ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

 

ຕຳລາການເລືອກຊາຍ

  1. BODY ພ້ອມ.... ສຸຂະພາບກາຍດີ, ແຂງແຮງ, ຫນ້າຕາດີ, ຫຸ່ນດີ, ມີກິ່ນຫອມ.
  2. ບຸກຄະລິກດີ, ແຕ່ງຕົວມີລົດສະນິຍົມພໍສົມຄວນ ແຕ່ບໍ່ງານເກິນແມ່ຍິງ
  3. ບໍ່ເປັນໂລກຕິດຕໍ່ ຫລື ໂລກຫນ້າລັງກຽດ
  4. ເປັນຄົນສະອາດ ແຕ່ບໍ່ເກິດພໍດີຈົນເບິ່ງຜິດສັງເກດ
  5. ຈິດໃຈດີງາມ, ຊື່ສັດ, ມີນ້ຳໃຈ, ສຸຂະພາບຈິດແຂງແຮງ, ບໍ່ບ້າ, ວິປະລິດ.
  6. ບໍ່ມີຊື່ສຽງໃນທາງບໍ່ດີ, ບໍ່ມີປະຫວັດເປັນເສືອຜູ້ຍິງ (ນັບປະຫວັດຖອຍຫລັງໄປເຈັດຊົ່ວໂຄດ) ມີສິລະທຳ
  7. ເວົ້າຈາສຸພາບດີ, ເວົ້າຫນ້ອຍ, ກິລິຍາບໍ່ເບີ່ນ, ບໍ່ຝຶດ, ແຕ່ບໍ່ຕະລົກຈົນເປັນຕາຊັງ, ບໍ່ປາກເສຍມັກນິນທາຜູ້ຍິງ, ແລະ ບໍ່ປາກຫາເລື່ອງເພາະອາດຖືກນັກເລັງຟາດປາກຕາຍກ່ອນເຖົ້າ.
  8. ເຊ໊ກກຳລັງເຫມາະ, ບໍ່ອ່ອນ ແລະ ບໍ່ຈັດຈົນເກິນໄປ
  9. ຮັກດຽວໃຈດຽວສະເຫມີຕົ້ນສະເຫມີປາຍ ບໍ່ມັກຫຶງ
  10. ເຮັດເປັນທຸກຢ່າງ, ບໍ່ຂີ້ຄ້ານ, ຮູ້ຈັກເອົາອົກເອົາໃຈສະຫມ່ຳສະເຫມີທັງກ່ອນ ແລະ ຫລັງ
  11. ຖານະດີ, ມີນ້ຳໃຈ, ບໍ່ເຮັດໃຫ້ເຮົາເສຍຟອຣ໌ມຕໍ່ຫນ້າຫມູ່ເພື່ອນ ລັບຫລັງຈະປະຫຍັດແນ່ບໍ່ເປັນຫຍັງ
  12. ຊາດກຳເນິດພໍສືບໄດ້ ຮູ້ຄວາມເປັນມາຜົງພັນເລົ່າກໍ ໂດຍສະເພາະພໍ່ແມ່ຖ້າຍັງມີຊີວິດຢູ່ຕ້ອງບໍ່ປາກຮ້າຍ, ບໍ່ຂີ້ຖີ່, ບໍ່ຈູ້ຈີ້
  13. ຫນ້າທີ່ການງານດີມີອະນາຄົດ ສາມາດລ້ຽງຕົວເອງ ແລະ ຄອບຄົວໄດ້ຢ່າງສຸກສະບາຍ ຖ້າບໍ່ມີອາຊີບຄວນມີມໍລະດົກ
  14. ບໍ່ກົດຂີ່ທາງເພດ ບໍ່ຍາດເບິ່ງລະຄອດຫລັງຂ່າວ
  15. ບໍ່ເຄີຍມີປະຫວັດເສື່ອມເສຍກັບເພດດຽວກັນ ຫລື ມີແນວໂນ້ມວ່າຈະມີໃນອະນາຄົດ
  16. ຮັກເດັກນ້ອຍ ຫມາຍເຖິງຮັກສົງສານເດັກນ້ອຍແທ້ໆ ບໍ່ມີແນວອື່ນແອບແຝງຢູ່
  17. ບໍ່ສູບຢາ, ກິນເຫລົ້າເປັນແຕ່ບໍ່ເມົາ ບໍ່ຕິດການພະນັນບໍ່ເວັ້ນທັງຫວດລັດຖະບານ
  18. ມັກຜູ້ຍິງຫລາຍກວ່າຜູ້ຊາຍ
  19. ເປັນໂສດ
  20. ອາຍຸບໍ່ຈຳກັດ ແຕ່ຖ້າອາຍຸເກິນ 35 ປີ ຄວນມີຖານະດີເປັນພິເສດ
  21. ມີບ່ອນຢູ່ອາໄສ, ລົດລາພາຫະນະ ລວມທັງສັງຫາລິມະຊັບ ແລະ ອະສັງຫາລິມະຊັບເປັນຂອງຕົນເອງ ບໍ່ຢູ່ໃນລະຫວ່າງຈ່າຍຜ່ອນ
  22. ບໍ່ມີຫນີ້ສິນລົ້ນຫົວ
  23. ບໍ່ມີພີ່ນ້ອງເປັນປອບເປັນກະສື
  24. ບໍ່ມັກຈົ່ມ, ບໍ່ມັກເບື່ອ, ບໍ່ຂັດໃຈ.
  25. ອື່ນໆ............... (ຕື່ມໄດ້ຕາມໃຈມັກ)
        ສູດເລືອກຜູ້ຊາຍທັງ 25 ຂໍ້ນີ້ແມ່ນໃຊ້ໄດ້ຜົນດີແທ້ໆ ເພາະການເລືອກຜູ້ຊາຍທີ່ຈະມາຢູ່ໃນຊີວິດຄູ່ຂອງເຮົາຕ້ອງເບິ່ງໃຫ້ລະອຽດ ແລະ ລຶກຊຶ່ງສາກ່ອນ ຖ້າເຮົາມີຄວາມພ້ອມ, ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດດີ, ກໍ່ສາມາດເລືອກເອົາຄົນດີໆທີ່ຈະມາໃຊ້ກັບຊີວິດຄູ່ຂອງເຮົາໄດ້ຕາມຄວາມຫວັງ ແລະ ປາດຖະຫນາເພື່ອສ້າງຊີວິດຄອບຄົວໃຫ້ມີຄວາມສົມບູນພູນສຸກ ແລະ ເອື້ອອາທອນຕໍ່ກັນຈິງໃຈໃນການແກ້ໄຂທຸກໆອຸປະສັກທີ່ຜ່ານເຂົ້າມາໃນຊີວິດ ນີ້ແຫລະຄວາມສຸກຂອງມະນຸດເຮົາປາດຖະຫນາກັນ. (ກໍ່ລອງເອົາໄປໃຊ້ເບິ່ງໄດ້ເດີ້ສາວທັງຫລາຍທີ່ຄິດຢາກໄດ້ຄູ່ຄອງທີ່ດີ)
Delicious Digg Fark Twitter