ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທາຍນິໄສຈາກກຸບເລຶອດ
ສ້າງເມື່ອ ກ.ຍ.. 18, 2010 26 ຄົນໂຫວດ, 22 ຄຳເຫັນ, ອ່ານ 1116 ເທື່ອ
ທ່ານມັກນິໄສກຸບເລືອດໃດໃນລູ່ມນີ້?

ກຸບເລຶອດ A
1 ເປັນຄົນຈັ່ງໃດໃນຍາມເວົ້າກັບໝູ່ເພື່ອນ
ເປັນຄົນທີ່ເວົ້າເກັ່ງ ເປັນຄົນມັກເວົ້າຫຼາຍກວ່າມັກຟັງ ເວົ້າໄດ້ທຸກເລື່ອງ ຂໍແຕ່ມີຄົນເປີດຫົວເລື່ອງ
2 ເປັນຈັ່ງໃດໃນຍາມມີເລື່ອງກັບຊາວບ້ານ
ບໍ່ມັກຫາເລືອງ ຖ້າບໍ່ມີໃຜມາຫາເລື່ອງກ່ອນ ເປັນຄົນສຸຂຸມເຍຶອກເຍັນ ເວລາທີ່ບໍ່ພໍໃຈມັກຈະບໍ່ເວົ້າ ແຕ່ມັກໃຊ້ສາຍຕາໃນການຫາເລື່ອງຫຼາຍກວ່າການເວົ້າດ້ວຍຄວາມໂກດ
3 ເລື່ອງລາວຄວາມຮັກ
ເປັນຄົນກ້າໆ ຍ້ານໆ ໃນການສະແດງອອກໃຫ້ຄົນທີ່ເຈົ້າແອບຮັກວ່າມີໃຈໃຫ້ລາວ ບໍ່ກ້າບອກຮັກ ຫຼືເຂົ້າໄປຈີບ ສະນັ້ນຄວາມຮັກຈື່ງຈະບໍ່ຄ່ອຍສົມຫວັງ ເພາະຕ້ອງໃຊ້ເວລາໃນການຕັດສິນໃຈ

ກຸບເລຶອດ B
1 ເປັນຈັ່ງໃດໃນຍາມທີ່ເວົ້າກັບໝູ່ເພື່ອນ
ເປັນຄົນມີເອກະລັກໃນການເວົ້າ ມີຄວາມສາມາດພິເສດໃນການເຈລະຈາປາກເວົ້າ ເວລາເວົ້າມັກໃຊ້ທ່າທາງປະກອບໄປນຳເຮັດໃຫ້ມູ່ເພື່ອນເຈົ້າໃຈງ່າຍ ເປັນຄົນດືງດູດຄວາມສົນໃຈຜູ້ອື່ນໄດ້ດີ
2 ເປັນຈັ່ງໃດໃນຍາມມີເລື່ອງກັບຊາວບ້ານ
ເປັນຄົນຄຽດງ່າຍຫາຍໄວ ເວລາຄຽດຫຼືບໍ່ພໍໃຈໃຫ້ໃຜບໍ່ຈຳເປັນຕ້ອງມີຄົນມາຍຸ ບໍ່ເຫັນແກ່ໜ້າໃຜ ດ່າໄດ້ທຸກພາສາຢູ່ໃນໂລດນີ້ 555+ ດ່າເກັ່ງວ່າຊັ້ນສາ
3 ເລື່ອງຄວາມຮັກ
ເປັນຄົນໃຈຮ້ອນໃນເລື່ອງຄວາມຮັກ ຫາກສົນໃຈໃຜແລ້ວມັກຈະບໍ່ຖ້າດົນຄິດຫາວິທີເຊື່ອມຄວາມສຳພັນກັບຄົນນັ້ນຢ່າງໄວວາ ແຕ່ບາງຄັ້ງການໃຈຮ້ອນບໍ່ເປັນຜົນດີກັບຕົວເຈົ້າ

ກຸບເລຶອດ AB
1 ເປັນຈັ່ງໃດໃນຍາມທີ່ເວົ້າກັບໝູ່ເພື່ອນ
ເປັນຄົນບໍ່ມັກເວົ້າ ມັກເປັນຄົນນັ່ງຟັງຄົນອື່ນເວົ້າຫຼາຍກວ່າ ຈື່ງເຮັດໃຫ້ໝູ່ເພື່ອນມັກນິໄສແລະລະບາຍຄວາມໃນໃຈໃຫ້ຟັງຢູ່ເປັນປະຈຳ
2 ເປັນຈັ່ງໃດໃນຍາມທີ່ມີເລື່ອງກັບຊາວບ້ານ
ເປັນຄົນໃຈດີ ບໍ່ມັກຜິດຖຽງຫຼືຫາເລື່ອງກັບໃຜກ່ອນຫາກບໍ່ມີຄວາມຈຳເປັນ ເປັນຄົນສາມາດລະງັບສະຕິອາລົມໄດ້ດີຫຼາຍ ສ່ວນຫຼາຍມັກເປັນກຳມະການຫ້າມຄົນອື່ນຜິດຖຽງກັນຫຼາຍກວ່າໄປຫາເລື່ອງຜິດຖຽງ ^^
3 ເລື່ອງຄວາມຮັກ
ເປັນຄົນບໍ່ມັກທ່ຽວສະແຫວງຫາຄວາມຮັກ ເພາະເປັນຄົນໝັ້ນໃຈໃນຕົວເອງຫຼາຍ ຄິດວ່າຕົວເອງມີສະເໜ່ແລະ ເທ່ຫຼາຍ ມັກເປັນຄົນເຮັດໃຫ້ຄົນອື່ນເຂົ້າຫາກ່ອນ ຫຼາຍກວ່າຊິໄປເຂົ້າຫາຄົນອື່ນ ແລະ ເຈົ້າມັກຈະຖຶກເພດກົງກັນຂ້າມຕາມຕື້ແລະຂໍຄວາມຮັກ ງິ_ງິ

ກຸບເລຶອດO
1 ເປັນຈັ່ງໃດໃນຍາມເວົ້າກັບໝູ່ເພື່ອນ
ເປັນຄົນທີ່ມັກເວົ້າເລື່ອງທີ່ຕົນເອງເປັນຈຸດເດັ່ນຂື້ນມາ ແຕ່ບໍ່ແມ່ນຄົນຂີ້ໂມ້ເດີ້ ບາງເທື່ອກະເປັນຄົນນັ່ງມິດ ແລະ ເປັນຝ່າຍນັ່ງຟັງຄືກັນ
2 ເປັນຈັ່ງໃດໃນຍາມຜິດກັບຊາວບ້ານ
ຫາກໃຜມາຜິດຖຽງກັບເຈົ້າດົນດົນໆຖືວ່າຊວຍແລ້ວ ເພາະເປັນຄົນຖຽງແບບບໍ່ຖອຍ ບໍ່ຍອມໃຜງ່າຍໆ ລັກສະນະເປັນຄົນຫົວແຂງ
3 ເລື່ອງຄວາມຮັກ
ເປັນຄົນມັກເຂົ້າຂ້າງຕົວເອງໃນເລື່ອງຄວາມຮັກ ບາງຄັ້ງຈົນເກຶອບຫຼົງຕົວເອງໄປຈັກໜ່ອຍ ເປັນຄົນມີນິໄສຕົງໄປຕົງມາຮັກໃຜແລ້ວກໍ່ສະແດງອອກຢ່າງເປີດເຜີຍ ມັກບອກຮັກແບບໄວວາ ແລະມັກຜດຫວັງໃນເລື່ອງຄວາມຮັກ ເພາະບາງເທື່ອໄປຮັກຄົນມີເຈົ້າຂອງ ຮັກຂ້າງດຽວ ຮັກຄົນທີ່ເຂົາບໍ່ຮັກເຮົາ ເຫີໆ
--ຈົບ--

ຄວາມຈິງມີຫຼາຍຢູ່ແຕ່ຄ້ານພີມ ອິອິ

ທີ່ມາ http://rahu.moohin.com/group.shtml