່ຜູ້ຍິງຈະຮູ້ສຶກດີກັບຜູ້ຊາຍທີ່ໃຫ້ກຽດເຂົາ ເຮົາຈຶ່ງຄວນສະແດງຈຸດນີ້ໃຫ້ເຂົາເຫັນ ເພື່ອເຂົາຈະໄດ້ຊື່ນຊົມໃນໂຕເຮົາເຊ່ັນ: ໃນເວລາໄປກິນເຂົ້າ ເຮົາຕ້ອງໃຫ້ກຽດເຂົາດ້ວຍການຈ່າຍທຸກເທື່ອ ຢ້ຳອີກເດີ້ ວ່າທຸກເທື່ອ ເຄີຍຈ່າຍຢ່າງໃດກໍ່ຈ່າຍຢ່າງນັ້ນ ດຽວເຂົາຈະເບິ່ງວ່າເຮົາ ບໍ່ເປັນຄົນສະເໝີຕົ້ນສະເໝີປາຍ.

      3. ສະແດງຄວາມຮັກຕະຫຼອດ.

      ການເຮັດໂຕບໍ່ໃສ່ໃຈ ອາດຈະເຮັດໃຫ້ເຂົາຄິດວ່າເຈົ້າບໍ່ສົນໃຈເຂົາ ບໍ່ມີຄວາມອົບອຸ່ນ ບໍ່ເປັນຕາຢູ່ໃກ້ ເຮົາ ຈຶ່ງຄວນສະແດງອອກດ້ວຍການຖືກເນື້ອຕ້ອງຕົວເຂົາທຸກຄັ້ງທີ່ມີໂອກາດ. ແຕ່ຕ້ອງສົມມາພາຄວນ.

      4. ເຂົ້າກັບໝູ່ເພື່ອນຂອງເຂົາໄດ້ ສຳຄັນທີ່ສຸດ.

      ຫາກເຈົ້າເປັນຄົນດີ ໜ້າຕາຫຼໍ່ ແຕ່ເຂົ້າໝູ່ເພື່ອນເຂົາບໍ່ໄດ້ ອາດເຮັດໃຫ້ເຂົາລຳບາກໃຈ ດັ່ງນັ້ນ ເຈົ້າຄວນພະຍາຍາມ ທຳຄວາມຄຸ້ນເຄີຍກັບໝູ່ເພື່ອນຂອງເຂົາ.

ໜຸ່ມທີ່ຍັງໂສດ ແລະ ຢາກຈະມີແຟນກໍລອງນຳວິທີນີ້ໄປປະຕິບັດເບິ່ງເດີ້ພີ່ນ້ອງ.

