ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 1 ຄຳເຫັນ ແລະ 0 trackback(s)



1. ເອົາແຕ່ໃຈຕົນເອງ: ເປັນເລື່ອງທຳມະດາທີ່ຄົນເຮົາທຸກໆຄົນຕ້ອງເອົາແຕ່ໃຈຕົນເອງ, ຕ່າງແຕ່ວ່າໃຜຈະເອົາແຕ່ໃຈຕົນເອງຫນ້ອຍ ຫລື ຫລາຍເທົ່ານັ້ນແຕ່ທາງທີ່ດີຄວນເອົາໃຈເພິ່ນມາໃສ່ໃຈໂຕ ຈິ່ງຈະຢູ່ນຳກັນໄດ້ຍາວນານ.


  
2
ຫຶງ ແລະ ຫວງແບບບໍ່ມີຂອບເຂດ: ເລື່ອງຄວາມຫຶງ, ຄວາມຫວງເປັນເລື່ອງທຳມະດາຢູ່ແລ້ວສຳລັບຄົນທີ່ເປັນຄູ່ຮັກກັນ ແຕ່ທ່ານ ກໍ່ຄວນຫຶງ ແລະ ຫວງແບບມີຂີດຈຳກັດ ແລະ ກໍ່ຕ້ອງເຂົ້າໃຈນິດໄສຂອງຄົນທີ່ທ່ານຮັກໃຫ້ຫລານຳອີກ.


  
3. ບອກເລີກທຸກຄັ້ງທີ່ຜິດຖຽງກັນ: ຂໍ້ນີ້ສ່ວນຫລາຍແມ່ນຈະເກີດກັບຝ່າຍຍິງຫລາຍກວ່າແຕ່ຄວາມຈິງແລ້ວກໍ່ເວົ້າໄປພຽງເພື່ອຢາກໃຫ້ ຄົນຮັກຂອງຕົນມາງໍ້, ມາຂໍຄືນດີເທົ່ານັ້ນ (ວິທີນີ້ອາດຈະໃຊ້ໄດ້ໃນຄັ້ງທຳອິດເທົ່ານັ້ນ, ແຕ່ຖ້າເກີດບັນຫາແບບນີ້ເລື້ອຍໆອາດຈະເລີກກັນ ເລີຍກໍ່ເປັນໄດ້).


  
4.
ເຊື່ອຄຳເວົ້າຂອງຫມູ່ຫລາຍເກີນໄປ: ບາງຄັ້ງຫມູ່ຂອງເຮົາກໍ່ບໍ່ຢາກໃຫ້ເຮົາມີຄົນຮັກເພາະວ່າຈາກທີ່ເຄີຍເຈີຫນ້າ, ເຫັນກັນທຸກໆມື້, ໄປຫລິ້ນໄປກິນນຳກັນຕະຫລອດແຕ່ຫລັງຈາກທີ່ມີຄົນຮັກແລ້ວກໍ່ບໍ່ຄ່ອຍໄດ້ເຫັນຫນ້າກັນເລີຍຍ້ອນວ່າຫມູ່ກັບໄປຢູ່ກັບຄົນຮັກຫລາຍກວ່າ.

  
 
5.
ນັດແລ້ວບໍ່ໄປຕາມນັດ: ການເລື່ອນນັດແບບເລື່ອນແລ້ວເລື່ອນອີກ ຫລື ວ່າມາຊ້າແບບວ່ານັດຕອນສວາຍພັດມາຕອນແລງໆເປັນ ຕົ້ນ....ອາການແບບນີ້ ບາງຄົນອາດຈະທົນລໍຖ້າໄດ້ ແຕ່ກັບບາງຄົນຖ້າດົນໆຫລາຍເທື່ອກໍ່ອາດຈະທົນບໍ່ໄດ້ເຖິງຂັ້ນເລີກກັນເລີຍກໍ່ມີ.


  
6.
ຂີ້ຕົວະ: ຂີ້ຕົວະເປັນນິດໄສ ທັງໆທີ່ບາງຄັ້ງກໍ່ອາດຈະບໍ່ໄດ້ຕັ້ງໃຈ ແຕ່ຖ້າອີກຝ່າຍເຂົ້າໃຈກໍ່ອາດຈະບໍ່ເປັນຫຍັງແຕ່ເລື່ອງແບບນີ້ ແມ່ນມີຫນ້ອຍຄົນທີ່ຈະສາມາດເຂົ້າໃຈໄດ້.


  
7.
ເວົ້າແບບບໍ່ໃຫ້ກຽດກັນ ເວລາຢູ່ຕໍ່ຫນ້າຄົນອື່ນ: ອາດຈະພຽງແຕ່ເປັນການເວົ້າຢອກກັນຫລິ້ນໆແຕ່ອາດຈະໃຊ້ຄຳເວົ້າທີ່ຮຸນແຮງ ເກີນໄປ ແລະ ອາດຈະກໍ່ໃຫ້ເກີດການຜິດຖຽງກັນເຊິ່ງສິ່ງນັ້ນກໍ່ ແມ່ນສາເຫດນ້ອຍໆແຕ່ອາດຈະນຳໄປສູ່ການບອກເລີກກັນກໍ່ເປັນໄປໄດ້.


ຮູ້ແບບນີ້ແລ້ວທ່ານກໍ່ລອງປັບປ່ຽນນິດໄສໃຫ້ເຂົ້າກັບຄົນຮັກຂອງທ່ານເພື່ອບໍ່ໃຫ້ເກີດບັນຫາຂຶ້ນມາຕາມຫລັງ.

Delicious Digg Fark Twitter