ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 18, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

Picture@Bailane.com



ຢູ່ພາຍໃຕ້ລຸ່ມຟ້າ..............ໂລກມະນຸສດຽວກັນ
ບັນຫາມີທຸກຄົນ................ບໍ່ວົນຫຼີກໄດ້
ບໍ່ມີໃຜຫຼີກເວັ້ນ.................ເວນກັມເກີດຮ່ວມ
ຮວມທັງພຸທເຈົ້າ...............ຍັງຕ້ອງເຂົ້າ ສູ່ນິບພານ...ຫັ້ນເດ

ເສດຖີມີເງິນລ້ານ..............ຍັງທຸຂທາງໃຈ
ໄຂບັນຫາບໍ່ຕົກ................ກ່ວາເງິນເປັນລ້ານ
ລຳຄານທຸຂໃຈລົ້ນ...........ເມືອງຄົນແສນໜ່າຍ
ບາງຜ່ອງຂ້າຕົວຕາຍ........ບໍ່ເສັຽດາຍຮອດບ້ານ ເງິນລ້ານກໍບໍ່ສົນ....ແທ້ນາ

ຈົນແຕ່ຕົວເທົ່ານັ້ນ............ສົດຊື່ນທາງໃຈ
ຫາກິນໄປວັນໆ................ບໍ່ຄາງເຄືອງແຄ້ນ
ເງິນແສນທັງເງິນລ້ານ.......ເພັຊພອຍກ້ອນໃຫ່ຍ
ເງິນຄຳຫຼາຍປານໃດ..........ຫາກຫົວໃຈເປົ່າຫ້ວາງ ວິມານແກ້ວກໍເລົ່າໝອງ..ແທ້ນາ

ເຂົ້າຂອງມີມາກລົ້ນ...........ປັຈຈັຍນອກກາຍຍາ
ມີສອງມື ແຂນຂາ.............ນັບວ່າບຸນຫຼາຍແລ້ວ
ມີຫູຕາດັງແຂ້ວ................ທຸກປະການຖ້ວນຖີ່
ທຸຂຈົນ ຫຼືຮັ່ງມີ................ໜີໃປໃສກໍບໍ່ລອດ ເມື່ອມັນຮອດມື້ຊິຕາຍ....ທ່ານເອີຍ

Delicious Digg Fark Twitter