ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ຄຳຝັ້ນ ເປັນວິສະວະກອນ ໃນສາຂາກໍສ້າງ ປະຈຳບໍລິສັດກໍສ້າງແຫ່ງໜື່ງໃນລາວ ແຕ່ລະມືແຕ່ລະວັນ ຄຳຝັ້ນຕ້ອງໄດ້ອອກໄປກວດສອບໂຄງການກໍສ້າງຂອງບໍລິສັດຢູ່ເປັນປະຈຳ ບາງຄັ້ງກໍໄປຕ່າງແຂວງ ຈົນຫາເວລາໃຫ້ເມຍແລະຄອບຄົວບໍຄ່ອຍໄດ້ປານໃດ ແຕ່ເມຍຊໍ້າຜັດເປັນຫ່ວາງຄຳຝັ້ນຫຼາຍ ເພາະວ່າ ຄຳຝັ້ນຂ້ອຍຂ້າງເປັນຄົນຫຼໍ່ເຫຼົາແດ່ ທັງສີປາກກໍໃຊ້ໄດ້ ບັນດາສາວເລັກສາວນ້ອຍນີ ຕິດເປັນແຖວໆ ເຮັດໃຫ້ເມຍຕ້ອງໂທນຳຕະຫຼອດ ບໍວ່າຈະໃປຢູ່ແຫ່ງຫົນໃດເມຍຕ້ອງກວດສອບ ທາງໂທລະສັບຕະຫຼວດ ວັນໜື່ງຄຳຝັ້ນໄດ້ດື່ມເລັກນ້ອຍ ກໍເລີຍລົມເລື່ອງເມຍໃຫ້ເພື່ອນຄົນອື່ນໄດ້ຝັງນຳ ວ່າ ສ່ຽວເມຍໂຕເປັນແນວໃດ ລາວກໍໂທນຳຕະຫຼອດຄືເມຍຄົນອື່ນບໍເວລາໂຕບໍຢູ່ບ້ານ ເພື່ອນກໍຕອບວ່າ ເມຍເຮົາບໍຄ່ອຍໂທປານໃດ ຖ້າເຮົາຄອບກ່ອນ ສ່ວນສະຫາຍຄຳຝັ້ນ ກໍເວົ້າອອກມາຕໍວ່າ ສ່ວນເມຍເຮົາຕັ້ງແຕ່ລາວໄປຮຽນປະລີນຍາໂທມາແຕ່ຫວຽດນີ ຈັ່ງແມ່ນລາວໂທນຳເຮົາເອົາແທ້ເອົາວ່າ ທຸກໆ 30 ນາທີຕ້ອງໄດ້ໂທຫາເຮົາ ບາງຄັ້ງກໍບອກໃຫ້ເຮົາເວົ້າ ພາສາອັງກິດວ່າ I Love you  ວ່າ ຊັ້ນ ສ່ຽວຄົນອື່ນເລີຍຄິດອອກວ່າ ໂອ ສົງໃສລາວຍ້ານໂຕໄປນອນກັບສາວຕ່າງປະເທດຕິເນາະ ລາວຄ່ອຍບອກໃຫ້ໂຕເວົ້າພາສາອັງກິດວ່າ I Love you!

Delicious Digg Fark Twitter