ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2010 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເງິນຊື້ອາຫານດີລົດເລີດໄດ້        ແຕ່ຊື້ສຸຂະພາບດີບໍ່ໄດ້

ເງິນຊື້ເຮືອນໃຫຍ່ຫຼັງງາມໄດ້       ແຕ່ຄວາມອົບອຸ່ນພາຍໃນເຮືອນບໍ່ໄດ້

ເງິນຊື້ອັນນອນແສນນຸ້ມສະບາຍໄດ້  ແຕ່ຊື້ການນອນຫຼັບເປັນສຸກບໍ່ໄດ້

ເງິນຊື້ອາວຸດສົງຄາມໄດ້          ແຕ່ຊື້ຄວາມສະຫງົບສັນຕິບໍ່ໄດ້

ເງິນຊື້ເສື້ອຜ້າລາຄາແພງໄດ້       ແຕ່ຊື້ຄວາມງາມບໍ່ໄດ້

ເງິນຊື້ເລກຫວຍໄດ້             ແຕ່ຊື້ໂຊກລາບວາດສະໜາບໍ່ໄດ້

ເງິນຊື້ຄວາມຮູ້ຕ່າງໆໄດ້          ແຕ່ຊື້ພອນສະຫວັນບໍ່ໄດ້

ເງິນຊື້ປາກກາເຈ້ຍໄດ້           ແຕ່ຊື້ຄວາມເປັນກະວີບໍ່ໄດ້

ເງິນຊື້ຄວາມຕາມໃຈໄດ້         ແຕ່ຊື້ຄວາມຈົງຮັກພັກດີບໍ່ໄດ້

ເງິນຊື້ຄຳປະຈົບຄຳຊົມໄດ້       ແຕ່ຊື້ຄວາມຈິງໃຈບໍ່ໄດ້

ເງິນຊື້ຄວາມສຸກຊົ່ວຄາວໄດ້      ແຕ່ຊື້ການເວລາກັບມາບໍ່ໄດ້

ເງິນຊື້ເມຍສາວແລະງາມໄດ້     ແຕ່ຊື້ແມ່ເປັນແບບຢ່າງຂອງລູກບໍ່ໄດ້

ເງິນຊື້ເພື່ອນກິນເພື່ອນທ່ຽວໄດ້   ແຕ່ຊື້ເພື່ອນແທ້ເພື່ອນຕາຍບໍ່ໄດ້

ເງິນຊື້ອຳນາດຍິ່ງໃຫຍ່ໄດ້      ແຕ່ຊື້ສະຕິປັນຍາບໍ່ໄດ້

ເງິນຊື້ໄດ້ຫຼາຍກໍ່ຈິງ           ແຕ່ຊື້ຊີວິດໃຜຈັກຄົນໄວ້ບໍ່ໄດ້ເລີຍ

ຄິດໃຫດ້ດີ       ເຮັດໃຫ້ຖືກ          ເວົ້າໃຫ້ຄວນ

Delicious Digg Fark Twitter