ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ໄນ​ຊີວິດ​ປະຈຳ​ວັນ​ການ​ຖືກ​ຄົນ​ອື່ນ​ດ່າ​ນິນ​ທ່າ​
ຄົງ​ຈະ​ບໍ່​ມີ​ໃຜ​​ສາມາດ​ລອດ​ໄດ້​ ແຕ່​ບາງ​ຄັ້ງ.
ທັງໆ​ທີ່​ເຣົາບໍ່​ຜິດ​ຫລື​ບາງ​ຄັ້ງ​ກໍ່​ຜິດ​.
ຖ້າ​ຄົນ​ໄດ​ອົດ​ບໍ່​ໄດ້​ກໍ່​ດ່າ​ຄືນ​ແຕ່​ບາງ​ຄົນ​
ກໍ່​ສາມາດອົດ​ໄດ້​ບໍ່​ສົນ​ໄຈ​
ຢາກ​ເວົ້າ​ຫຍັງ​ກະ​ເວົ້າ​

<!-- /* Font Definitions */ @font-face {font-family:"MS Mincho"; panose-1:2 2 6 9 4 2 5 8 3 4; mso-font-alt:"MS 明朝"; mso-font-charset:128; mso-generic-font-family:modern; mso-font-pitch:fixed; mso-font-signature:-1610612033 1757936891 16 0 131231 0;} @font-face {font-family:"Angsana New"; panose-1:2 2 6 3 5 4 5 2 3 4; mso-font-charset:0; mso-generic-font-family:roman; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} @font-face {font-family:"\@MS Mincho"; panose-1:2 2 6 9 4 2 5 8 3 4; mso-font-charset:128; mso-generic-font-family:modern; mso-font-pitch:fixed; mso-font-signature:-1610612033 1757936891 16 0 131231 0;} @font-face {font-family:"\@Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0cm; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:14.0pt; font-family:"Times New Roman"; mso-fareast-font-family:"MS Mincho"; mso-bidi-font-family:"Angsana New";} @page Section1 {size:595.3pt 841.9pt; margin:72.0pt 90.0pt 53.95pt 90.0pt; mso-header-margin:35.4pt; mso-footer-margin:35.4pt; mso-paper-source:0;} div.Section1 {page:Section1;} -->

ໄນ​ເລື່ອງ​ລາວ​ຊ່ວງ​ໜຶ່ງ​ຂອງ​ພະພຸດທະ​ເຈົ້າ​ໄດ້​ມີ​​ແນວ​ຄິດ​ໜຶ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ອ່ານ​ແລ້ວ​ເຖິງ​ກັບ​ຍອມຣັບ​ໄນ​ຄວາມ​ຄິດ​ຂອງ​ເພິ່ນ​ເລື່ອງ​ກໍ່​ມີ​ຢູ່​ວ່າ:

ມີ​ພໍ່ຄ້າ​ຜູ້​ໜຶ່ງ​ເປັນ​ຄົນ​ທີ່​ມັກ​ດ່າ​ນິນທາ​ພະສົງທຸກ​ຄັ້ງ​ເວລາ​ທີ່​ພົບ​ເຫັນ.ດ່ານິນ​ທ່າ​ວ່າ​ແຕ່​ແນວ​ທີ່​ບໍ່​ດີ​ບໍ່​ສົມຄວນ​ຜູ້ຂຽນ​ຈະ​ບໍ່​ຂໍ​ກ່າວ​ຄຳ​ເຫລົ່າ​ນັ້ນ​ .

ມີ​ມື້ໜຶ່ງ​ລາວ​ໄດ້​ພົບ​ກັບ​ພະ​ອົງ​ໜຶ່ງ.(​ພະພຸດທະ​ເຈົ້າ)​ເຊິ່ງນັງກຳມະ​ຖານ​ຢູ່​ທີ່​ໄກ້ໆ​ກັບ​ໜອງ​ນໍ້າ​ແຄມ​ປ່າ​.

ລາວ​ກໍ່​ບໍ່​ລີ​ລໍ​ຍ່າງ​ເຂົ້າ​ໄປ​ແລ້ວ​ນິນທາ​ພະ​ອົງ​ນັ້ນ​ຢ່າງ​ເປັນ​ຊຸດ​ເລີຍ​ເໝືອນ​ກັບ​ວ່າ​ຄຽດ​ແຄ້ນ​ກັນ​ມາ​ແຕ່​ຊາດ​ກ່ອນ .

    ຫັລງຈາກ​ທີ່​ນິນ​ທ່າ​ຈົນ​ພໍ​ໄຈ​ແລ້ວ​ພະ​ພຸດທະອົງ​ກໍ່​ຖາມ​ພໍ່ຄ້າ​ຜູ້​ນັ້ນ​ວ່າ :

ພະ​ພຸດທະອົງ: ທີ່​ບ້ານ​ຂອງ​ທ່ານ​ມີ​ຜູ້​ມາ​ຢ້ຽມ​​ຢູ່​ບໍ ?

