ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

 

  ຄິດວ່າແມ່ນໃຜກະຄົງສິຮູ້ຈັກເພັງ Happy Birthday to you ລະນໍ, ເພາະເປັນເພັງທີ່ໃຊ້ໃນງານວັນເກີດ ແລະຖືກໃຊ້ທົ່ວໂລກ ແຕ່ອາດຈະມີເນື້ອຮ້ອງປ່ຽນໄປແນ່ໃນບາງປະເທດ ແຕ່ທຳນອງກໍ່ຍັງຄົງແມ່ນອັນດຽວກັນ, ທຸກຄົນຮູ້ຈັກຮ້ອງເພັງນີ້ດີ, ແຕ່ອາດຈະຍັງບໍ່ທັນຮູ້ວ່າ ມີຕົ້ນກຳເນີດມາແຕ່ໃສ? ໃຜເປັນຜູ້ແຕ່ງ? ແລະ ເກີດຂື້ນໃນສະໄໝໃດ?

 

              ເອົາເປັນວ່າຂ້າພະເຈົ້າຈະມາຕອບຂໍ້ສົງໃສດັ່ງກ່າວນີ້:

ແມ່ນໃຜເປັນຄົນແຕ່ງເພັງນີ້ຍັງຄົງເປັນປິດສະໜາຢູ່, ແຕ່ທຳນອງຂອງເພັງດັ່ງກ່າວແມ່ນຖືກແຕ່ງຂື້ນໃນທ້າຍສະຕະວັດທີ 19 ໂດຍແພັດຕີ້ ແລະ ມີວເດຣດ ສອງເອື້ອຍນ້ອງຊາວອາເມຣິກາຈາກລັດເຄນທັກກີ້ ເຊີ່ງທັງສອງຄົນລ້ວນແຕ່ມີອາຊີບເປັນຄູສອນ, ເຊີ່ງໃນເບື້ອງຕົ້ນເນື້ອເພັງບໍ່ໄດ້ເປັນ "Happy Birthday to you" ແຕ່ເປັນ  "Good Morning to all"


            ໃນປີ 1893 ໃນຂະນະທີ່ ມີວເດຣດເປັນຄູສອນໂຮງຮຽນ Louisville Experimental Kindergarten School ແລະ ແພັດຕີ້ ນ້ອງສາວເປັນອຳນວຍການ, ມີວເດຣດເປັນຄົນແຕ່ງທຳນອງ ແລະ ແພັດຕີ້ເປັນຄົນແຕ່ເນື້ອຮ້ອງ ຈົນການເປັນເພັງ "Good Morning to all" ເຊີ່ງທັງສອງຄົນໃຊ້ເປັນເພັງທັກທາຍນັກຮຽນໃນຕອນເຊົ້າ, ເຊີ່ງມີເນື້ອຮ້ອງດັ່ງນີ້:



Good morning to you
Good morning to you
Good morning, dear children
Good morning to all


         ຕໍ່ມາບົດເພັງດັ່ງກ່າວຖືກພີມລົງປື້ມເພັງ "Song Stories For The Kindergarten" ຈີ່ງເປັນທີ່ຮູ້ຈັກກັນ ແລະ ຄູໂຮງຮຽນອື່ນກໍ່ນຳໄປໃຊ້ໃນການທັກທາຍນັກຮຽນ, ຕໍ່ມານັກຮຽນກໍ່ເອົາໄປຮ້ອງຕອບນາຍຄູໂດຍການປ່ຽນເນື້ອຮ້ອງເປັນ "Good Morning to you" ເນື່ອງຈາກເນື້ອເພັງທ່ອນທີສາມຖືກປ່ຽນແປງໄປຕາມຄວາມເໝາະສົມ.


         ແຕ່ແມ່ນໃຜເປັນຄົນແຕ່ງເນື້ອເພັງ "Happy Birthday to you" ຂື້ນນັ້ນ, ຍັງບໍ່ທັນຮູ້ແນ່ນອນ, ແຕ່ພົບວ່າເພັງນີ້ປະກົດຂື້ນທຳອິດໃນໜັງສືເພັງສະບັບໜື່ງໃນປີ 1924, ຈາກນັ້ນໜັງຫຼາຍເລື່ອງ ແລະ ວິທະຍຸກໍ່ນຳໃຊ້ເພັງດັ່ງກ່າວເປັນເພັງອວຍພອນວັນເກີດ ຈາກ "Good Morning to you" ກໍ່ປ່ຽນເປັນ "Happy Birthday to you" ໃນທີ່ສຸດ

Delicious Digg Fark Twitter