ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ພະຍາຍາມທີ່ຈະລືມ

 

ພະຍາຍາມທີ່ຈະຕັດໃຈ

 

ແຕ່ກໍບໍ່ສາມາດທີ່ຈະເຮັດໄດ້

 

ເພາະ...............

 

ໄດ້ແຕ່........................

 

ລໍວັນທີ່ເຈົ້າຈະກັບຄືນມາ

 

ຫາກະຮູ້ວ່າການເວລາມັນຜ່ານໄປຊ້າໆໆໆໆໆໆໆໆໆໆໆໆໆ

 

ກະຕອນທີ່ຖ້າເຈົ້າກັບມານີ້ແຫຼະ

 

ເວລາ 1 ເດືອນ ມັນຄ້າຍຄືກັບວ່າດົນໆໆໆໆໆໆໆໆໆໆໆ

 

ເກືອບເປັນ 10 ປີພຸ້ນແຫຼະ

 

ແຕ່ແນວໃດ໋ຂ້ອຍກະສິຖ້າ ຖ້າຈົນກວ່າເຈົ້າຈະກັບມາ

 

ເຈົ້າຄືຄວາມໝາຍທີ່ສຳຄັນສຳລັບຂ້ອຍ

 

ເຖິງແມ່ນວ່າຂ້ອຍຈະພົບກັບຄວາມເສຍໃຈ

 

ແຕ່ຂ້ອຍກະບໍ່ຢ້ານ

 

ຂໍພຽງແຕ່ໄດ້ເຫັນໜ້າເຈົ້າອີກຄັ້ງໜຶ່ງ

 

ມັນກະຄຸ້ມຄ່າສຳລັບ ການລໍຄອຍ

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2012 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ມື້ນີ້ວັນທີ 19.12.2012 (ຕ້ອງໄດ້ບອກໄວ້ເພາະຢ້ານລືມ ອິອິ)

ປົກກະຕິຂ້ອຍກະບໍ່ມັກໄປຫຼິ້ນກັບໝວດຫ້ອງການດອກ

ມື້ນີ້ພາໝູ່ໄປກິນຈີ່ເອັນຮ້ານຂາປະຈຳ ກະໄປກັນຫຼາຍຄົນຫັ້ນແຫຼະ

ກິນພໍຫອມປາກຫອມຄໍແລ້ວກະແຍກກັນກັບ

ຈັກແມ່ນຄິດຈັ່ງໃດ່ບຸຄິດຢາກຂີ່ລົດຫຼິ້ນວ່າຊ້ານນນນນນນນ ມີໝໍໜຶ່ງເຮັດວຽກນຳກັນຫັ້ນລະຂີ່ລົດນຳກົ້ນມາຊວນໄປກິນຊີ້ນດາດສອງຄົນ

ຕອນແລກກະງົງໆແຕ່ພໍຄິດວ່າເປັນເພື່ອນຮ່ວມງານກັນກໍ່ເລີຍໄປຊະ(ກະພວມຄິດຢາກກິນພໍດິອິອິ)

ໄປນັ່ງຮ້ານປຸບບໍ່ທັນຮອດຄີບຊີ້ນໄປດາດຊ້ຳໝໍກະສາທະຍາຍສາຍສອ່ງຄວາມໃນໃຈອອກມາ ແມ່ມັນເອີຍຂ້ອຍຈົນວ່າອີ່ມລົງກັບມ໋ອງ

ກະບໍແມ່ນວ່າຂ້ອຍລັງກຽດໝໍດອກ ແຕ່ຂ້ອຍບໍເຄີຍມີຄວາມຮູ້ສຶກແບບຊູ້ສາວກັບໝໍແມແຕ່ໜ້ອຍດຽວ ໝໍເວົ້າວ່າເຮົາມາລອງຄົບກັນເບິ່ງເບາະ(ຮ່າມັນເອີຍ) (ຄິດວ່າສິເກັບໄວ້ພິຈາລະນາ ຫະຫະຫະ)

ຄວາມຈິງຂ້ອຍມີຄວາມຮູ້ສຶກດີໆກັບໝູ່ຂອງໝໍພຸ້ນນະແລະຂ້ອຍກະຄິດວ່າໝູ່ໝໍກະຕ້ອງຄິດກັບຂ້ອຍແນ່ຈັກໜ່ອຍແຫຼະ

ແຕ່ໝວດຂ້ອຍບໍ່ມີໂອກາດທີ່ຈະບອກເທົ່ານັ້ນແຫຼະ

(ປາດດດດດດດດດດໝັ້ນໃຈປານນັ້ນພຸ້ນນະ ຫະຫະຫະ)

ຕອນນີ້ຂ້ອຍເລີ່ມສັບສົນແລ້ວລະ ກັງວົນວ່າຖ້າໝູ່ໝໍຮູ້ເລື່ອງນີ້ຄວາມຮູ້ສຶກດີໆຂອງໝວດຂ້ອຍສິປ່ຽນໄປບໍ?

ແລ້ວຂ້ອຍກັບໝໍນີ້ສິເບິ່ງໜ້າກັນຕິດຢູ່ບໍວະ?

