ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ອາການງ່ວງນອນ ຫຼືຫາວນອນ ເປັນໂຣກລະບາດຂອງໄວໜຸ່ມສາວ ທີ່ເຮັດວຽກໃນຫ້ອງລ້າຫ້ອງການ ຊຶ່ງເຮັດໃຫ້ເສຍສະມາທິໃນການເຮັດວຽກ ແລະ ເກີດອາການຂີ້ຄ້ານ ຕາມມາ.

ອາການອ່ອນເພຍ ທີ່ເວົ້າເຖິງນີ້ເປັນໜື່ງໃນອາການຂອງ ໂຣກໄຮໂປໄກລຊີເມັຍ ຊຶ່ງສ່ວນໜື່ງ ເປັນເພາະການກິນອາຫານທີ່ຜິດໆ ໂດຍສະເພາະອາຫານຫວານທີ່ເຕັມໄປດ້ວຍ ນ້ຳຕານ ແລະ ແປ້ງ.

ອາຫານ 4 ຢ່າງ ຕໍ່ໄປນີ້ ຊ່ວຍລົດຄວາມຢາກນອນຂອງທ່ານໄດ້:

1. ຜັກ ແລະ ໝາກໄມ້ ທີ່ອຸດົມດ້ວຍວິຕາມິນຊີ ໄດ້ແກ່: ໝາກສີດາ, ໝາກກ້ຽງ, ກະລ່ຳດອກຂຽວ. ອາຫານພວກນີ້ຈະຊ່ວຍຕ້ານ ຄວາມອ່ອນເພຍ ທີ່ມາຈາກຄວາມເຄັ່ງຕຶງ ແລະ ກັງວົນຕ່າງໆ

2. ໝາກໄມ້ທີ່ມີ ໂຄຣມຽມ (Chromium) ໄດ້ແກ່: ໝາກແອບເປີ້ນ, ໝາກກ້ວຍ, ໝາກສີດາທີ່ຈະຊ່ວຍຮັກສາລະດັບນ້ຳຕານໃນເລືອດ ແລະ ເພີ່ມພະລັງງານແກ່ຮ່າງກາຍ

3. ເມັດພືດທີ່ອຸດົມຄຸນຄ່າ ໄດ້ແກ່:​ ໝາກງາ, ແກ່ນໝາກຖົ່ວແຫ້ງ, ເມັດພືດພັນທີ່ບໍ່ຜ່ານການຜັດສີຈົນຫຼ້ອນ (ເຂົ້າທີ່ຕຳດ້ວຍມື) ແລະ ຈອມຂອງເມັດເຂົ້າວີດ (Wheat germ) ທີ່ມີໂພແທສຊຽມ ຊ່ວຍບຳລຸງປະສາດ ແລະ ຊ່ວຍໃຫ້ຈິດໃຈແຈ່ມໃສ

4. ໄຂມັນດີໆ ຈາກປາ ເປັນອີກທາງເລືອກໜື່ງທີ່ເສີມໂປຣຕິນ ແລະ ກົດໄຂມັນໂອເມກ້າ-3 ໃຫ້ແກ່ຮ່າງກາຍ ແລະ ຍັງຊ່ວຍໃຫ້ມີສະມາທິ ແລະ ຄວາມຈື່ຈຳໄດ້ດີຂື້ນ.

Delicious Digg Fark Twitter