ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

 ເວລາຜ່ານໄປໄວເນາະ! ບໍ່ໄດ້ເຫັນໜ້າເຈົ້າຫຼາຍເດືອນແລ້ວ ຄິດຮອດເດເນາະ!

ເປັນຊ່ວງທີ່ຂ້ອຍບໍ່ຄ່ອຍສະບາຍ ໄດ້ເຫັນໜ້າເຈົ້າກະຄືສິມີແຮງໃຈແນ່!

ໄດ້ຍິນແຕ່ສຽງກັບລົມສະກາຍມັນບໍ່ເວີກແຕ່ກະດີທີ່ໄດ້ເຫັນໜ້າ ຢາກມີເຈົ້າຢູ່ຂ້າງໆຄືແຕ່ກ່ອນນະ!

ຄິດຮອດຊຽງຂວາງເນາະ! ຢາກແລ່ນໄປອາບນ້ຳຮ້ອນເມືອງຄຳຈັກບາດ1ຄືສິມີແຮງໃຈ ມີຮອຍຍິ້ມຫວານໆຂອງເຈົ້າສົ່ງມາໃຫ້ ໂອ໊ຍໂຄດມີຄວາມສຸກເລີຍ!

ສູງ,ຂາວ,ຜົມຍາວ ຄວາມຈິງກະບໍ່ແມ່ນສະເປັກຂ້ອຍດອກ(ຢ່າຄຽດເດີ)ແຕ່ຂ້ອຍກະຮັກເຈົ້າໄປແລ້ວເດະ!(^_^)

ມັນຄ້າຍຄືກັບວ່າເປັນເລື່ອງຕະຫຼົກເນາະທີ່ຄົນອົກຫັກທັງ2ຄົນຈະຮັກກັນໄດ້ເຖິງພຽງນີ້.

ຢາກຂອບໃຈບັກໜ້າໂງ່ຄົນນັ້ນທີ່ຖິ້ມເຈົ້າໄປ ເຮິ!ເຮິ!ເຮິ!ປານນີ້ມັນຄົງກະອັກເລືອດຕາຍແລ້ວຕີເບາະເນາະ!

 

ມີຄົນບອກວ່າເຮົາສອງຄົນເປັນໄປບໍ່ໄດ້ ແຕ່ເຮົາກະມາຮອດຈຸດນີ້ໄດ້ຖືວ່າເກີນຄາດໝາຍແລ້ວແມ່ນບໍ?

 

ຄິດວ່າເສົາ-ອາທິດເຈົ້າຄົງມີເວລາເຂົ້າມາອ່ານມັນ.

ຂ້ອຍຮູ້ວ່າເຈົ້າມັກເຂົ້າມາເບິ່ງໂປຣໄຟລ໌ຂ້ອຍ ບໍ່ໄດ້ລົມໃຜເປັນພິເສດດອກ ຫຼັງໄມກະບໍ່ຄ່ອຍຫຼິ້ນມັນຊ້າຫຼາຍ

ສ່ວນຫຼາຍກະເຂົ້າໄປແຊັດບ໋ອກຈົ່ມຄິດຮອດເຈົ້າ2-3ປະໂຫຍກແລ້ວກະໜີ.

ສ່ວນໄດອາຣີ່ຫັ້ນນະຈະຂຽນແຕ່ຍາມອາລົມຄິດຮອດເຈົ້າເທົ່ານັ້ນ

ໃຜສິວ່າແນວໃດ໋ກະຊ່າງຂະເຈົ້າ,ເວົ້ານັ້ນເວົ້ານີ້ລະກະພໍເນາະ!

ຢາກໄປຫາເຈົ້າໃຈສິຂາດແລ້ວນິ ແຕ່ຊ່ວງນີ້ວຽກຫຼາຍໆໆໆໆໆໆໆໆໆໆໆໆໆ

ເອົາໄວ້ຫວ່າງໆແລ້ວໄປກິນບູບເຟ້2ຄົນເຮົາເນາະ!

ສິພະຍາຍາມເຄຍວຽກໃຫ້ແລ້ວໄວໆ ສິລາພັກຈັກ1ອາທິດ

ຕ້ອງແມ່ນກ່ອນທີ່ເຈົ້າຈະໄປອິນໂດແນ່ນອນ

ຮູ້ສຶກໃຈຫາຍໃດ໋ນິໄປຕັ້ງ2ປີຄົງບໍ່ລືມຂ້ອຍຕີເບາະ ເຖິງສິດົນປານໃດ໋ຂ້ອຍກະສິຖ້າເຈົ້າເດີ!

ຂຽນແລ້ວກະສະບາຍໃຈຂຶ້ນເວີຍ!

