ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2013 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ມື້ນີ້ຂ້ອຍຮູ້ສຶກວ່າເຫງົາໂຄດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ອັນນີ້ບໍທີ່ຂະເຈົ້າວ່າເປັນໂລກຊຶມເສົ້າຫັ້ນນະ

ກິນບໍ່ໄດ້ນອນບໍ່ຫຼັບ(ສິຈ່ອຍບາດນີ້ລະເນາະ555)

ຖ້າຖາມວ່າເລື່ອງຫຍັງ?ຂ້ອຍກະຕອບບໍ່ໄດ້

ແຕ່ຄວາມຮູ້ສຶກຂອງຂ້ອຍມັນເໝືອນກັບວ່າຂ້ອຍສິບໍ່ໄດ້ພົບລາວອີກຕໍ່ໄປ

ບອກໄດ້ຄຳດຽວເລີຍວ່າຄິດຮອດລາວຫຼາຍ ຍິ່ງລາວເຮັດເສີຍຊາຂ້ອຍກໍ່ຍິ່ງຮັກລາວຫຼາຍຂຶ້ນ

ລາວເປັນຄົນຈີນມາຢູ່ປະເທດລາວໄດ້3ປີແລ້ວແຕ່ວ່າລາວເວົ້າພາສາລາວເກັ່ງແລະກະໂຄດແຈ້ງຂະໜາດ

ລາວມັກຈະໂທຫາຂ້ອຍທຸກມື້ແລະ ກະວີແຊັດ ຫາຕະຫຼອດ ເຖິງຈະບໍ່ຮັກແຕ່ກະຮູ້ສຶກຜູກພັນຫັ້ນແຫຼະເນາະ!

ຕອນແລງມື້ວານນີ້ລາວຊວນຂ້ອຍໄປກິນເບຍ

ຂ້ອຍເລີ່ມແປກໃຈເພາະປົກກະຕິລາວບໍ່ໄດ້ກິນເບຍ

ແຕ່ມື້ນີ້ລາວກິນໄປຕັ້ງ3ປ໋ອງພຸ້ນນະໜ້າແດງຂະໜາດເລີຍ

ເບິ່ງລາວຕອນນີ້ໜ້າຮັກຫຼາຍ ຂ້ອຍນັ່ງແຍງລາວດົນເຕີບ ແລະ ກະຄິດວ່າ

ຜູ້ຍິງຄົນນີ້ມີອິດທິພົນໃນຫົວໃຈຂອງຂ້ອຍຫຼາຍ

ແຕ່ຂ້ອຍກະຕ້ອງຢຸດຄິດ

ເມືອລາວບອກກັບຂ້ອຍວ່າລາວຈະກັບໄປຈີນໄປຕໍ່ພາດສປອດອາດຈະໄປດົນແນ່

ຂ້ອຍຮູ້ວ່າລາວໝາຍຄວາມວ່າແນວໃດ

ຄິດວ່າລາວອາດຈະບໍ່ໄດ້ກັບມາຫາຂ້ອຍອີກເລີຍ

ປະມານກາງເດືອນ9ນີ້ລາວກໍ່ຈະໄປແລ້ວ

ມື້ນີ້ຂ້ອຍເປັນຄົນສົ່ງວີແຊັດຫາລາວກ່ອນທັງທີ່ແຕ່ກ່ອນລາວມັກຈະສົ່ງຫາຂ້ອຍກ່ອນຕະຫຼອດ

ລາວມັກຈະມາປຸກຂ້ອຍອອກໄປຍ່າງນຳລາວທຸກເຊົ້າແຕ່ມື້ນີ້ລາວມິດ

ຂ້ອຍກະວົນກະວາຍໃນໃຈຫຼາຍໂທຫາລາວກໍ່ບໍ່ຮັບເຮັດແນວໃດລາວກະບໍ່ຕອບ

ມື້ນີ້ເຂົ້າຍັງບໍ່ທັນໄດ້ຕົກທ້ອງຊ້ຳນະ ມັນເປັນແບບວ່າອີ່ມໄປເລີຍ

ໄປຫາລາວຢູ່ຮ້ານກະບໍ່ເຫັນ ໄປຫາຢູ່ເຮືອນກະບໍ່ພໍ້

ຂ້ອຍຄິດວ່າລາວຄົງບໍ່ຢາກເຫັນໜ້າຂ້ອຍ ຫຼືວ່າ ລາວພວມທຳໃຈທີ່ຈະລືມຂ້ອຍ

ແຕ່ລາວສິຮູ້ບໍວ່າຂ້ອຍຄືຜູ້ທີ່ທຸກໃຈກວ່າ ເດິກປານນີ້ກະຍັງບໍ່ນອນ ສະໝອງກະຄິດໄປເລີຍຢູ່ເນາະ!

AJie ເຈົ້າຮູ້ບໍວ່າຂ້ອຍຄິດຮອດນະ

ຖ້າເຈົ້າໄປແລ້ວບໍ່ກັບມາອີກຂ້ອຍຄົງເຫງົາໄປອີກດົນນນນນນນນນນນນນນນ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

 ເວລາຜ່ານໄປໄວເນາະ! ບໍ່ໄດ້ເຫັນໜ້າເຈົ້າຫຼາຍເດືອນແລ້ວ ຄິດຮອດເດເນາະ!