      ພໍ່ຄ້າ:  ມີ​ເຕວະ …ຂ້າພະ​ເຈົ້າ​ບໍ່​ແມ່ນ​ຄົນ​ທີ່​ບໍ່​ພີ່​ມີ​ນ້ອງ . ພີ່ນ້ອງ​ຂອງ​ຂ້າພະ​ເຈົ້າ​ມີ​ບໍ່​ອຶດ​ບໍ່​ຢາກ

ພະ​ພຸດທະອົງ:  ​ເວລາ​ທີ່​ພີ່ນ້ອງ​ມາ​ຢ້ຽມຢາມ​ທ່ານ​ທ່ານ​ຕ້ອນຮັບ​ເຂົາ​ເຈົ້າດ້ວຍ​ຫຍັງ. ?

      ພໍ່ຄ້າ: ກະ​ເອົາ​ນໍ້າ​ຕ້ອນຮັບ​ບາງ​ຄັ້ງ​ຖ້າ​ພີ່ນ້ອງ​ສະໜິດ​ກໍ່​ເອົາ​ເຂົ້າໜົມ​ນຳ

ພະ​ພຸດທະອົງ:  ຖ້າ​ແຂກ​ທີ່​ມາ​ບ້ານ​ທ່ານ​ແລ້ວບໍ່​ກິນ​ສິ່ງ​ຂອງ​ທີ່​ທ່ານ​ມອດ​ໄຫ້ ຂອງ​ເຫລົ່າ​ນັ້ນ​ຈະ​ເປັນ​ຂອງ​ໃຜ

      ພໍ່ຄ້າ: ກະ​ເປັນ​ຂ້າພະ​ເຈົ້າ​ເຕວະ

ພະ​ພຸດທະອົງ: ​ເຊັ່ນ​ດຽວ​ກັນ​ນັ້ນ​ແຫລະ​ພໍ່ຄ້າ​ເອີຍ ທ່ານ​ດ່າ​ເຮົາ ​ເຮົາບໍ່​ຮັບ​ຄຳ​ດ່າ​ນັ້ນ ຄຳ​ນັ້ນ​ກໍ່​ຕົກ​ເປັນ​ຂອງ​ທ່ານ

ພໍ່ຄ້າ​ໄດ້​ຍິນ​ແນວ​ນັ້ນ​ກໍ່​ຢຸດ​ນິ້ງ​ງຽບ​ໄປ​ເລີຍ ພະ​ພຸດທະອົງ​ຈຶ່ງ​ສອນ​ຕໍ່​ວ່າ:

“ຜູ້​ໄດ​ໝືນຕອບ​ຄົນ​ທີ່​ດ່າ ຜູ້​ນັ້ນ​ຊົ່ວກົ່ວ​ຄົນ​ທີ່​ດ່າ​ອີກ

ຄົນ​ທີ່​ບໍ່​ໝືນຕອບ​ຄົນ​ທີ່​ດ່າ ນັບ​ວ່າ​ຊະນະ​ສົງຄາມ​ທີ່​ແສນ​ຍາກ”

ຄົນ​ທີ່​ມີ​ສະຕິ​ເວລາ​ທີ່​ຄົນ​ອື່ນ​ດ່າ​ໄດ້​ນັບ​ວ່າ​ເປັນ​ປະ​ໂຫຍ​ດ​ແກ່​ຕົນ​ເອງ​ແລະ​ຄົນ​ອື່ນ…..

ສ່ວນ​ຫລາຍ​ຄົນ​ທີ່​ມີ​ແນວ​ຄິດ​ບໍ່​ດີ​ຈະ​ມັກ​ເວົ້າ​ຄົນ​ແບບ​ນີ້​ວ່າ​ຄົນ​ໂງ່

ພໍ່ຄ້າ​ເມື່ອ​ໄດ້​ຟັງ​ແນວ​ນັ້ນ​ກໍ່​ສຳ​ນືກຜິດ​ກັບ​ສິ່ງ​ທີ່​ຕົນ​ເອງ​ໄດ້​ເຄີຍ​ກະທຳ​ລົງ​ໄປ​ເລີຍ​ອອກບວດ​ເປັນ​ພະສົງ​ຫລັງ​ຈາກ​ນັ້ນ​ກໍ່​   ບັນລຸ​ເປັນ​ພະ​ອໍລະຫັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2010 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ຄົນເຮົາບໍ່ມີໄຜເກັ່ງມາແຕ່ເກີດດອກຄົນເຮົາເກັ່ງກໍ່ຍ້ອນວ່າມີ
ການຝືກແອບການໄຊ້ຫົວໄຫ້ເກີດມີຄວາມສະຫລາດ
ມື້ນີ້ພວກເຮົາມີ5ວີທີທີ່ຈະເຮັດໄຫ້ເຮົາກາຍເປັນ
ຄົນທີ່ສະຫລາດຄິດເພື່ອຊີວິດທີ່ກ້າວໄກ