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

10 ແຮງ​ບັນດານ​ໃຈ​ໃຫ້​ກັບ​ຄົນ​ກຳລັງ​ຈະ​ຮັກ ຫຼື ມີ​ຄວາມ​ຮັ

  1. ​ເຖິງ​ຈະ​​ເຫງົາ, ​ເຖິງ​ຈະ​ເສົ້າ ​ແຕ່​ຄວາມ​​ເສົ້າ​ໃຈ​ບໍ່​ເຄີຍ​ຫ່າງ​ຫາຍ​ຈາກ​ໂຕ​ເຮົາ
  2. ​ເຖິງ​ຈະ​ງ່າຍ, ​ແຕ່​ໄດ້​ຍາກ ​ແລະ ຢ່າ​ລືມ​ເບິ່ງ​ຄວາມ​ຕ້ອງການ​ຂອງ​ຫົວ​ໃຈ​ຕົນ​ເອງ
  3. ຢ່າ​ຫຼົງ​ຄວາມ​ເກັ່ງ ຄວາ​ມາ​ສາດ​ຂອງ​ຕົນ​ເອງ​ ພຽງ​ຄຳ​ເວົ້າ​ສັນ​ລະ​ເສີນ​ຈາກ​ຄົນທີ່​ບໍ່​ຮູ້ຈັກ​ເຮົາ​ດີ​ພໍ
  4. ຄວາມ​ຍາກ​ລຳບາກ​ຂອງ​ຄວາມ​ຮັກ ຄື​ການ​ຮັກສາ​ຕົວ​ຕົນ​ຂອງ​ຕົວ​ເອງ​ໄວ້ ແຕ່​ທ່ານ​ສາມາດ​ໃຊ້​ຫົວ​ໃຈ​ເຮັດ​ໃຫ້​ຄວາມ​ຮັກ​ງອກ​ເງີຍ​ໄດ້
  5. ຢ່າ​ຕັ້ງຄວາມ​ຫວັງ​ກັບ​ຫຼາຍ​ສິ່ງ​ຢ່າງ​​ອ້ອມ​ໂຕ​ເຮົາ ​ເພາະ​ຄວາມ​ຈິງ​ແລ້ວ​ສິ່ງ​ທີ່​ທ່ານ​ຕ້ອງການ​ຄື​ຄວາມສຸກ​ຂອງ​ຊີວິດ ​ແລະ ຄວາມ surprise ທີ່​ເກີດ​ຂຶ້ນ​ໃນ​ແຕ່​ລະ​ວັນ ຮັບຮອງ​ວ່າຄວາມ​ສຸກ ​ແລະ ຄວາມ​ມ່ວນ​ຊື່ນ​ຈະ​ມາ​ຫາ​ທ່ານ​ເອງ
  6. ຢ່າ​ຕັ້ງກົດ​ເກນ ກັບ​ຄວາມ​ຮູ້ສຶກ​ກັບ​ຕົນ​ເອງ ຍາມ​ທ່ານ​ຮູ້ສຶກ​ເຫງົາ ພຽງ​ທ່ານ​ຫຼັບ​ຕາ ທ່ານ​ກໍ່​ຫາ​ຄຳ​ຕອບ​ໄດ້​ສະ​ເໝ.ີ ຄວາມ​ອິດສະຫຼະ​ມັນ​ຕິດຕາມ​ທ່ານ​ໄປ​ທຸກ​ແຫ່ງ​ຫົນ ຢູ່​ບ່ອນ​ໃດ​ກໍ່​ມີ​ອິດສະຫຼະ
  7. ຮຽນ​ຮູ້​ທີ່​ຈະ​ອ່ອນ​ແອ ກ່ອນ​ທີ່​ຄົນ​ອື່ນ​ຈະ​ລືມ​ໄປ​ວ່າ​ທ່ານ​ກໍ່​ຕ້ອງການ​ຄົນ​ໃດ​ຄົນ​ໜຶ່ງ​ເບິ່ງ​ແຍງ​ທ່ານ​ເຊັ່ນ​ກັນ
  8. ຄວາມ​ຍາກ​ຂອງ​ຊີວິດ​ຄື​ການ​ທີ່​ທ່ານ​ພະຍາຍາມ​ເຂົ້າ​ໃຈ​ຄົນ​ອື່ນ​ຫຼາຍ​ເກີນ​ໄປ ຈົນ​ເມື່ອຍ​ໂດຍ​ບໍ່​ຈຳ​ເປັນ
  9. ຄວາມ​ບໍ່​ໄດ້​ຕັ້ງ​ໃຈ ​ເຮັດ​ໃຫ້​ທ່ານ​ບໍ່​ຢຸດ​ທີ່​ຈະ​ຖິ້ມຝັນ ແລະ ກຳລັງ​ລໍຄອຍ​ຄວາມສຸກ​ທີ່​ກຳລັງ​ລໍຄອຍ​ທ່ານ​ຢູ່
  10. ຢ່າ​ປະຖິ້ມຕົວ​ຕົນ, ຢ້າຖິ້ມຄວາມ​ສົດ​ໃສ​ໃນ​ຫົວ​ໃຈ​ຂອງ​ທ່ານ ເພາະ​ສິ່ງ​ນັ້ນ​ແມ່ນ​ນ້ຳ​ທິບ ທີ່​ເຮັດ​ໃຫ້​ຊີວິດ​ທ່ານ​ສົດ​ຊື່ນ​ຕະຫຼອດ​ໄປ

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2010 | ມີ 16 ຄຳເຫັນ ແລະ 0 trackback(s)

      ດອກໄມ້ທີ່ເຮົາມັກທີ່ສຸດນັ້ນ ສາມາດບອກນິໃສຂອງຜູ້ມັກໄດ້ ລອງມາອ່ານນຳກັນເລີຍ.

      ມີໃຫ້ເລືອກດັ່ງນີ້ :

  1. ດອກກຸຫຼາບ
  2. ດອກຕາເວັນ
  3. ດອກມະລິ
  4. ດອກເອື້ອງປ່າ (ກ້ວຍໄມ້)
  5. ດອກບົວ
  6. ດອກຫຍ້າ
  7. ດອກທິວລິບ
  8. ດອກຄູຸນ

ເຮົາມາອ່ານພ້ອມກັນເລີຍ :