ເລື່ອງແບບນີ້ບໍ່ໜ້າທີ່ຈະມາເກີດກັບຂ້ອຍເລີຍແຕ່ໃນເມື່ອມັນເກີດຂຶນແລ້ວກະບໍ່ຮູ້ວ່າສິເຮັດແນວໃດ໊

ກໍ່ໄດ້ແຕ່ຍອມຮັບຄວາມຈິງເທົ່ານັ້ນແຫຼະ ເບີ້ມເອີຍ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


7 days ago

ແລ້ວສິ່ງທີ່ບໍ່ຄີຍປາດຖະໜາມັນໄດ້ກາຍເປັນຈິງ

ແມ້ແຕ່ຄວາມຮັກກະບໍ່ອາດຢຸດຢັ້ງເຈົ້າໄວ້ໄດ້

ໄດ້ແຕ່ຍອມຮັບໃນວັນ

ທີ່ບໍ່ມີເຈົ້າ

ຂ້ອຍເສຍໃຈແຕ່ກໍ່ຕ້ອງຍອມຮັບການຕັດສິນໃຈຂອງເຈົ້າ

ຂ້ອຍບໍ່ກ້າທີ່ຈະຄຽດເຈົ້າດອກ ຂ້ອຍຮູ້ວ່າເຈົ້າຄົງຈະເຮັດຖືກແລ້ວ

ຂ້ອຍໃຈຮ້ອນໂພດແມ່ນບໍ?

ຖ້າຫາກວ່າຂ້ອຍລໍຖ້າຈົນຮອດເດືອນ12ຂ້ອຍຄົງຈະບໍ່ເສຍໃຈໄວປານນີ້

ແຕ່ແນວໃດ໋ກໍ່ຕ້ອງຂອບໃຈທີ່ເຮົາຍັງມີຄວາມຮູ້ສຶກທີ່ດີຕໍ່ກັນ

ຂ້ອຍພຽແຕ່ຂຽນໄດອາຣີ່ຊື່ໆ ຖ້າມັນບໍ່ໄດ້ໝາຍເຖິງເຈົ້າກໍ່ຢ່າຮ້ອນໂຕໄດ້ບໍ

ຫາກເຈົ້າບໍ່ໄດ້ເປັນແບບນັ້ນ

ຫວັງວ່າເຈົ້າຄົງຈະມີຄວາມສຸກທີ່ບໍ່ມີຂ້ອຍຮ່ວມຫາຍໃຈນຳ

ຈັ່ງໃຈກະຂອບໃຈ

ຂອບໃຈທີ່ເຮົາ

ເຄີຍຮັກກັນ

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 

ມື້ນີ້ຮູ້ສຶກວ່າເສຍການຊົງໂຕໄປໜ້ອຍ1ເມື່ອຍຂ້ອຍອຸດສາວ່າຕັ້ງໃຈໂທຫາຄົນບາງຄົນ ແຕ່ຜົນອອກມາກະຄືວ່າ:

ເຈົ້າສິໂທມາເຮັດຫຍັງຂ້ອຍກຳລັງເຮັດບົດຢູ່ນະ

ຢາກຮູ້ວ່າມັນເຮັດບົດຫຍັງວະ ຄືບໍ່ມີຮອດເວລາສິລົມນຳຂ້ອຍແມ່ນແຕ່ວິນາທີດຽວ ກະດາຍ ຄຳແກ້ໂຕຂອງລາວຟັງບໍ່ຂຶ້ນແລ້ວໃດ໋ນິ

ແມ່ນໃຜແນ່ລະທີ່ບໍ່ເຄີຍຂຽນບົດຈົບຊັ້ນ ໃຜໆກະເຄີຍຂຽນ ບໍ່ວ່າ ວ່າສິບໍ່ວ່າງຕະຫຼອດຊ້ຳເບາະ

ຢາກຈະຖາມມັນວ່າ:……………..

 

ມັນເປັນແບບນີ້ຊ້ຳເບາະແຕ່ກ່ອນຄືບໍ່ໄດ້ເປັນແບບນີ້ນາ

ແຕ່ກ່ອນ ທີ່ຣັກ ດາລິ້ງ

ມາຮອດຕອນນີ້ບໍ່ຢາກຄິດສັນຫາຄຳໃດ໋ມາເວົ້າລະ

ສົ່ງເມວໄປບອກວ່າ ຂ້ອຍບໍ່ສະບາຍ

2 days ago

ບໍ່ມີການຕອບຮັບ

 

ຢາກບອກມັນວ່າ……………

 

 

ຢາກຖາມວ່າເຈົ້າເຮັດແບບນີ້ມັນໝາຍຄວາມວ່າເນວໃດ໋

ແຕ່ຄຳຖາມນີ້ຂ້ອຍຈະເກັບໄວ້ຖາມເວລາທີ່ພໍ້ໜ້າເຈົ້າພຸ້ນລະ

 

 

ສິລໍຖ້າຈົນເຈົ້າກັບມາແລ້ວເຮົາຄ່ອຍລົມກັນເນາະ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

