ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນແອບຮັກຄືຈັ່ງອ້າຍ           ຄິດໃນໃຈໄດ້ແຕ່ຫ່ວງ
ສິດຄວາມຫວງເປັນບໍ່ໄດ້         ຢ້ານຄົນໃກ້ເພິ່ນຊິຖາມ
ໃນທຸກຍາມຄິດຮອດຫນ້າ         ຢາກໂທຫາເອົາສຽງສົ່ງ
ສິ່ງທີ່ຄົງພໍເຮັດໄດ້              ຄືບັນຍາຍໄວ້ແຕ່ອັກສອນ ນີ້ແລ້ວ

ຂຽນບົດກອນແທນຄຳເວົ້າ         ແຕ້ມຄວາມເຫງົາອອກເປັນສື່
ນີ້ແຫລະຄືຄົນແອບຮັກຈັ່ງອ້າຍ      ບໍ່ໝາຍອ້າງຕຳແໜ່ງແຟນ
ຂໍພຽງແຂນຄວາມຮັກເຈົ້າ         ໃນຄວາມເຫງົາຂອງໃຈໝົ່ນ
ນ້ຳຕາປົນຄວາມເຈັບຊ່ຳາມ          ຍາມມເຫັນນ້ອງຄຽງຄູ່ເຂົາ ນາງເອີຍ

ກຳຫຍັງເດ່ນຳກ້ຽວ              ຍັງຮັກດຽວເຝົ້າຄອຍຫ່ວງ
ຮູ້ເຕັມຊວງເປັນບໍ່ໄດ້            ຄົນຄຽງໃກ້ນ້ອງແມ່ນເຂົາ
ຫມູ່ກອງເພິ່ນເມົາເຫຼົ້າ           ໂຕພັດເມົາແຕ່ນ້ຳທ່າ
ຮັກໃນໃຈແຕ່ບໍ່ກ້າ             ຊິຈາເວົ້າຕໍ່ພະນາງ

ບໍ່ຂໍຫຍັງດອກເດີ້ລ້າ            ພຽງສາຍຕາຍີ້ມມາຕໍ່
ຂໍເກັບເອົາຮອຍນ້ອງຍີ້ມ          ມາພີມໄວ້ໃນພາບຝັນ
ບາງວັນເພີ້ບາງວັນໃຫ້          ແອບນ້ອຍແອບຍີ້ມສົ່ງ
ບໍ່ປະສົງຊິບອກເຈົ້າ            ວ່າໃຈນີ້ຍັງຮັກຫຼາຍ ແທ້ແລ້ວ
 

Delicious Digg Fark Twitter