ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຮັກຈຶ່ງບອກເດີ້ aww



ໂລກເຮົາສະໄຫມນີ້ປ່ຽນໄປຢ່າງໄວວາ ເຮັດໃຫ້ພາວະແວດລ້ອມຕ່າງໆ ຮອບຕົວເຮົາປ່ຽນໄປທຸກສິ່ງທຸກຢ່າງ ເບິ່ງຟ້າວຟັ່ງຫລາຍຂຶ້ນ ແລະ ຍ້ອນການທີ່ເຮົາຕ້ອງເຮັດວຽກໃຫ້ທັນຕໍ່ເວລານີ້ທີ່ເຮັດໃຫ້ບາງຄັ້ງເຮົາອາດຈະປ່ອຍປະລະເລີຍທີ່ຈະດູແລສຸຂະພາບຂອງຕົວເຮົາເອງ ບາງຄົນກວ່າຈະຮູ້ຕົວກໍ່ສາຍເກີນໄປ
; ດັ່ງນັ້ນ ນາໆປະໂຫຍດຈິ່ງນຳເອົາເລື່ອງເຕືອນໄພຫນຸ່ມສາວໄວເຮັດວຽກມາຝາກ:


  
ທີ່ເວົ້າວ່າເປັນໄພອັນຕະລາຍນັ້ນ ກໍ່ຍ້ອນພະຍາດທີ່ຈະກ່າວເຖິງຕໍ່ໄປນີ້ບາງທ່ານກໍ່ອາດຈະຮູ້ຈັກແຕ່ກໍ່ມີຫລາຍໆຄົນທີ່ບໍ່ຮູ້ວ່າມີພະຍາດ ຊະນິດນີ້
, ພະຍາດທີ່ວ່ານີ້ກໍ່ຄື: ເອັນກ້າມຊີ້ນ ກ້ານຄໍອັກເສບ ຫລື "Carpal Tunnel Syndrome"(CTS) ສາເຫດຕົ້ນຕໍເກີດຈາກການ ໃຊ້ນິ້ວມືໃນການຢິບຈັບສິ່ງຂອງ ຫລືເມົາຄອມພິວເຕີໃນທ່າເກົ່າເປັນເວລາດົນນານເຮັດໃຫ້ກ້າມຊີ້ນກົດທັບເສັ້ນປະສາດທີ່ສົ່ງສັນຍານຜ່ານ ລຳແຂນຈາກສອກໄປຫາບໍລິເວນມືຊ້ຳໄປຊ້ຳມາ ເຮັດໃຫ້ເກີດອາການປວດຂອງປາຍປະສາດ ຫລື ເສັ້ນເອັນບໍລິເວນກ້າມຄໍເກີດການອັກ ເສບ ເຊິ່ງມາຈາກສາເຫດດຽວກັນ.

   ປະຈຸບັນນີ້ ຫນຸ່ມສາວທີ່ເຮັດວຽກຢູ່ໃນຫ້ອງການຕ່າງກໍ່ເຮັດວຽກຮ່ວມກັບຄອມພິວເຕີ ແລະ ເມົາເປັນໄລຍະເວລາດົນນານເກືອບຫມົດ ມື້ ເຊິ່ງໃນຂະນະນີ້ພົບວ່າມີຫລາຍຄົນແລ້ວທີ່ເລີ່ມເປັນພະຍາດດັ່ງກ່າວ, ນອກຈາກນີ້ ກຸ່ມທີ່ມີຄວາມສ່ຽງຍັງມີກຸ່ມທີ່ໃຊ້ມີຫລາຍເຊັ່ນ: ຄົນ ທີ່ມັກຖັກແສ່ວ, ແມ່ຍິງໃກ້ຄອດ ແລະ ຜູ້ທີ່ມີພະຍາດປະຈຳຕົວທີ່ມີຜົນຕໍ່ປາຍປະສາດເປັນຕົ້ນ.

   ອາການທີ່ພົບຄື ຜູ້ປ່ວຍຈະມີອາການສຽວ ແລະ ຊາທີ່ມືບາງລາຍອາດຈະມີອາການປວດທັງແຂນຈາກນັ້ນຈະເລີ່ມຮູ້ສຶກວ່າມືເລີ່ມອ່ອນ ແຮງລົງເລື້ອຍໆລວມທັງກ້າມຊີ້ນບ່ອນຫົວໂປ້ມືກໍ່ຈະຄ່ອຍໆລີບ-ຫົດລົງເລື້ອຍໆ.

   ສຳລັບການຮັກສານັ້ນ ມີທັງການຮັບປະທານຢາ ແລະ ຜ່າຕັດເຊິ່ງໃນລາຍທີ່ບໍ່ຮຸນແຮງຫລາຍພຽງແຕ່ຮັບປະທານຢາກໍ່ຈະເຊົາແຕ່ໃນ ລາຍທີ່ຮຸນແຮງຈຳເປັນຕ້ອງໄດ້ຮັບການຜ່າຕັດເພື່ອຮັກສາ ແຕ່ຖ້າຜູ້ໃດທີ່ບໍ່ຢາກເປັນພະຍາດນີ້ ຂໍແນະນຳໃຫ້ຫມັ່ນຜ່ອນຄາຍກ້າມຊີ້ນບໍລິ ເວນມື ແລະນິ້ວມືທຸກໆ 15-20 ນາທີ ຈະສາມາດຊ່ວຍໄດ້ແຕ່ວິທີການທີ່ດີທີ່ສຸດຄື: ຮູ້ຈັກແບ່ງເວລາການເຮັດວຽກ ແລະເວລາພັກຜ່ອນ ອອກກຳລັງກາຍ.

Delicious Digg Fark Twitter