ທີ່ບໍລິສັດແຫ່ງໜຶ່ງລູກນ້ອງບໍ່ຮູ້ວ່າສິຂໍຂຶ້ນເງິນເດືອນແນວໃດ໋ກໍ່ເລີຍຂຽນຈົດໝາຍສົ່ງໃຫ້ຫົວໜ້າ

ເນື້ອໃນມັນມີຢູ່ວ່າ:

ຫົວໜ້າເຫັນແລ້ວກະຕອບກັບແບບຫົວໃສວ່າ:

ຫົວໜ້າຫັ້ນນາ        

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ທີ່ນະຣົກແຫ່ງໜຶ່ງ ມື້ນີ້ເປັນມື້ທີ່ທ້າວປີງຈະໄດ້ໄປເກີດໃໝ່ ຍົມມະທູດຈິ່ງໃຫ້ທ້າວປີງຂໍພອນໄດ້3ຂໍ້.

ທ.ປີງ: ທ່ານສິໃຫ້ຂ້ານ້ອຍຂໍພອນໄດ້ແທ້ໆຫວາ!

ຍົມມະທູດ: ເອີ່ ກະແທ້ລະບໍ,ຫາກພຽງແຕ່3ຂໍ້ທໍ່ນັ້ນໃດ໋.

ທ.ປີງ: ຊັ້ນ!ຂໍ້ທຳອິດຂ້ານ້ອຍຂໍໃຫ້ຂ້ານ້ອຍມີຜິວຂາວຄືກັບຫິມະ.

ຍົມມະທູດ:ໃຫ້ໄດ້.

ທ.ປີງ:ຂໍ້ສອງ ຂໍໃຫ້ຂ້ານ້ອຍໄດ້ມີເລືອດດື່ມຕະຫຼອດການ.

ຍົມມະທູດ:ໃຫ້ໄດ້.

ທ.ປີງ:ຂໍ້ສຸດທ້າຍ! ຂໍໃຫ້ຂ້ານ້ອຍໄດ້ຢູ່ໃກ້ຊິດຜູ້ຍິງຕະຫຼອດເວລາ.

ຍົມມະທູດ: ໃຫ້ໄດ້, ເຈົ້າຂໍຄົບທັງ3ຂໍ້ແລ້ວກໍ່ໄປເກີດໃໝ່ໄດ້ແລ້ວ.

ທ.ປີງ:ໂດຍຂ້ານ້ອຍວ່າແຕ່ຂ້ານ້ອຍສິໄດ້ໄປເກີດເປັນຫຍັງລະ?

ຍົມມະທູດ:ກະໂຊຟີຫັ້ນເດ ບັກໂງ່ເອີຍ!

ທ.ປີງ:!!!!!!!???????

 

 

ສ້າງເພື່ອຄວາມບັນເທີງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 7, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເພງນີ້ຂ້ອຍມັກໆຟັງຍາມໃດ໋ກະຊຶ້ງໃຈຍາມນັ້ນ

ໜັກກະບໍ່ເຄີຍຫວັ່ນ                          ເພື່ອລູກນັ້ນມີຄວາມສຸກ

ເຖິງທຸກແມ່ກໍ່ຈະທົນ                           ທຳທຸກຢ່າງທີ່ລູກຕ້ອງການ

ອາດຈະທໍ້ໃນບາງເວລາ                       ໃຫ້ມີລູກຢູ່ຂ້າງກາຍ

ພ້ອມຈະເປັນກຳລັງໃຈ                        ບໍ່ຫວັ່ນໄຫວຕໍ່ສິ່ງໃດ

ຫາກດວງອາທິດຍັງສ່ອງແສງຢູ່            ກໍ່ພ້ອມທີ່ຈະຕໍ່ສູ້

ຍັງມີລົມຫາຍໃຈ                              ລູກຈະຢູ່ຄຽງຂ່າງສະເໝີ

ດັ່ງນົກນ້ອຍທີ່ເລີ່ມບິນ                      ມີແມ່ນັ້ນບິນຂ້າງກາຍ

ບິນລອຍຂຶ້ນໄປ                               ສູ່ກາງເວຫາ

ບໍ່ໄດ້ຫວັງສິ່ງຕອບແທນ               ຂໍພຽງລູກນັ້ນເປັນຄົນດີ

ເທົ່ານີ້                                         ແມ່ນນັ້ນກໍ່ສຸກໃຈ

ບໍ່ມີຄຳອະທິບາຍ                          ພະຄຸນແມ່ນນັ້ນຍິ່ງໃຫຍ່

ໃຫ້ເອົາຈັກກະວານ                      ບວກ(+) ທະເລກໍ່ຄົງບໍ່ພໍ

ບໍ່ອາດຈະລືມພະຄຸນ             ທີ່ລ້ຽງລູກມາ

ຈົນໃຫຍ່ໂຕ                                ສັ່ງສອນໃຫ້ເປັນຄົນດີ

ລູກຂໍກາບລົງຕັກແມ່                   ບໍ່ໄດ້ຄິດອັກກະຕັນຍູ

ຮູ້ບຸນຄຸນ                                 ແມ່ນັ້ນເໜືອກວ່າສິ່ງໃດ.

