ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ການນອນຄືການພັກຜ່ອນຫຼັງຈາກທີ່ເມື່ອຍມາໝົດມື້ແລ້ວ

ແຕ່ນອນແນວໃດເພື່ອບໍ່ໃຫ້ເສຍສຸຂະພາບນັ້ນ

ລອງອ່ານຄຳແນະນຳຂ້າງລຸ່ມນີ້:

ບໍ່ຄວນໃສ່ເຊື້ອຊ້ອນນອນ(ສຳລັບຜູ້ຍິງ):

 

ນັກວິທະຍາສາດຊາວອາເມຣິກາຄົ້ນພົບວ່າ:

ການໃສ່ເຊື້ອຊ້ອນດົນເກີນ 12 ຊົ່ວໂມງ ຈະເປັນອັດຕາສ່ຽງ

ຕໍ່ການເປັນມະເຮັງຊວງເອິກໄດ້,ສະນັ້ນນັບຈາກນີ້ທ່ານຜູ້ຍິງ

ບໍ່ຄວນໃສ່ເສື້ອຊ້ອນນອນ.

 

ບໍ່ຄວນໃສ່ໂມງນອນ:

 

ໃນຂະນະທີ່ໂມງກຳລັງເດີນໄປເລື້ອຍໆນັ້ນມັນຈະປ່ອຍພະ

ລັງງານອອກມາຖ້າຫາກເຮົາໃສ່ໂມງນອນຈະມີຜົນຮ້າຍຕໍ່

ສຸຂະພາບໃນໄລຍະຍາວ.

 

ຢ່າໃຫ້ໂທລະສັບມືຖືຢູ່ໃກ້ໂຕ:

 

ໃຜທີ່ມັກໃຊ້ມືຖືເປັນໂມງປຸກຍາມເຊົ້າກະລຸນາເກັບມືຖືໄວ້

ຫ່າງໆແດ່ເດີເພາະຫຼັກຖານທາງວິທະຍາສາດລະບຸວ່າ

ໂທລະສັບມືຖືຈະປ່ອຍ ຄື້ນແມ່ເຫຼັກໄຟຟ້າອອກມາໃນຂະນະ

ທີ່ເປີດເຄື່ອງໄວ້ ແລະ ຄື້ນແມ່ເຫຼັກໄຟຟ້າເຫຼົ່ານີ້ມີຜົນຮ້າຍ

ຕໍ່ກັບລະບົບປະສາດຂອງຄົນເຮົາ. ສະນັ້ນກ່ອນນອນຄວນ

ປິດໂທລະສັບມືຖືໄວ້ຈະດີກວ່າ

 

ບໍ່ຄວນນອນຫຼັບໄປພ້ອມໆກັບເຄື່ອງສຳອາງ:

 

ບໍ່ວ່າຈະເມື່ອຍສ່ຳໃດກໍ່ຄວນລ້າງເຄື່ອງສຳອາງອອກໃຫ້ໝົດ

ເພາະການຫຼັບທັງໆທີ່ມີເຄື່ອງສຳອາງຕິດຢູ່ເທີງໃບໜ້າຈະເຮັດ

ໃຫ້ເກີດບັນຫາດ້ານຜີວພັນໃນໄລຍະຍາວ.

 

(ຈາກ ວາລະສານອັບເດດ ສະບັບທີ່ 10,2009 ຂອງປີທີ່ 8)

                          (ໜ້າ 37)

Delicious Digg Fark Twitter