ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ກິນເຂົ້າເຊົ້າເປັນສິ່ງສຳຄັນຫລາຍ

ມື້ນີ້ທ່ານກິນເຂົ້າເຊົ້າຫລືຍັງ ຂໍບອກວ່າມັນສຳຄັນຫລາຍ
ທ່ານຫມໍຢູ່ທີ່ໂຮງຫມໍອົບຮົມວ່າທຸກຄົນຕ້ອງກິນອາຫານເຊົ້າໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້ ເພາະເມື່ອຮ່າງກາຍບໍ່ມີພະລັງງານຈາກອາຫານເຊົ້າໄປໃຊ້ ຮ່າງກາຍຈະດຶງສານອາຫານຈາກອະໄວຍະວະສ່ວນອື່ນອອກມາ (ບໍ່ແມ່ນໄຂມັນໆ ຍັງຢູ່ຄືເກົ່າ), ຊຶ່ງພາຍໃຕ້ກະບວນການນີ້ຈະເກິດທາດກົດຊະນິດຫນື່ງອອກມານຳ ຊຶ່ງການທີ່ເຮົາບອກວ່າບໍ່ກິນເຂົ້າເຊົ້າ ກໍ່ຍັງເຮັດວຽກໄດ້ເປັນປົກກະຕິມາຫລາຍປີແລ້ວ ນັ້ນຄືຮ່າງກາຍໄດ້ນຳເອົາກົດທີ່ເກິດຂື້ນມາໃຊ້ແທນພະລັງງານທຸກວັນ ເຮົາຈຶ່ງເຮັດວຽກໂດຍໃຊ້ກົດແທນພະລັງງານ ແລະ ເມື່ອຮ່າງກາຍຕ້ອງຜະລິດກົດອອກມາເລື້ອຍໆ ພໍເຖິງອາຍຸຫລາຍຂື້ນເຮົາກໍ່ຈະເປັນໂລກຫລາຍຢ່າງຕາມມາ ນອກຈາກນີ້ເຮົາຮູ້ຫລືບໍ່ວ່າ: ໂດຍປົກກະຕິແລ້ວຮ່າງກາຂອງມະນຸດເຮົາຜະລິດສານພິດຢູ່ພາຍໃນຮ່າງກາຍຕະຫລອດເວລາ ເປັນຂອງເສດ ຄືລົດທີ່ຕື່ມນ້ຳມັນເຂົ້າໄປແລ້ວກໍ່ຈະມີຄວັນອອກມາ ພາສາທາງການແພດເອີ້ນວ່າ: ຂອງເສດເຫລືອໃນຮ່າງກາຍນີ້ວ່າ ສານອະນຸມູນອິດສະ (oxidant) ເກິດຈາກການສັນດານພະລັງງານຂອງຮ່າງກາຍ ແລ້ວປ່ອຍຂອງເສຍອອກມາ (ບໍ່ແມ່ນອຸດຈາລະ ແນວລະຢ່າງກັນ), ນອກຈາກນີ້ຮ່າງກາຍຈະເລັ່ງຜະລິດສານອະນຸມູນອິດສະລະອີກກໍ່ເມື່ອເວລາທີ່ເຮົາອາລົມບໍດີ ຫລື ຕ້ອງເຮັດວຽກຫນັກໃຊ້ສະຫມອງປະກອບກັບການພົບມົນລະພາວະຕ່າງໆ ສະພາບແວດລ້ອມທີ່ເປັນພິດ ຫລື ອຸປະນິໄສການດື່ມເຫລົ້າ, ສູບຢາ, ກໍ່ແຮ່ງເປັນຕົວສ້າງໃຫ້ເກິດສານພິດນີ້ຫລາຍ, ການນອນຫລັບພັກຜ່ອນໃຫ້ພຽງພໍຕອນກາງຄືນເປັນຫົນທາງ ແລະ ເວລາສຳຄັນທີ່ຮ່າງກາຍຈະສ້າງສານຕໍ່ຕ້ານສານອະນຸມູນອິດສະລະ (anti-oxidant) ເພື່ອກຳຈັດສານອະນຸມູນອິດສະລະທີ່ເກິດຕອນກາງເວັນ ການນອນໃຫ້ພຽງພໍ ແລະ ຫລັບດີຈະເປັນປະໂຫຍດ ບໍ່ສະເພາະການກຳຈັດສິ່ງເສດເຫລືອ ແຕ່ຍັງຊ່ວຍໃຫ້ເມັດເລືອດແດງຂອງຄົນເຮົາແຂງແຮງ ສ້າງຮໍໂມນເພດເຮັດໃຫ້ຮ່າງກາຍສົມບູນ ມີນ້ຳມີນວນ ທ່ານຫມຊເອົາພາບຂະຫຍາຍເມັດເລືອດແດງຂອງຜູ້ຈັດການຊາຍອາຍຸ 35 ປີ ຄົນຫນື່ງຊຶ່ງເປັນໄຂ້ມາໃຫ້ເບິ່ງປຽບທຽບກັນ 2 ພາບ ກັບຜູ້ຊາຍຄົນນີ້ເຫມືອນມະນຸດເຮັດວຽກທົ່ວໄປ, ເຮັດວຽກຫນັກ ແລະ ອາລົມບໍ່ດີຂາດການພັກຜ່ອນທີ່ພຽງພໍ
ປະກົດວ່າຈຳນວນເມັດເລືອດແດງຂອງເຂົາມີລັກສະນະເປັນກ້ອນລຸບໂນນບໍ່ເປັນຮູບຊົງມົນ ເຫມືອນກຸ່ມເມັດເລືອດແດງທີ່ຄວນເປັນ ເກິດຄວາມຜິດປົກກະຕິຂື້ນເນື່ອງຈາກສານອະນຸມູນອິດສະລະທີ່ເກິດຂື້ນຈຳນວນຫລາຍ ໄປທຳລາຍເຊລເມັດເລືອດແດງໃນຮ່າງກາຍ ຊຶ່ງກໍ່ຈະນຳໂລກຮ້າຍຈຳນວນຫລາຍຢ່າງທີ່ຄົນລາວນິຍົມຢູ່
1. ກິນອາຫານເຊົ້າແບບລາຊາ, ອາຫານຕອນສວນພໍປະມານ ແລະ ອາຫານແລງແບບຄົນຈົນ ຫລີກລ້ຽງໄຂມັນ ແລະ ຂອງຫວານ ອອກກຳລັງກາຍໃຫ້ໄດ້ວັນລະຢ່າງຫນ້ອຍ 30-40 ນາທີ (20 ນາທີທຳອິດຮ່າງກາຍຈະເຜົາຜານຄາຣ໌ໂບໄຮເດຣດ ອີກ 10-20 ນາທີ ຕໍ່ມາຮ່າງກາຍຈຶ່ງຈະຄ່ອຍເຜົາໄຂມັນ)
2. ນອນຫລັບ ຫລື ຫລັບນອນກໍ່ໃຫ້ພຽງພໍ
3. ຮັບແສງແດດ ໄລຍະ 8.00-9.00 ຊຶ່ງມີ UV ທີ່ເປັນປະໂຫຍດ
4. ພະຍາຍາມເລິ່ມຕົ້ນມື້ໃຫມ່ດ້ວຍການຫົວ, ຍິ້ມແຍ້ມແຈ່ມໃສ ຖ້າບ້າໄດ້ກໍ່ດີ ຊີວີຈະເປັນສຸກ
* ຫມາຍເຫດ: ສະຫລຸບບາງສ່ວນຈາກການຟັງສຳມະນາ, ໂດຍ ທ່ານຫມໍ ພັນສັກ ສຸກະລິກ

Delicious Digg Fark Twitter