ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 25, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

1.   ສະໝອງມຣິດສເຕີບິນ

ທ່ານໝໍ:  ໝໍເສຍໃຈທີ່ຕ້ອງບອກເຈົ້າວ່າ ເຈົ້າມີເນື້ອງອກໃນສະໝອງ

ມຣິດສເຕີບິນ:  ຕ້ອງຈັ່ງຊີ້ແຫຼະ ( ກະໂດດດີໃຈ )

ທ່ານໝໍ:  ເຈົ້າເຂົ້າໃຈໃນສິ່ງທີ່ໝໍຫາກໍ່ບອກໄປບໍ່ນິ

ມຣິດສເຕີບິນ:  ແນ່ນອນ ໝໍຄິດວ່າຂ້ອຍໂງ່ຕິ

ທ່ານໝໍ:  ຖ້າຈັ່ງຊັ້ນເປັນຫຍັງເຈົ້າຈຶ່ງດີໃຈລະ

ມຣິດສເຕີບິນ:  ເພາະ ນັ້ນພິສູດໃຫ້ເຫັນວ່າໂຕຂ້ອຍເອງກະມີສະໝອງ

 

2.  ຕອນຢູ່ຮ້ານຂາຍຢາ

ມຣິດສເຕີບິນ:  ຂ້ອຍຍາກໄດ້ວິຕາມິນສຳລັບຫຼານຊາຍຂອງຂ້ອຍ

ຜູ້ຂາຍຢາ:  ຂໍປະທານໂທດ ວິຕາມິນ A, B ຫຼື C

ມຣິດສເຕີບິນ:  ຫຍັງກະໄດ້ໝົດແຫຼະ ຫຼານຂອງຂ້ອຍບໍ່ຮູ້ຈັກໂຕອັກສອນດອກ!

 

3.  ກັບໝູ່

ໝູ່:  ໜັງ VDO, ທີ່ມຶງຢືມຂອງກູໄປເປັນຈັ່ງໃດ ມ່ວນບໍ່?

ມຣິດສເຕີບິນ:  ເຈົ້າຊິໃຫ້ມ່ວນຈັ່ງໃດລະ ຂ້ອຍຄິດວ່າມັນເປັນຫນັງສະຫຍອງຂວັນຫຼາຍກວ່າ ເບີ່ງພາບຫຍັງບໍ່ເຫັນເລີຍ

ໝູ່:  ແລ້ວມືງເອົາເລື່ອງຫຍັງໄປລະ

ມຣິດສເຕີບິນ:  ມ້ວນລ້າງຫົວເທບ ງັ໊ກໆໆໆ

 

ທີມາ:  http://www.konmun.com/tale/id17292.aspx