ເປັນຊ່ວງທີ່ຂ້ອຍບໍ່ຄ່ອຍສະບາຍ ໄດ້ເຫັນໜ້າເຈົ້າກະຄືສິມີແຮງໃຈແນ່!

ໄດ້ຍິນແຕ່ສຽງກັບລົມສະກາຍມັນບໍ່ເວີກແຕ່ກະດີທີ່ໄດ້ເຫັນໜ້າ ຢາກມີເຈົ້າຢູ່ຂ້າງໆຄືແຕ່ກ່ອນນະ!

ຄິດຮອດຊຽງຂວາງເນາະ! ຢາກແລ່ນໄປອາບນ້ຳຮ້ອນເມືອງຄຳຈັກບາດ1ຄືສິມີແຮງໃຈ ມີຮອຍຍິ້ມຫວານໆຂອງເຈົ້າສົ່ງມາໃຫ້ ໂອ໊ຍໂຄດມີຄວາມສຸກເລີຍ!

ສູງ,ຂາວ,ຜົມຍາວ ຄວາມຈິງກະບໍ່ແມ່ນສະເປັກຂ້ອຍດອກ(ຢ່າຄຽດເດີ)ແຕ່ຂ້ອຍກະຮັກເຈົ້າໄປແລ້ວເດະ!(^_^)

ມັນຄ້າຍຄືກັບວ່າເປັນເລື່ອງຕະຫຼົກເນາະທີ່ຄົນອົກຫັກທັງ2ຄົນຈະຮັກກັນໄດ້ເຖິງພຽງນີ້.

ຢາກຂອບໃຈບັກໜ້າໂງ່ຄົນນັ້ນທີ່ຖິ້ມເຈົ້າໄປ ເຮິ!ເຮິ!ເຮິ!ປານນີ້ມັນຄົງກະອັກເລືອດຕາຍແລ້ວຕີເບາະເນາະ!

 

ມີຄົນບອກວ່າເຮົາສອງຄົນເປັນໄປບໍ່ໄດ້ ແຕ່ເຮົາກະມາຮອດຈຸດນີ້ໄດ້ຖືວ່າເກີນຄາດໝາຍແລ້ວແມ່ນບໍ?

 

ຄິດວ່າເສົາ-ອາທິດເຈົ້າຄົງມີເວລາເຂົ້າມາອ່ານມັນ.

ຂ້ອຍຮູ້ວ່າເຈົ້າມັກເຂົ້າມາເບິ່ງໂປຣໄຟລ໌ຂ້ອຍ ບໍ່ໄດ້ລົມໃຜເປັນພິເສດດອກ ຫຼັງໄມກະບໍ່ຄ່ອຍຫຼິ້ນມັນຊ້າຫຼາຍ

ສ່ວນຫຼາຍກະເຂົ້າໄປແຊັດບ໋ອກຈົ່ມຄິດຮອດເຈົ້າ2-3ປະໂຫຍກແລ້ວກະໜີ.

ສ່ວນໄດອາຣີ່ຫັ້ນນະຈະຂຽນແຕ່ຍາມອາລົມຄິດຮອດເຈົ້າເທົ່ານັ້ນ

ໃຜສິວ່າແນວໃດ໋ກະຊ່າງຂະເຈົ້າ,ເວົ້ານັ້ນເວົ້ານີ້ລະກະພໍເນາະ!

ຢາກໄປຫາເຈົ້າໃຈສິຂາດແລ້ວນິ ແຕ່ຊ່ວງນີ້ວຽກຫຼາຍໆໆໆໆໆໆໆໆໆໆໆໆໆ

ເອົາໄວ້ຫວ່າງໆແລ້ວໄປກິນບູບເຟ້2ຄົນເຮົາເນາະ!

ສິພະຍາຍາມເຄຍວຽກໃຫ້ແລ້ວໄວໆ ສິລາພັກຈັກ1ອາທິດ

ຕ້ອງແມ່ນກ່ອນທີ່ເຈົ້າຈະໄປອິນໂດແນ່ນອນ

ຮູ້ສຶກໃຈຫາຍໃດ໋ນິໄປຕັ້ງ2ປີຄົງບໍ່ລືມຂ້ອຍຕີເບາະ ເຖິງສິດົນປານໃດ໋ຂ້ອຍກະສິຖ້າເຈົ້າເດີ!

ຂຽນແລ້ວກະສະບາຍໃຈຂຶ້ນເວີຍ!

ຄິດວ່າການຂຽນອາດຈະເປັນຮູບປະທຳຫຼາຍກວ່າ, ພຽງແຕ່ບອກຄິດຮອດຄົນໆ1ທີ່ຕົວເອງຮັກບາງຄົນຍັງບໍ່ກ້າທີ່ຈະບອກເລີຍ.

ຂຽນໄດອາຣີ່ໄວ້ກະດີຈັ່ງສິຮູ່ໄວ້ວ່າມື້ນີ້ຂ້ອຍບອກຄິດຮອດເຈົ້າໄປແລ້ວ ^_^ 

ເອົາໄວ້ມື້ໃດ໋ຫວ່າງໆຈະມາຂຽນຄິດຮອດເຈົ້າໃໝ່ເດີ! ຄິດຮອດທີ່ຮັກເດີ!