ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

1. ນົມ 
ເປັນ​ແຫຼ່ງ​ໂປ​ຕີນ​ທີ່​ອຸດົມ ​ແຄລຊ້ຽມຮ່າງກາຍ​ທີ່​ຜູ້ຍິງ​ຕ້ອງການ​ແຄລຊ້ຽມ​ໄປ​ໃຊ້ຫຼາຍກ່ວາ​ຜູ້​ຊາຍ​ໃນ​ການ​ເບິ່ງ​ແຍງ​ກະດູກ​ໃຫ້​ແຂງ​ແຮງ (​ໂດຍ​ສະ​ເພາະ​ຊ່ວງ​ຖືພາ ຊ່ວ​ງ​ໃຫ້​ນົມ​ລູກ ຫຼັງຈາກ​ໝົດ​ປະຈຳ​​ເດືອນ) ​ແລະ​ເພື່ອ​ບໍ່​ໃຫ້​ເກີດ​ປັນຫາກະດູກ​ຜ່ອຍ​ໃນ​ພາຍຫຼັງ ຈຶ່ງ​ມີ​ຄຳ​ແນະນຳ​ໃຫ້​ຜູ້ຍິງ​ດື່ມ​ນົມ​ເປັນ​ປະຈຳ​ມື້​ລະ​2 ​ຈອກ (​ເລືອກ​ແບບ​ຈຶດຊະນິດ LOW FAT) ທັງ​ນີ້​ກໍ່​ເພື່ອ​ກະດູກ​ທີ່​ແຂງ​ແຮງ​ນັ້ນ​ເອງ 


www.soodsanook.com

2. ​ໂຍ​ເກິຣດ 
ໃນ​ໂຍ​ເກຼິຣດມີ​ຈູ​ລີ​ນຊີ​ທີ່​ຊ່ວຍ​ໃຫ້​ລະບົບ​ພູມ​ຄຸ້ມ​ກັນ​ໃນ​ຮ່າງກາຍ​ຂອງ​ເຮົາ​ເຮັດ​ວຽກ​ຢ່າງ​ສົມບູນ​ຂື້ນ​ດ້ວຍ ​ແຕ່​ທີ່​ສຳ​ຄື​ຈະ​ຕອ້ງ​ເປັນ​​​ໂຢ​ເກຼີຣດລົດ​ທຳ​ມະ​ຊາດ​ທີ່​ບໍ່​ຕື່ມ​ໝາກ​​ໄມ້ລົງ​​ໄປ​ເຊື້ອ​ມລົງ​ເພາະ​ນອກຈາກ​ຈະ​ເຮັດ​ໃຫ້​ຕຸ້ຍ​ແລ້ວ ຄວາມຫວານ​ຍັງ​ໄປ​ທຳລາຍ​ຈຸ​ລີ​ນຊີ​ເສີຍ​ໝົດ ຄຸນຄ່າ​ທີ່​ຕອ້ງ​ເສີຍ​ໄປ​ຢາງ​ໜ້າ​ເສຽ​ດາຍ

 
3.ນໍ້າມັນ​ໝາກກອກ
ເປັນ​ໄຂມັນ​ສະ​ນິນ​ອີ່ມ​ໂຕ ຊື່​ງດີ​ແລະ​ເປັນ​ປະ​ໂຫຍ​ດກັບ​ສຸກ​ຂະ​ພາບ ​ເພາະ​ໄປ​ຊ່ວຍລົດ​ລະດັບ​ຄໍ​ເລ​ສ​ເຕີ​ຣອລ LDL ຊື່​ງ​ເປັນ​ໃຂມັນ​ໃນ​​ເສັ້ນ​ເລືອດ​ໂຕ​ອັນຕະລາຍ​ຫຼື​​ໄຕຣກຣີ​ເຊີ​ໄຣ ລວມທັງ​ຊ່ວຍ​ລົດ​ຄວມຊ່ຽງ​ໃນ​ເລື້ອງ​ຄວມດັນ​​ເລືອດ​ສູງ​ໄດ້​ອີກ​ດ້ວຍ ນອກຈາກ​ນັ້ນ​ຍັງ​ມີ​ວິຕາ​ມີນ E ສານ​ຕ້ານ​ອະນຸ​ມູນ​ອິດສະຫຼະ (antioxidant) ທີ່​ຊ່ວຍ​ບຳລຸງ​ຜິວ​ໃຫ້​ສົດ​ໃສ​ອີກ​ດ້ວຍ 

4.​ໃນ​ດອກ​ຕາ​ເວັນ
ເປັນ​ທັນ​ຍາ​ພຶດທີ່​ອຸດົມ​ດ້ວຍ​ວິຕາ​ມີ​ນອີ ​ແລະ​ສານ​ຕ້ານອະນຸ​ມູນ​ອິດສະຫຼະ (antioxidant) ທີ່​ຊ່ວຍ​ຕໍ່ຕ້ານ​ຮອຍ​ຮ່ຽວສະ​ລໍ​ອາຍຸ​ຂອງ​ເຊ​ລຜິວ ຂຶ່ງຊ່ວຍ​ໃຫ້​ຜິວ​ສົດ​ໃສ ​ເບິ່ງ​ຍັງ​ເປັນ​ສາວ​ອ່ອນ​ໄວ ນອກຈາກ​ນັ້ນ​ວິຕາ​ມີ​ນອີ​ຍັງ​ຊ່ວຍ​ລົບ​ເລືອນ​ຮອຍ​​ແຜ​ເປັນ​ໃຫ້​ຈາງ​ລົງ​ໄປ​ນຳ ​ເພາະ​ຊະ​ນັ້ນ​ກີ​ນ​​ໃນ​ດອກ​ຕາ​ເວັນ ​ເປັນ​ຂອງ​ວ່າງຫຼື​ໂຮຍ​ໜ້າ​ສະຫຼັດຈານ​ໂປດ​ຂອງ​ເຮົາ​ກໍ່​ໄດ້ 


