ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 30, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

 

 

          ເລື່ອງມັນມີຢູ່ວ່າ: ປະມານທ້າຍປີກ່ອນ ເອື້ອຍຂອງ ຂພຈ ໄດ້ໄປເບີ່ງມໍ (ໝໍດູ ), ແຕ່ກະບໍ່ຮູ້ຄືກັນວ່າເບີ່ງແບບໃດ, ເບີ່ງໄພ້,ລົງທຽມ ຫຼືວ່າຈັ່ງໃດບຸ ບໍ່ໄດ້ຖາມ. ແຕ່ມາເວົ້າສູ່ ຂພຈ ແລະ ແມ່ຟັງວ່າ ໝໍໄດ້ທຳນາຍໄວ້ວ່າ ປະມານເດືອນ 4-5 ຂອງປີຕໍ່ມາ ກໍ່ຄືປີ 2009 (ປີນີ້), ຂພຈ ຈະມີໂອກາດໄດ້ເດີນທາງໄກ ປະມານວ່າຕ່າງປະເທດວ່າຊັ້ນ, ແຕ່ ຂພຈ ກໍ່ບໍ່ໄດ້ຄິດອີ່ຫຍັງ.

           ຂພຈ ກໍ່ງົງໆ ຢູ່ວ່າຈະເປັນໄປໄດ້ແນວໃດ ເພາະທັງເຮັດວຽກລະກະຍັງຮຽນຢູ່ ສິມີໂອກາດໄປໄດ້ຈັ່ງໃດ ຄັນສິເປັນໄປໄດ້ສຸດ ກະຄືສິແມ່ນໄປຊື້ເຄື່ອງຢູ່ອຸດອນນິຕິບໍ 55555555

 

         ແຕ່ວ່າງ2 ມື້ກ່ອນກໍ່ເກີດເຫດການ 1 ເກີດຂື້ນ, ເຮັດໃຫ້ ຂພຈ ຄິດເຖີງຄຳທີ່ໝໍດູໄດ້ທຳນາຍໄວ້, ບັງເອີນ ຂພຈ ມີໝູ່ທີ່ເຮັດວຽກບ່ອນດຽວກັນ ລາວໄດ້ໄປຮ່ວມປະຊຸມກັບທາງຫ້ອງການທີ່ປະເທດ ກຳປູເຈ້ຍ, ລາວບັງເອີນເກີດ ວັນທີ, ເດືອນ, ປີ ດຽວກັນກັບຂ້າພະເຈົ້າ. ກໍ່ເລີຍເຮັດໃຫ້ຂ້າພະເຈົ້າຄິດອອກວ່າ ໝໍດູຄົນນັ້ນກໍ່ທຳນາຍແມ້ນປານຕາເຫັນ ເພາະເວລາທີ່ເອື້ອຍ ຂພຈ ໃຫ້ໝໍທຳນາຍ ອາດຈະເອົາວັນເດືອນປີເກີດ ຂພຈ ໃຫ້ລາວທຳນາຍ, ລາວກໍ່ທຳນາຍຖືກອີ່ຫຼີວ່າຈະໄດ້ໄປຕ່າງປະເທດ, ແຕ່ມັນຊ້ຳພັດບໍ່ແມ່ນເຮົາ ແຕ່ແມ່ນອີກຜູ້1 ທີ່ເກີດມື້ດຽວກັນ. ເວົ້າມາລະກະຍັງອົດຫົວຕົວເອງຢູ່.

 

ຈົບແລ້ວຈະ

ຂອບໃຈທີ່ເສຍຊະລະເວລາອັນມີຄ່າມາອ່ານເລື່ອງ ຂພຈ

ໃຜມີເລື່ອງປະມານນີ້ກໍ່ເລົ່າສູ່ກັນຟັງແນ່ເດີ້.

Delicious Digg Fark Twitter