ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2010 | ມີ 31 ຄຳເຫັນ ແລະ 0 trackback(s)

1. ນ້ຳຫອມ : ບໍ່ເຊື່ອຢ່າລົບຫຼູ່ເພາະມີຫຼາຍຄົນທີ່ເຂົາ​ເຈົ້າເຊື່ອວ່າ ຫ້າມໃຫ້ແຟນຊື້ນ້ຳຫອມໃຫ້ເດັດຂາດ ເພາະຄວາມຮັກຂອງເຈົ້າອາດຈະຈືດຈາງ ກັບກິ່ນຂອງນ້ຳຫອມທີ່ຈາງຫາຍໄປຕາມການເວລາ.

 

2. ເກີບ : ຂໍ້ນີ້​ແຮ່ງຄັກ ເພາະມີປະສົບການແທ້ອ້າງອີງ ໂດຍສະເພາະໃຜມີແຟນຮີບອ່ານເລີຍ ເຂົາວ່າ ກັນວ່າຖ້າແຟນຊື້ເກີບໃຫ້ຈະເຮັດໃຫ້ເລີກກັນເພາະເກີບມັນຕ້ອງຢູ່ເປັນຄູ່ ​ເພາະຄົນທີ່ເປັນແຟນກັນຍັງບໍ່ໄດ້ ຢູ່​ເປັນ​ຄູ່​ຜົວ​ເມີຍກັນ​ເທື່ອ ເກີບຈຶ່ງເປັນສິ່ງທີ່ອາດຈະເຮັດໃຫ້ເລີກກັນໄດ້ ເລື່ອງນີ້ຂໍບອກວ່າເຄີ​ຍເກີດຂຶ້ນ ກັບຫຼາຍຄົນມາ​​ແລ້ວ.

 

3. ເຄື່ອງນຸ່ງຊຸດດຳ : ອັນນີ້ເປັນຕາຢ້ານຫຼາຍ ເຂົາ​ເຈົ້າຫ້າມໃຫ້ຊື້ເຄື່ອງນຸ່ງທີ່ມີສີດຳເປັນຂອງຂວັນ​ໃຫ້​ກັນໂດຍ ເດັດຂາດເພາະຄົນບູຮານເຂົາ​ເຈົ້າຖືກັນ ບໍ່ວ່າຈະເປັນເສື້ອ, ສົ້ງ, ກະໂປ່ງ, ຜ້າຕຸ້ມ, ຜູ້​ເຖົ້າຜູ້ແກ່່ຈະສອນ ໃຫ້ສະເໝີວ່າ ຖ້າເຮົາໃຫ້ຊຸດດຳໃຜ ເຮົາຈະຕ້ອງໄດ້ໄປງານສົບຂອງຄົນນັ້ນ.

 

4. ໂມງ : ອັນນີ້ມາແນວຖືເຄັດຫຼາຍກວ່າເພາະຫຼາຍຄົນເຊື່ອວ່າ ຖ້າແຟນຊື້ໂມງໃຫ້ຈະເຮັດໃຫ້ໄລຍະເວ ລາທີ່ຄົບກັນອາດຈະຕ້ອງຢຸດລົງເມື່ອໂມງໜ່ວຍນັ້ນຢຸດເດີນ ບໍ່ວ່າຈະເປັນສາເຫດໃດກໍຕາມ.

 

5. ຮູບ : ອີກສິ່ງໜຶ່ງທີ່ຫ້າມໃຫ້ກັນເດັດຂາດນັ້ນກໍຄື ຮູບຖ່າຍດ່ຽວຂອງ​ໂຕເອງ ເພາະມັນປຽບ ເໜືອນການໃຫ້ຮູບທີ່ລະລຶກໄວ້ເບິ່ງຕາງໜ້າເວລາຈາກກັນ ເພາະຫຼາຍຄົນພົບມາແລ້ວ.

 

6. ຜ້າເຊັດໜ້າ : ຜ້າ​ເຊັດ​ໜ້າ​ມີ​ໄວ້​ໃຊ້​ເຊັດ​ນ້ຳຕາ ຖ້າ​ບໍ່​ຢາກ​ໃຫ້​ຄົນທີ່​ເຈົ້າ​ຮັກ​ມີ​ນ້ຳ​ຕາ​ກໍ່​ຢາ​ໃຫ້​ເປັນ​ຂອງຂວັນ​ແກ່​ກັນ.

 

7. ຂອງມີຄົມ : ເຊື່ອໄວ້ກໍ່ບໍ່ເສຍຫາຍຫຍັງເດີ້ ຈຳພວກຂອງມີຄົມ, ອາວຸດ, ດາບ ຂອງຫຼິ້ນອອກ​ແບບຕ່າງໆ ທີ່ມີຄົມຢ່ານຳມາເປັນຂອງຂວັນ ເພາະຈະເຮັດໃຫ້ຜູ້ຮັບໄດ້ຮັບອັນຕະລາຍ, ມີໄພ, ໂຊກຮ້າຍໄປອີກນຳ.

 

8. ຫວ: ​ເພື່ອນໆທັງຫຼາຍຟັງທາງນີ້ ຖ້າເຮົາມອບຫວີໃຫ້ກັບແຟນ ຫຼື ເພື່ອນຄົນໃດຄົນໜຶ່ງຈະເຮັດໃຫ້ ຄວາມສຳພັນຂອງເຮົາ ແລະ ເຂົາຕ້ອງຫ່າງກັນຄືແຂ້ວຂອງຫວີນັ້ນເອງ.

 

9. ສາຍແອວ : ພາຍນອກອາດຈະເບິ່ງສວຍງາມ ແຕ່ພາຍໃນແຝງໄປດ້ວຍຄວາມເຈັບປວດ ເພາະເຊື່ອວ່າ ຖ້າໃຫ້ເອົາໃຫ້ໃຜ ຈະເປັນການສຽບແທງໃຈ ສ້າງຄວາມເຈັບປວດ ແລະ ຂໍ້ຂັດແຍ່ງໃຫ້ກັບຜູ້ຮັບຄົນນັ້ນ.

 

10. ເຄື່ອງໃຊ້ທີ່ເຮັດດ້ວຍແກ້ວ :    ເພາະຕາມຄວາມເຊື່ອວ່າຖ້າເກີດມີແກ້ວແຕກຂຶ້ນມາ ນັ້ນກໍໝາຍເຖິງຄວາມ ສຳພັນຂອງທັງ ສອງຄົນເປັນອັນແຕກຫັກ ແຕກສະຫຼາຍຕາມວັດຖຸ​ສິ່ງ​ຂອງ​

 

Delicious Digg Fark Twitter