ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2010 | ມີ 0 ຄຳເຫັນ ແລະ 0 trackback(s)


ເຫລົ້າປອມເຫລົ່ານີ້ເລັດລອດເຂົ້າມາລາວໄດ້ແນວໃດ?
ໄລຍະຜ່ານມາກໍເຄີຍມີຫາງສຽງຂອງສັງຄົມທີ່ເວົ້າເຖິງບັນຫາຂອງການບໍລິໂພກເຫຼົ້າປອມມາແລ້ວ ຍ້ອນສາເຫດດັ່ງກ່າວໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງມີການ ຕິດຕາມກວດກາຢ່າງເຂັ້ມງວດ.

ຕໍ່ບັນຫາດັ່ງກ່າວ ທ່ານ ໜູ​ໝັ້ນ ໂພທິສານ ຫົວໜ້າໜ່ວຍງານເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ-ການຄ້ານະຄອນຫຼວງວຽງຈັນ ໄດ້ແຈ້ງຕໍ່ສື່ ມວນຊົນໃນວັນທີ 25 ກຸມພາ 2010 ໃຫ້ຊາບວ່າ: ເມື່ອທ້າຍປີ 2009 ທີ່ຜ່ານມານີ້ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງຕິດຕາມກວດກາພົບ ເຫັນສິນຄ້າປະ ເພດເຫຼົ້າທີ່ຕ້ອງສົງໃສ່ທີ່ຮ້ານຈຳໜ່າຍຈຶ່ງໄດ້ນຳເອົາເຫຼົ້າຈຳນວນດັ່ງກ່າວສົ່ງໃຫ້ທາງກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເພື່ອກວດສອບ.

ຜ່ານການກວດກາພົບວ່າ ເຫຼົ້າ JOHNIE WALKER BLACK LABEL ຂະໜາດບັນຈຸ 1 ລິດ ພົບສານເມຕາໂນນ ສູງກ່ວາມາດຕະຖານ ແລະ ເປັນສານອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ອີກທັງຄວາມເຂັ້ມຂຸ້ນ (ອົງສາຂອງເຫຼົ້າ) ດັ່ງກ່າວທີ່ບັນຈຸທາດເຫຼົ້າມີພຽງ 33,73 Vol% ແຕ່ວ່າຢູ່ເທິງ ສະຫຼາກພັດລະບຸວ່າ 43 Vol% ແລະ ພົບ JOHNIE WALKER GOLD LABEL ຂະໜາດບັນຈຸ 750 ມີລິລິດ ຜົນການວິໄຈເຫັນວ່າ (ອົງສາ ຂອງເຫຼົ້າ) ມີທາດເຫຼົ້າພຽງແຕ່ 29,06 Vol% ແຕ່ວ່າຢູ່ເທິງສະຫຼາກພັດລະບຸວ່າ 40 Vol%.

ຈາກເງື່ອນໄຂຄືດັ່ງກ່າວຈຶ່ງໄດ້ແຈ້ງມາຍັງຜູ້ບໍລິໂພກຈົ່ງລະມັດລະວັງ ກ່ອນຊື້ຄວນກວດກາເບິ່ງ ແລະ ຈັບຝາອັດໃຫ້ລະອຽດວ່າມີຈຸດສົງໃສ ຫຼື ບໍ່ ເພາະ ຮູບລັກສະນະລວມທັງສີສັນແມ່ນປົກກະຕິດີຄືກັບຂອງຈິງ ແລະ ບໍ່ຄວນຊື້ໃນຮ້ານຈຳໜ່າຍທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່ໄດ້ຮັບການອະນຸຍາດຈຳໜ່າຍສິນຄ້າ ເຫຼົ່ານີ້ ທັງນີ້ກໍເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຈຳໜ່າຍທີ່ຖືກຕ້ອງ ພ້ອມນີ້ກໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຊ່ວຍກັນເປັນເຈົ້າການ ຖ້າພົບເຫັນ ກໍລະນີສົງໃສ່ກໍແຈ້ງຍັງໜ່ວຍງານທີ່ກ່ຽວຂ້ອງໃຫ້ຊາບທັນທີ ເພື່ອໃຊ້ມາດຕະການຕາມລະບຽບກົດໝາຍບ້ານເມືອງຢ່າງເຄັ່ງຄັດ
 

Delicious Digg Fark Twitter