ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ຄຳຂວັນ ຂອງແຕ່ລະແຂວງທົ່ວປະເທດ 1. ແຂວງ ຄຳມ່ວນ
ຄຳມ່ວນດິນແດນທຳມະຊາດ ປະຫວັດສາດວິລະຊົນ
ຕົ້ນກຳເນີດລຳພະຫຍາມະຫາໄຊ ກິນຊຸບໜໍ່ໄມ້
ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ
ເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງປະຊາ
ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ
2. ແຂວງ ສະຫວັນນະເຂດ
ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ
ສັດໂລກໄດໂນເຊົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳເລີດ ກຳເນີດຂັບລຳ 4 ຈັງຫວະ
3. ແຂວງ ສາລະວັນ
ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ
ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ
4. ນະຄອນຫຼວງວຽງຈັນ
ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫ້ວຫໍພຼະແກ້ວ
ຊົມສວນປະຕູໄຊ ໄຫ້ວພຼະທາດຫຼວງມິ່ງຂວັນ
ຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນ
ຊີມລົດອາຫານນາໆຊາດ ເທີງຫໍຜາສາດສີ່ສິບຊັ້ນ
ພັກຜ່ອນເທີງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ
5. ແຂວງ ຊຽງຂວາງ
ພູກູດມີໄຊ ທົ່ງໄຫຫີນລືນາມ
ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ
6. ແຂວງ ໄຊຍະບູລີ
ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄຳ ເມືອງ ເງິນແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມເຫຼືອຫຼາຍ
ສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງ ບໍ່ແຕນ
ແດນພູເຂົາຊ້າງ ເມືອງ ຫົງສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງ
ສຽງຂັບລຳລ່ອງຮຸ່ງ ເມືອງ ໄຊຍະບູລີ
7. ແຂວງ ເຊກອງ
ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ
ທ່ຽວວັງໄງດື່ມເຫົ້ຼາໄຫ ເມືອງ ດາກຈຶງ ຄະນຶງຫາ
ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບ
ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ
8. ແຂວງ ບໍ່ແກ້ວ
ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງີ້ວບານ
ເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄຳ
ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ
ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄຳ
9. ແຂວງ ບໍລິຄຳໄຊ
ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ
ໄມ້ເກດສະໜາຄ່າແພງ ທົ່ງນາແຊງກ້ວາງໃກ
ພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ
10. ແຂວງ ຜົ້ງສາລີ
ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ
ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ
ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່
ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່
ເບີ່ງຮີດຄອງປະເພນີ ເອກະລັດຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ!
11. ແຂວງ ຫຼວງນ້ຳທາ
ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ
ຊາບຊື້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ
ລີງລາຍແພໄໝມ້ອນ ເມືອງ ຫຼວງນ້ຳທາ ທ່ຽວປ່າສະຫງວນແຫ່ງຊາກນ້ຳຮ່າ
ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະ
ກ໋າ
12. ແຂວງ ຫຼວງພະບາງ
ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລືອງລືວັດທະນະທຳ
ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ 9ເມືອງກ້ຽວຄຳຫວານ ຕຳນານເມືອງຂຳທຸ່ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕີ່ງເປັນເມືອງມໍລະດົກໂລກ.
13. ແຂວງ ວຽງຈັນ
ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ຳງື່ມ
ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ
ຄົນເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ
14. ແຂວງ ຫົວພັນ
ງົດງານມພູຜາ ນ້ຳມ້າສ່ອງໃສ
ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້
ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າ
ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ
15. ແຂວງ ອຸດົມໄຊ
ທ່ຽວອຸດົມໄຊ ໄປຊົມທຳມະຊາດ
ນ້ຳຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ
ໄຫ້ວພຼະເຈົ້າສິງຄຳ ດື່ມນ້ຳຊາພັນປີ
ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ
16. ແຂວງ ອັດຕະປື
ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ
ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກແດນສາມັກຄີ
17. ແຂວງ ຈຳປາສັກ
ເອກະລັກວັດພູ ກຸຫລາບປາກເຊ
ກະເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ

Delicious Digg Fark Twitter