 

ຟັງເພງພະຄຸນແມ່

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 18 ຄຳເຫັນ ແລະ 0 trackback(s)

ເວລາສອນໃຫ້ເຮົາຮູ້ວ່າ:

1 ປີ ມີຄ່າຖ້າເຮົາໄດ້ຮຽນຮູ້ໃຜຈັກຄົນ.

1 ຊົ່ວໂມງ ມີຄ່າຖ້າເຮົາໄດ້ລົມກັບໃຜຈັກຄົນທີ່ເຂົ້າໃຈເຮົາ.

1 ນາທີ ມີຄ່າຖ້າເຮົາໄດ້ເວົ້າບາງສິ່ງບາງຢ່າງອອກໄປ.

1 ວິນາທີ ມີຄ່າຖ້າເຮົາສາມາດຢຸດໃຜຈັກຄົນໄວ້ໄດ້.

ຢ່າໃຫ້ພຽງວິນາທີດຽວເຮັດໃຫ້ຄົນທີ່ເຮົາຮັກຈາກເຮົາໄປ

ເພາະເຮົາອາດໃຊ້ເວລາທັງຊີວິດເພື່ອລືມມັນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ຕາມທີ່ຂ້ອຍສັງເກດມາໃນບ່ອນເຮັດວຽກຂອງຂ້ອຍມາຫຼາຍປີມັນກະມັກເປັນແບບນີ້ສະເໝີ:

1. ຜູ້ຊະນະ: ເມື່ອພົບວ່າມີຂໍ້ຜິດພາດ ຈະກ່າວວ່າ ຂ້ອຍເຮັດຜິດເອງ.

ຜູ້ເສຍ: ເມື່ອພົບວ່າມີຂໍ້ຜິດພາດ ຈະກ່າວວ່າ ບໍ່ແມ່ນຄວາມຜິດຂອງຂ້ອຍ.

2. ຜູ້ຊະນະ: ຈະເຮັດວຽກໜັກກວ່າປົກກະຕິ ແລະ ມີເວລາຫຼາຍກວ່າຜູ້ເສຍ.

ຜູ້ເສຍ:ຈະເຮັດວຽກແບບຫຍຸ້ງໝົດມື້ໂດຍບໍ່ຄິດວ່າວຽກໄດ໋ຄວນເຮັດກ່ອນວຽກໄດ໋ຄວນເຮັດນຳຫຼັງ.

3. ຜູ້ຊະນະ:ຈະປະເຊີນກັບບັນຫາ ແລະ ລົງມືແກ້ໄຂບັນຫານັ້ນ.

ຜູ້ເສຍ:ຈະເຮັດໃນທາງກົງກັນຂ້າມຫຼືຫຼີກລຽງບັນຫາ.

4. ຜູ້ຊະນະ:ລົງມືເຮັດວຽກໃຫ້ປະກົດຜົນເປັນຈິງ.

ຜູ້ເສຍ: ມີແຕ່ເວົ້າແຕ່ບໍ່ເຮັດຈັກເທື່ອ.

5. ຜູ້ຊະນະ: ກ່າວວ່າ ຂ້ອຍເຮັດໄດ້ແຕ່ຍັງບໍ່ດີເທົ່າທີ່ຂ້ອຍຕ້ອງການເທື່ອ.

ຜູ້ເສຍ: ກ່າວວ່າ ຍັງມີຄົນອື່ນອີກຫຼາຍຄົນທີ່ມີຜົນງານຂີ້ລ້າຍກວ່າຂ້ອຍ.

6. ຜູ້ຊະນະ:ຕັ້ງໃຈຟັງແລ້ວທຳຄວາມເຂົ້າໃຈ ແລະ ສາມາດຕອບສະໜອງໄດ້.

ຜູ້ເສຍ:ລໍຖ້າຢ່າງດຽວໂດຍບໍ່ຟັງບໍ່ທຳຄວາມເຂົ້າໃຈສິ່ງທີ່ຄົນອື່ນເວົ້າ ລໍຖ້າວ່າປານໃດຈັ່ງສິຮອດເວລາທີ່ຕົນເອງເວົ້າ.

7. ຜູ້ຊະນະ: ຍອມຮັບນັບຖືຄົນທີ່ມີຄວາມສາມາດຫຼາຍກວ່າຕົນ ແລະ ຈະຮຽນຮູ້ຈາກຄົນເຫຼົ່ານັ້ນ.

ຜູ້ເສຍ: ຈະເຮັດໃນທາງກົງກັນຂ້າມ.

8. ຜູ້ຊະນະ: ຈະມີຄວາມຮັບຜິດຊອບບໍ່ພຽງແຕ່ວຽກທີ່ໄດ້ຮັບມອບໝາຍເທົ່ານັ້ນ ຍັງຊ່ວຍເຫຼືອເພື່ອນຮ່ວມງານນຳອີກ.