  1. ດອກກຸຫຼາບ : ຄວາມສວຍງາມທີ່ມີໜາມແຫຼມຄົມ ຖືກຈັດໃຫ້ເປັນລາຊິນີຂອງດອກໄມ້ ປັນຕົວແທນຂອງຄວາມຮັກ ຄົນທີ່ມັກດອກກຸຫຼາບ ຈະເປັນຄົນທີ່ຮັກສວຍຮັກງາມ ມັກຄວາມສະບາຍຫຼູຫຼາ ຄືສະພາບແວດລ້ອມໃນຊີວິດຈະຕ້ອງດີໜົດທຸກຢ່າງ, ມັກຕິນັ້ນຕິນີ້ . ເປັນຄົນກະຕື້ລືລົ້ນ, ມັກການຮຽນຮູ້, ມັກສະແຫວງຫາປະສົບການໃໝ່ໆໃຫ້ຊີ ວິດເປັນຄົນທີ່ທັນສະໄໝ ແລະຢາກຈະເປັນຄົນທີ່ມີຊື່ສຽງໂດ່ງດັງ ເປັນທີ່ຮູ້ຈັກຂອງຄົນ ຫຼາຍໆຄົນ .
  2. ດອກຕາເວັນ : ເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົນເອງສູງ ອວດອົ່ງທະນົງໂຕວ່າຕົນເອງມີ ຄວາມຮູ້ ຄວາມສາມາດຫຼາຍກວ່າຄົນອື່ນ ເປັນຄົນທີ່ເພິ່ງພາຕົນເອງ  ບໍ່ມັກເອົາໃຈຄົນອື່ນ ແລະ ມີເປົ້າໝາຍໃນຊີວິດສູງ ແຕ່ດວ້ຍຄວາມທີ່ເປັນຄົນເກັ່ງ, ສົນໃຈເລື່ອງຮອບຂ້າງ ມີຄວາມດຸໝັ່ນຈິ່ງເຮັດໃຫ້ປະສົບຜົນສຳເລັດໃນຊີວິດໄດ້ບໍ່ຍາກ ເຖິງວ່າຈະເປັນຄົນຍິ່ງຖືໂຕ ກໍ່ຕາມ ແລະ ບໍ່ຄ່ອຍສົນໃຈຄົນອື່ນ ແຕ່ກໍ່ມີໃຈຄໍທີ່ກວ້າງຂວາງ ຊ່ວຍເຫຼືອຜູ້ອື່ນ ຈິ່ງເຮັດໃຫ້ມີເພື່ອນຝູ່ງຫຼາຍ .
  3. ດອກມະລິ : ເປັນດອກໄມ້ທີ່ມີກິ່ນຫອມ ຄົນທີ່ມັກດອກມະລິຖືກຈັດເປັນຄົນທີ່ອ່ອນໂຍນ ຮຽບຮ້ອຍຍສົມກັບສີຂາສົມກັບເປັນດອກໄມ້ສີຂາວ ເປັນຄົນທີ່ຂອນຂ້າງຈະຈູ້ຈີ້ ຈຸກຈິກໜ້ອຍໜຶ່ງ .ເປັນຄົນທີ່ມີຄວາມຮູ້ສຶກອ່ອນໄຫວງ່າຍ, ຄິດຫຼາຍ ມັກກັງວົນກັບຄຳເວົ້າຂອງຄົນອື່ນທີ່ມີຕໍ່ ຕົນເອງ ໃນຂະນະດຽວກັນນັ້ນກໍ່ເປັນຄົນທີ່ມັກຊີວິດທີລຽບງ່າຍ ຮັກສະຫງົບ ບໍ່ມັກການປະເຊີນໜ້າ ມີຄວາມເປັນຕົວຂອງຕົນເອງສູງ .
  4. ດອກເອື້ອງປ່າ(ກ້ວຍໄມ້) : ເປັນຕົວແທນຂອງຄວາມ Romantic ຫຼາຍ ທັງຍັງເປັນຄົນທີ່ອ່ອນຫວານ ນຸ້ມນວນ  ແຕ່ກໍ່ມີຄວາມແຂ່ງແກ່ນ, ອົດທົນ, ໜັກແໜ້ນຢູ່ໃນໂຕຄືກັນ . ມັກໃຊ້ຊີວິດລຽບງ່າຍ ມັກການປ່ຽນແປງແບບຄ່ອຍເປັນຄ່ອຍໄປ ໃນທາງທີ່ດີຂຶ້ນ ເປັນຄົນທີ່ຕັດສິນໃຈເກັ່ງ ແລະ ຖະນັດກັບການແກ້ບັນຫາດ້ວຍວິທີທີ່ປານີປານອມ
