ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 

 

ຫນ້າເຂື່ອນນໍ້າງື່ມ1 ຈະຖືກພັດທະນາໃຫ້ເປັນຈຸດທ່ອງທ່ຽວທີ່ທັນສະໄໝ

ແຂວງວຽງຈັນ ກຽມສ້າງປັດໃຈຕ່າງໆເພື່ອພັດທະນາບໍລິເວນເຂື່ອນນໍ້າງື່ມ ເພື່ອການທ່ອງທ່ຽວ ໂດຍຈະມີບັນດາໂຄງການຕ່າງໆເຊັ່ນ: ການປັບປຸງຍົກລະດັບທາງ, ຕັດເສັ້ນທາງໃໝ່, ມີການຈັດສັນພູມລຳເນົາໃໝ່, ສ້າງຕາຂ່າຍໄຟຟ້າ, ສ້າງລະບົບນ້ຳປະປາ, ລະບົບພັກນ້ຳເປື້ອນ, ສູນວາງສະແດງ ແລະ ຈຳໜ່າຍສິນຄ້າຂອງປະຊາຊົນ.  ນອກນັ້ນ ຍັງມີໂຄງການກໍ່ສ້າງ ໂຮງແຮມ, ລີສອດ, ສິ່ງບໍລິການທ່ອງທ່ຽວ, ໂຄງການພັດທະນາສິ່ງແວດລ້ອມ ແລະ ໂຄງການພັດທະນາການທ່ອງທ່ຽວແບບມີສ່ວນຮ່ວມ.

 

 

ພາບປະກອບ

 

ຈາກບັນດາໂຄງການດັ່ງກ່າວຍັງມີກິດຈະກຳທ່ອງທ່ຽວເຊັ່ນ: ການຂີ່ເຮືອຊົມທິວທັດ,ການຕຶກເບັດ,ຂີ່ລົດຖີບ,ປີນພູ,ຊົມປ່າ

ແລະ ອື່ນໆຄ່ຽງຄູ່ກັບການສ້າງສິ່ງ ສາທາລະນຸປະໂພກຕ່າງໆເພື່ອອຳນວຍຄວາມສະດວກໃຫ້ແກ່ຈຸດທ່ອງທ່ຽວນັ້ນເອງ.

 

ການປະກອບຄໍາຄິດຄໍາເຫັນແມ່ນຈັດຂຶ້ນໃນວັນທີ 5 ພະຈິກ ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ ແລະ ຫົວໜ້າພະແນກການເຂົ້າຮ່ວມ.

ອ້າງອີງຈາກ  www.ecom.org.la

 

Delicious Digg Fark Twitter