ຜູ້ເສຍ: ບໍ່ກ້າທີ່ຈະຊ່ວຍເຫຼືອຄົນອື່ນ ແລະ ມັກຈະເວົ້າວ່າ ຂ້ອຍບໍ່ວ່າງກຳລັງເຮັດວຽກຂອງຂ້ອຍຢູ່.

9. ຜູ້ຊະນະ: ຕ້ອງມີວິທີທີ່ຈະເຮັດໃຫ້ດີຂຶ້ນສະເໜີ.

ຜູ້ເສຍ: ມັກຈະເວົ້າວ່າ ນີ້ຄືຫົນທາງດຽວທີ່ຈະເຮັດໄດ້.

10. ຜູ້ຊະນະ: ຈະແບ່ງປັນໄດອາຣີ່ນີ້ໃຫ້ກັບໝູ່ເພື່ອນຂອງເຂົາ.

ຜູ້ເສຍ: ຈະເກັບໄດອາຣີ່ນີ້ໄວ້ເພາະວ່າເຂົາບໍ່ມີເວລາແບ່ງປັນໃຫ້ກັບຄົນອື່ນ.

ແລ້ວບ່ອນເຮັດວຽກຂອງໝູ່ເພື່ອນເດກະເປັນແບບນີ້ຢູ່ເບາະ!

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 37 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມື້ນີ້ເປັນວັນຄ້າຍວັນເກີດຂອງຂອ້ຍແຕ່ຂ້ອຍກະບໍ່ເຄີຍລືມມື້ນັ້ນມື້ທີ່ຂ້ອຍເຈັບປວດທີ່ສຸດ

ເຫດມັນເກີດເມື່ອວັນທີ6/2/2011ເຊິ່ງເປັນວັນຄ້າຍວັນເກີດຂອງຂ້ອຍໃນຕອນປີກາຍນີ້

ເລື່ອງມັນກະມີຢູ່ວ່າ: ຂ້ອຍເຊິ່ງເປັນຄົນຂີ້ລ້າຍໆໆຄົນໜຶ່ງແຕ່ດັນໄປມີແຟນຜູ້ງາມໆຊັ້ນເດະ

ແຟນຂ້ອຍລາວເປັນຄົນຊຽງຂວາງ(ຂໍສະຫງວນຊື່ໄວ້ເດີ)ກະຄືວ່າຫັ້ນລະສາວຊຽງຂວາງກໍ່ທັງງາມທັງເກັ່ງສົມກັບເພງອີ່ຫຼີ

ແຕ່ຂ້ອຍກະບໍ່ເຄີຍຄິດມາກ່ອນວ່າລາວຈະເຮັດໃຫ້ຄົນທີ່ລາວບອກວ່າຮັກສຸດຫົວໃຈໄດ້ເຖິງປານນີ້

ຊວ່ງວັນທີ1-5/2/2011ຂ້ອຍຖືກໄປຝຶກອົບຮົມຢູ່ນະຄອນຫຼວງສວ່ນລາວແມ່ນລົງໄປຫຼິ້ນທ່າແຂກ

ມື້ວັນທີ6/2ຂ້ອຍວ່າຈະລົງມາເຊກອງແຕ່ກະຕ້ອງຢຸດເພາະວ່າລາວໂທຫາຂ້ອຍໃຫ້ໄປແວ່ຫາລາວເພາະວັນສຳຄັນຕ່າງໆຂອງຂ້ອຍລາວຈື່ໄດ້ສະເໝີ

ພໍແຕ່ວ່າເຫັນໜ້າລາວຂ້ອຍກະສຸດທີ່ດີໃຈ ຄິດວ່າສິໄດ້ສະຫຼອງວັນເກີດກັບແຟນສອງຄົນແບບຫງຽບໆ ແຕ່ມັນກັບບໍ່ເປັນດັ່ງທີ່ຄິດ

ລາວບອກກັບຂ້ອຍວ່າ: "ເພິ່ນລືມເຂົາສາເນາະເຂົາມັນກະບໍ່ແມ່ນຜູ້ຍິງທີ່ດີຫຍັງດອກແລ້ວເລື່ອງຂອງເຮົາມັນກະຄົງຈະເປັນໄປບໍ່ໄດ້ດອກ"

ໄດ້ຍິນແບບນີ້ແລ້ວຂ້ອຍເກືອບຈະລົມຈັບກັບມ໋ອງເລີຍ ຖາມໂຕເອງແບບເປັນບ້າວ່ານີ້ເບາະແຟນຂ້ອຍທີ່ຄົບກັນມາຕັ້ງວ່າ5ປີເຕັມໆເສຍເວລາຂ້ອຍບໍ່ວ່າແຕ່ເສຍຄວາມຮູ້ສຶກນີ້ຕີຈັກວ່າສິໄປຊອກຫາມັນຢູ່ໃສ

ລາວຍັງບອກກັບຂ້ອຍອີກວ່າ: "ຫຼັງຈາກອອກພັນສາແລ້ວລາວສິເອົາຜົວຊັ້ນເດະ" ອັນນີ້ແຫຼະທີ່ຂ້ອຍຊັງລາວທີ່ສຸດເລີຍ

