ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ໝໍ: ຂ້ອຍມີຂ່າວດີ ແລະ ຂ່າວຮ້າຍຈະມາບອກເຈົ້າຢາກຟັງຂ່າວໃດກ່ອນ

ຄົນເຈັບ: ເອົາຂ່າວຮ້າຍກ່ອນໝໍ

ໝໍ: ຂ່າວຮ້າຍຂ້ອຍຈຳເປັນຕ້ອງຕັດຂາເຈົ້າຖີ້ມ

ຄົນເຈັບ: ໂອພະເຈົ້າ...ແລ້ວຂ່າວດີລະໝໍ

ໝໍ: ຄືວ່າຄົນເຈັບຕຽງຖັດໄປເຂົາສົນໃຈຈະຊື້ເກີບເຈົ້າ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຍິງສາວຄົນໜື່ງເຮັດກະເປົ່າເງີນຕົກໃນຕະຫຼາດແຫ່ງໜື່ງ

ໂຊກດີທີ່ມີເດັກນ້ອຍຄົນໜື່ງເກັບໄດ້ ແລະ ລາວກະເອົາມາສົ່ງຍິງສາວ

ເມືອຍິງສາວເປີດກະເປົ່າເບີ່ງເມືອໄດ້ຮັບແລ້ວຍິງສາວກໍ່ຕ້ອງແປກໃຈ

"ເອ໊ະ...ຂ້ອຍຈື່ໄດ້ວ່າມີເງີນໃບ 50 ພັນກີບຢູ່ໜື່ງໃບນີ້ນະ

ເປັນຫຍັງມັນກາຍເປັນເງິນຍ່ອຍໝົດ"

ເດັກນ້ອຍຮີບຕອບຢາງໄວວ່າ "ຄືວ່າຄັ້ງທີ່ແລ້ວຂ້ອຍເກັບກະເປົ່າເງີນໄດ້

ເຈົ້າຂອງລາວບໍ່ມີເງິນຍ່ອຍຂ້ອຍເລີ້ຍອົດລາງວັນ"

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ຊາຍ: ຮູ້ບໍ່ເປັນຫຍັງກາເຟມັນຈີ່ງຂົມ?

ຍິງ: ບໍ່ຮູ້

ຊາຍ: ເພາະມັນຖ້າໃຫ້ຄວາມຮັກຂອງເຮົາມາເຕືມໃຫ້ມັນຫວານ

ຍິງ: ແຫວະ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 6, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ເສດຖີແລະພັນລະຍາໄປງານກາງຄືນ

ແລະປ່ອຍໃຫ້ຄົນຮັບໃຊ້ໜຸ່ມເຝົ້າບ້ານ

ພັນລະຍາເບື່ອງານລ້ຽງຈີ່ງລັກກັບມາບ້ານກ່ອນ

ລາວພົບຄົນຮັບໃຊ້ນັ່ງຈິບເຫຼົ້າຢູ່ຫ້ອງຮັບແຂກ

"ບີ ນຳຂ້ອຍມາ" ນາຍສາວສັ່ງຄົນຮັບໃຊ້ໜຸ່ມ

ລາວຍາງນຳໜ້າຊາຍໜຸ່ນໄປທີ່ຫ້ອງນອນ

ແລະປິດປະຕູລົງກອນເມືອຊາຍໜຸ່ນນຳເຂົ້າໄປ

"ແກ້ເຄື່ອງຂ້ອຍອອກດ່ຽວນີ້" ນາຍສາວລ້ຽວມາສັ່ງ

ຄົນຮັບໃຊ້ໜຸ່ນຟ້າວແກ້ເສືອນາຍສາວອອກດ້ວຍຄວາມລະວັງ

"ປົດຖົງຕີນນຳ" ເຈົ້າໜຸ່ນເຮັດຕາມຄຳສັ່ງຢ່າງວ່າງາຍ

"ຊຸດຊັ້ນໃນກັບຍົກຊົງນຳຢ່າຊັກຊ້າ"

ມືເລີມສັນເມືອນາຍສາວບອກໄວ

"ຟັງເດີ້ ບີ ຖ້າຂ້ອຍເຫັນເຈົ້າເອົາເຄື່ອງຂ້ອຍມາໃສ່ອີກຂ້ອຍຈະໄລ່ເຈົ້າອອກ"

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ທະຫານໜຸ່ມຄົນໜື່ງອອກໄປຮົບແນວໜ້າແດນໄກ້ຖີ້ມພັນລະຍາສາວ

