ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 13, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ຕາມທີ່ຂ້ອຍສັງເກດມາໃນບ່ອນເຮັດວຽກຂອງຂ້ອຍມາຫຼາຍປີມັນກະມັກເປັນແບບນີ້ສະເໝີ:

1. ຜູ້ຊະນະ: ເມື່ອພົບວ່າມີຂໍ້ຜິດພາດ ຈະກ່າວວ່າ ຂ້ອຍເຮັດຜິດເອງ.

ຜູ້ເສຍ: ເມື່ອພົບວ່າມີຂໍ້ຜິດພາດ ຈະກ່າວວ່າ ບໍ່ແມ່ນຄວາມຜິດຂອງຂ້ອຍ.

2. ຜູ້ຊະນະ: ຈະເຮັດວຽກໜັກກວ່າປົກກະຕິ ແລະ ມີເວລາຫຼາຍກວ່າຜູ້ເສຍ.

ຜູ້ເສຍ:ຈະເຮັດວຽກແບບຫຍຸ້ງໝົດມື້ໂດຍບໍ່ຄິດວ່າວຽກໄດ໋ຄວນເຮັດກ່ອນວຽກໄດ໋ຄວນເຮັດນຳຫຼັງ.

3. ຜູ້ຊະນະ:ຈະປະເຊີນກັບບັນຫາ ແລະ ລົງມືແກ້ໄຂບັນຫານັ້ນ.

ຜູ້ເສຍ:ຈະເຮັດໃນທາງກົງກັນຂ້າມຫຼືຫຼີກລຽງບັນຫາ.

4. ຜູ້ຊະນະ:ລົງມືເຮັດວຽກໃຫ້ປະກົດຜົນເປັນຈິງ.

ຜູ້ເສຍ: ມີແຕ່ເວົ້າແຕ່ບໍ່ເຮັດຈັກເທື່ອ.

5. ຜູ້ຊະນະ: ກ່າວວ່າ ຂ້ອຍເຮັດໄດ້ແຕ່ຍັງບໍ່ດີເທົ່າທີ່ຂ້ອຍຕ້ອງການເທື່ອ.

ຜູ້ເສຍ: ກ່າວວ່າ ຍັງມີຄົນອື່ນອີກຫຼາຍຄົນທີ່ມີຜົນງານຂີ້ລ້າຍກວ່າຂ້ອຍ.

6. ຜູ້ຊະນະ:ຕັ້ງໃຈຟັງແລ້ວທຳຄວາມເຂົ້າໃຈ ແລະ ສາມາດຕອບສະໜອງໄດ້.

ຜູ້ເສຍ:ລໍຖ້າຢ່າງດຽວໂດຍບໍ່ຟັງບໍ່ທຳຄວາມເຂົ້າໃຈສິ່ງທີ່ຄົນອື່ນເວົ້າ ລໍຖ້າວ່າປານໃດຈັ່ງສິຮອດເວລາທີ່ຕົນເອງເວົ້າ.

7. ຜູ້ຊະນະ: ຍອມຮັບນັບຖືຄົນທີ່ມີຄວາມສາມາດຫຼາຍກວ່າຕົນ ແລະ ຈະຮຽນຮູ້ຈາກຄົນເຫຼົ່ານັ້ນ.

ຜູ້ເສຍ: ຈະເຮັດໃນທາງກົງກັນຂ້າມ.

8. ຜູ້ຊະນະ: ຈະມີຄວາມຮັບຜິດຊອບບໍ່ພຽງແຕ່ວຽກທີ່ໄດ້ຮັບມອບໝາຍເທົ່ານັ້ນ ຍັງຊ່ວຍເຫຼືອເພື່ອນຮ່ວມງານນຳອີກ.

ຜູ້ເສຍ: ບໍ່ກ້າທີ່ຈະຊ່ວຍເຫຼືອຄົນອື່ນ ແລະ ມັກຈະເວົ້າວ່າ ຂ້ອຍບໍ່ວ່າງກຳລັງເຮັດວຽກຂອງຂ້ອຍຢູ່.

9. ຜູ້ຊະນະ: ຕ້ອງມີວິທີທີ່ຈະເຮັດໃຫ້ດີຂຶ້ນສະເໜີ.

ຜູ້ເສຍ: ມັກຈະເວົ້າວ່າ ນີ້ຄືຫົນທາງດຽວທີ່ຈະເຮັດໄດ້.

10. ຜູ້ຊະນະ: ຈະແບ່ງປັນໄດອາຣີ່ນີ້ໃຫ້ກັບໝູ່ເພື່ອນຂອງເຂົາ.

ຜູ້ເສຍ: ຈະເກັບໄດອາຣີ່ນີ້ໄວ້ເພາະວ່າເຂົາບໍ່ມີເວລາແບ່ງປັນໃຫ້ກັບຄົນອື່ນ.

ແລ້ວບ່ອນເຮັດວຽກຂອງໝູ່ເພື່ອນເດກະເປັນແບບນີ້ຢູ່ເບາະ!

Delicious Digg Fark Twitter