ຮັກສານ້ຳໃຈກັນແດ່ຈັກໜ່ອຍກະບໍ່ໄດ້ເນາະມື້ອື່ນກະມີຖົມເຖ່ໄປເປັນຫຍັງບໍ່ບອກແລ້ວສິມາບອກມື້ນີ້ເຮັດສັງຊ່າງເປັນຜູ້ຍິງທີ່ໃຈດຳຫຼາຍ

ແຕ່ຂ້ອຍກະບໍ່ຄຽດໃຫ້ລາວດອກ ຂ້ອຍກະເຄີຍຄິດຢູ່ວ່າເລື່ອງຂອງພວກຂ້ອຍມັນເປັນໄປບໍ່ໄດ້ ໃຜກະຕ້ອງເລືອກທາງທີ່ດີທີ່ສຸດໃຫ້ກັບຊີວິດຂອງຕົນເອງຢູ່ແລ້ວ

ແຕ່ລາວກະເຮັດໂພດຫຼາຍ ວັນຄ້າຍວັນເກີດຂອງຂ້ອຍທຸກປີລາວມັກຈະໃຫ້ຂອງຂວັນຂ້ອຍສະເໝີ ແຕ່ມາປີນີ້ເປັນຂອງຂວັນທີ່ໃຫຍ່ແລະກໍເຈັບປວດຫຼາຍ

ແມ່ນໃຜແນ່ເກາະທີ່ຢູ່ໃນໂລກນີ້ແລ້ວເປັນຄືຂ້ອຍແນ່ນະ. ຄຳຂໍໂທດຈັກຄຳກະບໍ່ມີຈາກຜູ້ຍິງໃຈດຳຄົນນັ້ນຂ້ອຍຈຳເປັນຕ້ອງຈາກລາວໄປແຕ່ຂ້ອຍກະບໍ່ເຄີຍອ່ອນແອໃຫ້ລາວເຫັນ

ລາວບອກວ່າ"ຂ້ອຍເຂັ້ມແຂງແລະຂ້ອຍກໍ່ສະຫຼາດຂ້ອຍຄົງຈະຢູ່ໄດ້ຖ້າຫາກວ່າບໍ່ມີລາວ"(ວ່າຊັ້ນເດະ)

ຂ້ອຍຍອມຮັບວ່າຂ້ອຍໄຫ້ໄລຍະທາງແຕ່ທ່າແຂກຫາເຊກອງກະສິປະມານ500ປາຍກວ່າກິໂລນີ້ແຫຼະຂ້ອຍໄຫ້ມາຕະຫຼອດທາງ ບໍ່ຮູ້ວ່ານ້ຳຕາມັນອອກມາໄດ້ແນວໃດ໋ແຕ່ຮູ້ສຶກວ່າບາດໄດ້ໄຫ້ແລ້ວສະບາຍໃຈກະເລີຍວ່າປ່ອຍໂຕເອງເລີຍສາ. ຄຳເວົ້າຂອງລາວມັນໄດ້ກ້ອງຫູຂ້ອຍຕະລອດວ່າ:"ລືມເຂົາສາ".

ຈາກນັ້ນມາຂ້ອຍກະພະຍາຍາມຢູ່ຫ່າງອອກຈາກເຂົາແຕ່ກະຄືວ່າຫັ້ນລະ ຄົນເຄີຍຮັກກັນເນາະ ມັນສິລືມກັນໄດ້ຊະເບາະ.

ສ່ວນວ່າມື້ນີ້ລາວກະຍັງບໍ່ລືມວັນເກີດຂ້ອຍ ລາວໂທມາຫາຂ້ອຍແຕ່3ໂມງເຊົ້າພຸ້ນລະອວຍພອນວັນເກີດວ່າ"ໃຫ້ຂ້ອຍມີແຕ່ຄວາມສຸກສົມຫວັງທຸກປະການແລະກໍ່ໄດ້ຜົວໄວໆໆເດີ"(ມັນຊ້ຳຊ່ຳໃດ໋)

ບໍ່ເຂົ້າໃຈວ່າລາວສິມາຕອກຢ້ຳອີ່ຫຍັງກັບຂ້ອຍອີກ ຂະໜາດວັນເກີດລາວຂ້ອຍກະຍັງບໍ່ເຄີຍໂທໄປວົນທັງທີ່ວ່າຂ້ອຍກະຈື່ໄດ້ຄືກັນ

ໂອຍເວົ້າມາແລ້ວກະເບື່ອເລີຍລະ

ຫຼາບແລ້ວຢ້ານແລ້ວບໍ່ຮັກໃຜອີກແລ້ວຖ້າຮັກແລ້ວຕ້ອງຊ້ຳໃຈເສຍທັງນ້ຳຕາ.....

