ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2009 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕາມທີ່ ຂພຈ ຈື່ໄດ້ຕອນຮຽນວິຊາພາສາໃຈ ເອີ່ຍ ພາສາລາວຕອນຢູ່ມ.5 ຫຼັກການໃນການຂຽນກອນລາວມີດັ່ງຕໍ່ໄປນີ້:



   00     0່້    0່00

           000    ່00້

           00້    000່

           0່້    0້່0      00


ຂ້າງເທີງນັ້ນແມ່ນຫຼັກໃນການແຕ່ງກອນຕ້ອງໃຫ້ມີຄຳທີ່ມີໄມ້ເອກ, ໄມ້ໂທ ຫຼືບໍ່ມີ ຕາມແບບຂ້າງເທີງເລີຍນໍ
ຕົວຢ່າງກອນທີ່ເຄີຍຄຸ້ນຫູກັນກໍ່ຄື:




ເມືອງລາວເປັນເຂດບ້ານ                ສະຖານທີ່ງາມຕາ
ທາງເໜືອມີພູຜາ                           ໜ່ວຍພະນອມລຽນຊ້ອນ
ຍິນສະອອນດົງໄມ້                        ໄພສົນແສນຍ່ານ
ເປັນດັ່ງອຸທະຍານໃຫຍ່ກວ້າງ         ຂຽວສະອຸ້ມສູ່ຍາມ



ສັງເກດໄດ້ວ່າກອນຂ້າງເທີງຈະມີໄມ້ເອກ ໄມ້ໂທຢູ່ຕາມຕຳແໜ່ງທີ່ຖືກຕ້ອງຕາມຫຼັກການໃນການແຕ່ງກອນລາວເລີຍນໍພີ່ນ້ອງ ແລະນອກນັ້ນກໍ່ແມ່ນການແຕ່ງໃຫ້ມີການສຳພັດກັນ ໝາຍຄວາມວ່າຕ້ອງມີສະລະທີ່ຄືກັນ ເພື່ອໃຫ້ໄດ້ກອນທີ່ມ່ວນ
ສັງເກດໄດ້ຈາກແຖວທີ1 "ສະຖານທີ່ງາມຕາ" ແລະແຖວທີ2 "ທາງເໜືອມີພູຜາ" ທັງສອງປະໂຫຍກຈະມີສະລະ "xາ" ເພື່ອເຮັດໃຫ້ກອນເຮົາມັນສຳພັດກັນ, ນອກນັ້ນກໍ່ແມ່ນການຮູ້ຈັກໃຊ້ຖ້ອຍຄຳໃຫ້ມ່ວນອອນຊອນ ແລະທີ່ສຳຄັນກອນເຮົາຕ້ອງໃຫ້ມີຄວາມໝາຍບໍ່ເລີກ ກໍ່ແບບກົງໆ ເຂົ້າໃຈງ່າຍກໍ່ໄດ້ ແຕ່ເນັ້ນວ່າຕ້ອງມີຄວາມໝາຍບໍ່ແມ່ນແຕ່ງຂື້ນມາຊື່ໆ
ບໍ່ຮູ້ວ່າແມ່ນກ່ຽວກັບຫຍັງ

       ບາດນີ້ ຂ້າພະເຈົ້າກໍ່ໄດ້ຖ່າຍທອດວິຊາໃຫ້ທ່ານແລ້ວ ຂພຈ ຈີ່ງຢາກໃຫ້ທ່ານລອງແຕ່ງກອນຂອງທ່ານມາຈັກ1ບົດເບີ່ງດຸ

Delicious Digg Fark Twitter