ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 11, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫາກເຈົ້າມີທາງເດີນໃໝ່ທີດີກວ່າ ເຈົ້າຈົ່ງເດີນໄປຕາມທາງຂອງເຈົ້າ

ສ່ວນຂ້ອຍຈະຄອຍສົ່ງຍິ້ມຢູ່ເບື້ອງຫລັງຂອງເຈົ້າ ຈົນກ່ວາເຈົ້າຈະເດີນໄປຈົນລັບຕາ

ເຖິງແມ່ນວ່າຈະຍັງຄຶດເຖິງກັນ ແຕ່ກັບຕ້ອງເດີນຖອຍຫ່າງຈາກກັນໄປ

ເຈົ້າບອກໃຫ້ຂ້ອຍລືມວັນເວລາເກົ່າໆຂອງເຮົາທີ່ຜ່ານມາ ຄວາມຊົງຈຳທີ່ແສນລ້ຳຄ່າ

ຂ້ອຍທຳໄດ້ພຽງເກັບມັນໄວ້ພາຍໃນໃຈ ເຊື່ອງໄວ້ໃຫ້ເລິກທີ່ສຸດ ບໍ່ໃຫ້ໃຜມອງເຫັນໄດ້ ແລະຫວັງວ່າໃນວັນໃດວັນໜຶ່ງແມ່ນແຕ່ຕົວຂ້ອຍເອງກະຫາມັນບໍ່ພົບ

ເສັ້ນທາງເດີນຂອງເຮົາຄົງເດີນມາຈົນສຸດທາງແລ້ວ

ແລະບາງທີຄວາມຄຶດເຖິງນີ້ອາດເປັນເລື່ອງໜຶ່ງໃນຊີວິດຂອງຂ້ອຍທີ່ແສນຈະເຈັບປວດແລະແສນຈະຫອມຫວານ

 

Delicious Digg Fark Twitter