ຈົບແລ້ວ

ຂອບໃຈທີ່ວ່າອ່ານຈົນຈົບ

ເມັ້ນແດ່ເດີໃຜອ່ານເປີດອ່ານແລ້ວບໍ່ເມັ້ນຂໍໃຫ້ບໍມີແຟນ


 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 27, 2012 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂ້ອຍມີໝູ່ເປັນທອມ

ສ່ວນຂ້ອຍກະນອນຢູ່ໜຶ່ງໃນນັ້ນ ແລະ ນິໄສຂອງພວກຂ້ອຍກໍ່ມັກຈະເປັນແບບນີ້:

  1. ມັກຂີ້ຕົວະ ແບບວ່າມີເລື່ອງປິດບັງຕະຫຼອດ
  2. ມັກບັງຄັບຄົນຮັກ
  3. ທອມມີກິ໊ກໄດ້ ສວ່ນດີ້ຫ້າມມີເດັດຂາດ
  4. ທອມຫຼາຍໃຈເປັນທີ່ສຸດ(ບໍ່ມີຄຳວ່າຮັກດຽວໃຈດຽວໃນສະໝອງ)
  5. ຄິດຈະຖິ້ມກໍ່ຖິ້ມແບບບໍ່ໄຍດີ
  6. ມັກເຮັດໃຫ້ຄົນຮັກເສຍໃຈ
  7. ຢືມເງິນແລ້ວບໍ່ເຄີຍສົ່ງຄືນຈັກເທື່ອ
  8. ຂີ້ຫຶງເປັນທີ່ສຸດ
  9. ຢາກໄດ້ຫຍັງຕ້ອງໄດ້ຕາມໃຈ
  10. ຫ້າວເປັນຊີວິດຈິດໃຈ
  11. ແຕ່ງໂຕນີ້ເທ້ຕະຫຼອດການ
  12. ຊົງຜົມບໍ່ມີຕົກຍຸກ
  13. ມັກເບິ່ງຜູ້ຍິງທີ່ງາມກວ່າແຟນຕົນເອງ

ບອກຊ່ຳນີ້ກ່ອນເພາະວ່າມັນຍັງມີຫຼາຍສາທະຍາຍ3ປີກະບໍ່ໝົດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ພາບໜ້າທີ່ເລີ່ມເຮັດວຽກໃນແຕ່ລະມື້

ວັນຈັນ

 

 

ວັນອັງຄານ

 

 

ວັນພຸດ

 

 

ວັນພະຫັດ

 

 

ວັນສຸກ

 

 

ວັນເສົາ ແລະ ວັນອາທິດ

 

 

ຂໍຂອບໃຈຮູບພາບອັນໜ້າຮັກຈາກເວັບ ເຄນເລັນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ພາບນີ້ອາດຈະໃຫ້ຂໍຄິດແກ່ທ່ານບໍ່ຫຼາຍກະໜ້ອຍ

 

ໃຫ້ທຸກແກ່ຄົນອື່ນທຸກນັ້ນເຖິງຕົວ

 

 

ຄວາມປະໝາດນຳມາເຊິ່ງຄວາມເຈັບປວດ

 

 

ຄວາມຫິວບໍ່ເຄີຍປານີໃຜ

 

 

ໂຮມກັນເຮົາຢູ່ແຍກໝູ່ເຮົາຕາຍ

 

 

ເລືອກເກີດບໍ່ໄດ້ແຕ່ເລືອກທີ່ຈະເປັນໄດ້

 

 

ຄວາມໂລບມາກໂລພານຳມາເຊິ່ງຄວາມຈິບຫາຍວາຍວອດ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 21 ຄຳເຫັນ ແລະ 0 trackback(s)

ເຄີຍສົງໄສບໍວ່າສັດທີ່ເຮົາລ້ຽງເປັນຫຍັງມັນຈັ່ງເຊື່ອຟັງເຮົາ

ກໍ່ເພາະວ່າເຮົາລ້ຽງເພາະເຮົາຮັກມັນ

ແຕ່ວ່າແຟນນີ້ຕີ ໃຫ້ຄວາມຮັກມັນໄປເທົ່າໃດມັນຍັງບໍ່ຟັງເຮົາຈັກຄຳ

 

ໝາໜ້າຮັກກວ່າແຟນເພາະວ່າ

  1. ໝາຄິດຮອດເຈົ້າເວລາທີ່ເຈົ້າບໍ່ຢູ່ເຮືອນ
  2. ໝາຮູ້ສຶກຜິດເວລາທີ່ມັນເຮັດຫຍັງຜິດພາດໄປ
  3. ໝາບໍ່ເຄີຍວິພາກວິຈານໝູ່ເພື່ອນຂອງເຮົາ
  4. ໝາບໍ່ເຄີຍຮູ້ສຶກອຶດອັດ ຫຼື ກົດດັນເວລາທີ່ຢູ່ກັບເຮົາ
  5. ເຮົາສາມາດສອນໝາໄດ້
  6. ເຮົາບໍ່ຕ້ອງວິຕົກກັງວົນ ຫຼື ສົງໄສເວລາທີ່ໝານອນລະເມີແປກໆ
  7. ໝາເຂົ້າໃຈວ່າ "ຢ່າ" ໝາຍເຖິງຫຍັງ
  8. ໝາເຂົ້າໃຈວ່າໝູ່ຂອງມັນບໍ່ມີສິດເຂົ້າມາໃນເຮືອນໂດຍບໍ່ໄດ້ຮັບອະນຸຍາດ
  9. ໝາໄວກາງຄົນບໍ່ເຄີຍຖິ້ມເຮົາໄປຫາເຈົ້າຂອງໃໝ່ທີ່ໜຸ່ມກວ່າ
  10. ໝາຈູບເຮົາດ້ວຍຄວາມຈິງໃຈທຸກຄັ້ງ