<!-- /* Font Definitions */ @font-face {font-family:"Cordia New"; panose-1:2 11 3 4 2 2 2 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:16777219 0 0 0 65537 0;} @font-face {font-family:"Cambria Math"; panose-1:2 4 5 3 5 4 6 3 2 4; mso-font-charset:1; mso-generic-font-family:roman; mso-font-format:other; mso-font-pitch:variable; mso-font-signature:0 0 0 0 0 0;} @font-face {font-family:Calibri; panose-1:2 15 5 2 2 2 4 3 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-1610611985 1073750139 0 0 159 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-unhide:no; mso-style-qformat:yes; mso-style-parent:""; margin-top:0cm; margin-right:0cm; margin-bottom:10.0pt; margin-left:0cm; line-height:115%; mso-pagination:widow-orphan; font-size:11.0pt; mso-bidi-font-size:14.0pt; font-family:"Calibri","sans-serif"; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;} .MsoChpDefault {mso-style-type:export-only; mso-default-props:yes; mso-ascii-font-family:Calibri; mso-ascii-theme-font:minor-latin; mso-fareast-font-family:Calibri; mso-fareast-theme-font:minor-latin; mso-hansi-font-family:Calibri; mso-hansi-theme-font:minor-latin; mso-bidi-font-family:"Cordia New"; mso-bidi-theme-font:minor-bidi;} .MsoPapDefault {mso-style-type:export-only; margin-bottom:10.0pt; line-height:115%;} @page Section1 {size:595.3pt 841.9pt; margin:72.0pt 72.0pt 72.0pt 72.0pt; mso-header-margin:35.4pt; mso-footer-margin:35.4pt; mso-paper-source:0;} div.Section1 {page:Section1;} -->

1. ໄຫ້ເບິ່ງໂລກໄນແງ່ດີເຂົ້າໄວ້ແລະເຮັດທຸກຢ່າງໄຫ້ເຕັມກໍາລັງແລະຄວາມເບີກບານເຮັດຕົວເອງໄຫ້ມີຄວາມຄືກຄື້ນແລະເຮຮາສະເໝີຕຽມພ້ອມ

ທີ່ຈະປະເຊີນທຸກສະຖານະການທີ່ຈະເຂົ້າມາໄນຊີວິດ

2. ມີສັດທາໄນຕົວເອງຈົ່ງເຊື່ອໝັ້ນໄນຄວາມສາມາດຂອງຕົນຖ້າຢາກໄຫ້ຄົນຊື່ນຊົມໄນໂຕເຮົາເຮົາຕ້ອງໝັ້ນໄຈໄນຕົວເອງ

3. ທ້າທາຍກັບຄວາມຝັນບໍ່ມີຫຍັງທີ່ຈະຊົງພະລັງໄປກົ່ວຄວາມຄວາມຕັ້ງໄຈຄວາມພະຍາຍາມບໍ່ມີຫຍັງທີ່ຄົນເຮົາໄປບໍ່ຖຶງສູ້ເທົ່ານັ້ນຈຶ່ງຈະເຫັນຜົນ

4. ຄົ້ນຫາບຸກຄົນຕົ້ນແບບທີ່ເຮົາຈະເດີນຕາມຮ້ອຍເພື່ອທີ່ຈະປະສົບຜົນສໍາເລັດຄືເຂົາສືກສາວິືີຄິດແລະນໍາປະສົບການທີ່ຮຽນມາໝູນໄຊ້ໄຫ້ເຂົ້າກັບເປົ້າໝາຍຂອງຕົນ

5. ເລີ່ມຕົ້ນວັນໄໝ່ກັບໄບໜ້າທີ່ຍີ້ມແຍ້ມເໝືອນດັ່ງເປີດປະຕູຕ້ອນຮັບຄົນຕ່າງໆເຂົ້າມາແລກຖ່າຍທອບປະສົບການໄນຊີວິດໄຫ້ມີຫລາກຫລາຍລົດຊາດຂື້ນ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

    ລາຍງານການສຶກສາວິໄຈໃນອັງກິດ ໄດ້ພົບເຫັນໃນການສຶກສາວິໄຈກັບເດັກວັຍລະຫວ່າງ 6-12 ປີ, ຈຳນວນ 74 ຄົນ, ທີ່ຖືກຈຳກັດການເບິ່ງທໍລະທັດ ເອົາໄວ້ມື້ລະ 3 ຊົ່ວໂມງ, ເປັນໄລຍະເວລາດົນເຖິງ 1 ອາທິດ, ຈາກການກວດວັດລະດັບຮໍໂມນເມລາໂທນິນຍ່ຽວ ຊຶ່ງເປັນຮໍໂມນຄວບຄຸມການນອນ ພົບເຫັນວ່າເພິ່ມສູງຂື້ນເຖິງ 30% ໂດຍສະເພາະກັບເດັກນ້ອຍທີ່ມີອາຍຸນ້ອຍທີ່ສຸດ
ຕາມປົກກະຕິຮ່າງກາຍຂອງຄົນເຮົາຈະມີການຂັບຮໍໂມນເມລາໂທນິນ ເມື່ອເວລາລ່ວງໄປເຖິງ 9 ໂມງແລງຂອງແຕ່ລະຄືນ ຊ່ວຍໃຫ້ເຮົານອນຫລັບສະບາຍຕະຫລອດໝົດຄືນ