ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ສົມຊາຍ ເປັນຊາຍໜຸ່ມກຳລັງໄວບ່າວຫ້າວ ແຕ່ລະມື້ແຕ່ລະວັນ ພໍກີນເຂົ້າແລງແລ້ວສົມຊາຍກໍ່ເຊັດມືໃສ່ຫົວຂັ້ນໃດ ເພາະລາວບໍ່ມີເວລາ ຕອນແລງວັນເສົາມື້ໜື່ງ ຊື່ງເປັນວັນອາກາດດີ ສົມຊາຍກໍ່ຟ້າວກີນເຂົ້າແລງແລ້ວຈັບລົດຖີບ ບໍ່ມີບັງຕົມຄັນຄູ່ໃຈ ອອກໄປຈາກບ້ານ ແລ້ວກໍ່ຟ້າວຖີບລົດໄວ່ໆໄປ ຫາບັງອອນ ທີ່ຢູ່ອີກບ້ານໜື່ງ ຊື່ງໄກຫັບບ້ານສົມຊາຍ ປະມານ 8 ກິໂລແມັດ ພໍແຕ່ສົມຊາຍ ໄປຮອດບ້ານ ຂອງບັງອອນ ກໍ່ຟ້າວຂື້ນໄປນັ່ງຢູ່ເທິງເຮືອນຂອງບັງອອນໂລດ ເພື່ອລົມຫຼີ້ນກັບບັງອອນ ເມື່ອເວລາຜ່ານໄປ ປະມານ 30 ນາທີ ເລີ່ມມີລົມຜັດວອຍໆ ພໍດີພໍ່ຂອງບັງອອນ ກຳລັງກັບຈາກໄປບ້ານເພື່ອນມາຂື້ນມາເທິງເຮືອນ ແລ້ວຈົ່ມວ່າ ໂຮ ມື້ນີ້ລົມໝົດຄືນລະເນາະ
.......... ພໍແຕ່ສົມຊາຍໄດ້ຍີນເຂົ້າ ກໍ່ຟ້າວຕອບອອກມາວ່າ ບໍ່ລູກລົມບຶດດຽວກໍ່ຈະເມືອແລ້ວ ..................ແຮໆໆໆໆໆໆໆໆ ເຂົ້າໃຈກັນຄົນລະແບບ

Delicious Digg Fark Twitter