ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

 

ເກີດເປັນໝາຍັງຕ້ອງສູ້
two_legs_dog_08.jpgFaith ເປັນໝາຕົວເມຍ ຊື່ງເກີດໃນເດືອນທັນວາ ປີ 2002 ແຕ່ມີພຽງ 3 ຂາ ສອງຂາຫຼັງນັ້ນແຂງແຮງດີເປັນປົກກະຕິ ສ່ວນຂາທີສາມນັ້ນເປັນຂາດ້ານ
ໜ້າບໍ່ຄ່ອຍແຂງແຮງ(ພິການ) ຫຼັງຈາກເກີດມາບໍ່ພໍເທົ່າໃດວັນ ເຈົ້າຂອງຜູ້ລ້ຽງຮູ້ສຶກວ່າໝາຕົວດັ່ງກ່າວນັ້ນຄົງຈະບໍ່ສາມາດມີຊີວິດຢູ່ໄດ້ອີກຕໍ່ໄດ້ແລະ
ເຈົ້າຂອງຄົນດັ່ງກ່າວເຄີຍຄິດວ່າຈະສັກຢາໃຫ້ໝາຕົວນີ້ຕາຍໄປເພາະດ້ວຍຄວາມ
ສົງສານບໍ່ຢາກໃຫ້ໝາຂອງຕົນຕ້ອງທໍລະມານອີກຕໍ່ໄປ ຕໍ່ມາໄດ້ມີຫຼາຍຄົນພົບເຫັນ ໂດຍສະເພາະແມ່ນທ່ານ ນາງ Jude Stringfellow ໄດ້ພົບເຫັນກໍ່ສົງສານໝາຕົວດັ່ງກ່າວແລະຂໍອາສາລ້ຽງດູໝາຕົວທີ່

faith_two_legged_dog1.jpgdog-with-2-legs-5.jpg
ໜ້າສົງສານນັ້ນ ຫຼັງຈາກເຈົ້າ Faith ໄດ້ຮັບການລ້ຽງດູຢ່າງດີຈາກເຈົ້າຂອງຄົນໃໝ່ສຸກຂະພາບຂອງລາວກໍ່ຄ່ອຍດີຂື້ນເລື້ອຍໆ ແລະເຈົ້າຂອງໃໝ່ຂອງລາວກໍ່ເລີ່ມຝຶກໃຫ້ Faith ຝຶກຢ່າງດ້ວຍຕົນເອັງ ໂດຍເລີ່ມຕົ້ນຈາກການເອົາ Faith ນັ້ນໄປເກາະກັບສະເກັດແລ້ວເລື່ອນຕົວໄປມາເພື່ອໃຫ້ຄຸ້ນເຄີຍກັບການຢ່າງ ຈາກນັ້ນກໍ່ເລີ່ມນຳເອົາເຂົ້າໜົມໂຊໂກແລັດມາໄວ້ສູງໆ ເພື່ອໃຫ້ Faith ນັ້ນໄດ້ພະຍາຍາມທີ່ຈະຢື້ກີນເປັນເວລາດົນສົມຄວນ Faith ກໍ່ຄຸ້ນເຄີຍກັບການຢ່າງດ້ວຍ ສອງຂາຈົນຫຼາຍຄົນໄດ້ໃຫ້ຄວາມສົນໃຈແລະນຳໄປອອກລາຍການສະແດງທາງໂທລະພາບເປັນເຫດໃຫ້ເຈົ້າໝານ້ອຍຕົວທີ່ເຄີຍໝົດຫວັງກັບຊີວິດກັບມາເປັນດາລາໝາທີ່ໂດ່ງດັງໃນລັດ ເທັກຊັດຂອງສະຫາລັດອາເມລິກາ
Delicious Digg Fark Twitter