5. ບຼ໊ອກ​ໂຄ​ລີ
ນອກຈາກ​ແຊບ​ແລ້ວ ບຼ໊ອກ​ໂຄ​ລີຍັງ​ເປັນ​ຜັກ​ທີ່​ຍັງ​ໃຫ້​ວິຕາ​ມີນຊີ ​ແຄລຊ້ຽມ ​ເຫຼັກ ​ເຊິ່ງມີ​ປະຢຫຍດກັບ​ຮ່າງກາຍ​ທັງ​ສີ້​ນ ນອກຈາກ​ນັ້ນ​ຍັງ​ມີ​ກາກ​ໃຍ​ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ເຮັດ​ວຽກ​ດີ ​ແຕ່​ສີ່​ງສຳຄັນ​ຄື​ຕ້ອງ​ບໍ່​ປຸງ​ໃຫ້​ສຸກຫຼາຍ​ເກີນ​ໄປ​ເພາະ​ຄວມຮ້ອນ​ຈະ​ເຮັດ​ໃຫ້​ວິຕາ​ມີນຕ່າງໆ ຈະ​ເສຍ​ໄປ​ໝົດ 

6.ໝາກ​ເລ່ັນ 
ເປັນ​ແຫຼ່ງ​ເບ​ຕ້າ​ແຄ​ໂຣທີ​ນ ວິຕາ​ມີນຊີ ​ແລະ​ສານ​ຕ້ານອະນຸ​ມູນ​ອິດສະຫຼະ (antioxidant) ທີ່​ຊ່ວຍທີ່​ຊ່ວຍ​ໃຫ້​ລະບົບ​ຕ່າງໆ​ໃນ​ຮ່າງກາຍ​ເຮັດ​ວຽກ​ໄດ້​ດີ​ໂດຍ​ສະ​ເພາະ​ລະບົບ​ການ​ຍ່ອຍ ທີ່​ສຳຄັນ​ມີ​ການ​ວິ​ໃຈ​ພົບ​ວ່າການ​ກີ​ນໝາກ​ເລ່ັນ (ສົດໆ ທັງ​ເປືອກ ) ຊ່ວຍ​ລົດ​ອັດຕາ​ຊ່ຽງການ​ເປັນ​ມະ​ເລັງ​ເຕົ້ານົມ ​ແລະ​ມ​ເລັງ​ປອດ​ໄດ້ ​ໃຜ​ທີ່​ບໍ່​ມັກ​ໝາ​ກ​ເລັ່ນ​ຟ້າວ​ປ່ຽນ​ແນວ​ຄິດ​ດ່ວນ​ໃດ 

7.​ເຕົ້າຮູ້
ເປັ​ນ​ແຫຼ່ງ​ໂປ​ຕີນ​ສຳຄັນ​ຈາກ​ພຶດເຊິ່ງມີ​ໄຂມັນຕໍ່າ​ແຖມ​ແຄລຊ້ຽມສູງ ລາຄາ​ບໍ່​ແພງ ກີ​ນ​ແລ້ວ​ດີ​ກັບ​ລະບົບ​ຍ່ອຍ​ອາຫານ ສະບາຍ​ທ້ອງ ນອກຈາກ​ນັ້ນ​ເຕົ້າຮູ້​ຍັງ​ມີ​ສານ​ທີ່​ຊ່ວຍ​ປັບ​ລະດັບ​ຮໍ​ໂມນ​ເອສ​ໂຕ​ເຂນ​ໃນ​ຮ່າງກາຍ​ໃຫ້​ສົມ​ດຸນ​ອີກ​ດ້ວຍ 

8.ນ້ຳ​ສະອາດ 
60%ຂອງ​ຮ່າງກາຍ​ມີ​ນ້ຳ​ເປັນ​ສ່ວນ​ປະກອບ ນ້ຳ​ຈຶ່ງ​ມີ​ສ່ວນ​ສຳຄັນ​ກ່ຽວຂ້ອງ​ກັບ​ການ​ເຮັດ​ວຽກ​ຂອງ​ລະບົບ​ຕ່າງ​ໆ​ໃນ​ຮ່າງກາຍ​ແລະ​ດ້ວຍ​ຄວມສຳຄັນ​ແບບ​ນີ້​ທຸ​ກໆ​ຄົນ ຈຶ່ງ​ຄວນ​ກີ​ນນ້ຳ​ຢ່າງ​ນ້ອຍ​ມື້​ລະ 8 ຈອກ ​ໂດຍ​ຂໍ​ຍ້ອງ​ວ່າ​ເປັນ​ນ້ຳ​ສະອາດ ບໍ່​ແມ່ນ​ນ້ຳຫວານຫຼືນ້ຳ​ອັດ​ລົມ       

 

Delicious Digg Fark Twitter