  5. ດອກບົວ : ຖືກໃຊ້ເປັນສັນຍາລັກກັບສາດສະໜາ ຄົນທີ່ມັກດອກບົວຈິ່ງເປັນຄົນທີ່ສຸພາບ ອ່ອນໂຍນ ໃນໃຈມີແຕ່ຄວາມເມດຕາປານີ ບໍ່ມັກຄຽດ ຫຼື ຊັງໃຜ ບໍ່ວ່າໃຜຈະເປັນຈັ່ງໃດກໍ່ດີກັບເຂົາຈົນໝົດທຸກຄົນ  ມັກຊວ່ຍເຫຼືອຜູ້ອື່ນ ແລະເປັນຄົນ ມີອາລົມ ແລະຄວາມຮູ້ສຶກທີ່ລະອຽດອ່ອນ ເຮັດໃຫ້ຄົນທີ່ເຂົ້າມາຫາເພື່ອເປັນທີເພິ່ງທາງໃຈ ທັງເປັນຄົນທີ່ຮັກຄວາມສະຫງົບ  ລວມໄປຮອດ ຮັກຄອບຄົວຫຼາຍອີກ .
  6.  ດອກຫຍ້າ : ສຳລັບຄົນທີ່ມັກດອກຫຍ້ານອ້ຍໆຢູ່ຕາມທົ່ງນາ ບໍ່ວ່າຈະເປັນດອກຫຍັງກໍຕາມ ນິໄສມັກເປັນຄົນມັກອິດສະຫຼະ  ບໍ່ມັກພູກພັນຫຼືມີພັນທະ ກັບໃຜ ແມ້ແຕ່ຄົນໃນຄອບຄົວຂອງຕົນກໍ່ຕາມ ມັກໃຊ້ຊີວິດໄປເລື້ອຍໆ  ມັກເດີນທາງ ຊອກສະແຫວງຫາປະສົບການຊີວິດ ເພາະຄວາມເປັນຄົນທີ່ມັກສຶກສາ ແລະຮຽນຮູ້ຫຼາຍ ນອກຈາກນີ້ແລ້ວຍັງເປັນຄົນທີ່ໃຫ້ຄວາມສຳຄັນຕໍ່ເລື່ອງຄວາມຊື່ສັດ ແລະ ຄຸນນະທຳຄວາມ ດີເປັນຢ່າງຍິ່ງ ຈະທົນບໍ່ໄດ້ເລີຍຖ້າຖືກຕົວະ .
  7. ດອກທິວລິບ : ຄົນທີ່ມັກດອກທິວລິບມັກມີນິໃສທີ່ຊ່າງຄິດຊ່າງຝັນ  ເຕັມໄປດ້ວຍ ຈິນຕະນາການ ທັງຍັງມີອາລົມທີ່ໂລແມນຕິກເຕັມປ່ຽມໃນຫົວໃຈ ຫຼົງຮັກຄົນງ່າຍ ແຕ່ກໍ່ຈະປ່ຽນໃຈງ່າຍເຊັ່ນດຽວກັນ ນອກຈາກນີ້ຍັງເປັນຄົນ ທີ່ເບິ່ງໂລກໃນແງ່ດີນຳອີກ,  ມັກຊວ່ຍເຫຼືອຄົນອື່ນຢ່າງເຕັມອົກເຕັມໃຈ ຢູ່ສະເໝີ ເປັນທີ່ພັກພິ່ງຂອງຄົນທີ່ມີຄວາມທຸກເປັນຢ່າງດີ  ແຕ່ບໍ່ຄ່ອຍມັກໃຫ້ໃຜມາຫຍຸ້ງເລື່ອງສ່ວນຕົວ .
  8. ດອກຄູຸນ : ຄົນທີ່ມັກດອກຄູນ ເປັນຄົນທີ່ໃຈບຸນ ໃຈກວ້າງ ເອື້ອເຝື້ອເພື່ອແຜ່ກັບທຸກຄົນ ມັກຄວາມເທົ່າທຽມກັນ ແລະ ຕ້ອງການເຫັນທຸກຄົນສະເໝີພາບກັນ ນອກຈາກນີ້ຍັງ ເປັນຄົນທີ່ມີຄວາມຄິດກ້າວໜ້າ ຮັກອິດສະຫຼະ ແລະ ບໍ່ມັກໃຫ້ມີກົດເກນໃດໆເຂົ້າມາໃນ ຊີວິດ ແລະ ຍັງເປັນຄົນທີ່ມັກສຶກສາຄວາມຮູ້, ມີໝູ່ເພື່ອນຫຼາຍ ແລະ ຮັກເພື່ອນຝູງເທົ່າທຽມ ກັນໝົດທຸກຄົນ ມີຄວາມເປັນຜູ້ນຳທາງຄວາມຄິດໃນສັງຄົມ.