ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2014 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

 

  •  ໂນແອນ                            ອ້າຍແສນເສົ້າ

ເມື່ອເຫັນເຂົາ                                ເອົາແຟນເກົ່າມາອ້າງ

ອ້າຍເບິ່ງຮູບຈົນຕາຄ້າງ                     ເລີຍອ້າງຫວ້າງດຽວດາຍ

ເຮັດຄືເຮົາບໍ່ມີຄວາມໝາຍ                     ໃນສາຍຕາທີ່ເຄີຍແອບມອງ

  • ອ້າຍມາທີ່ຫລັງ                        ອ້າຍຜິດຫວັງທີ່ເຫັນເຂົາຄົນນັ້ນ

ເຂົາຄົງສຳຄັນ                              ປະຈຸບັນນ້ອງຈຶ່ງຫວງເຂົາ

ສົ່ງແຮງໃຈໃຫ້ກັນ                        ຂໍ້ຄວາມນັ້ນອ້າຍນິ້ນັ່ງເສົ້າ

ປານນັ້ນວ່າຮັກເຮົາ                      ພຽງຄວາມເວົ້າເມື່ອອ້າຍໄດ້ເຫັນ

  • ອ້າຍມາທີ່ຫລັງ                 ບໍ່ມີຫວັງຊິໄດ້ຮ່ວມທາງ

ຈຶ່ງຍົກມືສັງລານາງ                   ບໍ່ມີທາງທີຈະໄຄວຄ້ວາ

ອົດກັ່ນນ້ຳຕາ                       ເຈັບອຸລາໃນດວງໃຈ

ນັ່ງຄຳຄວນຮ້ອງໄຫ້               ເສຍໃຈກັບຄົນຫລອກຫລວງ

  • ອ້າຍພຽງຮ້ອງໄຫ້            ເຊົາຮ້ອງໄຫ້ອ້າຍຂໍໄປດາບໜ້າ

ຈະບໍ່ໃຫ້ເສຍເວລາ           ກັບການດາທີ່ມາຫລອກຫລວງ

ບົດຮຽນທີ່ໄດ້               ຄັ້ງຕໍ່ໄປຈະບໍໃຫ້ບ້າປວງ

ດັ່ງນ້ອງຫລວງ          ຈົນບ້າປວງເກືອບເອົາບໍ່ຕົວຫລອດ

                      24 ທັນວາ 2014