ຄິດວ່າການຂຽນອາດຈະເປັນຮູບປະທຳຫຼາຍກວ່າ, ພຽງແຕ່ບອກຄິດຮອດຄົນໆ1ທີ່ຕົວເອງຮັກບາງຄົນຍັງບໍ່ກ້າທີ່ຈະບອກເລີຍ.

ຂຽນໄດອາຣີ່ໄວ້ກະດີຈັ່ງສິຮູ່ໄວ້ວ່າມື້ນີ້ຂ້ອຍບອກຄິດຮອດເຈົ້າໄປແລ້ວ ^_^ 

ເອົາໄວ້ມື້ໃດ໋ຫວ່າງໆຈະມາຂຽນຄິດຮອດເຈົ້າໃໝ່ເດີ! ຄິດຮອດທີ່ຮັກເດີ! 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 

ມື້ນີ້ຮູ້ສຶກວ່າເສຍການຊົງໂຕໄປໜ້ອຍ1ເມື່ອຍຂ້ອຍອຸດສາວ່າຕັ້ງໃຈໂທຫາຄົນບາງຄົນ ແຕ່ຜົນອອກມາກະຄືວ່າ:

ເຈົ້າສິໂທມາເຮັດຫຍັງຂ້ອຍກຳລັງເຮັດບົດຢູ່ນະ

ຢາກຮູ້ວ່າມັນເຮັດບົດຫຍັງວະ ຄືບໍ່ມີຮອດເວລາສິລົມນຳຂ້ອຍແມ່ນແຕ່ວິນາທີດຽວ ກະດາຍ ຄຳແກ້ໂຕຂອງລາວຟັງບໍ່ຂຶ້ນແລ້ວໃດ໋ນິ

ແມ່ນໃຜແນ່ລະທີ່ບໍ່ເຄີຍຂຽນບົດຈົບຊັ້ນ ໃຜໆກະເຄີຍຂຽນ ບໍ່ວ່າ ວ່າສິບໍ່ວ່າງຕະຫຼອດຊ້ຳເບາະ

ຢາກຈະຖາມມັນວ່າ:……………..

 

ມັນເປັນແບບນີ້ຊ້ຳເບາະແຕ່ກ່ອນຄືບໍ່ໄດ້ເປັນແບບນີ້ນາ

ແຕ່ກ່ອນ ທີ່ຣັກ ດາລິ້ງ

ມາຮອດຕອນນີ້ບໍ່ຢາກຄິດສັນຫາຄຳໃດ໋ມາເວົ້າລະ

ສົ່ງເມວໄປບອກວ່າ ຂ້ອຍບໍ່ສະບາຍ

2 days ago

ບໍ່ມີການຕອບຮັບ

 

ຢາກບອກມັນວ່າ……………

 

 

ຢາກຖາມວ່າເຈົ້າເຮັດແບບນີ້ມັນໝາຍຄວາມວ່າເນວໃດ໋

ແຕ່ຄຳຖາມນີ້ຂ້ອຍຈະເກັບໄວ້ຖາມເວລາທີ່ພໍ້ໜ້າເຈົ້າພຸ້ນລະ

 

 

ສິລໍຖ້າຈົນເຈົ້າກັບມາແລ້ວເຮົາຄ່ອຍລົມກັນເນາະ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ມີການຄັດເລືອກຜູ້ຈັດການສະຖານີວິທະຍຸຊຸມຊົນທີ່ເມືອງທ່າແຕງ,ແຂວງເຊກອງມື້ວານນີ້.
ຜູ້ຖືກຄັດເລືອກແມ່ນແມ່ຍິງ.
ກ່ອນຊິເລີກກອງປະຊຸມ ນາງຍົກມືຂື້ນເພື່ອປະກອບຄຳເຫັນ ລາວເວົ້າວ່າ: ນ້ອງຢາກມອບຕຳ່ແໜ່ງນີ້ໃຫ້ຜູ້ຊາຍ ເພາະນ້ອງເປັນຜູ້ຍິງ. ນ້ອງຢ້ານວ່າມັນບໍ່ເໝາະສົມ...
ອ້າຍໄຊສົງຄາມກໍ່ເລີຍຖາມຂື້ນວ່າ: ແລ້ວນ້ອງບໍ່ຢາກພັດທະນາຕົນເອງບໍ? ພວກອ້າຍບໍ່ໄດ້ຢາກໄດ້ຄົນທີ່ເກັ່ງແລ້ວ; ພວກອ້າຍຢາກໄດ້ຄົນທີ່ມີທ່າແຮງ ແລະ ຢາກທີ່ຈະພັດທະນາຕົນເອງ. ມີຈັກຄັ້ງແດ່ ທີ່ແມ່ຍິງຈະຖືກຍິບຍື່ນໂອກາດແບບນີ້?...