 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

 

 

 

 

 

 

 

 

 

 

 

 


ເອົາມາຈາກເວບເຢັນຕາໂຟ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ພົດຈະນານຸກົມຂອງຫົວໃຈ

ນ້ອຍໃຈ

ເປັນອາການອ່ອນແອຂອງຈິດໃຈທີ່ບໍ່ໄດ້ຮັບການຕອບສະໜອງເວລາທີ່ເກີດຄວາມຕ້ອງການໃຫ້ຄົນເອົາໃຈ

ວິທີແກ້ໄຂ ຢ່າເອົາແຕ່ໃຈ.

 

ເຈັບໃຈ

ອາການເປັນພິດຂອງຫົວໃຈທີ່ແຜ່ລາມມາຈາກຫາງເວລາທີ່ມີໃຜມາຢຽບມັນ

ວິທີແກ້ໄຂ ຕັດຫາງຖິ້ມ ແລະ ກໍ່ຢ່າຍົກຫ່າງຕົວເອງ.

 

ລະອາຍໃຈ

ເປັນການໃຝ່ສູງຂອງຈິດໃຈທີ່ອອກມາຊີ້ໜ້າດ່າເຮົາ

ຂໍແນະນຳ ເມື່ອຊຳລະຊົ່ວໄດ້ກໍ່ບໍ່ຮູ້ສິກລະອາຍໃຈ.

 

ເສຍໃຈ

ເປັນອາການທາງຈິດໃຈເກີດຈາກຄວາມບໍ່ໝັ້ນຄົງຂອງຈິດໃຈເພາະມັກຈະເອົາໃຈໄປຜູກມັດໄວ້ກັບສິ່ງອື່ນ

ວິທີແກ້ ຕັດໃຈສາ.

 

ຫຼາຍໃຈ

ເປັນອາການສືບພັນຂອງຈິດໃຈທີ່ມີການແບ່ງຕົວນຳໄປສູ່ການນ້ອຍໃຈແກ່ຄົນອ້ອມຂ້າງໄດ້ໃນເວລາຕໍ່ມາ

ວິທີແກ້ ຄິດໄວ້ວ່າມີແຕ່ພວກ(......)ທີ່ໃຊ້ວິທີແບ່ງແບບນີ້.

 

ທຳໃຈ

ເປັນອາການທີ່ແປກທີ່ສຸດຂອງໃຈຍິ່ງພະຍາຍາມທຳໃຈຫຼາຍເທົ່າໃດກໍ່ຍິ່ງວ່າງເປົ່າຂຶ້ນເທົ່ານັ້ນ.

ຂໍ້ແນະນຳ ທຳໃຈເວລາທີ່ຮູ້ສຶກເຫງົາ,ເສົ້າ ແລະ ຜິດຫວັງ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 

ຄິດວ່າແມ່ນຮູບຫຍັງນິ

 

 

 

 

 

 

ເອົາມາຈາກເວັບyenta4.com

ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ມີຄູ່ຮັກຄູ່ໜຶ່ງນັ່ງຢູ່ນຳກັນ1ຕໍ່1

ຜູ້ຊາຍ: ເພິ່ນເຂົາຂໍຈັບມືເພິ່ນໄດ້ບໍ?

ຜູ້ຍິງກະທຳທ່າອາຍໆ:.....(ບໍ່ປາກ)

ຜູ້ຊາຍກະຖາມອີກວ່າ : ເພິ່ນເຂົາຂໍກອດເພິ່ນໄດ້ບໍ່?

ຜູ້ຍິງກະອາຍອີກ:.......(ບໍ່ປາກ)

ດ້ວຍຄວາມທີ່ຢາກຮ້າຍໃຫ້ກັບຄູ່ຮັກຂອງຕົນ

ຜູ້ຊາຍ: ຮວ້າຍ!...ອີ່ຮ່ານິມຶງປາກກືກຫວະ ກູຖາມມຶງຄືບໍ່ຕອບຫ໋ະ!.....

ຜູ້ຍິງ: ໂອ໊ຍ!..... ບັກຮ່າຕຳມຶງ ມຶງເປັນອຳມະພາດຫວາ ມີແຕ່ເວົ້າບໍ່ເຮັດຈັກເທື່ອນະ!...

55555

(ຂໍໂທດທີ່ໃຊ້ຄຳເວົ້າບໍ່ສຸພາບ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

   

 

  

 

    

 

 

  

 

 

 

 

   

 

 

  

 

  

 

   

 

 

 

ເອົາມາຈາກເວັບ yenta4.com