ໄວ້ບ້ານນານເປັນເວລາ 2 ປີເຕັມເມືອໄດ້ເວລາທີ່ຈະກັບບ້ານເຂົ້າຈີ່ງຮູ້

ສືກດີໃຈຫຼາຍທີ່ຈະໄດ້ມາພົບກັບພັນລະຍາສຸດທີ່ຮັກແຕ່ເມື່ອກັບມາ

ຮອດບ້ານເຂົ້າກໍ່ຕ້ອງແປກໃຈຫຼາຍເມື່ອທີ່ຫົວຕຽງນອນຂອງພັນລະຍາ

ມີໄຂ່ໄກ່ 3 ໜ່ວຍແລະເງີນສົດ 50 ລ້ານກີບດ້ວຍຄວາມສົ່ງໃສ່ລາວຈີ່ງ

ຖາມພັນລະຍາວ່າ:

 

ສາມີ:  ທີ່ຮັກ.....ເຈົ້າເອົາໄຂ່ໄກ່ມາວາງໄວ້ຫົວຕຽງເຮັດຫຍັງ?

ພັນລະຍາ:  ຂ້ອຍຂໍສາລະພາບຕາມຄວາມຈີ່ງ...ຄືຊ່ວງທີ່ເຈົ້າບໍ່ຢູ່ຂ້ອຍເຫງົາຫຼາຍ

ຂ້ອຍຈີ່ງນອກໃຈເຈົ້າ ທຸກເທືອທີ່ຂ້ອຍນອກໃຈເຈົ້າ ຂ້ອຍຈະເອົາໄຂ່ໄກ່ມາວາງ

ໄວ້ຫົວຕຽງເພືອເຕືອນຄວາມຈຳວ່າຂ້ອຍໄດ້ເຮັດຜິດຕໍ່ເຈົ້າຈັກເທືອ

 

ສາມີໄດ້ຟັງກໍ່ຮູ້ສືກເຫັນໃຈພັນລະຍາເຂົ້າຈາກນາງໄປຕັ້ງ 2 ປີເຕັ້ມນາງນອກໃຈ

ເຂົ້າແຕ່ 3 ເທືອນາງອາດຈະເຫງົາແທ້ໆຈີ່ງໄດ້ເຮັດລົງໄປສາມີບໍ່ໄດ້ຄິດຈະເອົາ

ຄວາມຫຍັງແຕ່ກໍ່ອົດຖາມຮອດເງີນ 50 ລ້ານກີບບໍ່ໄດ້

 

ສາມີ:  ແລ້ວເງີນສົດ 50 ລ້ານກີບນີ້ລະເຈົ້າເອົາມາແຕ່ໃສ່?

ພັນລະຍາ:  ອໍ...ເງີນສົດນັ້ນ...ຂ້ອຍເອົາໄຂ່ໄກ່ໄປຂາຍໄດ້ມານະ

ສາມີ: @#!^%*&!!>....???

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

"ພໍ່ພໍ່"ລູກຊາຍຮ້ອງອອກມາແຕ່ໃນສ່ວນ"ລົດຖືກລັກ"

"ເຫັນບໍ່ວ່າໃຜເອົາໄປ"

"ເຫັນ"

"ຈື່ໜ້າໄດ້ບໍ່"

"ຈື່ບໍ່ໄດ້ແຕ່ລູກຈົດປ້າຍທະບຽນລົດເຮົາໄວ້ແລ້ວ"

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

                            ພໍ່ນາຄົນໜື່ງໄປຢ້ຽມຢາມມະຫາວິທະຍາໄລ

ບ່ອນທີ່ລູກຊາຍຂອງຕົນກຳລັງສືກສາຢູ່. ໃນຂະນະທີ່ຢ້ຽມຊົມນັກສືກສາ

ໃນຫ້ອງທົດລອງວິຊາເຄມີ ທີ່ພວມຄົ້ນຫາສານທີ່ສາມາດລະລາຍທຸກສີງ

ທຸກຢ່າງໄດ້.

                  "   ມັນແມ່ນອີ່ຫຍັງ  "   ພໍ່ຕູ້ຖາມ

                  "  ມັນແມ່ນສານທີ່ເປັນທາດແຫລວ, ມັນສາມາດເຮັດໃຫ້

ທຸກສີ່ງຢ່າງລະລາຍຫາຍໄປ  "

                  "  ໂທ! ມັນແມ່ນຄວາມຄິດທີ່ຍິ່ງໃຫຍ່ກ້າວໄກໃດນໍ  "

                     ພໍ່ຕູ້ຍອມຮັບແຕ່ເວົ້າເສີມຕື່ມວ່າ:

                 "   ເວລາຄົ້ນພົບສານດັ່ງກ່າວແລ້ວສິເອົາມັນມ້ຽນໄວ້ບ່ອນໃດ?  "

 

                                                                                                   ໂດຍ: ບ່າວກະບື

                                                                                      ຈາກ: ວາລະສານ ສາວລາວ